(VOVWORLD) -ວິວັດທະນາການນຳປະເທດອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ຫຼືເອີ້ນວ່າ Brexit ນັບມື້ນັບປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ເມື່ອບັນດາສະມາຊິກລັດຖະສະພາອັງກິດ ບໍ່ຫາໄດ້ສຽງເວົ້າລວມໃນບໍ່ວ່າວິທີການໃດໆທີ່ໄດ້ຍົກອອກມາເພື່ອປ່ອນບັດໃນວັນທີ 27 ມີນາ
ຊ້ຳບໍ່ໜຳນັບທັງເລື່ອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ຍອນຮັບວ່າຈະລາອອກຈາກຕ່ຳແໜ່ງ ຖ້າຫາກວ່າບັນດາສະມາຊິກລັດຖະສະພາສະໜັບສະໜູນຂໍ້ຕົກລົງ Brexit. ໃນສະພາບການນັ້ນ, ການປ່ອນບັດໃນຕອນບ່າຍວັນທີ 29 ມີນາ (ຕາມເວລາທ້ອງຖິ່ນ) ກ່ຽວກັບພາກໜຶ່ງຂອງຂໍ້ຕົກລົງຖອນຕົວອອກຈາກ EU ອາດຈະຖືກປະລາໄຊ. ສະພາບການດັ່ງກ່າວບໍ່ພຽງແຕ່ໄດ້ຊີ້ໃຫ້ເຫັນຄວາມຫຍຸ້ງຍາກໃນວິວັດທະນາການ Brexit ເທົ່ານັ້ນ, ຫາກຍັງຊີ້ໃຫ້ເຫັນເຖິງການຂັດແຍ້ງກັນຢູ່ພາຍໃນສະພາຕ່ຳອັງກິດອີກດ້ວຍ.
(ພາບປະກອບ: TTXVN)
|
ການປ່ອນບັດຢູ່ລັດຖະສະພາໃນຕອນບ່າຍວັນທີ 29 ມີນາ, ໂດຍປີນອ້ອມບັນຫາສິດຂອງພົນລະເມືອງອັງກິດ ແລະ EU, ແຜນການສະກັດກັ້ນອຽກລັງ. ບັນດາບັນຫາໃນຖະແຫຼງການການເມືອງ ລວມມີ ອະນາຄົດຂອງການພົວພັນລະຫວ່າງອັງກິດ - EU ຄືດັ່ງການປ່ອນບັດ 2 ຄັ້ງກ່ອນ ຈະບໍ່ໄດ້ຍົກອອກມາເພື່ອປ່ອນບັດໃນວັນທີ 29 ມີນາ.
ສະພາບບໍ່ມີທາງອອກ
ນັບແຕ່ເມື່ອຍາດໄດ້ສິດບໍລິຫານດຳເນີນວິວັດທະນາການນຳອັງກິດ ຖອນຕົວອອກຈາກສະຫະພາບເອີລົບ ຈາກລັດຖະບານ, ຫາງສຽງສາກົນໄດ້ເຫັນປະຈັກຕາບັນດາການໂຈ້ຖຽງກັນທີ່ເຄັ່ງຕຶງຢູ່ສະພາຕ່ຳອັງກິດ ເພື່ອແນໃສ່ແກ້ໄຂວິວັດທະນາການ Brexit ບໍ່ມີທາງອອກ. ມີຫຼາຍວິທີການຖືກຍົກອອກມາ, ແຕ່ສຸດທ້າຍທັງ 8 ຂໍ້ສະເໜີໃໝ່ກ່ຽວກັບ Brexit ລ້ວນແຕ່ຖືກປະຕິເສດ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ທັງ 8 ຂໍ້ສະເໜີດັ່ງກ່າວ ລ້ວນແຕ່ແມ່ນບັນດາສະມາຊິກລັດຖະສະພາຍົກອອກມາ ແລະ ເຂົາເຈົ້າເອງພັດບໍ່ປ່ອນບັດຮັບຮອງເອົາ. ໝາກຜົນດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ບັນດາສະມາຊິກລັດຖະສະພາອັງກິດ ບໍ່ພຽງແຕ່ຕ້ານຄືນບັນດາແນວຄວາມຄິດຂອງລັດຖະບານອັງກິດ ເທົ່ານັ້ນ, ຫາກປະຈຸບັນຍັງຕ້ານຄືນທຸກເຈດຈຳນົງຢູ່ພາຍໃນຂອງຕົນອີກດ້ວຍ. ເວົ້າແນວອື່ນແມ່ນ, ວິວັດທະນາການ Brexit ໃນປະຈຸບັນແມ່ນຫຍຸ້ງຍາກທີ່ສຸດ, ມີສ່ວນໜຶ່ງບໍ່ແມ່ນໜ້ອຍນັ້ນແມ່ນຍ້ອນການຂັດແຍ້ງກັນລະຫວ່າງບັນດາສະມາຊິກລັດຖະສະພາ. ສະພາບຕົວຈິງດັ່ງກ່າວກໍ່ເຮັດໃຫ້ຫາງສຽງຕ້ອງຕັ້ງຄຳຖາມທີ່ວ່າ: ຄວາມຈິງແລ້ວບັນດາສະມາຊິກລັດຖະສະພາຢາກໄດ້ສິ່ງໃດ?
ກ່ອນທີ່ເກີດການຂັດແຍ້ງກັນທີ່ເຫັນໄດ້ລະຫວ່າງບັນດາສະມາຊິກລັດຖະສະພາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຖືກປະລາໄຊເປັນ 2 ຄັ້ງ ເມື່ອມານະພະຍາຍາມຊອກຫາວິທີເພື່ອຊຸກຍູ້ສະພາຕ່ຳ ຮັບຮອງເອົາຮ່າງຂໍ້ຕົກລົງ Brexit ເຊິ່ງທ່ານນາງໄດ້ເຈລະຈາກັບ EU.
ໃນສະພາບການທີ່ມືດມົວດັ່ງກ່າວ, ຕອນບ່າຍວັນທີ 29 ມີນາ, ສະພາຕ່ຳອັງກິດ ພັດອະນຸຍາດດຳເນີນການປ່ອນບັດກ່ຽວກັບສ່ວນໜຶ່ງຂອງຂໍ້ຕົກລົງຖອນຕົວອອກຈາກ EU ເຊິ່ງລັດຖະບານໄດ້ເຫັນດີກັບ EU ເມື່ອກ່ອນນີ້ຄື “ໜັງສືຢັ້ງຢືນການຖອນຕົວອອກ”, “ບັນດາສິດຂອງພົນລະເມືອງ” ອັງກິດ ແລະ EU, ແຜນການສະກັດກັ້ນອຽກລັງ (ເຊິ່ງແມ່ນບັນຫາກໍ່ຄວາມໂຕ້ຖຽນກັນຫຼາຍທີ່ສຸດ). ເຖິງຢ່າງໃດກໍ່ຕາມ, ຮອດຕອນຄ່ຳວັນທີ 28 ມີນາ, ບັນດາສະມາຊິກລັດຖະສະພາພັກ ສະຫະພັນປະຊາທິປະໄຕ (DUP) ແລະ ສະມາຊິກລັດຖະສະພາພັກນິຍົມຮັກສາເດີມ ປະມານ 30 ທ່ານ ຍັງຖະແຫຼງວ່າ ຈະປ່ອນບັດຄັດຄ້ານເນື້ອໃນການປ່ອນບັດໃນວັນທີ 29 ມີນາ. ການນຳພັກແຮງງານຝ່າຍຄ້ານ Jeremy Corbyn ພັດໃຫ້ຮູ້ວ່າ, ພັກແຮງງານຈະບໍ່ປ່ອນບັດເຫັນດີຕໍ່ຂໍ້ຕົກລົງຖອນຕົວອອກຈາກ EU ຍ້ອນເຂົາເຈົ້າບໍ່ສາມາດປ່ອນບັດເຫັນດີຕໍ່ເລື່ອງອັງກິດ ຖອນຕົວອອກຈາກ EU ຫາກບໍ່ຮູ້ອະນາຄົດການພົວພັນລະຫວ່າງອັງກິດ ແລະ EU ຈະແມ່ນຄືແນວໃດ.
ຖ້າຫາກສະພາບຕົວຈິງເກີດຂຶ້ນຖືກຕາມບັນດາສິ່ງທີ່ສະມາຊິກລັດຖະສະພາຖະແຫຼງ, ອາດເວົ້າໄດ້ວ່າ ເລື່ອງອັງກິດ ຖອນຕົວອອກຈາກ EU ຈະແມ່ນຮອບວົງມົນທີ່ສັບສົນ, ບໍ່ມີວັນໄປເຖິງຂໍ້ສະຫຼຸບສຸດທ້າຍໄດ້. ຊ້ຳບໍ່ໜຳ, ບັນດາພາຫະນະສື່ມວນຊົນຍັງປຽບທຽບວ່າ ຂໍ້ຕົກລົງອັງກິດ ຖອນຕົວອອກຈາກ EU (ຍາວ 585 ໜ້າ, ແມ່ນຂໍ້ຕົກລົງ “ຖອນຕົວອອກ” ມີລັກສະນະຜູກມັດດ້ານນິຕິກຳລະຫວ່າງອັງກິດ ແລະ EU) ປະຈຸບັນພວມຕົກຢູ່ໃນສະພາບ “ບໍ່ມີທາງອອກ”.
ປະຊາຊົນອັງກິດຄ່ອຍໆເສຍຄວາມອົດທົນ
ວິວັດທະນາການ Brexit ຍັງຢູ່ກັບທີ, ບໍ່ພຽງແຕ່ຊີ້ໃຫ້ເຫັນການຂັດແຍ້ງກັນຢູ່ພາຍໃນສະພາຕ່ຳອັງກິດ ເອງເທົ່ານັ້ນ, ຫາກຍັງເຮັດໃຫ້ປະຊາຊົນອັງກິດ ບໍ່ສາມາດອົດທົນຕື່ມອີກ. ໃນທ້າຍອາທິດຜ່ານມາ, ລອນດອນ ໄດ້ເຫັນປະຈັກຕາການແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ທີ່ສຸດໃນຫຼາຍທົດສະວັດຜ່ານມາ ດ້ວຍຜູ້ເຂົ້າຮ່ວມກວ່າ 1 ລ້ານຄົນ ດ້ວຍຄຳຂວັນຮຽກຮ້ອງຢຸດຕິວິວັດທະນາການ Brexit ຢ່າງຫຼວງຫຼາຍ.
ໃນຂະນະນັ້ນ, ຄຳຮຽກຮ້ອງຢຸດຕິການປະຕິບັດ Brexit ກໍ່ໄດ້ກາຍເປັນຂໍ້ສະເໜີໂດຍກົງທາງເຄືອຂ່າຍອີນເຕີແນັດ ເຊິ່ງມີຈຳນວນຜູ້ສະໜັບສະໜູນຫຼາຍທີ່ສຸດໃນປະຫວັດສາດຂອງອັງກິດ ພຽງໃນເວລາ 2 ວັນ (21 - 22 ມີນາ), ແລະ ເກັບໄດ້ລາຍເຊັນຂອງ 3 ລ້ານຄົນ ໃນວັນທີ 22 ມີນາ. ໃບສະເໜີໂດຍກົງທາງເຄືອຂ່າຍອີນເຕີແນັດໄດ້ລົງໃນເວັບໄຊຂອງສະພາແຫ່ງຊາດອັງກິດ ນັບແຕ່ວັນທີ 21 ມີນາ ແລະ ໄດ້ດຶງດູດພົນລະເມືອງອັງກິດ ລົງລາຍເຊັນສະໜັບສະໜູນ. ບາງເທື່ອໄດ້ຂຶ້ນເຖິງ 2.000 ຄົນເຊັນເຂົ້າໃບສະເໜີໃນເວລາພຽງ 1 ນາທີ, ເຮັດໃຫ້ເວັບໄຊ ຖືກຢຸດເຄື່ອນໄຫວຍ້ອນມີຜູ້ເຂົ້າເຊັນຫຼາຍເກີນໄປ.
ວົງການນັກໄຈ້ແຍກຖືວ່າ, ໃນຂະນະທີ່ບັນດາສະມາຊິກລັດຖະສະພາພຽງສຸມໃສ່ຕຳໜິຕິຕຽນ, ອາດຈະເກີດບັນດາການແຫ່ຂະບວນທີ່ຄ້າຍຄືກັນດ້ວຍຂອບເຂດໃຫຍ່ກວ່າ, ບໍ່ພຽງແຕ່ຢູ່ລອນດອນ ເທົ່ານັ້ນ, ຫາກເກີດຂຶ້ນຢູ່ຫຼາຍແຫ່ງອື່ນອີກດ້ວຍ.
ຜູ້ມີສິດເລືອກຕັ້ງອັງກິດ ໄດ້ປ່ອນບັດເລືອກເຟັ້ນ Brexit (ເມື່ອເດືອນ ມິຖຸນາ 2016) ຍ້ອນຄິດວ່າ ເຮັດໄດ້ເຊັ່ນນັ້ນອາດຈະມີຜົນປະໂຫຍດຕໍ່ອັງກິດ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງເວລາ 3 ປີນັບແຕ່ການປ່ອນບັດຖອນຕົວອອກຈາກ EU, ປະຈຸບັນ ວິວັດທະນາການ Brexit ພວມຖືກຕົກຢູ່ໃນສະພາບບໍ່ມີທາງອອກ. ສະພາບບໍ່ມີທາງອອກຄືໃນປະຈຸບັນພຽງໄດ້ຮັບການແກ້ໄຂເມື່ອບັນດາສະມາຊິກລັດຖະສະພາອັງກິດ ພ້ອມກັນຮ່ວມແຮງຮ່ວມໃຈແກ້ໄຂການຂັດແຍ້ງກັນກ່ຽວກັບ Brexit ຢູ່ສະພາຕ່ຳອັງກິດ ນັ້ນເອງ.