ໃນສະໄໝທີ່ສື່ມວນຊົນພວມຂະຫຍາຍຕົວຢ່າງແຂງແຮງນັ້ນ, ເພື່ອສືບຕໍ່ຢັ້ງຢືນພະລັງຊີວິດຂອງຕົນ, ສື່ສິ່ງພິມ ແລະ ລາຍການກະຈາຍສຽງມີວິທີພຽງຢ່າງດຽວເພື່ອດັດປັບຕົນເອງໃຫ້ແທດເໝາະກັບສະພາບການຕົວຈິງ. ວິທະຍຸກະຈາຍສຽງຫວຽດນາມໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງໃນການຜະລິດລາຍການ ໂດຍໄດ້ທົດລອງກະຈາຍຄື້ນດ້ວຍມາດຖານເຕັກນິກດີຈີຕອນ: HD, DAB+ ແລະ DRM …ເພື່ອໃຫ້ແທດເໝາະກັບສະໄໝດີຈີຕອນ.
ຜູ້ອ່ານພວມຊອກຊື້ສິ່ງພິມ |
ສື່ສິ່ງພິມໄດ້ປະກົດຕົວນັບແຕ່ສະຕະວັດທີ 1 ກ່ອນ ຄ.ສ ດ້ວຍບັນດາໃບຂ່າວໂດຍມະຫາກະສັດ Julius Ceasar ໃຫ້ຕິດຢູ່ຕາມສະຖານທີ່ສາທາລະນະ. ບັນດາໃບຂ່າວທີ່ພິມໃສ່ເຈັ້ຍສະບັບທຳອິດໄດ້ປະກົດມີຢູ່ນະຄອນ Venice ປະເທດອີຕາລີ ໃນທ້າຍສະຕະວັດທີ 16. ສ່ວນລາຍການກະຈາຍສຽງແມ່ນໄດ້ມີມາແຕ່ສະຕະວັດທີ 18. ຮອດປີ 1920 ລາຍການໂທລະພາບໄດ້ປະກົດມີຢູ່ອາເມລິກາ, ແລ້ວມາຮອດຊຸມປີ 1990 ຂອງສະຕະວັດທີ 20 ໄດ້ປະກົດມີສື່ເອເລັກໂຕນິກ ແລະ ປະຈຸບັນກໍໄດ້ປະກົດມີສື່ສັງຄົມຜ່ານລະບົບອິນເຕີເນັດຕື່ມອີກ.
ໃນສັງກາດດີຈີຕອນ ແລະ ອິນເຕີເນັດ, ສື່ສິ່ງພິມ ແລະ ລາຍການກະຈາຍສຽງພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ຕາມບົດລາຍງານຂອງ WAN – IFRA ,ໃນຈຳນວນໄວໜຸ່ມ 10 ຄົນໃດ ກໍມີ 7 ຄົນເຄີຍຕິດຕາມຂ່າວໃນແຕ່ລະວັນ. ແຫຼ່ງຂໍ້ມູນຂ່າວສານແຖວໜ້າຂອງແກ່ຜູ້ອ່ານໄວນີ້ ກໍແມ່ນ Feabook. ຄວາມຕ້ອງການ ແລະ ວິທີຮັບເອົາ ຂໍ້ມູນຂ່າວສານຂອງມວນຊົນແມ່ນນັບມື້ນັບສູງຂຶ້ນ, ມີຫຼາຍຮູບຫຼາຍແບບ. ການປະກົດມຕົວຂອງສື່ສັງຄົມໄດ້ພາໃຫ້ບັນດາຜູ້ເຮັດວຽກງານສື່ມວນຊົນຕ້ອງປ່ຽນແປງຈິນຕະນາການກ່ຽວກັບສື່ມວນຊົນ. ປະຈຸບັນ, ປະຊາຊົນແຕ່ລະຄົນຕ່າງກໍມີຄວາມສາມາດທັງເປັນນັກຂ່າວ, ນັກບັນນາທິການ, ທັງເປັນຫົວໜ້າບັນນາທິການຫຼືເປັນເຈົ້າຂອງໜັງສືພິມສະບັບໜຶ່ງກໍເປັນໄດ້. ເຂົາເຈົ້າສາມາດຂຽນຂ່າວ ແລະ ບົດ, ຜະລິດບັນດາລາຍການກະຈາຍສຽງ, ແຜ່ພາບ, ພິມຈຳໜ່າຍ, ນຳຂຶ້ນເຄື່ອຂ່າຍອິນເຕີເນັດ ແລະ ຖ້າຫາກ “ເບື່ອໜ່າຍ” ກໍສາມາດເອົາອອກ, ຊ້ຳບໍໜຳກໍສາມາດປິດເວບໄຊຂອງຕົນ, ແລ້ວກໍເປີດເວັບໄຊອື່ນ.
ໃນໄລຍະທີ່ສື່ມວນຊົນພວມຂະຫຍາຍຕົວຢ່າງແຂງແຮງເຊັ່ນນັ້ນ, ມວນຊົນອາດຈະເລືອກເອົາສິ່ງທີ່ຕົນເອງມັກ ແລະ ສົນໃຈ. ຍ້ອນເຫດນີ້ເອງ, ເພື່ອສືບຕໍ່ຢັ້ງຢືນພະລັງຊີວິດຂອງຕົນ, ສື່ສິ່ງພິມ ແລະ ລາຍການກະຈາຍສຽງ ມີວິທີພຽງຢ່າງດຽວ ນັ້ນແມ່ນຕ້ອງດັດປັບຕົນເອງໃຫ້ແທດເໝາະກັບສະພາບການຕົວຈິງ. ການປ່ຽນແປງນັ້ນ ຕ້ອງອີງໃສ່ບັນດາຄຸນຄ່າທີ່ໄດ້ຮັບການຢັ້ງຢືນຂອງບັນດາຮູບການສື່ມວນຊົນນີ້. ສຳລັບສື່ສິ່ງພິມ, ນີ້ແມ່ນແຫຼ່ງຂໍ້ມູນຂ່າວສານທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ຜູ້ອ່ານມີຄວາມເຈົ້າການດ້ານເວລາ, ສາມາດອ່ານຢູ່ທຸກບ່ອນ ແລະ ແລກປ່ຽນກັນອ່ານ. ສຳລັບລາຍການກະຈາຍສຽງ, ນັ້ນແມ່ນ 1 ໃນບັນດາພາຫະນະສື່ມວນຊົນທີ່ໃຫ້ຂ່າວຢ່າງວ່ອງໄວ, ມີໄຫວພິບ, ບໍ່ຈຳກັດພົມແດນ, ສາມາດສື່ຂ່າວໃຫ້ຫຼາຍຄົນໃນພາບດຽວ, ນັບທັງຜູ້ພິການຕາ, ຜູ້ບໍ່ຮູ້ໜັງສື ແລະ ສາມາດຟັງຢູ່ທຸກໆບ່ອນ. ຜ່ານລາຍການກະຈາຍສຽງ, ຜູ້ຟັງຈະມີໂອກາດໄດ້ຮ່ຳຮຽນ, ຮັບເອົາຂໍ້ມູນຂ່າວສານຕ່າງໆ ກໍຄືລາຍການບັນເທິງ. ການປ່ຽນແປງນັ້ນ, ຍັງອີງໃສ່ຖັນແຖວຜູ້ເຮັດວຽກງານສື່ມວນຊົນອາຊີບ, ມີຄວາມເມົາມົວກັບອາຊີບ, ມັກຊອກຮູ້, ມີຫົວຄິດປະດິດສ້າງ, ຮັບເອົາສິ່ງທີ່ໃໝ່ອຽມ ແລະ ພ້ອມແລ້ວຮັບມືກັບສິ່ງທ້າທາຍຕ່າງໆ.
ໃນຊຸມປີທີ່ຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມໄດ້ມີການປ່ຽນແປງເພື່ອແທດເໝາະກັບສັງກາດດີຈີຕອນ. ບັນດາຊອງໃນລະບົບກະຈາຍສຽງໄດ້ຄ່ອຍໆຫັນໄປສູ່ທິດລົງເລິກຂົງເຂດສະເພາະ ແລະ ໄດ້ມີການປັບປຸງເນື້ອໃນຢ່າງບໍ່ຢຸດຢັ້ງ, ບັນດາລາຍການກະຈາຍສຽງ ນອກຈາກຖືກອອກອາກາດຜ່ານລະບົບຄື້ນສັ້ນ, ຄື້ນກາງ ແລະ FM ແລ້ວ, ກໍຍັງຖືກສະເໜີຜ່ານເຄືອຂ່າຍອິນເຕີເນັດອີກດ້ວຍ, ອັນໄດ້ຊ່ວຍຜູ້ຟັງໄດ້ຮັບຟັງລາຍການອອກອາກາດສົດຫຼືເປີດຟັງຄືນລາຍການຕ່າງໆທີ່ຕົນເອງນິຍົມຊົມຊອບຢູ່ທຸກໆບ່ອນ ແລະ ໃນທຸກໆເວລາ. ບັນດາຊອງໃນລະບົບກະຈາຍສຽງຍັງສ້າງບັນດາ Fanpage ເພື່ອນຳໃຊ້ສື່ສັງຄົມໃນການໂຄສະນາ, ແນະນຳບັນດາລາຍການກະຈາຍສຽງຕໍ່ຜູ້ອ່ານທັງຫຼາຍ. ວິທີການຮັບໃຊ້ຜູ້ຟັງ ກໍມີການປ່ຽນແປງ. ຜູ້ຟັງໃນປະຈຸບັນ ກໍສາມາດສົມທົບ ເຂົ້າຮ່ວມຜະລິດລາຍການກະຈາຍສຽງ.
ການຜະລິດລາຍການກະຈາຍສຽງຢູ່ວິທະຍຸກະຈາຍສຽງຫວຽດນາມໄດ້ຖືກຫັນເປັນເຕັກນິກດີຈີຕອນ, ວິທະຍຸກະຈາຍສຽງຫວຽດນາມກໍໄດ້ທົດລອງກະຈາຍຄື້ນດີຈີຕອນຕາມມາດຖານເຕັກນິກ HD, DAB+ ແລະ DRM. ບັນຫາທີ່ວາງອອກ ນັ້ນແມ່ນຄວນເລືອກເອົາເຕັກນິກດີຈີຕອນດ້ວຍມາດຖານໃດ? ຄຳຖາມນີ້ແມ່ນຍັງບໍ່ທັນມີຄຳຕອບ ແຕ່ອາດຈະຢັ້ງຢືນວ່າ ທ່າອຽງຫັນເປັນເຕັກນິກດີຈີຕອນແມ່ນສິ່ງທີ່ຈຳເປັນຕ້ອງເປັນໄປ. ເລື່ອງມວນຊົນຫວັງໄດ້ຊົມໃຊ້ຂໍ້ມູນຂ່າວສານຕາມຄວາມຕ້ອງການຂອງຕົນຢູ່ທຸກບ່ອນ, ທຸກເວລານັ້ນ ໄດ້ພາໃຫ້ວິທະຍຸກະຈາຍສຽງທຸກແຫ່ງຕ້ອງປ່ຽນແປງໃໝ່, ພັດທະນາບົນພື້ນຖານນຳໃຊ້ຮູບແບບສື່ມວນຊົນຫຼາຍປະເພດ, ປະສານສົມທົບຢ່າງກົມກ່ຽວລະຫວ່າງແບບເກົ່າ ແລະ ແບບໃໝ່. ທ່າອຽງກະຈາຍສຽງໃນຮູບແບບສື່ມວນຊົນຫຼາຍປະເພດຈະຊ່ວຍໃຫ້ຂະແໜງກະຈາຍສຽງສາມາດສ້າງໂຄງປະກອບຄືນໃໝ່ຕາມທິດນຳໃຊ້ບັນດາແຫຼ່ງກຳລັງເປັນຢ່າງດີ, ພ້ອມທັງປະຢັດຄ່າໃຊ້ຈ່າຍໃນການຜະລິດລາຍການ.
ສື່ສິ່ງພິມ ແລະ ລາຍການກະຈາຍສຽງ ອາດຈະສິ້ນສຸດພາລະກຳຂອງຕົນຫຼືບໍ່ ? ຄຳຕອບນີ້ ແມ່ນຍັງຂຶ້ນກັບສະພາບການຕົວຈິງ ແລະ ຄວາມຕ້ອງການລວມຂອງມວນຊົນ. ແຕ່ອາດຢືນຢັນໄດ້ວ່າ ມາເຖິງຈຸດເວລານີ້, ໃນສະໄໝເຕັກນິກດີຈິຕອນ ແລະ ອິນເຕີເນັດນັ້ນ, ສື່ສິ່ງພິມ ແລະ ລາຍການກະຈາຍສຽງ ຍັງຄົງແມ່ນພາຫະນະສື່ມວນຊົນທີ່ສຳຄັນໃນການສະໜອງຂໍ້ມູນຂ່າວສານ, ຕອບສະໜອງຄວາມຕ້ອງການໃຫ້ແກ່ມວນຊົນຢ່າງແທດຈິງ.