ວິສາຫະກິດ ຫວຽດນາມ ກັບຈຸດໝາຍເຊື່ອມໂຍງເຂົ້າກັບສາກົນປີ 2015


(vovworld)-ວິ​ວັດ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ ພວມ​ກ້າວເຂົ້າ​ສູ່​ໄລ​ຍະ​ໃຫມ່, ເລິກ​ເຊິ່ງ ແລະ​ກວ້າງ​ຂວາງກວ່າ ດ້ວຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເປີດ​ປະ​ຕູ​ຕະ​ຫລາດ​ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ລະ​ບອບ​ເສດ​ຖະ​ກິດ​ສາ​ກົນ. ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ໃນ​ນັ້ນ ມີ​ກຳ​ລັງ​ຄວາມ​ສ​າ​ມາດ​ແກ້ງ​ແຍ້ງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເພື່ອ​ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ຂອງວິ​ວັດ​ການ​ເຊື່ອມ​ໂຍງ​ນຳ​ມາ​ໃຫ້ ນັ້ນ​ແມ່ນ​ຄວາມ​ຕ້ອງ​ການ​ທີ່​ຈຳ​ເປັນ.
ວິສາຫະກິດ ຫວຽດນາມ ກັບຈຸດໝາຍເຊື່ອມໂຍງເຂົ້າກັບສາກົນປີ 2015 - ảnh 1
ປຸງ​ແຕ່ງ​ກຸ້ງ​ເພື່ອ​ສົ່ງ​ອອກ
ພາບ:vietbao.vn

        ປີ 2015, ຜູ້​ຊ່​ຽວ​ຊານ​ຫລາຍ​ທ່ານ​ຄາດ​ຄະ​ເນ​ວ່າ ເສດ​ຖະ​ກິດ​ຫວຽດ​ນາມ ຈະ​ມີ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ຕາມ​ທິດ​ໄວ​ກວ່າ ແລະ ກາຍ​ເປັນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ລົງ​ທຶນ. ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ, ຄຽງ​ຄູ່​ບັນ​ດາ​ກາ​ລະ​ໂອ​ກາດ​ຂອງວິ​ວັດ​ການ​ເຊື່ອມ​ໂຍງ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ, ໃນ​ນັ້ນ ​ສ່ວນ​ຫລາຍ​ແມ່ນ​ບັນ​ດາ​ວິ​ສາ​ຫ​ະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ໄດ້ ແລະ ພວມ​ມີ​ບັນ​ດາ​ບາດ​ກ້າວ​ກະ​ກຽມ​ເພື່ອ​ຍົກ​ສູງ​ກຳ​ລັງຄວາມ​ສາ​ມາດ​ແກ້​ງ​ແຍ້ງ. ພ້ອມ​ກັນ​ນັ້ນ, ລັດ​ຖະ​ບານກ​ໍ​ໄດ​້​ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ເພື່ອ​ໃຫ້​ເສດ​ຖະ​ກິດ​ຫວຽດ​ນາມ ສາ​ມາດ​ກ້າວ​ຂຶ້ນ​ຈາກ​ກຳ​ລັງ​ແຮງ​ພາຍ​ໃນ, ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ໝັ້ນ​ຄົງ​ໃນ​ອະ​ນາ​ຄົດ.

       ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງວິ​ສາ​ຫະ​ກິດ

        ວິ​ສາ​ຫະ​ກິດ​ສວມ​ບົດ​ບາດ​ຫລັກ​ແຫລ່ງ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ. ວິ​ສາ​ຫະ​ກິດ​ຕັດ​ສິນ​​ຊີ້​ຂາດ ​ຕໍ່​ການ​ທີ່ປະ​ເທດນັ້ນ​ເຂັ້​ມ​ແຂງ​ຫລື​ອ່ອນ​ດ້ອຍ, ຮັ່ງ​ມີ​ຫລືບໍ່​ຮັ່ງ​ມີ ແລະ ວິ​ສາ​ຫະ​ກິດ​ສາ​ມາດ​ນຳ​​ປະ​ເທດນັ້ນ​ຈະ​ເລີນ​ເຕີບ​ໂຕໃນ​ອະ​ນາ​ຄົດ​. ແຕ່​ວິ​ສາ​ຫະ​ກິດ​ ເຄື່ອນ​ໄຫວ​ໄດ້​ຫລືບໍ່ ພັດ​ແມ່ນ​ອີງ​ໃສ່​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫານ​ຂອງ​ກົງ​ຈັກ​ລັດ. ໃນ​ໄລ​ຍະ​ຜ່ານ​ມາ, ລັດ​ຖະ​ບານ ໄດ້​ປະ​ກາດ​ໃຊ້​ບັນ​ດາ​ມາດ​ຕະ​ການ ແລະ ຂ​ໍ້​ຕົກ​ລົງ​ຢ່າງ​ລຽນ​ຕິດ, ເພື່ອ​ຍູ້​ວິ​ວັດ​ການ​ສ​້າງ​ໂຄງ​ປະ​ກ​ອບ​ເສດ​ຖະ​ກິດ​ຄືນ​ໃຫມ່​ໂດຍ​ໄວ, ສຸມ​ໃສ່​ປັບ​ປຸງສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍູ້​ແຮງ​ການ​ປະ​ຕິ​ຮູບ, ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ພິ​ເສດ ແມ່ນ​ວິ​ສາ​ຫະ​ກິດ ຂະ​ຫນ​າດ​ກາ​ງ ແລະ ນ້ອຍ. ການ​ກະ​ທຳ​ນີ້ ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນຢ່າງ​ຕັ້ງ​ຫນ້າ​ຈາກ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ. ທ່ານ ຫວູ​ຕຽນ​ລົກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຖື​ວ່າ:

        “ດ້ວຍ​ບັນ​ດາ​ຂໍ້​ຕົກ​ລົງ​ສຳ​ຄັນ​ທີ່​ໄດ້​ວາງ​ອອກ, ໃນ​ນັ້ນ ມີ​ເລື່ອງ​ຍື່ນ​ສະ​ເຫນີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນໃຫມ່ ສະ​ບັບ​ໃຫ​ມ່, ລັດ​ຖະ​ບານ​ໄດ້​ກຳ​ນົດ​ຢ່າງ​ຖືກ​ຕ້ອງ ແລະ ຖືກ​ກັບ​ຈີນ​ຕະ​ນາ​ການ ແລະ ວິ​ທີ​ເພື່ອ​ຍົກ​ສູງ​ກຳ​ລັງ​ຄວ​າມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ ແມ່ນ​ຍູ້​ແຮງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ຖອນ​ທຶນ​ຂອງ​ລັດ​ອອກ​ຈາກ​ຫລາຍ​ຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດ ແລະ​ ມີ​ບາດ​ກ້າວບຸກ​ທະ​ລຸໃນ​ການ​ປັບ​ປ​ຸງ​ຄຸນ​ນະ​ພາບ​​ການບໍ​ລິ​ຫານ ແລະ ລະ​ບຽບ​ການ​ບໍ​ລິ​ຫານ​ຂອງ​ບັນ​ດາ​ອົງ​ການ​ມີ​ສິດ​ອຳ​ນາດ.”

ວິສາຫະກິດ ຫວຽດນາມ ກັບຈຸດໝາຍເຊື່ອມໂຍງເຂົ້າກັບສາກົນປີ 2015 - ảnh 2
ພາບ​ປະ​ກອບ:doanhnhansaigon.vn

        ສິ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ສະ​ບັບ​ປັບ​ປຸງ, ບັນ​ດາ​ລະ​ບຽບ​ການ​ດຳ​ເນີນ​ທຸ​ລະ​ກິດ ໄດ້​ເປັນ​ເອ​ກະ​ພາບກວ່າ, ບໍ່​​ມີ​ການຈຳ​ແນກຫລາຍ​ລະ​ຫວ່າງ​ບັນ​ດາ​ນັກ​ລົງ​ທຶນ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ. ກົດ​ໝາຍ ແລະ ບັນ​ດາ​ຄຳ​ສັ່ງ​, ດຳ​ລັດ​ ໄດ້​ຫັນ​ສິດ​ຂອງວິ​ສາ​ຫະ​ກິດ​ເປັນ​ລະ​ອຽດມີ​ຄວາມ​ເສ​ລີ​ໃນ​ການ​ເລືອກ​ເຟັ້ນ​ເນື້ອ​ໃນ​ກໍ​ຄື​ຮູບ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ  . ນີ້​ແມ່ນ​ການ​ປັບ​ປຸງ​ຢ່າງ​ຕັ້ງ​ຫນ້າ ຊື່ງ​ຕາມ​ການ​ຕີ​ລາ​ຄາຂອງ ດ​ຣ ​ ເລ​ດັງ​ຢ​ວັນ, ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ ຈະ​ສ້າງ​ທ່າ​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ.

        “ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ​ປັບ​ປຸງ​ເພີ່ມ​ເຕີມ, ໃນ​ນັ້ນ ຍົກ​ເລີກ​ການ​​ຈົດ​ທະ​ບຽນ​ບັນ​ດາ​ຂະ​ແຫນງ​ອາ​ຊີບ​ດຳ​ເນີນ​ທຸ​ລະ​ກິດ. ທີ​ສອງ ສະ​ຫງວນ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ມີ​ສິດ​ຕັດ​ສິນ​ກາ​ປະ​ທັບ​ຂອງ​ຕົນ. ນີ້​ແມ​່ນ​ທ່າ​ໄດ້​ປຽບ​ສຳ​ຄັນ​ທີ່​ສຸດ.”

        ຄຽງ​ຄູ່​ກັບ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ບັນ​ດາ​ວິ​ສາ​ຫະ​ກິດ​ຍັງ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ກ່ຽວ​ກັບ​ທຶນ​ກູ້​ຢື​ມ, ຫນູນ​ຊ່ວຍ​ຍົກ​ສູງ​ກຳ​ລັງຄວາມ​ສາ​ມາດບໍ​ລິ​ຫານ ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທ່ານ​ນາງ ບູ່ຍ​ທູ​ຖູຍ, ຮອງ​ຫົວ​ຫນ້າ​ກົມ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ສັງ​ກັດ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶ​ນ ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ບັນ​ດາ​ລາຍ​ການ​ຫນູນ​ຊ່ວຍ​ສົມ​ທົບ​ກັບ​ບັນ​ດາ​ຫົວ​ຫນ່ວຍ, ກະ​ຊວງ, ຂະ​ແຫນງ​ການ​ອື່ນ ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ກຸ່ມ​ວິ​ສາ​ຫະ​ກິດ​ກ່ຽວ​ກັບ​ການ​ກູ້​ຢືມ​ທຶນ ຜ່ານ​ລະ​ບົບ​ທະ​ນາ​ຄານ. ນອກນັ້ນ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ກໍ​ພວມ​ພິ​ຈາ​ລະ​ນາ​ກັບ World Bank ໂຄງ​ການ​ຫນູນ​ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງວິ​ສາ​ຫະ​ກິດ​ຂະຫນາດກາງ ແລະ ນ​້ອຍ. ພວກ​ຂ້າ​ພະ​ເຈົ້າ​ກໍ​ມີ​ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ຍ​ົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້​ງແຍ້ງ.”

        ກ້າວ​ຂຶ້ນ​ຈາກ​ກຳ​ລັງ​ພາຍ​ໃນ

        ປີ 2015 ແມ່ນ​ປີ​ທີ່​​ມີ​ຫລາຍຄຳ​ໝັ້ນ​ສັນ​ຍາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ  ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍຢ່າງ​ແຮງ​ຄື: ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍກັບ​ຫລາຍ​ປະ​ເທດ. ນີ້​ທັງ​ແມ່ນ​ກາ​ລະ​ໂອ​ກາດ ທັງ​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ວິ​ສາ​ຫະ​ກິດ. ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ໂດຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມືນີ້​ນຳ​ມາ​ໃຫ້, ບັນ​ດາ​ວິ​ສາ​ຫະ​ກິດ ໄດ້​ມີ​ບາດ​ກ້າວ​ກະ​ກຽມຫລາຍ​ຢ່າງ​ ເພື່ອ​ຮັບ​ມື​ກັບ​ບັນ​ດາ​ຂໍ້​ມາດ​ຕາ​ໝັ້ນ​ໝາຍ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທ່ານ ເລ​ຕຽນ​ເຈື່ອງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ກຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ໃນ​ຫລາຍ​ປີ​ຜ່າ​ນ​ມາ, ດ້ວຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ທັງ​ປະ​ເທດ, ວິ​ວັດ​ການ​ກະ​ກຽມ​ຂອ​ງ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ພວມ​ໄປ​ຖືກ​ທິດ. ນັ້ນ​ແມ່ນ ສຸມ​ໃສ່​ປັບ​ປຸງ​ມູນ​ຄ່າ​ເພີ່ມ​ພາຍ​ໃນ​ປະ​ເທດ, ເພີ່ມ​ລະ​ດັບ​ເປັນ​ເຈົ້າ​ການ​ໃນ​ທຸກ​ຂ​ອດ, ພິ​ເສດ​ແມ່ນ​ການ​ອອກ​ແບບ ແລະ ກະ​ກຽ​ມ​ວັດ​ຖຸ​ດິບ. ວິ​ວັດ​ການນີ້​ດຳ​ເນີນ​ໄປ​ໃນ​ໄລ​ຍະ​ສີບ​ປີ, ນັບ​ແຕ່​ເມື່ອ​ລັດ​ຖະ​ບານ ກະ​ກຽມ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​​ສອງ​ຝ່າຍກັບ ອາ​ເມ​ລິ​ກາ, ອົງ​ການ​ການ​ຄ້າ​ໂລກ ແລະ ປະ​ຈຸ​ບັນ ແມ່ນ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຟີກ. ຍ້ອນ​ມີ​ການ​ກະ​ກຽມ​ດັ່ງ​ກ່າວ​ໃນ​ຫລາຍ​ປີ ໄດ້​ເຮັດ​ໃຫ້​ມູນ​ຄ່າ​ເພີ່ມ​ຂອງ​ຂ​ະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ມີ​ການ​ປັບ​ປຸງ​ເທື່ອ​ລະ​ກ້າວ.”

 ຄວາມ​ຈິງ​ໃນ​ໄລ​ຍະ​ວິ​ກິດ​ການ​ເສດ​ຖະ​ກິດ​ຜ່ານ​ມາ, ມີ​ພາກ​ສ່ວນ​ວິ​ສາ​ຫະ​ກິດ​ຫນຶ່ງ​ຍັງ​ສືບ​ຕໍ່​ຄົງ​ຕົວ​ໄດ້ ຍ້ອນ​ລະ​ບົບ​ບໍ​ລິ​ຫານ​ດີ, ສຸມ​ໃສ່​ຂະ​ແຫນງ​ດຳ​ເນີນ​ທຸ​ລະ​ກິດ​ຕົ້ນ​ຕໍ, ເອົາ​ໃຈ​ໃສ່​ຫັນ​ຕະ​ຫລາດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ກວດ​ກາ​ຄວາມ​ສ່ຽງ​ເປັນ​ຢ່າງ​ດີ. ນີ້​ແມ່ນ​ບັນ​ດາ​ບົດ​ຮຽນ​ດີ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ. ບັນ​ດາ​ການ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ​ຢ່າງ​ແຮງ​ຂອງ​ລັດ​ຖະ​ບານ ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງວິ​ສາ​ຫະ​ກິດ​ເອງ ພວມ​ໝັ້​ນ​ໝາຍ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ຈະ​ມີ​ບາດ​ກ້າວ​ຫັນ​ປ່ຽນ​ໃຫມ່​ໃນ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ