ຂໍ້ຕົກລົງ Minsk 2 ຖືກຍົກອອກມາ ພາຍຫຼັງຂໍ້ຕົກລົງສະບັບທຳອິດໄດ້ຮັບການລົງນາມເມື່ອເດືອນ 09/2014 ຖືກປະລາໄຊ, ພາໄປເຖິງການປະທະກັນທີ່ຮ້າຍແຮງ. ຕາມນັ້ນແລ້ວ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບຕໍ່ທັດສະນະຕ້ອງປະຕິບັດຂໍ້ຕົກລົງ Minsk ທີ່ໄດ້ຮັບຮອງເອົາກ່ອນນັ້ນ; ທີ່ 2 ແມ່ນຂັ້ນຕອນການປະຕິບັດວຽກງານນີ້ແມ່ນຄືແນວໃດ. ພາຍຫຼັງເຫດການນີ້, ກຸ່ມຕິດຕໍ່ 3 ຝ່າຍ (ລວມມີ ຢູແກຼນ, ລັດເຊຍ ແລະ ອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມື ເອີລົບ OSCE, ດ້ວຍການເຂົ້າຮ່ວມຂອງການນຳ "2 ປະເທດ, ປະເທດສາທາລະນະ" ແຍກຕົວອອກ Donetsk ແລະ Lugansk) ເຊິ່ງໄດ້ຈັດກອງປະຊຸມເປັນປະຈຳເດືອນລະ 2 ຄັ້ງຢູ່ Minsk, ນອກນັ້ນ, ເມື່ອມີຄວາມຈຳເປັນຍັງຕິດຕໍ່ຜ່ານໂທລະສັບອີກ.
ບໍ່ຊ່ວຍຢຸດຕິການໃຊ້ຄວາມຮຸນແຮງ
ຂໍ້ຕົກລົງ Minsk 2 ໄດ້ຮັບຮູ້ເລື່ອງຢຸດຕິການປະທະກັນ ແລະ ວາງອອກຂັ້ນຕອນທີ່ສັບສົນເພື່ອຮັບປະກັນໃຫ້ສັນຕິພາບ. ເນື້ອໃນແທ້ຈິງຂອງ Minsk 2 ແມ່ນຮຽກຮ້ອງຄຳສັ່ງຢຸດຍິງຢ່າງຮອບດ້ານໂດຍທັນທີ ແລະ ເລື່ອງຖອນອາວຸດປະເພດໜັກອອກຈາກສະໜາມຮົບໂດຍໄວ. ມັນອະນຸຍາດໃຫ້ຢູແກຼນ ຄວບຄຸມເຂດຊາຍແດນຂອງເຂົາເຈົ້າກັບລັດເຊຍ ດ້ວຍເງື່ອນໄຂຢູແກຼນ ຕ້ອງປ່ຽນແປງນະໂຍບາຍເພື່ອມອບກົນໄກພິເສດໃຫ້ອຳນາດການປົກຄອງທ້ອງຖິ່ນຊົ່ວຄາວ ຢູ່ບັນດາເຂດແຍກຕົວອອກທີ່ຕິດກັບປະເທດລັດເຊຍ ກ່ອນທ້າຍປີ 2015. ເຖິງຢ່າງໃດກໍ່ຕາມ, ຄວາມຈິງໄດ້ຊີ້ໃຫ້ເຫັນວ່າ, ບໍ່ມີເງື່ອນໄຂໃດທີ່ຍົກອອກມາໄດ້ຮັບການປະຕິບັດຢ່າງເຖິງຖອງເທື່ອ. 2 ປີຜ່ານໄປແລ້ວ, ແຕ່ບັນດາການປະທະກັນຍັງຄົງສືບຕໍ່ເກີດຂຶ້ນຢູ່. ຊ້ຳບໍ່ໜຳ, ອາດເວົ້າໄດ້ວ່າ ຂໍ້ຕົກລົງດັ່ງກ່າວບໍ່ມີເວລາໃດຊ່ວຍຢຸດຕິສະພາບການໃຊ້ຄວາມຮຸນແຮງ ແລະ ບັນດາຄວາມລະແວງສົງໄສຢ່າງເລິກເຊິ່ງ ທີ່ກີດຂວາງວິວັດທະນາການກ້າວໄປເຖິງມາດຕະການແກ້ໄຂດ້ານການເມືອງໄດ້ເທື່ອ. ມາຮອດປະຈຸບັນ, ຈຳນວນຜູ້ເສຍຊີວິດໄດ້ຂຶ້ນເຖິງ 10.000 ຄົນ. ໃນຊຸມເດືອນທ້າຍປີ 2016, ຕົ້ນປີ 2017, ມີຫົວໜ້າຂັ້ນສູງຫຼາຍຄົນທີ່ມີຜົນສະທ້ອນຢ່າງແຮງເຖິງບັນດາເຂດແຍກຖືກເສຍຊີວິດ ແລະ ຖືກກ່າວຫາວ່າ ຍ້ອນກຳລັງປະຕິບັດໜ້າທີ່ພິເສດຢູແກຼນ ລອບສັງຫານ.ຫວ່າງແລ້ວນີ້, ເຂດ Svetlodarsk ໄດ້ກາຍເປັນຈຸດຮ້ອນເຮັ່ງ, ແລ້ວປິນຂັ້ນໄດເປັນການຮົບຢູ່ Avdeevka ແຕ່ວັນທີ 29/01/2017, ເຮັດໃຫ້ຢູແກຼນ ຕ້ອງຈັດກອງປະຊຸມຜິດປົກກະຕິສະພາຄວາມໝັ້ນຄົງສະຫະປະຊາຊາດ. ໃນຂະນະນັ້ນ, ວັນທີ 13/02, ໂຄສົກຄະນະກຳມະການສືບສວນລັດເຊຍ Svetlana Petrenko ພັດກ່າວຫາກອງທັບ ຢູແກຼນ ລະເມີດຂໍ້ຕົກລົງຢຸດຍິງ Minsk ກໍ່ຄືສົນທິສັນຍາ Geneva ກ່ຽວກັບການປົກປ້ອງສາມັນຊົນໃນສົງຄາມ ເມື່ອດັບສູນສາມັນຊົນ ແລະ ທຳລາຍເຮືອນຊານຢູ່ເຂດນີ້. ໃນຂະນະທີ່ການປະທະກັນບໍ່ທັນຢຸດຕິ, ເຂດກວ້າງໃຫຍ່ຢູ່ ຢູແກຼນ ຕາເວັນອອກ, ເຊິ່ງເຄີຍແມ່ນໃຈກາງຜະລິດຖ່ານຫີນ ແລະ ເຫຼັກກ້າ ຍັງຄົງຖືກ 2 ປະເທດ “ສາທາລະນະລັດປະຊາຊົນ” ອ້າງຊື່ເອງ Lugansk ແລະ Donetsk ຄວບຄຸມ. ນອກນັ້ນ, ບັນດາພາກສ່ວນທວງເອົາເອກະລາດທີ່ຍັງບໍ່ທັນຈັດຕັ້ງບັນດາການເລືອກຕັ້ງ ໂດຍອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ (OSCE) ຕິດຕາມກວດກາຈັກເທື່ອ, ແຕ່ຕາມກົດໝາຍ ຢູແກຼນ, ເຊິ່ງໄດ້ລະບຸໄວ້ໃນຂໍ້ຕົກລົງນີ້. ພາກສ່ວນນີ້ພັດໄດ້ຈັດຕັ້ງການເລືອກຕັ້ງຕາມວິທີສະເພາະ.
ໃນສະພາບການນັ້ນ, ຈຸດຕັ້ງໜ້າໜຶ່ງດຽວເມື່ອໃຫ້ຂໍ້ສັງເກດກ່ຽວກັບສະພາບຕົວຈິງແຫ່ງການປະຕິບັດຂໍ້ຕົກລົງ Minsk 2 ນັ້ນແມ່ນ ເຖິງວ່າການປະທະກັນດ້ວຍກຳລັງອາວຸດຢູ່ຢູແກຼນ ຕາເວັນອອກ ຍັງບໍ່ທັນຢຸດຕິລົງກໍ່ຕາມ, ແຕ່ໃນຈຸດເວລານັບແຕ່ນັ້ນມາຮອດປະຈຸບັນກໍ່ບໍ່ໄດ້ເກີດການປະທະກັນໃນບໍລິເວນທີ່ກວ້າງຂວາງຢູ່.
ສືບຕໍ່ຊຸກຍູ້ບັນດາມາດຕະການດ້ານການທູດ
ເລື່ອງລະບອບຢຸດຍິງຖືກລະເມີດເປັນປະຈຳ ແລະ ການປະທະກັນດ້ວຍກຳລັງປະກອບອາວຸດບໍ່ໄດ້ຮັບການແກ້ໄຂ ເຮັດໃຫ້ຫຼາຍຄົນຖືວ່າ, ຂໍ້ຕົກລົງນີ້ຕ້ອງໄດ້ຮັບການປ່ຽນແປງ. ຕາມນັກຊ່ຽວຊານຄົ້ນຄວ້າສະພາບການສາກົນ Andrei Buzarov (ຢູແກຼນ) ແລ້ວ, ໜ້າທີ່ຕົ້ນຕໍຂອງຂໍ້ຕົກລົງ Minsk 2 ແມ່ນແກ້ໄຂ, ຫາກບໍ່ແມ່ນຢຸດຕິການປະທະກັນ. ສະນັ້ນ, ວິທີການເຈລະຈາຕ້ອງໄດ້ຮັບການປ່ຽນແປງ, ເຖິງວ່າບັນດາຝ່າຍຍັງບໍ່ທັນກະກຽມໃຫ້ສິ່ງນັ້ນ. ເລື່ອງນີ້ສາມາດປະຕິບັດໄດ້ດ້ວຍວິທີເປີດກວ້າງພາກສ່ວນເຂົ້າຮ່ວມການເຈລະຈາ, ໝາຍຄວາມວ່າ ເພີ່ມເຕີ່ມບັນດາຄູ່ຮ່ວມມືຍຸດທະສາດສຳຄັນ ຫຼື ກົງກັນຂ້າມ, ຫຼຸດຜ່ອນຈຳນວນຝ່າຍເຂົ້າຮ່ວມ, ພຽງເຫຼືອຢູແກຼນ ແລະ ລັດເຊຍ ເທົ່ານັ້ນ. ແລະ 2 ຝ່າຍຕ້ອງຊອກຫາທັດສະນະລວມໂດຍກົງ ຫາກບໍ່ຕ້ອງການມີການໜູນຊ່ວຍຂອງຄົນກາງໄກ່ເກ່ຍ.
ໃນຂະນະນັ້ນ, ໃນການໂອ້ລົມທາງໂທລະສັບ ວັນທີ 07/02, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ກໍຮຽກຮ້ອງຟື້ນຟູຄຳສັ່ງຢຸດຍິງ, ຢຸດຕິການປະທະກັນຢູ່ຢູແກຼນ ຕາເວັນອອກ ໂດຍທັນທີ. ການນຳ 2 ທ່ານລ້ວນແຕ່ສະໜັບສະໜູນການເພີ່ມທະວີຄວາມມານະພະຍາຍາມທາງການທູດ ເພື່ອແນໃສ່ສົມທົບກັນແກ້ໄຂການປະທະກັນໂດຍສັນຕິພາບ. ພິເສດ, 2 ຝ່າຍໄດ້ເຕື້ອງເຖິງບັນດາການພົບປະຂັ້ນລັດຖະມົນຕີການຕ່າງປະເທດ ໃນໄລຍະຈະມາເຖິງ ແລະ ຂັ້ນຜູ້ຊ່ວຍວຽກປະມຸກລັດ ຕາມລະບຽບການກຸ່ມ 4 ຝ່າຍ Normandy (ເຊິ່ງລວມມີ ລັດເຊຍ, ເຢຍລະມັນ, ຝລັ່ງ, ຢູແກຼນ) ຫຼັງຈາກນັ້ນສືບຕໍ່ປຶກສາຫາລືຢູ່ຂັ້ນສູງກວ່າ. ທ່ານ Putin ແລະ ທ່ານນາງ Merkel ກໍເຫັນດີຕໍ່ເລື່ອງຟື້ນຟູກົນໄກຢຸດຍິງຢູ່ ຢູແກຼນ ໂດຍໄວ, ພ້ອມທັງສະໜັບສະໜູນບັນດາຄວາມມານະພະຍາຍາມຂອງຄະນະຕິດຕາມກວດກາພິເສດຂອງ OSCE.
ຂໍ້ຕົກລົງ Minsk 2 ຍັງບໍ່ທັນເສີມຂະຫຍາຍຜົນປະໂຫຍດຢ່າງແທ້ຈິງ ພາຍຫຼັງ 2 ປິີທີ່ໄດ້ຮັບການລົງນາມ. ນີ້ແມ່ນສິ່ງທີ່ໜ້າເສຍດາຍສຳລັບຂໍ້ຕົກລົງສັນຕິພາບ. ສິ່ງນັ້ນສະແດງໃຫ້ເຫັນວ່າ, ເຖິງເວລາແລ້ວທີ່ບັນດາຝ່າຍກ່ຽວຂ້ອງຕ້ອງນັ່ງນຳກັນເພື່ອຊອກຫາມາດຕະການເໝາະສົມໃນເລື່ອງຢຸດຕິການປະທະກັນຢູ່ຢູແກຼນ ຕາເວັນອອກ.