(vovworld) – ບັນດາເຫດການສອດແນມທາງເຄືອຂ່າຍອິນເຕີແນດ ແລະ ໂທລະສັບຂະໜາດໃຫຍ່ໃນທົ່ວໂລກ ທີ່ເປີດເຜີຍໃນຊຸມມື້ຜ່ານມາ ໄດ້ກ່ຽວຂ້ອງເຖິງຫຼາຍປະເທດໃນໂລກ. ຄວາມຄຽດແຄ້ນ, ການກ່າວປະນາມ, ການຕຳນິ້ຕິຕຽນ, ການຂົ່ມຂູ່ດ້ວຍບັນດາມາດຕະການລົງໂທດດ້ານເສດຖະກິດ ແມ່ນແນວຄວາມຄິດ ແລະ ການກະທຳຂອງບັນດາປະເທດທີ່ຖືກເຄາະຮ້າຍ. ໂລກພວມປະເຊີນໜ້າກັບວິກິດການຂາດຄວາມໄວ້ເນື້ອເຊື່ອໃຈຢ່າງຮ້າຍແຮງ. ເບິ່ງຄືວ່າ ພາຍຫຼັງຄວາມສຳນຶກວິກິດການດ້ານເສດຖະກິດ, ການເງິນໃນທົ່ວໂລກນັ້ນ, ປະຈຸບັນປະຊາຊົນຢູ່ທຸກປະເທດພວມຕ້ອງທຳຄວາມຊິນເຄີຍກັບຄວາມສຳນຶກໃໝ່ນັ້ນແມ່ນ “ວິກິດການຂາດຄວາມໄວ້ເນື້ອເຊື່ອໃຈໃນທົ່ວໂລກ“.
ນາຍົກລັດຖະມົນຕີເຢັຍລະມັນ Angela Merkel ໂທລະສັບເຖິງປະທານາທິບໍດີອາເມລິກາ Barack Obama
ຮຽກຮ້ອງອະທິບາຍກ່ຽວກັບການລັກຟັງໂທລະສັບ
(ພາບ: ອິນເຕີແນດ)
ຈາກການເປີດເຜີຍຂອງ Edward Snowden…
ວັນທີ 4/11, ໜັງສືພິມ Guardian ຂອງອັງກິດ ໄດ້ຄັດສະເໜີຄຳເວົ້າຂອງອະດີດພາລະກອນສືບລາຊະການລັບອາເມລິກາ (CIA) Edward Snowden, ກ່ຽວກັບໂທດກຳຂອງອາເມລິກາ, ໂດຍໃຫ້ຮູ້ວ່າ ບັນດາອົງການສືບລາຊະການລັບເຢຍລະມັນ, ຝລັ່ງ, ແອດສະປາຍ, ຮອນລັງ ແລະ ສຸແອດ ພວມຮ່ວມມືກັບອັງກິດ ເພື່ອດຳເນີນລາຍການສອດແນມທາງອິນເຕີແນດ ແລະ ໂທລະສັບດ້ວຍຂະໜາດໃຫຍ່ໃນທົ່ວໂລກ, ຕາມນັ້ນແລ້ວ, ອົງການສືບລາຊະການລັບຂອງອັງກິດມີບົດບາດຊີ້ນຳນຳພາບັນດາປະເທດອື່ນດຳເນີນການສອດແນມດ້ວຍວິທີເຂົ້າລະບົບໃຍແກ້ວໂດຍກົງ ຫຼືຜ່ານການພົວພັນແບບປິດລັບກັບບັນດາບໍລິສັດໂທລະຄົມ ແລະ ການເຄື່ອນໄຫວເຫຼົ່ານີ້ໄດ້ຮັບການປະຕິບັດນັບແຕ່ປີ 2008 ເປັນຕົ້ນໄປ.
ການເປີດເຜີຍດັ່ງກ່າວ ໄດ້ເຮັດໃຫ້ລັດຖະບານບັນດາປະເທດເອີລົບ “ກະວົນກະວາຍ“, ເພາະວ່າກ່ອນນັ້ນ, ບັນດາປະເທດນີ້ເຄີຍອອກສຽງຕຳໜິຕິຕຽນລາຍການສອດແນມທົ່ວໂລກຂອງອາເມລິກາ. ຕໍ່ໜ້າການເປີດເຜີຍຫຼ້າສຸດນີ້, ອົງການສືບລາຊະການລັບເຢັຍລະມັນ ໄດ້ອອກສຽງອະທິບາຍວ່າ, ເຂົາເຈົ້າພຽງແຕ່ແລກປ່ຽນບົດຮຽນກັບສືບລາຊະການລັບອັງກິດ ແລະ ບາງປະເທດເອີລົບ ກ່ຽວກັບບັນຫາເຕັກນິກສອດແນມເທົ່ານັ້ນ, ຫາກບໍ່ມີການກະທຳລະເມີດກົດໝາຍ. ອົງການສືບລາຊະການລັບສຸແອດ ກໍ່ຖືວ່າ, ການເຄື່ອນໄຫວທັງໝົດຂອງເຂົາເຈົ້າ ລ້ວນແຕ່ນອນໃນຂອບເຂດກົດໝາຍ ແລະ ຖືການຮ່ວມມືກັບບັນດາອົງການສືບລາຊະການລັບປະເທດຕ່າງໆ ແມ່ນເລື່ອງທຳມະດາ.
ຜົນຮ້າຍຢ້ອນຫຼັງ
ເປັນທີ່ຈະແຈ້ງແລ້ວວ່າ, ການເຄື່ອນໄຫວສອດແນມດ້ວຍຂະໜາດໃຫຍ່ພວມກໍ່ໃຫ້ເກີດພາຍຸດ້ານການທູດລະຫວ່າງອາເມລິກາ ກັບປະເທດຕ່າງໆ, ກໍ່ຜົນຮ້າຍຢ້ອນຫຼັງຍາກທີ່ຈະຄາດຄະເນໄດ້. ກ່ອນອື່ນໝົດ, ຜົນຮ້າຍຈາກການກ່າວຫາລັກຟັງໄດ້ນາບຂູ່ເຖິງບັນດາບຸລິມາສິດຂອງອາເມລິກາ ແລະ EU, ໃນນັ້ນມີບັນດາຄວາມມານະພະຍາຍາມລວມໃນການຕ້ານກໍ່ການຮ້າຍ. ບໍ່ຮູ້ວ່າຜົນຮ້າຍຢ້ອນຫຼັງຂອງການສອດແນມນີ້ຈະແກ່ຍາວຮອດເວລາໃດ, ແຕ່ມັນໄດ້ເຮັດໃຫ້ວິວັດການເຈລະຈາເພື່ອບັນລຸຂໍ້ຕົກລົງການຄ້າສອງຝ່າຍໃຫຍ່ກວ່າໝູ່ໃນປະຫວັດສາດ, ເທົ່າກັບເຄິ່ງໜຶ່ງປະລິມານການຜະລິດເສດຖະກິດຂອງໂລກ ແລະ ປະມານ 30% ຈຳນວນການຄ້າໃນທົ່ວໂລກຊັກຊ້າໄວ້. ການສອດແນມຍັງສົ່ງຜົນສະທ້ອນໂດຍກົງເຖິງອິດທິພົນ ແລະ ລາຍຮັບຂອງບັນດາກຸ່ມບໍລິສັດເຕັກໂນໂລຢີຂໍ້ມູນຂ່າວສານອັນດັບໜຶ່ງຄື Google ແລະ Apple, ກໍ່ຄືເຮັດໃຫ້ລະດັບການຟື້ນຕົວເສດຖະກິດຊັກຊ້າໄວ້ອີກດ້ວຍ.
ບໍ່ພຽງແຕ່ຖືກກ່າວຫາ ແລະ ຕຳໜິຕິຕຽນເທົ່ານັ້ນ, ການສອດແນມຍັງແມ່ນເຫດຜົນເພື່ອໃຫ້ພວກບໍ່ດີເຄື່ອນໄຫວອີກ. ຫວ່າງແລ້ວນີ້ hacker ປະເທດອິນໂດເນເຊຍ ໄດ້ທຳລາຍ 200 ເວັບໄຊຂອງອົດສະຕາລີ ເພື່ອແກ້ແຄ້ນເລື່ອງປະເທດນີ້ຖືກອົດສະຕາລີ ແລະ ອາເມລິກາ ລັກຟັງ.
ບໍ່ອາດຖືຜົນປະໂຫຍດແຫ່ງຊາດເໜືອກວ່າທຳນຽມສາກົນ
ຈາກການຜັນແປດັ່ງກ່າວ, ອາດເຫັນໄດ້ວ່າ ຊີວິດທາງດ້ານການເມືອງສາກົນໃນປະຈຸບັນພວມຂາດຄວາມໄວ້ເນື້ອເຊື່ອໃຈ. ນັກຊ່ຽວຊານຄົ້ນຄ້ວາບັນດາບັນຫາຄວາມສະຫງົບປອດໄພສາກົນເຢັຍລະມັນ ຜູ້ໜຶ່ງໄດ້ໃຫ້ຂໍ້ສັງເກດວ່າ: “ຄວາມໄວ້ເນື້ອເຊື່ອໃຈແມ່ນດັດສະນີສຳຄັນໃນການພົວພັນສາກົນ. ເມື່ອດັດສະນີຄວາມໄວ້ເນື້ອເຊື່ອໃຈຖືກຜົນສະທ້ອນ ມັນຈະກໍ່ຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງໃນການພົວພັນ“.
ໃນຍຸກດີຈີຕອນ ແລະ ເຕັກໂນໂລຢີຂ່າວສານຂໍ້ມູນພວມພັດທະນາຄືປະຈຸບັນ, ປະເທດໜຶ່ງຈະມີຜົນປະໂຫຍດຫຼາຍຢ່າງ, ເມື່ອຮູ້ໝູນໃຊ້ເຕັກໂນໂລຢີຄອມພີວເຕີ ແລະ ເຄືອຂ່າຍອິນເຕີແນດໃນທຸກດ້ານຂອງຊີວິດສັງຄົມຢ່າງເຖິງຖອງ. ການເຄື່ອນໄຫວສອດແນມ, ລາຊະການລັບ ຫຼືລັກຟັງ ແມ່ນພາກສ່ວນໜຶ່ງຂອງສົງຄາມອິນເຕີແນດ. ແຕ່ຖ້າຫາກບໍ່ມີຂໍ້ຕົກລົງບັງຄັບໃດໆ, ຜົນຮ້າຍຢ້ອນຫຼັງຈະແມ່ນ “ສົງຄາມສື່ສານ“ ລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ. ຍາກທີ່ຈະກຳນົດໄດ້ຝ່າຍໃດບຸກໂຈມຕີຝ່າຍໃດ, ເມື່ອປະຊາຄົມສາກົນໃນປະຈຸບັນພວມຂາດບັນດາຫຼັກການຄວບຄຸມການກະທຳຂອງປະເທດຕ່າງໆທີ່ກ່ຽວຂ້ອງໃນເຄືອຂ່າຍອິນເຕີແນດ. ແລະ ກໍ່ບໍ່ອາດສວຍໃຊ້ອັນທີ່ເອີ້ນວ່າຄວາມສະຫົງບປອດໄພແຫ່ງຊາດເພື່ອລ່ວງລະເມີດເຖິງຜົນປະໂຫຍດຂອງປະເທດອື່ນໆ, ເພາະວ່າສິ່ງດັ່ງກ່າວອາດຈະປຸກລຸກການກະທຳໂຕ້ຕອບ, ກໍ່ຜົນຮ້າຍຢ້ອນຫຼັງຍາກທີ່ຈະຄາດຄະເນໄດ້.