(vovworld)- ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ຮຽກຮ້ອງລັດຖະບານປະເທດນີ້ ຈົ່ງພິຈາລະນາຄືນບັນດາຂໍ້ຈຳກັດໃນລັດຖະທຳມະນູນທີ່ໄດ້ກີດຂວາງກຳລັງປ້ອງກັນຍິ່ປຸ່ນ (SDF) ເຂົ້າຮ່ວມການສູ້ຮົບຢູ່ຕ່າງປະເທດ. ທ່ານ Shinzo Abe ກໍ່ພວມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ປະຕິບັດສິດປ້ອງກັນລວມໝູ່ນີ້. ເຖິງວ່າໄດ້ໃຫ້ຄຳໝັ້ນສັນຍາວ່າໂຕກຽວ ຈະຈົ່ງຮັກພັກດີຕໍ່ ເສັ້ນທາງສັນຕິພາບ, ແຕ່ຂໍ້ສະເໜີນີ້ພວມມີຫຼາຍແຫຼ່ງຫາງສຽງສາກົນ ແລະ ພາກພື້ນທີ່ແຕກຕ່າງກັນ.
ຂໍ້ຕົກລົງນີ້ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ຍົກອອກມາພາຍຫຼັງຄະນະທີ່ປຶກສາປ້ອງກັນຄວາມສະຫງົບຍື່ນສະເໜີບົດລາຍງານຕໍ່ທ່ານ Shinzo Abe ດ້ວຍຂໍ້ສະເໜີອະທິບາຍລັດຖະທຳມະນູນຄືນໃໝ່ຕາມທິດອະນຸຍາດໃຫ້ໂຕກຽວ ປະຕິບັດສິດປ້ອງກັນລວມໝູ່. ການລົບລ້າງຄຳສັ່ງເກືອດຫ້າມນີ້ມີຄວາມໝາຍດຽວກັນກັບເລື່ອງຍີ່ປຸ່ນ ສາມາດປະຕິບັດສິດນຳໃຊ້ກຳລັງທະຫານເພື່ອປົກປ້ອງບັນດາພັນທະມິດ ຫຼືບັນດາປະເທດທີ່ມີການພົວພັນສະໜິດສະໜົມກັບຍີ່ປຸ່ນ ໃນກໍລະນີເຂົາເຈົ້າຖືກບຸກໂຈມຕີດ້ວຍກຳລັງອາວຸດ.
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
(ພາບ: AFP)
ມີສິດແຕ່ບໍ່ສາມາດປະຕິບັດ
ໃນໄລຍະຜ່ານມາ, ໂຕກຽວ ຍັງຮັກສາທັດສະນະທີ່ວ່າ, ຍີ່ປຸ່ນ ມີສິດປ້ອງກັນລວມໝູ່ແຕ່ບໍ່ສາມາດປະຕິບັດໄດ້ຍ້ອນມີຂອບເຂດຈຳກັດຊື່ງມາດ ຕາທີ 9 ລັດຖະທຳມະນູນປະເທດນີ້ໄດ້ຈັດວາງ, ຕາມນັ້ນແລ້ວຫ້າມນຳໃຊ້ກຳລັງປະກອບອາວຸດເພື່ອແກ້ໄຂບັນດາການພິພາດສາກົນ. ຍ້ອນວ່າການປ່ຽນແປງນະໂຍບາຍປ້ອງກັນຊາດອັນເປັນພື້ນຖານນີ້ ຮຽກຮ້ອງໃຫ້ໂຕກຽວ ຕ້ອງປ່ຽນແປງວິທີເຂົ້າໃຈຕໍ່ລັດຖະທຳມະນູນສັນຕິພາບ, ຊື່ງແມ່ນການກະທຳທີ່ບັນດາຄູ່ຮ່ວມມືໃນສຳພັນທະມິດຂອງທ່ານ Shinzo Abe, ປະຈຸບັນ NKP ຍັງບໍ່ທັນໄດ້ຕົກລົງເທື່ອ.
ຕາມຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ດ້ວຍການອະທິບາຍລັດຖະທຳມະນູນປະຈຸບັນ, ຍີ່ປຸ່ນ ບໍ່ສາມາດປົກປ້ອງພົນລະເມືອງຂອງຕົນ. ຕົວຢ່າງຄື: ເລື່ອງກຳປັ່ນທະຫານເຮືອອາເມລິກາ ພວມບັນທຸກພົນລະເມືອງຍີ່ປຸ່ນ ຢູ່ເຂດປະທະກັນທີ່ນອກເຂດນ້ຳດິນແດນແຫ່ງຊາດຖຶກໂຈມຕີ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຖືວ່າ, ຕາມການທິບາຍປະຈຸບັນສຳລັບມາດຕາທີ 9 ລັດຖະທຳມະນູນຍີ່ປຸ່ນ, ກຳລັງປ້ອງກັນຍີ່ປຸ່ນ ບໍ່ສາມາດນຳໃຊ້ກຳລັງອາວຸດ ເວັ້ນເສຍແຕ່ຖືກບຸກໂຈມຕີ. ສະນັ້ນ, ຍີ່ປຸ່ນ ບໍ່ສາມາດລະດົມກຳລັງປ້ອງກັນເພື່ອປົກປ້ອງກຳປັ່ນອາເມລິກາ, ເຖິງວ່າກຳປັ່ນລຳນີ້ກຳລັງບັນທຸກພົນລະເມືອງຍີ່ປຸ່ນ.
(ພາບ: http://dantri.com.vn)
ບັນດາແຫຼ່ງຫາງສຽງທີ່ແຕກຕ່າງກັນ
ໃນທັນທີ, ບັນດາປະເທດພາຍໃນ ແລະ ນອກພາກພື້ນລ້ວນແຕ່ມີປະຕິກິລິຍາທີ່ແຕກຕ່າງກັນກ່ຽວກັບຂໍ້ຕົກລົງນີ້ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ວໍຊິງຕັນ ສະແດງໃຫ້ເຫັນໄດ້ສະແດງວ່າ, ດ້ວຍຖານະເປັນພັນທະມິດ, ອາເມລິກາ “ຊົມເຊີຍ ແລະ ສະໜັບສະໜູນ“ ການໂຕ້ວາທີພາຍໃນປະເທດຍິ່ປຸ່ນ ກ່ຽວກັບເລື່ອງໂຕກຽວ ຕ້ອງລົບລ້າງຄຳສັ່ງຫ້າມການນຳໃຊ້ສິດປ້ອງກັນລວມໝູ່ຊື່ງປະເທດນີ້ໄດ້ຈັດວາງດ້ວຍຕົນເອງຫຼືບໍ່. ສ່ວນຈີນໄດ້ສະແດງຄວາມເປັນຫ່ວງກັງວົນ ແລະ ຮຽກຮ້ອງໂຕກຽວຈົ່ງພິຈາລະນາ ປະຫວັດສາດຄືນໃໝ່ ເພື່ອສວມບົດບາດສ້າງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ສ.ເກົາຫຼີ ພັດຮຽກຮ້ອງການປຶກສາຫາລືກ່ຽວກັບສະພາບການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງຍີ່ປຸ່ນ ຄວນອີງຕາມເນື້ອໃນຈິດໃຈລັດຖະທຳມະນູນສັນຕິພາບຂອງປະເທດນີ້ ແລະ ສືບຕໍ່ປະກອບສ່ວນເຂົ້າໃນສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຍັງໄດ້ຮັບການຄັດຄ້ານຢ່າງແຮງຂອງປະຊາຊົນພາຍໃນປະເທດດ້ວຍປະມານ 2000 ຄົນເຕົ້າໂຮມກັນຈັດການແຫ່ຂະບວນປະທ້ວງ ເພື່ອຄັດຄ້ານການອະນຸ ຍາດນຳໃຊ້ສິດປ້ອງກັນລວມໝູ່.
ມຸ້ງໄປເຖິງເສັ້ນທາງສັນຕິພາບທີ່ຕັ້ງໜ້າ
ຕາມວົງການນັກໄຈ້ແຍກແລ້ວ, ຂໍ້ສະເໜີການນຳໃຊ້ສິດປ້ອງກັນລວມໝູ່ແມ່ນສ່ວນໜຶ່ງໃນຄຳນິຍາມ “ລັດທິສັນຕິພາບທີ່ຕັ້ງໜ້າ“ ໂດຍ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຍົກອອກມາ ເພື່ອແນໃສ່ອະທິບາຍໃຫ້ແກ່ເລື່ອງຍີ່ປຸ່ນ ຢາກຜ່ອນຄາຍບັນດາຂໍ້ກຳນົດທີ່ໜັກແໜ້ນກ່ຽວກັບການທະຫານປະຕິບັດຕາມລັດຖະທຳມະນູນປະກາດໃຊ້ໃນປະຈຸບັນ ເພື່ອສາມາດສວມບົດບາດໃຫ່ຍກ່ວາ ໃນບັນຫາປ້ອງກັນຄວາມສະຫງົບຂອງພາກພື້ນ ແລະ ໂລກ.
ບັນດາການປະທະກັນຢ່າງຂ້ຽວຂາດຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ ແລະ ອາຊີຕາວັນອອກສ່ຽງໃຕ້, ການປຸກລຸກຢ່າງແຮງຂອງຈີນ, ຊື່ງແມ່ນປະເທດທີ່ມີການພິພາດອະທິປະໄຕກັບຍີ່ປຸ່ນ, ຖືກຖືວ່າແມ່ນບັນດາປັດໄຈຊຸກຍູ້ອຳນາດການປົກຄອງຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຍູ້ໄວວິວັດການປຶກສາຫາລືກ່ຽວກັບສິດປ້ອງກັນລວມໝູ່. ເພີ່ມທະວີຄວາມສາມາດປ້ອງກັນລວມໝູ່, ຈົ່ງຮັກພັກດີກັບເສັ້ນທາງສັນຕິພາບ ແລະ ຈະບໍ່ກາຍເປັນປະເທດກໍ່ໃຫ້ເກີດສົງຄາມ ແມ່ນຫຼັກໝັ້ນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ແຕ່ວ່າ, ຄວາມປາດຖະໜານີ້ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຈະໄດ້ປະຕິບັດຫຼືບໍ່, ແມ່ນຂຶ້ນກັບຫຼາຍປັດໄຈ. ໄປຄຽງຄູ່ກັບບັນດາຄຳເຫັນແຕກຕ່າງກັນ, ນັກສັງເກດການບາງທ່ານພັດຖືກວ່າ, ການຮັບປະກັນຄວາມສາມາດປ້ອງກັນລວມໝູ່ ຈະອະນຸຍາດໃຫ້ຍີ່ປຸ່ນ ນຳມາເຊິ່ງຄວາມດຸ່ນດ່ຽງທີ່ຈຳເປັນໃຫ້ແກ່ພາກພື້ນອາຊີ-ປາຊີຟິກ./.