(vovworld) - ລັດທິປະຊານິຍົມນັບມື້ນັບພວມແຜ່ລາມອອກຢ່າງກ້ວາງຂວາງຢູ່ ເອີລົບ. ໃນຊຸມປີມໍ່ໆມານີ້, ໝາກຜົນຂອງການເລືອກຕັ້ງຢູ່ບັນດາລັດຖະສະພາຂັ້ນທ້ອງຖິ່ນ, ລັດ, ລະດັບຊາດຢູ່ຫຼາຍປະເທດໄດ້ສ່ອງແສງໃຫ້ເຫັນຜົນສຳເລັດຂອງບັນດາພັກປະຊານິຍົມ. ພິເສດ, ນັບແຕ່ທ້າຍປີ 2016 ມາຮອດປະຈຸບັນ, ໄດ້ເຫັນປະຈັກຕາການພັດທະນາຢ່າງແຮງຂອງລັດທິປະຊານິຍົມຢູ່ຫຼາຍປະເທດ ເອີລົບ ແລະ ລັດທິປະຊານິຍົມພວມກາຍເປັນຄວາມວິຕົກວັງວົນລວມສຳລັບບັນດາພັກປະຊາທິປະໄຕ, ບັນດາອົງການສັງຄົມຢູ່ ເອີລົບຢ່າງແທ້ຈິງ.
ວາລະປະຊຸມຂອງລັດຖະສະພາ ເອີລົບ ຢູ່ Strasbourg, ພາກຕາເວັນອອກ ຝຣັ່ງ ໃນວັນທີ 14/3
(ພາບ: AFP/ TTXVN)
|
ລັດທິປະຊານິຍົມໄດ້ນິຍາມຄືດັ່ງການຕໍ່ສູ້ທາງດ້ານການເມືອງ, ເຊິ່ງແມ່ນຮູບການການເມືອງ ເຊິ່ງຜູ້ຕາງໜ້າໃຫ້ບັນດາພັກຝ່າຍການເມືອງນຳໃຊ້ເພື່ອກ່າວໂຈມຕີ ແລະ ກ່າວຫາກັນໃນບັ້ນເຄື່ອນໄຫວຫາສຽງເລືອກຕັ້ງ. ລັດທິປະຊານິຍົມບໍ່ເດີນຕາມລະບົບຄຸນຄ່າໃດໜຶ່ງເພື່ອຈຳແນກກັບບັນດາລະບົບແນວຄິດອື່ນ, ດັ່ງນັ້ນ, ລັດທິປະຊານິຍົມໄດ້ປະກົດອອກໃນທຸກໆພັກຝ່າຍ (ພັກຝ່າຍຊ້າຍ, ພັກຝ່າຍຂວາ, ພັກກ້າວໜ້າ, ພັກຮັກສາເດີມ) ພາຍໃຕ້ບັນດາພັກການເມືອງຄັດຄ້ານ ຫຼື ບັນດາຂະບວນການສັງຄົມ.
ເປັນຫຍັງລັດທິປະຊານິຍົມພັດທະນາຢ່າງແຮງ?
ວິວັດການຫັນເສດຖະກິດເປັນໂລກາພິວັດໄດ້ຍູ້ແຮງຄວາມແຕກໂຕ່ນກັນລະຫວ່າງບັນດາພາກສ່ວນໄດ້ຮັບຜົນປະໂຫຍດ ແລະ ບັນດາພາກສ່ວນຖືກເສຍປຽບ. ໄພຫວ່າງງານບໍ່ພຽງແຕ່ນາບຂູ່ຕໍ່ຊົນຊັ້ນກຳມະກອນ, ພາລະກອນເທົ່ານັ້ນ ຫາກນັບທັງຊົນຊັ້ນກາງກໍ່ມີຄວາມເປັນຫ່ວງຕໍ່ໜ້າສະພາບການຊຸດໂຊມຂອງສັງຄົມອີກດ້ວຍ. ວິກິດການດ້ານເສດຖະກິດ ແລະ ສັງຄົມແມ່ນກາລະໂອກາດຊ່ວຍໃຫ້ລັດທິປະຊານິຍົມມີຜູ້ມີສິດເລືອກຕັ້ງຕື່ມອີກ. ອີກບັນຫາໜຶ່ງ, ຮູບແບບ ເອີລົບ ໝັ້ນໝາຍຈະສ້າງຄວາມດຸ່ນດ່ຽງລະຫວ່າງຕະຫຼາດ ແລະ ການຮັບປະກັນຊີວິດສັງຄົມ, ແຕ່ສະພາບການຕົວຈິງບໍ່ຄືແນວນັ້ນ. ບາງທ້ອງຖິ່ນດ້ອຍພັດທະນາບໍ່ມີກຳລັງຄວາມແກ່ງແຍ້ງຢ່າງພຽງພໍຕໍ່ການບຸກໂຈມຕີຂອງວິວັດການໂລກາພິວັດ ໄດ້ພາໄປເຖິງເກີດການຂັດແຍ້ງກັນລະຫວ່າງບັນດາຊົນຊັ້ນໃນສັງຄົມ. ວົງການກຳມະກອນ ແລະ ຊົນຊັ້ນກາງ ມີທ່າທີປະຕິເສດ ເອີລົບ ຢ່າງແຮງທີ່ສຸດ.
ຜົນສຳເລັດຂອງລັດທິປະຊານິຍົມໃນໄລຍະຜ່ານມາໂດຍອີງໃສ່ຄວາມບໍ່ພໍໃຈຂອງຜູ້ມີສິດເລືອກຕັ້ງກ່ຽວກັບບັນດາລັດຖະນະໂຍບາຍຂອງພັກກຳອຳນາດ ຫຼື ສະພາບການເສື່ອມທາດຂາດຄຸນຂອງຊົນຊັ້ນຍອດຍິ່ງການເມືອງໃນສັງຄົມ. ສິ່ງດັ່ງກ່າວອາດຈະສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານທັດສະນະຄັດຄ້ານການຮັບຊາວອົບພະຍົບ, ຄວາມລະແວງສົງໄສອິດສະລາມ, ປະຕິເສດການສົມລົດຂອງກຸ່ມຄົນຮັກເພດດຽວກັນ, ຢູ່ຫຼາຍປະເທດເອີລົບໃນໄລຍະຜ່ານມາ. ການລົງປະຊາມະຕິເມື່ອເດືອນ 6/2016 ຢູ່ ອັງກິດ ດ້ວຍໝາກຜົນວ່າ ປະຊາຊົນປະເທດອັງກິດ ໄດ້ເລືອກເອົາການຖອນອອກຈາກສະຫະພາບເອີລົບ (ອີຢູ), ຍັງເອີ້ນວ່າ Brexit ໄດ້ຮັບຖືວ່າແມ່ນຈຸດສູງສຸດຂອງກະແສຟອງລັດທິປະຊານິຍົມບຸກໂຈມຕີເຂົ້າບັນດາກຳແພງຂອງ ເອີລົບ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ອີຕາລີ Matteo Renzi ໄດ້ລາອອກຈາກຕຳແໜ່ງ ພາຍຫຼັງທີ່ປະລາໄຊໃນການລົງປະຊາມະຕິກ່ຽວກັບການປະຕິຮູບລັດຖະທຳມະນູນ. ການປະລາໄຊຂອງທ່ານ Renzi ໄດ້ຮັບຖືວ່າແມ່ນກາລະໂອກາດເພື່ອໃຫ້ບັນດາຜູ້ສະໜັບສະໜູນແນວຄວາມຄິດປະຊານິຍົມຕ້ານຄືນບັນດາຫຼັກການສັງຄົມ, ການເມືອງ ແລະ ເສດຖະກິດທີ່ເປັນມູນເຊື້ອ.
ສຸມກຳລັງແຮງໃນການເຄື່ອນໄຫວເພື່ອຮັບມື
ວົງການນັກໄຈ້ແຍກມີຄວາມວິຕົກວັງວົນວ່າ ປີນີ້ລັດທິປະຊານິຍົມ ອາດຈະແຜ່ລາມອອກຢ່າງກ້ວາງຂວາງກ່ວາຢູ່ ເອີລົບ. ເຖິງວ່າລັດທິປະຊານິຍົມບໍ່ຍາດໄດ້ໄຊຊະນະໃນການເລືອກຕັ້ງທີ່ຜ່ານມາຢູ່ ໂຮນລັງ ກໍ່ຕາມແຕ່ໄລຍະຈະມາເຖິງ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel, ເຊິ່ງແມ່ນຜູ້ໃນໄລຍະ 2 ປີຜ່ານມາໄດ້ເປີດປະຕູຮັບຊາວອົບພະຍົບຫຼາຍຄົນ, ໄດ້ອອກສະໝັກເລືອກຕັ້ງອີກຄັ້ງໜຶ່ງ. ກາລະໂອກາດເພື່ອໃຫ້ທ່ານນາງ Angela Merkel ສືບຕໍ່ໄດ້ຮັບໄຊຊະນະແມ່ນນ້ອຍທີ່ສຸດ, ໃນຂະນະທີ່ພັກ AfD ຕ້ານຊາວອົບພະຍົບເຂົ້າເມືອງ ແລະ ຕ້ານຊາວມຸດສະລິມ. ນອກນັ້ນ, ທ່ານນາງ Angela Merkel ຍັງຖືກຕຳໜິຕິຕຽນພາຍໃນພັກຂອງຕົນຢ່າງຮຸນແຮງ.
ໃນຂະນະນັ້ນ, ວິວັດການ Brexit ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ວິວັດການເຄື່ອນໄຫວຕາມມາດມາດຕະ 50 ສົນທິສັນຍາ Lisbon ເພື່ອໃຫ້ ອັງກິດ ຖອນອອກຈາກສະຫະພາບ ເອີລົບ (ອີຢູ) ພວມດຳເນີນບັນດາບາດກ້າວທຳອິດ. ວິວັດການຖອນ ອັງກິດ ອອກຈາກ ສະຫະພາບເອີລົບ (ອີຢູ) ແກ່ຍາວເປັນເວລາ 2 ປີ, ແຕ່ບັນດາຄວາມຂາດສະຖຽນລະພາບເກືອບຄືວ່າໄດ້ສົ່ງຜົນສະທ້ອນເຖິງແງ່ຫວັງການເຕີບໂຕຂອງ ອັງກິດ ກໍ່ຄືບັນດາຄວາມຫວັງກ່ຽວກັບການເຈລະຈາກ່ຽວກັບບັນດາສັນຍາການຄ້າ 2 ຝ່າຍກັບບັນດາປະເທດນອກ ອີຢູ. ເມື່ອຕີລາຄາກ່ຽວກັບໄລຍະທາງທີ່ຫຍຸ້ງຍາກໃນຕໍ່ຫນ້າ ເມື່ອ ອັງກິດ ຊອກວິທີສ້າງ ບັນດາການພົວພັນດ້ານເສດຖະກິດ ແລະ ການຄ້າໃຫມ່, ວົງການນັກຊ່ຽວຊານກ່າວເຕືອນວ່າ: ເລື່ອງອັງກິດ ຖອນອອກຈາກ ອີຢູ ພຽງແມ່ນບາດກ້າວເດີນທຳອິດຂອງວິວັດການນີ້. ອັງກິດ ຕ້ອງສ້າງນະໂຍບາຍການຄ້າໃຫມ່ ອາດຈະຖືກເສຍເວລາເຖິງ 20 ປີ.
ລັດທິປະຊານິຍົມ ແມ່ນຄວາມວິຕົກກັງວົນລວມຢ່າງແທ້ຈິງສຳລັບບັນດາພັກການເມືອງປະຊາທິປະໄຕ, ບັນດາອົງການສັງຄົມ ແລະ ວົງການສື່ສານ ຢູ່ ເອີລົບ ປະຈຸບັນ. ບໍ່ຮູ້ຈັກວ່າ ລັດທິປະຊານິຍົມຄົງຕົວຢູ່ໄດ້ດົນປານໃດ ຈະອີງໃສ່ບັນດາມາດຕະການຟື້ນຟູສິດກຳອຳນາດ ແລະ ປະສິດທິຜົນການເຄື່ອນໄຫວດ້ານການເມືອງຂອງບັນດາອຳນາດການປົກຄອງປະຊາທິປະໄຕຢູ່ ເອີລົບ. ເປັນທີ່ຈະແຈ້ງແລ້ວວ່າ, ລັດທິປະຊານິຍົມ ຫລື ລັດທິປະຊານິຍົມຝ່າຍຂວາ ພວມແມ່ນປະກົດການຂອງບັນດາລະບອບປະຊາທິປະໄຕຝ່າຍຕາເວັນຕົກ, ໃນສະພາບຄວາມບໍ່ສະເຫມີພາບໃນສັງຄົມເພີ່ມຂຶ້ນ ອາດຈະສວມບົດບາດຕັດສິນຊີ້ຂາດສຳລັບການເລືອກເຟັ້ນຂອງຜູ້ມີສິດເລືອກຕັ້ງ. ຖ້າຫາກລັດຖະບານບັນດາປະເທດຝ່າຍຕາເວັນຕົກ ບໍ່ມີຄວາມມານະພະຍາຍາມກວ່າອີກ ເພື່ອແກ້ໄຂຫລາຍບັນຫາກ່ຽວກັບເສດຖະກິດ ແລະສັງຄົມ ຊື່ງເຂົາເຈົ້າພວມປະເຊີນຫນ້າ, ລັດທິປະຊານິຍົມ ຈະສືບຕໍ່ ກໍ່ໃຫ້ເກີດການຜັນແປໃຫມ່ຫລາຍຢ່າງຕື່ມອີກ.