ທ່ານ ໂດ້ແມ້ງຮຸ່ງ ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາ ແຫ່ງຊາດຫວຽດນາມ, ຮອງຫົວໜ້າຄະນະຕິດຕາມກວດກາການຫຼຸດຜ່ອນຄວາມທຸກຍາກຂອງສະພາແຫ່ງຊາດ
(ພາບ: nguoidaibieu)
|
ຕາມການຄາດຄະເນແລ້ວ, ໃນຕົ້ນເດືອນ 5 , ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະ ພິຈາລະນາບົດລາຍງານຕິດຕາມກວດກາການປະຕິບັດນະໂຍບາຍກົດໝາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກໄລຍະ 2005 – 2012, ຕໍ່ຈາກນັ້ນບົດລາຍງານຈະຖືກຍືນສະເໜີຕໍ່ສະພາແຫ່ງຊາດຊຸດທີ 13 ທີ່ກອງປະຊຸມສະໄໝສາມັນເທື່ອທີ 7. ບົດລາຍງານໄດ້ຮັບຮູ້ບັນດາໝາກຜົນທີ່ບັນລຸມາໄດ້ໃນວຽກງານຫຼຸດຜ່ອນຄວາມທຸກຍາກ, ພ້ອມກັນນັ້ນ ກໍຍົກອອກບັນດາຂໍ້ສະເໜີແນະເພື່ອຍູ້ແຮງໜ້າທີ່ອັນສຳຄັນນີ້ໃນໄລຍະທີ່ຈະມາເຖິງ ເພື່ອມຸ່ງໄປສູ່ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.
ໃນໄລຍະ 2005-2012, ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກສືບຕໍ່ແມ່ນໜ້າທີ່ໃຈກາງຂອງຫວຽດນາມ. ວຽກງານນີ້ໄດ້ຮັບການຍູ້ແຮງໃນຫຼາຍຂົງເຂດ ແລະ ໄດ້ປຸກລະດົມການເຂົ້າຮ່ວມຂອງທ່ົ່ວສັງຄົມ.
ວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກໄດ້ຮັບການເອົາໃຈໃສ່ຢ່າງຮອບດ້ານ.
ກ່ຽວກັບນະໂຍບາຍໃນໄລຍະ 2005-2012, ມີມະຕິ 10 ສະບັບຂອງສະພາແຫ່ງຊາດທີ່ກ່ຽວຂ້ອງເຖິງຄາດໝາຍຫຼຸດຜ່ອນຄວາມທຸກຍາກ; ກົດໝາຍກ່ວາ 20 ສະບັບມີເນື້ອໃນໂດຍກົງ ແລະ ໂດຍທາງອ້ອມທີ່ກ່ຽວຂ້ອງເຖິງການຫຼຸດຜ່ອນຄວາມທຸກຍາກໄດ້ຮັບການປະກາດໃຊ້.
ໃນໄລຍະນີ້, ລັດຖະບານຍັງຄົງໃຫ້ບຸລິມະສິດສະຫງວຽນແຫຼ່ງກຳລັງລົງທຶນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຊີວິດສັງຄົມ. ອັດຕາສ່ວນຄອບຄົວທຸກຍາກຂອງຫວຽດນາມໃນໄລຍະນີ້ໄດ້ຫຼຸດຜ່ອນໂດຍສະເລ່ຍກ່ວາ 2% ຕໍ່ປີ. ທ່ານ ໂດ້ແມ້ງຮຸ່ງ ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາ ແຫ່ງຊາດຫວຽດນາມ, ຮອງຫົວໜ້າຄະນະຕິດຕາມກວດກາການຫຼຸດຜ່ອນຄວາມທຸກຍາກຂອງສະພາແຫ່ງຊາດຫວຽດນາມ ໃຫ້ຂໍ້ສັງເກດວ່າ :
“ ຜ່ານການຕິດຕາມກວດກາໃນເບື້ອງຕົ້ນ, ພວກຂ້າພະເຈົ້າໄດ້ຕີລາຄາວ່າ ການຫຼຸດຜ່ອນຄວາມທຸກຍາກໄດ້ຮັບການເອົາໃຈໃສ່ຢ່າງຮອບດ້ານຈາກທົ່ວສັງຄົມ ກໍຄືໄດ້ປຸກລະດົມແຫຼ່ງກຳລັງຢ່າງໃຫຍ່ຫຼວງທີ່ສຸດ. ອັດຕາສ່ວນຄວາມທຸກຍາກຂອງຫວຽດນາມໄດ້ຫຼຸດລົງຫຼາຍພໍສົມຄວນ. ຖ້າວ່າໃນປີ 2010, ອັດຕາສ່ວນຄອບຄົວທຸກຍາກແມ່ນ 14,2% ນັ້ນ, ມາຮອດປີ 2013 ແມ່ນຫຼຸດລົງເຫຼືອພຽງ 7,8%. ນີ້ແມ່ນໝາກຜົນທີ່ເປັນໜ້າຊື່ນຊົມ ແລະ ໄດ້ຮັບການຮັບຮູ້ຈາກອົງການສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນ ”
ເຖິງຢ່າງກໍຕາມ, ວຽກງານຫຼຸດຜ່ອນຄວາມທຸກຍາກກໍຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນບັນດາສາຍເຫດພາວະວິໄສ ແລະ ອັດຕະວິໄສຈາກເງື່ອນໄຂທຳມະຊາດ ແລະ ປະເພນີອອກແຮງງານ, ທຳການຜະລິດຂອງຊາວຫວຽດນາມ. ທີ 1, ການຫຼຸດຜ່ອນຄວາມທຸກຍາກຂອງຫວຽດນາມແມ່ນຍັງບໍ່ທັນໝັ້ນຄົງເທື່ອເພາະ ອັດຕາສ່ວນຄອບຄົວທຸກຍາກຄືນໃໝ່ ແລະ ຂ້ອນຂ້າງຄວາມທຸກຍາກຂອງຫວຽດນາມຍັງສູງພໍສົມຄວນ. ທີ 2 ແມ່ນໃນປະຈຸບັນ, ສະພາບຄວາມທຸກຍາກໄດ້ສຸມໃສ່ເຂດຊຸມຊົນຈຳນວນໜຶ່ງຄື ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດເຄີຍປະສົບກັບໄພທຳມະຊາດ, ຊ້ຳບໍໜຳແມ່ນນັບທັງບັນດາເຂດຂຸດຄົ້ນແຮ່ທາດ. ທີ 3 ແມ່ນລະບົບນະໂຍບາຍຂອງຫວຽດນາມຍັງບໍ່ທັນຄົບຊຸດ, ອັນໄດ້ພາໄປເຖິງການຈັດສັນແຫຼ່ງກຳລັງ ຍັງບໍ່ທັນສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຫຼຸດຜ່ອນຄວາມທຸກຍາກໄດ້ເທື່ອ. ຄວາມຈຳກັດອີກຢ່າງໜຶ່ງ, ນັ້ນແມ່ນເຖິງວ່າຫວຽດນາມໄດ້ເອົາໃຈໃສ່ເຖິງບັນດາແຫຼ່ງກຳລັງສັງຄົມ ແລະ ຫັນມາເປັນວຽກງານຂອງສັງຄົມແລ້ວກໍຕາມ, ແຕ່ແຫຼ່ງກຳລັງໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກຍັງຄົງອີງໃສ່ງົບປະມານແຫ່ງລັດ(ກວ່າ 90%) . ທ່ານ ບຸຍຊີ້ເຫຼີ້ຍ ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມໃຫ້ຂໍ້ສັງເກດວ່າ :
“ ຜ່ານການຕິດຕາມກວດກາ, ພວກຂ້າພະເຈົ້າເຫັນວ່າ ຍັງເຫຼືອພຽງ 2 ຈຸດພື້ນຖານກ່ຽວກັບຄວາມທຸກຍາກ. ທີ 1, ແມ່ນສຳລັບພໍ່ແມ່ປະຊາຊົນບັນດາເຜົ່າເຂດພູດອຍ, ເຂດຫ່າງໄກສອກຫຼີກ, ອັດຕາສ່ວນຄອບຄົວທຸກຍາກໃນປະຈຸບັນແມ່ນ 47%, ໃນນັ້ນທຸກຍາກສາຫັດແມ່ນ 68%. ທີ 2 ແມ່ນນັບແຕ່ດົນນານມາແລ້ວ, ພວກເຮົາໄດ້ຫຼົງລືມພາກສ່ວນໜຶ່ງທີ່ທຸກຍາກໃນເຂດຕົວເມືອງ ອຸດສາຫະກຳ, ເຂດຜະລິດສົ່ງອອກ...ທັດສະນະຂອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງ ປ່ຽນແປງກົນໄກນະໂຍບາຍຄືແນວໃດເພື່ອໃຫ້ພວກເຮົາສາມາດປະຕິບັດຈຸດໝາຍ ຫຼຸດຜ່ອນຄວາມທຸກຍາກໄດ້ໂດຍໄວ ແລະ ຍືນຍົງ”
ບັນດາກຳນົດທິດໃຫຍ່ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກໃນໄລຍະທີ່ຈະມາເຖິງ.
ຕາມທ່ານ ໂດ້ແມ້ງຮຸ່ງ ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ຫວຽດນາມແລ້ວ, ຕໍ່ໜ້າຄວາມຈິງດັ່ງກ່າວ, ຄະນະຕິດຕາມກວດກາຂອງສະພາແຫ່ງຊາດຫວຽດນາມ ຈະສະເໜີສະພາແຫ່ງຊາດປະກາດໃຊ້ມະຕິກ່ຽວກັບຜົນຂອງການປະຕິບັດນະໂຍບາຍກົດໝາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ. ພິເສດແມ່ນຕ້ອງຫັນການສ້າງ ແລະ ປະຕິບັດນະໂຍບາຍ ຫຼຸດຜ່ອນຄວາມທຸກຍາກຈາກສົ້ນດຽວມາເປັນຫຼາຍສົ້ນ. ຢູ່ນີ້, ມາດຖານຄວາມທຸກຍາກບໍ່ພຽງແຕ່ເລ່ັງໃສ່ບັນຫາລາຍຮັບເທົ່ານັ້ນ, ຫາກຍັງແມ່ນຄວາມສາມາດ ແລະ ລະດັບການສຳຜັດ ແລະ ຊົມໃຊ້ບັນດາການບໍລິການສັງຄົມພື້ນຖານຕ່າງໆ. ທ່ານ ໂດ້ແມ້ງຮຸ່ງ ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມ ເວົ້າວ່າ :
“ ພວກຂ້າພະເຈົ້າສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ຕ້ອງສຸມແຫຼ່ງກຳລັງຫຼາຍກ່ວາອີກໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ, ຈັດສັນແຫຼ່ງກຳລັງ ແລະ ແຫຼ່ງກຳລັງແມ່ນຕ້ອງສ້າງຕາມນະໂຍບາຍໄລຍະກາງ. ໃນກົນໄກບໍລິຫານນັ້ນ, ພ້ອມກັບການຍົກສູງຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການຕ່າງໆຢູ່ທ້ອງຖິ່ນນັ້ນ, ພວກຂ້າພະເຈົ້າຢາກເນັ້ນໜັກເຖິງການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດຢູ່ທ້ອງຖິ່ນ ເພື່ອເສີມຂະຫຍາຍລັກສະນະເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງທ້ອງຖິ່ນຫຼາຍກ່ວາ. ອີກຈຸດໜຶ່ງທີ່ສຳຄັນຊຶ່ງພວກຂ້າພະເຈົ້າຢາກສະເໜີ, ນັ້ນແມ່ນການສ້າງນະໂຍບາຍຕ້ອງເຮັດແນວໃດເພື່ອເສີມຂະຫຍາຍຄວາມເຫັນດີເຫັນພ້ອມ, ພິເສດແມ່ນປະຊາຊົນ, ໃນນັ້ນມີຜູ້ທຸຍາກໃນການເຂົ້າຮ່ວມສ້າງ ແລະ ປິຕິບັດນະໂຍບາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ”
ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແມ່ນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ. ການຮັບຮູ້ສາຍເຫດພາວະວິໄສ ແລະ ອັດຕະວິໄສກໍຄືນຳສະເໜີວິທີການແກ້ໄຂທີ່ຕິດແທດຕົວຈິງ ຈະສ້າງລັກສະນະຍືນຍົງໃຫ້ໝາກຜົນຫຼຸດຜ່ອນຄວາມທຸກຍາກ.