ການພົວພັນລະຫວ່າງລັດເຊຍ - ຢູແກຼນພວມກ້າວສູ່ໄລຍະຄົດລ້ຽວທີ່ເປັນ ອັນຕະລາຍຄັ້ງໃໝ່. ໂດຍບໍ່ຫົວຊາຕໍ່ບັນດາຄຳຖະແຫຼງການທີ່ມີເຈດຕະນາດີຂອງການນຳ 2 ປະເທດ, ພາຍຫຼັງທີ່ຢູແກຼນມີປະທານາທິບໍດີຄົນໃໝ່, ບັນດາການກະທຳໃນປະຈຸບັນໄດ້ສະແດງໃຫ້ເຫັນວ່າ ຄວາມມານະອົດທົນຂອງບັນດາຝ່າຍພວມຄ່ອຍສູນຫາຍໄປ ແລະ ຍູ້ການພົວພັນກ້າວໄປເຖິງການປະທະກັນຢ່າງຮ້າຍແຮງໃນໄວໆນີ້.
ກອງທັບຢູແກຼນ (ພາບ:AP)
|
ໃນການກະທຳທີ່ເຮັດໃຫ້ເພີ່ມຄວາມເຄັ່ງຕຶງລະຫວ່າງ 2 ປະເທດ, ວັນທີ 17/6, ລັດເຊຍໄດ້ຍືນສະເໜີມະຕິສະບັບໜຶ່ງກ່ຽວກັບຢູແກຼນຂຶ້ນຕໍ່ສະພາຄວາມໝັ້ນຄົງ ສ.ປ.ຊ, ໃນນັ້ນ ໄດ້ກ່າວປະນາມການຍິງປືນໃຫຍ່, ພິເສດແມ່ນຢູ່ບໍລິເວນພາກຕາເວັນອອກ, ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ, ອອກຄຳສັ່ງຢຸດຍິງເພື່ອສົນທະນາ, ພ້ອມທັງຮຽກຮ້ອງໃຫ້ເປີດການສືບສວນກ່ຽວກັບການຕາຍຂອງນັກຂ່າວລັດເຊຍ 2 ຄົນຢູ່ຢູແກຼນ.
ໂດຍໄດ້ຕອບໂຕ້ຄືນ, ວັນທີ 17/6, ສະພາແຫ່ງຊາດຢູແກຼນກໍໄດ້ຮັບຮອງເອົາມະຕິກ່ຽວກັບບັນຫາເພີ່ມທະວີການຄວບຄຸມເຂດຊາຍແດນທາງທິດຕາເວັນອອກກັບລັດເຊຍ. ຕາມນັ້ນແລ້ວ, ໃນເວລາ 1 ເດືອນ, ອົງການປ້ອງກັນຊາຍແດນຢູແກຼນ ໄດ້ເພີ່ມຈຳນວນພາລະກອນຂຶ້ນຫຼາຍພໍສົມຄວນເພື່ອສາມາດຄວບຄຸມຢ່າງແໜ້ນແຟ້ນ ເຂດຊາຍແດນທາງທິດຕາເວັນອອກກັບລັດເຊຍ, ນັບທັງຢູ່ບັນດາບໍລິເວນທີ່ບໍ່ມີການສູ້ຮົບ. ນອກຈາກນັ້ນ, ຢູແກຼນໄດ້ອອກຄຳສັ່ງໃຫ້ບັນດາກຳລັງທີ່ມີໜ້າທີ່ ກຳນົດບັນດາເອກະສານເພື່ອແບ່ງກຳນົດຊາຍແດນກັບ ລັດເຊຍ. ຢູແກຼນ ກໍພວມພິຈາລະນາການຫ້າມຖ່າຍທອດເພີ່ມເຕີມ 4 ຊ່ອງໂທລະພາບຂອງ ລັດເຊຍ, ອັນໄດ້ຍົກຈຳນວນ ຊອງໂທລະພາບຂອງ ລັດເຊຍຖືກຫ້າມຖ່າຍທອດຢູ່ ຢູແກຼນຂຶ້ນເຖິງ 8 ຊ່ອງ. ນອກຈາກນັ້ນ, ປະທານາທິບໍດີຢູແກຼນ Petro Poroshenko ກໍໄດ້ອອກຄຳສັ່ງເກືອດຫ້າມທຸກການຮ່ວມມືໃນຂົງເຂດອຸດສາຫະກຳການທະການກັບລັດເຊຍ.
ການພົວພັນທີ່ນັບມື້ນັບຊົ່ວຮ້າຍລົງ.
ການພົວພັນລະຫວ່າງ 2 ປະເທດບ້ານໃກ້ເຮືອນຄຽງ ລັດເຊຍ - ຢູແກຼນພວມ ນັບມື້ນັບຊົ່ວຮ້າຍລົງ ພາຍຫຼັງທີ່ມົດສກູຢຸດຕິການສະໜອງອາຍແກັສໃຫ້ແກ່ ຢູແກຼນ. ໃນສະພາບຄວາມເຄັ່ງຕຶງຄືປະຈຸບັນ, ການແຫ່ຂະບວນປະທ້ວງ, ບຸກໂຈມຕີຢູ່ນອກສະຖານທູດລັດເຊຍປະຈຳກີແອບ ຍິ່ງເປັນການຖອກນ້ຳມັນໃສ່ແປວໄພ, ຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ຊົ່ວຮ້າຍລົງໃນລະດັບຕ່ຳສຸດໃນຫຼາຍປີທີ່ຜ່ານມາ. ຝ່າຍມົດສກູ ໄດ້ກ່າວຫາຕຳຫຼວດ ຢູແກຼນ ບໍ່ມີການກະທຳຫຍັງເລີຍເພື່ອສະກັດກັ້ນການບຸກໂຈມຕີ. ບໍ່ພຽງແຕ່ເຊັ່ນນັ້ນ, ຜູ້ຮັກສາການລັດຖະມົນຕີ ຢູແກຼນ Andriy Deshchytsia ຍັງກໍ່ໃຫ້ເກີດເຫດວຸ່ນວາຍໃນປະຫວັດການທູດຂອງ 2 ປະເທດ ຂະນະທີ່ບໍ່ສາມາດລະງັບໃຈ ໄດ້ມີຄຳເວົ້າແຕະຕ້ອງເຖິງກຽດສັກສີຂອງປະທານາທິບໍດີລັດເຊຍ Putin.
ວິທີການແກ້ໄຂໂດຍບໍ່ກຳນົດໄດ້ໝາກຜົນ
ແຕ່ໃນການກະທຳອັນໜຶ່ງທີ່ຮັບຖືວ່າ ແມ່ນບາດກ້າວເດີນທຳອິດເພື່ອແນໃສ່ບັນເທົ່າຄວາມເຄັ່ງຕຶງກັບມົດສກູນັ້ນ, ວັນທີ 18/6, ປະທານາທິບໍດີຢູແກຼນ Petro Poroshenko ໄດ້ຖະແຫຼງປະກາດຄຳສັ່ງຢຸດຍິງແຕ່ລຳພັງຝ່າຍດຽວ, ຖະແຫຼງພ້ອມແລ້ວຈະປະຕິບັດການຜ່ອນສັ້ນຜ່ອນຍາວກັບຝ່າຍລຸກຮຶ້ຂຶ້ນໃນຂັ້ນຕໍ່ໄປ, ໃນນັ້ນ ມີການປະຕິຮູບລັດຖະທຳມະນູນຢ່າງຮອບດ້ານ. ປະທານາທິບໍດີຢູແກຼນ Petro Poroshenko ຍັງໃຫ້ຄຳໝັ້ນສັນຍາ ປະກາດແຜນການສັນຕິພາບຮອບດ້ານ 14 ຂໍ້, ແນໃສ່ບັນເທົ່າຄວາມເຄັ່ງຕຶງໃນການປະທະກັນທີ່ພວມປີນຂັ້ນໄດຢູ່ ຢູແກຼນ, ແຕ່ກໍເນັ້ນໜັກວ່າ ກຳນົດເວລາຂອງຄຳສັ່ງຢຸດຍິງນີ້ ແມ່ນພຽງສັ້ນໆເທົ່ານັ້ນ.
ຕາມບັນດານັກໄຈ້ແຍກແລ້ວ, ແຜນການຢຸດຍິງນີ້ ພຽງແຕ່ມີລັກສະນະເປັນຮູບການ, ແມ່ນວິທີການແກ້ໄຂຕາມສະພາບການ ໂດຍມີການຄິດໄລ່, ຍ້ອນ ຄຳສັ່ງຢຸດຍິງນີ້ ບໍ່ລວມທັງບັນດາການສົນທະນາເທົ່ານັ້ນ, ຫາກພຽງແຕ່ແມ່ນຄຳຮຽກຮ້ອງບັນດາກຸ່ມປະກອບອາວຸດຈົ່ງວາງອາວຸດ ແລະ ອອກຈາກ ຢູແກຼນ. ໃນຂະນະທີ່ບັນດາການນຳ ຢູແກຼນ ພັດຖືການວາງອາວຸດ, ຖອນທະຫານອອກຈາກພາກຕາເວັນອອກ ແມ່ນເງື່ອນໄຂຕັດສິນເພື່ອດຳເນີນການເຈລະຈານັ້ນ, ກຳລັງແຍກຕົວຢູ່ພາກຕາເວັນອອກ ພັດຖືວ່າບັນດາຂໍ້ສະເໜີຂອງທ່ານ ປະທານາທິບໍດີຢູແກຼນ Petro Poroshenko ແມ່ນໄຮ້ຄວາມໝາຍ.
ກົງກັນຂ້າມກັບຄຳຖະແຫຼງຢຸດຍິງພຽງລຳພັງຝ່າຍດຽວ, ກອງທັບ ຢູແກຼນພັດເປີດເຜີຍແຜນການຊື້ຍຍານເກາະຕື່ມອີກ 1000 ຄົນເພື່ອນຳໃຊ້ໃນບັ້ນປາບປາມຢູ່ພາກຕາເວັນອອກ ຢູແກຼນ, ພ້ອມທັງໃຫ້ຮູ້ວ່າປະເທດນີ້ຈະສ້າງຕັ້ງກົມກອງການຮົບທີ່ທັນສະໄໝໃນອະນາຄົດເພື່ອຮັບມືກັບໄພນາບຂູ່ຕໍ່ຄວາມສະຫງົບແຫ່ງຊາດ.
ບັນດາການຜັນແປດ້ານການເມືອງທີ່ພວມເກີດຂຶ້ນຢູ່ ຢູແກຼນໃນເວລາທີ່ຜ່ານມາ, ພ້ອມກັບຄວາມເຄັ່ງຕຶງປະຈຸບັນ, ຈາກການພົວພັນທາງການທູດຕະຫຼອດຮອດສະພາບບໍ່ມີທາງອອກທີ່ກ່ຽວຂ້ອງເຖິງບັນຫາອາຍແກັສ, ພວມເຮັດໃຫ້ສາຍພົວພັນລະຫວ່າງ ລັດເຊຍ - ຢູແກຼນເພີ່ມຄວາມແຕກແຫງ ແລະ ການພົວພັນລະຫວ່າງ 2 ປະເທດນີ້ ຍາກທີ່ຈະຄາດຄະເນໄວ້ລວງໜ້າໄດ້ .