ໃນຂອບເຂດເວທີປາໄສເສດຖະກິດໂລກຄັ້ງທີ 42 ຊຶ່ງພວມດຳເນີນຢູ່ Davos ປະເທດ ສະວິດ, ທີ່ວາລະປະຊຸມຫົວເລື່ອງສະເພາະປຶກສາຫາລືກ່ຽວກັບການຜັນຂະຫຍາຍປະຕິບັດ“ວິໄສທັດໃຫມ່ ໃນຂົງເຂດກະສິກຳ” ຖຶກຈັດຂຶ້ນໃນທ້າຍອາທິດຜ່ານມາ, ຫວຽດນາມ ໄດ້ຮັບການເຊີດຊູແມ່ນແບບຢ່າງດີເດັ່ນໃນການຊຸກຍູ້ການພັດທະນາກະສິກຳຢູ່ບັນດາປະເທດພວມພັດທະນາ. ເພື່ອບັນລຸໄດ້ໝາກຜົນນີ້ ຍ້ອນມີນະໂຍບາຍອັນຖືກຕ້ອງຂອງພັກ, ລັດຫວຽດນາມທີ່ມີຕໍ່ກະສິກຳ, ຊົນນະບົດ. ເນື່ອງໃນໂອກາດນີ້ ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ມີບົດໄຈ້ແຍກກ່ຽວກັບບັນດາລັດຖະນະໂຍບາຍທີ່ມີລັກສະນະບຸກທະລຸໃນໄລຍະກວ່າ 25 ປີ ແຫ່ງການປ່ຽນແປງໃຫມ່ກໍຄືໄລຍະປະຈຸບັນ.
ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກກອມມູນິດຫວຽດນາມ ເມື່ອປີ 1986, ກະສິກຳຖືກກຳນົດວ່າ ແມ່ນຂະແຫນງເສດຖະກິດຕົ້ນຕໍ, ພັກ ແລະ ລັດຖະບານ ຍາມໃດກໍມີຄວາມເອົາໃຈໃສ່ເຖິງການພັດທະນາກະສິກຳ ແລະ ຊົນນະບົດ ແລະ ຖືວ່າ ນີ້ແມ່ນຂົງເຂດມີຄວາມໝາຍຍຸດທະສາດທີ່ມີຕໍ່ການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ. ຍ້ອນເຫດນັ້ນ ກະສິກຳ ແລະ ຊົນນະບົດຫວຽດນາມ ໄດ້ມີບັນດາບາດກ້າວຢ່າງແຂງແຮງ. ການຜະລິດສະບຽງອາຫານໄດ້ ເພີ່ມຂຶ້ນທົບ 2.5 ເທົ່າ ເມື່ອທຽບໃສ່ປີ 1985. ການລ້ຽງສັດແມ່ນເພີ່ມຂຶ້ນທົບ 5 ເທົ່າ, ສິນໃນນ້ຳເພີ່ມຂຶ້ນທົບ 6 ເທົ່າ, ເນື້ອທີ່ປົກຄຸມຂອງປ່າກໍເພີ່ມຂຶ້ນທົບ 3 ເທົ່າ. ກະສິກຳບໍ່ພຽງແຕ່ຮັບປະກັນການສະຫນອງສະບຽງອາຫານໃຫ້ແກ່ປະຊາຊົນຢ່າງພຽງພໍເທົ່ານັ້ນ ຫາກຍັງສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳເປັນຈຳຫລວງຫລວງຫລາຍອີກດ້ວຍ. ຈາກສະພາບຂາດເຂີນ ອຶດຫິວທຸກຍາກ ແລະ ວິກິດການດ້ານສະບຽງອາຫານ, ປະຈຸບັນ ຫວຽດນາມ ໄດ້ບືນຕົວຂຶ້ນ ແລະກາຍເປັນປະເທດຢືນອັນດັບ 2 ຂອງໂລກກ່ຽວກັບການສົ່ງອອກເຂົ້າສານ. ທ່ານ ຮ່ວາງບີ່ງກວນ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ຂໍ້ສັງເກດວ່າ:
“ກ່ຽວກັບການປ່ຽນແປງໃຫມ່ຂອງປະເທດຊາດໃນໄລຍະ 25 ປີຜ່ານມາ, ສະເພາະຂົງເຂດກະສິກຳ, ຂ້າພະເຈົ້າອາດຈະເວົ້າໄດ້ວ່າ ຫວຽດນາມ ໄດ້ຜ່ານຜ່າທຸກການຜັນແປ ແລະ ເມື່ອເກີດການຜັນແປຍິ່ງເຫັນໄດ້ບົດບາດຂອງກະສິກຳ. ພິເສດ ໃນວິກິດການເສດຖະກິດໂລກໃນປີ 2008 ຊີ້ໃຫ້ເຫັນວ່າ ທ່ີຕັ້ງບົດບາດຂອງກະສິກຳແມ່ນສຳຄັນຍິ່ງໃນວິວັດການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ຈາກປະເທດຂາດແຄນສະບຽງອາຫານ, ຂາດແຄນເຄື່ອງນຸ່ງຮົ່ມ ມາຮອດປະຈຸບັນ ຫວຽດນາມແມ່ນປະເທດມີທີ່ຕັ້ງບົດບາດໃນເວທີສາກົນ.”
ຕາມທ່ານ ດັ້ງກີມເຊີນ ຫົວຫນ້າສະຖາບັນນະໂຍບາຍ ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມແລ້ວ, ຍ້ອນມີກົນໄກການຕະຫລາດ, ພື້ນຖານເສດຖະກິດຫວຽດນາມເວົ້າລວມ, ເສດຖະກິດກະສິກຳຊົນນະບົດເວົ້າສະເພາະໄດ້ມີບາດກ້າວຫັນປ່ຽນຢ່າງສຳຄັນ. ໃນສະພາບການໂລກເຕັມໄປດ້ວຍການຜັນແປ່ຍ້ອນ ຫວຽດນາມຍັງຮັກສາລະດັບຫລຸດຜ່ອນຄວາມທຸກຍາກສະເລ່ຍລົງ 2%/ປີ ຢ່າງລ່ຽນຕິດໃນ ຫລາຍສິບປີ, ດັ່ງນັ້ນສະຖຽນລະພາບດ້ານການເມືອງ ແລະສັງຄົມຄືປະຈຸບັນ ໃນນັ້ນ ກະສິກຳ ແລະ ພັດທະນາຊົນນະບົດສວມບົດບາດສຳຄັນ. ກະສິກຳໄດ້ສ້າງ ວຽກເຮັດງານ ແລະ ລາຍຮັບໃຫ້ແກ່ຊາວກະສິກອນເປັນສ່ວນໃຫຍ່, ພິເສດ ຢູ່ເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າສ່ວນຫນ້ອຍ.
“ກົນໄກການຕະຫລາດເອງໄດ້ເປັນການສ້າງກຳລັງຫນູນໃຫ້ແກ່ຊາວກະສິກອນ. ທຳມາຫາກິນຢ່າງມີປະສິດທິຜົນ ຈຶ່ງເຮັດໃຫ້ປະຊາຊົນມີສະຕິພ້ອມແລ້ວທີ່ຈະສຸມກຳລັງເຫື່ອແຮງ, ພູມປັນຍາ ເພື່ອນຳມາຊຶ່ງປະສິດທິຜົນຢ່າງສູງສຸດ. ບໍ່ຄ່ອຍມີຢູ່ແຫ່ງໃດໃນໂລກທ່ີວ່າ, ສະມັດຕະພາບການຜະລິດເຂົ້າຂອງປະຊາຊົນພັດບັນລຸສູງກວ່າເມື່ອທຽບໃສ່ຕົວເລກຂອງສະຖາບັນຄົ້ນຄ້ວາແຫ່ງລັດ. ກຸ້ງ, ປາຫນັງ, ກາເຟກໍບັນລຸສະມັດຕະພາບສູງຢູ່ໃນໂລກ.ຢູ່ແຫ່ງໃດ ຊາວກະສິກອນເຫັນໄດ້ວ່າຈະນຳມາຊຶ່ງຜົນປະໂຫຍດ ແລະ ປະສິດທິຜົນ, ເຮັດໃຫ້ຊີວິດເປັນປົກກະຕິ, ເຂົາເຈົ້າສຸມໃສ່ລົງທຶນຢູ່ບ່ອນນັ້ນຢ່າງວ່ອງໄວ.”
ການສົ່ງອອກເຂົ້າສານຂອງຫວຽດນາມຢືນອັນດັບ 2 ໃນໂລກ
ພ້ອມກັບບັນດານະໂຍບາຍປ່ຽນແປງໃຫມ່ພື້ນຖານເສດຖະກິດຢ່າງແຂງແຮງ, ໃນຂົງເຂດກະສິກຳ, ຍາມໃດ ພັກ, ລັດ ກໍກຳນົດທິດກ່ຽວກັບການພັດທະນາບັນດາເຂດເສດຖະກິດຈຸດສຸມຢ່າງຖືກຕ້ອງ. ໂດຍປະຕິບັດແຜນການຫັນປ່ຽນເນື້ອທີ່ປູກປ່າ ມາສູ່ການປູກຕົ້ນໄມ້ອຸດສາຫະກຳທີມີມູນຄ່າສູງ, ບັນດາທ້ອງຖິ່ນໄດ້ດຳເນີນການສຳຫລວດ, ວາງແຜນກຳນົດ, ສ້າງນັບຮ້ອຍໂຄງການເພື່ອຫັນປ່ຽນດິນປູກປ່າ, ປ່າເປົ່າຫວ່າງມາສູ່ການປູກຕົ້ນໄມ້ອຸດສາຫະກຳທີ່ມີມູນຄ່າສູງ, ປະກອບສ່ວນແກ້ໄຂວຽກເຮັດງານທຳເປັນປົກກະຕິ, ເພີ່ມລາຍຮັບໃຫ້ແກ່ຄົນງານນັບລ້ານຄົນ, ເປັນຕົ້ນແມ່ນຄົນງານຊຶ່ງແມ່ນຊາວເຜົ່າສ່ວນຫນ້ອຍຢູ່ກັບທີ່.
ນັບແຕ່ເມື່ອພັກກອມມູນິດຫວຽດນາມ ວາງອອກມະຕິເລກທີ 26 ກ່ຽວກັບກະສິກຳ, ຊົນນະບົດ ແລະ ຊາວກະສິກອນ ເມື່ອປີ 2008, ໂຄງການສ້າງຮູບແບບຊົນນະບົດໃຫມ່ໄດ້ຮັບການຜັນຂະຫຍາຍໃນປີ 2009 ຢູ່ 11 ຕາແສງທົດລອງ, ທີ່ຕາງຫນ້າໃຫ້ທຸກແຖບຖິ່ນໃນທົ່ວປະເທດ ແລະ ມາຮອດປະຈຸບັນ, ໂຄງການດັ່ງກ່າວໄດ້ສ້າງສຳເລັດໃນຂັ້ນຕົ້ນ ແລະ ບັນລຸໝາກຜົນດີພໍສົມຄວນ. ບົນພື້ນຖານນັ້ນ, ຫວຽດນາມ ໄດ້ສ້າງໂຄງການຈຸດໝາຍແຫ່ງຊາດກ່ຽວກັບການສ້າງເຂດຊົນນະບົດໃຫມ່ໄລຍະ 2010 - 2020, ຕາມນັ້ນແລ້ວ ສູ້ຊົນຮອດປີ 2015 ທັງປະເທດຈະມີ 20% ຈຳນວນຕາແສງບັນລຸມາດຕະຖານເຂດຊົນນະບົດໃຫມ່. ທ່ານ ດັ້ງກີມເຊີນ, ຫົວຫນ້າສະຖາບັນນະໂຍບາຍ ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ເນັ້ນຫນັກວ່າ:
“ບົດບາດພິເສດຂອງກະສິກຳ ແລະ ເສດຖະກິດຊົນນະບົດໃນ 25 ປີຜ່ານມາ ແມ່ນຫນຶ່ງໃນບັນດາປັດໃຈບຸກທະລຸຊຶ່ງພວກເຮົາໄດ້ຮັບຮູ້. ແລະ ປັດໃຈນັ້ນສືບຕໍ່ໄດ້ຮັບການຮັບຮູ້ໃນອະນາຄົດ ເພາະວ່າ ຕາມການຄາດຄະເນໃນໄລຍະ 50 ປີຈະມາເຖິງ, ລາຄາຜະລິດຕະພັນກະເສດຢູ່ໃນໂລກເພີ່ມຂຶ້ນສູງ ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ວິວັດການຂາດແຄນຂອງເຊື້ອໄຟ. ສະນັ້ນ ຄວາມສາມາດໃນການພັດທະນາຂອງກະສິກຳໃນອະນາຄົດແມ່ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງທີ່ບໍ່ເຄີຍມີມາກ່ອນ.”
ໂດຍເສີມຂະຫຍາຍຜົນງານທີ່ບັນລຸໄດ້ໃນກວ່າ 25 ປີ ແຫ່ງການປ່ຽນແປງໃຫມ່, ກະສິກຳ ຫວຽດນາມ ພວມສືບຕໍ່ຜັນຂະຫຍາຍບັນດານະໂຍບາຍສຳຄັນຢ່າງແຂງແຮງ, ເພື່ອເຮັດໃຫ້ກະສິກຳພັດທະນາຢ່າງສອດຄ່ອງກັບຄວາມສາມາດບົ່ມຊ້ອນ ແລະ ມີລະດັບຂອບຂະຫນາດໃຫຍ່ຫລວງກວ່າເກົ່າ. /.
ແອນຮ່ວຽນ