(vovworld)- ປີ 2015, ໂລກໄດ້ເຫັນປະຈັກຕາຕົວເລກສະຖິຕິຊາວອົບພະຍົບຕ້ອງຫນີອອກຈາກປະເທດຕົນຍ້ອນຂາດສະຖຽນລະພາບ, ເກີດສົງຄາມ, ຄວາມອຶດຫິວ. ການປະຊຸມດ່ວນຖືກຈັດຂຶ້ນເປັນຫລາຍຄັ້ງ, ມີຫລາຍມາດຕະການຖືກຍົກອອກມາ ແຕ່ມາຮອດປະຈຸບັນ ທຸກຄວາມມານະພະຍາຍາມເກືອບຄືວ່າບໍ່ມີປະສິດທິຜົນ. ການນຳບັນດາປະເທດສະມາຊິກ ສະຫະພາບເອີລົບ (EU) ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມ ເພື່ອວາງຍຸດທະສາດລວມ ແນໃສ່ແກ້ໄຂວິກິດການນີ້.
ຊາວອົບພະຍົບເດີນທາງເຂົ້າເອີລົບ
ພາບປະກອບ:TTXVN
|
ຕາມການສະຖິຕິ, ຈຳນວນຊາວອົບພະຍົບເຂົ້າ ເອີລົບ ໃນປີ 2015 ໄດ້ລື່ນກາຍຕົວເລກ 1 ລ້ານຄົນ, ວາງອອກສິ່ງທ້າທາຍໃຫຍ່ຕໍ່ເສດຖະກິດ ສັງຄົມ ແລະ ເປັນຕົ້ນແມ່ນຄວາມວິຕົກວັງວົນຕໍ່ຄວາມສະຫງົບປອດໄພ ເມື່ອບັນດາພວກກໍ່ການຮ້າຍແຊກຊືມເຂົ້າເອີລົບພ້ອມກັບກະແສຊາວອົບພະຍົບ. ຕາມການຄາດຄະເນຂອງ ສປຊ ແລ້ວ, ທົ່ວໂລກ, ໃນຈຳນວນ 122 ຄົນໃດກໍມີຫນຶ່ງຄົນຕ້ອງຫນີອອກຈາກເຮືອນຊານບ້ານຊ່ອງ. ກະແສຊາວ ອົບພະຍົບເປັນຈຳນວນຫລວງຫລາຍນັ້ນ ໄດ້ມຸ່ງໄປເຖິງ ເອີລົບ ດ້ວຍຄວາມປາດຖະຫນາຢາກມີຊີວີດດີກວ່າ, ສິ່ງນັ້ນໄດ້ເຮັດໃຫ້ວິກິດການຊາວອົບພະຍົບເກີດຂຶ້ນຢ່າງຮ້າຍແຮງທີ່ສຸດນັບແຕ່ພາຍຫລັງສົງຄາມໂລກຄັ້ງທີ 2.
ຍັງບໍ່ທັນຊອກໄດ້ມາດຕະການແກ້ໄຂເທື່ອ
ປີ 2015, ເອີລົບ ຖືກຜົນສະທ້ອນຢ່າງແຮງຍ້ອນກະແສຊາວອົບພະຍົບມາຈາກ ຕາເວັນອອກກາງ, ອາຟຼິກາເຫນືອ ຫລັ່ງໄຫລເຂົ້າ ພາກພື້ນນີ້. ໃນສະພາບການບັນດາພື້ນຖານເສດຖະກິດຍັງບໍໍໍ່ທັນຟື້ນຕົວ ພາຍຫລັງວິກິດການ, ອັດຕາຜູ້ຫວ່າງງານສູງ, ບັນຫາຊາວອົບພະຍົບ ໄດ້ສົ່ງຜົນກະທົບຢ່າງຫນັກຫນ່ວງຕໍ່ເອີລົບ ບໍ່ພຽງແຕ່ດ້ານເສດຖະກິດເທົ່ານັ້ນ ຫາກນັບທັງບັນຫາຄວາມສະຫງົບປອດໄພ, ສັງຄົມອີກດ້ວຍ.
ກະແສຊາວອົບພະຍົບຂ້າມຊາຍແດນບັນດາປະເທດຊື່ງແມ່ນປະຕູເຂົ້າເອີລົບນັ້ນ ໄດ້ເຮັດໃຫ້ຫລາຍປະເທດບໍ່ມີຄວາມສາມາດຮັບມື ແລະ ເອີລົບ ກໍສັບສົນວຸ້ນວາຍໃນການແກ້ໄຂບັນຫານີ້. ຫລາຍປະເທດໄດ້ປະຕິບັດຫລາຍມາດຕະການຢ່າງແຮງເພື່ອສະກັດກັ້ນກະແສຊາວອົບພະຍົບຫລັ່ງໄຫລເຂົ້າເອີລົບ ດ້ວຍທາງນ້ຳ ແລະ ທາງບົກຄື: ປິດປະຕູຊາຍແດນ, ກໍ່ສ້າງຮົ້ວກີດຂວາງ ເພື່ອສະກັດກັ້ນຊາວອົບພະຍົບ. ບັນດາການປະຊຸມວິສາມັນ ຂອງ ອີຢູ ຖືກຈັດຂຶ້ນຢ່າງລຽນຕິດ ແຕ່ສຸດທ້າຍຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມເພື່ອແກ້ໄຂບັນຫາດັ່ງກ່າວ.
ປີ 2015, ແຜນການຈັດແບ່ງ ຊາວອົບພະຍົບ 120.000 ຄົນ ຕາມແຜນທີ່ໄດ້ກຳນົດ ພວມຕົກເຂົ້າສູ່ສະພາບຈົນຕາແຈ ຍ້ອນຂາດຄວາມເຫັນດີເຫັນພ້ອມລະຫວ່າງບັນດາປະເທດ. ຄວາມບໍ່ລົງລອຍກັນໃນການແບ່ງເບົາສະພາບການຊາວອົບພະຍົບລະຫວ່າງບັນດາປະເທດສະມາຊິກ ເຮັດໃຫ້ບັນຫານີ້ຍິ່ງແກ້ໄຂຍິ່ງສັບສົນຂຶ້ນຕື່ມ. ໃນຂະນະທີ່ບັນດາປະເທດ ເອີລົບຕາເວັນຕົກ ຄື: ເຢຍລະມັນ, ຝລັ່ງ, ສະວິດ ພ້ອມແລ້ວທີ່ຈະຕ້ອນຮັບຊາວອົບພະຍົບ ສ່ວນບັນດາປະເທດ ເອີລົບຕາເວັນອອກ ພັດຄັດຄ້ານຢ່າງເດັດດ່ຽວ. ພົ້ນເດັ່ນແມ່ນ ຮູງກາຣີ ໄດ້ຕຳຫນິຕິຕຽນລະບົບຈັດແບ່ງຈຳນວນຊາວອົບພະຍົບ, ຈະເປັນການສົ່ງເສີມໃຫ້ຊາວອົບພະຍົບເຂົ້າເອີລົບຫລາຍກວ່າ. ບັນດາຮົ້ວກີດຂວາງທີ່ສ້າງຂຶ້ນເພື່ອສະກັດກັ້ນຊາວອົບພະຍົບໄດ້ກາຍເປັນກຳແພງກີດຂວາງບັນດາປະເທດໃນພາກພື້ນ, ນາບຂູ່ ການຄົງຕົວຂອງສົນທິສັນຍາ Schengen ຊື່ງ 26 ປະເທດສະມາຊິກ ໄດ້ລົງນາມ. ການກະວົນກະວາຍຂອງພາກພື້ນນີ້ ຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງ ເມື່ອເຢຍລະມັນ ຊື່ງແມ່ນປະເທດນຳຫນ້າໃນການຕ້ອນຮັບຊາວອົບພະຍົບ ຕ້ອງນຳໃຊ້ບັນດາມາດຕະການແຂງກະດ້າງໂດຍໄວເພື່ອປົກປັກຮັກສາຊາຍແດນແຫ່ງຊາດ, ພາຍຫລັງເຫດກໍ່ການຮ້າຍຢູ່ ປາຣີ ເມື່ອວັນທີ 13/9, ເຖິງວ່າ ກ່ອນນັ້ນປະເທດນີ້ໄດ້ເຮັດໃຫ້ໂລກ ເຄົາລົບນັບຖືດ້ວຍແຖວຫນັງສື ຍີນຕີຕ້ອນຮັບຊາວອົບພະຍົບ.
ບັນດາຮົ້ວກີດຂວາງ, ຄວາມບໍ່ລົງລອຍກັນຍາກທີ່ຜ່ານຜ່າໄດ້
ສະຫະພາບເອີລົບ ເຄີຍແມ່ນອົງການເປັນເອກະພາບ ດ້ວຍຫລາຍຄຸນຄ່າລວມ ຖືກແບ່ງແຍກຢ່າງແທ້ຈິງ ຍ້ອນກະແສຊາວອົບພະຍົບ. ສາຍເຫດສຳຄັນຫນຶ່ງອີກ ເຮັດໃຫ້ບັນດາປະເທດຍາກທີ່ຈະປ່ອງດອງນຳກັນໄດ້ໃນລັດຖະນະໂຍບາຍ, ຕາມບັນດານັກໄຈ້ແຍກ ນັ້ນແມ່ນບັນຫາວັດທະນະທຳ, ສາດສະຫນາ. ນີ້ແມ່ນຮົ້ວກີດຂວາງໃຫຍ່ສຸດໃນປະຈຸບັນ. ດ້ວຍພະຍານຫລັກຖານນັ້ນແມ່ນ: Slovakia ໄດ້ຖະແຫລງວ່າ ພຽງແຕ່ຕ້ອນຮັບຊາວອົບພະຍົບແມ່ນຊາວຄຼິດ. ຮຸງກາຣີ ໄດ້ປະຕິເສດບໍ່ຮັບຊາວຄຼິດ ແລະ ຖືວ່າ ສີສັນຂອງ ອີຢູ ຈະຖືກປ່ຽນແປງ ຍ້ອນຈຳນວນຊາວຄຼິດ ເຂົ້າເມືອງເປັນຈຳນວນຫລວງຫລາຍ. ການກະທຳ ບໍ່ຮັບຊາວອົບພະຍົບເຂົ້າເມືອງ ຢ່າງເດັດຂາດ ຂອງ ບັນດາປະເທດ ເອີລົບ ຕາເວັນອອກ ສາມາດອະທິບາຍຢ່າງງ່າຍດາຍຜ່ານແງ່ມູມວັດທະນະທຳ. ນີ້ເຄີຍແມ່ນປະເທດນ້ອຍແລະ ບໍ່ແມ່ນປະເທດຫົວເມືອງຂຶ້ນໃນອະດີດຕະການ. ບັນດາປະເທດນີ້ ເຄີຍແມ່ນບັນດາປະເທດມີຈຸດຄ້າຍຄືກັນກ່ຽວກັບເຊື້ອຊາດຜິວພັນ ສະນັ້ນ ເລື່ອງຕ້ອນຮັບຊາວອົບພະຍົບດ້ວຍພື້ນຖານວັດທະນະທຳຂອງປະເທດນອກ ເອີລົບ ແມ່ນສິ່ງຍາກທີ່ຜ່ານຜ່າໄດ້. ສຳລັບບັນດາປະເທດອື່ນໃນ ອີຢູ ຄື: ເຢຍລະມັນ, ຝລັ່ງ, ຈະງ່າຍດາຍກວ່າ ເພາະວ່າ ນີ້ແມ່ນບັນດາປະເທດມີຊາວອົບພະຍົບເຂົ້າເມືອງເປັນຈຳນວນຫລາຍສຸດໃນທົດສະວັດ 80 ຂອງສັດຕະວັດທີ 20. ຄຽງຄູ່ກັນນັ້ນ ຮົ້ວກີດຂວາງຫນຶ່ງອີກຕ້ອງເວົ້າເຖິງ ນັ້ນແມ່ນຈິດຕະກຳຈັດຊາວອິດສະລາມພວມແຜ່ລາມອອກຢູ່ບັນດາປະເທດ ເອີລົບ, ເປັນຕົ້ນພາຍຫລັງເຫດກໍ່ການຮ້າຍເກີດຂຶ້ນຢູ່ ປະເທດຝລັ່ງ ເມື່ອວັນທີ 13/9/2015. ຄວາມຢ້ານກົວໃນໝູ່ປະຊາຊົນ ຍິ່ງເຮັດໃຫ້ບັນດາປະເທດ ອີຢູ ບໍ່ຢາກຕ້ອນຮັບຊາວອົບພະຍົບເຂົ້າເມືອງ.
ສິ່ງທ້າທາຍໃນການຮັກສາບັນດາຄຸນຄ່າລວມ
ປີ 2016, ເຖິງວ່າຢູ່ແຕ່ລະປະເທດ ເອີລົບ ລ້ວນແຕ່ໄດ້ປະກາດນະໂຍບາຍ ແລະ ແຜນການຕ້ອນຮັບຊາວອົບພະຍົບໃນປີກໍຕາມ ແຕ່ດ້ວຍສິ່ງທີ່ຍັງຄົງຄ້າງເຊິ່ງໄດ້ໄຈ້ແຍກຂ້າງເທິງນັ້ນ, ອີຢູ ຍາກທີ່ສາມາດຊອກໄດ້ຄວາມເຫັນດີເຫັນພ້ອມ ເພື່ອແກ້ໄຂ, ຄຸ້ມຄອງ ແລະກວດກາວິກິດການຊາວອົບພະຍົບທີ່ເກີດຂຶ້ນຢ່າງແຮງທີ່ສຸດນັບແຕ່ກອ່ນມາຮອດປະຈຸບັນໄດ້. ໃນສະພາບ ເອີລົບ ໄດ້ຮັບຖືວ່າ ແມ່ນ “ເຂດດິນແຫ່ງຄວາມຫວັງ” ໃນເຄິ່ງສັດຕະວັດຈະມາເຖິງ, ກະແສ ຊາວອົບພະຍົບຫລັ່ງໄຫລເຂົ້າ ເອີລົບແມ່ນສິ່ງທີ່ແນ່ນອນ. ອົງການອົບພະຍົບສາກົນ ກໍຖືວ່າ ຍາກທີ່ຈະຄາດຄະເນໄດ້ຈຳນວນຊາວອົບພະຍົບເຂົ້າ ເອີລົບ ໃນປີ 2016 ຂະນະທີ່ບັນດາຝ່າຍຍັງບໍ່ທັນຊອກໄດ້ມາດຕະການແກ້ໄຂເສິກກາງເມືອງ ຢູ່ຊີຣີ. ອີຢູ ພວມຕົກເຂົ້າສູ່ໄລຍະຫຍຸ້ງຍາກທີ່ສຸດ. ເຮັດແນວໃດເພື່ອຮັກສາບັນດາຄຸນຄ່າລວມ ຊື່ງອົງການນີ້ໄດ້ເພີ່ມພູນຄູນສ້າງ ແລະ ເຮັດແນວໃດເພື່ອໃຫ້ ອີຢູ ເປັນ “ເອກະພາບໃນຫລາຍຮູບຫລາຍແບບ” ຢ່າງແທ້ຈິງ, ຄຳຕອບແມ່ນບໍ່ງ່າຍດາຍ ແລະ ຫາງສຽງພວມລໍຖ້າ ອີຢູ ຈະສາມັກຄີຕໍ່ສະພາບການຊາວອົບພະຍົບໃນປີ 2016.