ການປະທະກັນ ຢ່າງນອງເລືອດລະຫວ່າງ
Israel ແລະ Palestine ໃນ 4 ມື້ທີ່ຜານມາ.
(ພາບ: internet )
|
ຄວາມວິຕົກກັງວົນຂອງປະຊາຄົມໂລກໄດ້ຫຼຸດຜ່ອນລົງ, ຂະນະທີ່ໃນວັນທີ 13 ມີນາ Israel ແລະ Palestine ໄດ້ເຫັນດີເປັນເອກະສັນກ່ຽວກັບສັນຍາຢຸດຍິງ “ ຮອບດ້ານ ແລະ 2 ສົ້ນ ” ພາຍຫຼັງເກີດການປະທະກັນ ຢ່າງ ນອງເລືອດ ເປັນເວລາ 4 ວັນ. ສັນຍາດັ່ງກ່າວບັນລຸໄດ້ພາຍຫຼັງທີ່ເອຢິບເພີ່ມທະວີການຕິດຕໍ່ ພົວພັນກັບ ທັງ 2 ຝ່າຍໃນຄວາມມານະພະຍາຍາມສະກັດກັ້ນບັນດາການເຄື່ອນໄຫວທາງ ທະຫານແນໃສ່ເຂດ ກາຢາ ແລະ ຢຸດຕິສະພາບການນອງເລືອດຂອງປະຊາຊົນ Palestine .
ໃນການເຄື່ອນໄຫວອື່ນທີ່ກ່ຽວຂ້ອງ, ຄືໃນວັນທີ 12/3 ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki- Moon ໄດ້ເປັນປະທານກອງປະຊຸມກຸມ 4 ຝ່າຍຊຶ່ງລວມມີ ສະຫະປະຊາຊາດ, ອາເມລິກາ, ລັດເຊຍ ແລະ ສະຫະພາບເອີລົບ ເພື່ອຊອກຫາວິທີການແກ້ໄຂສັນຕິພາບໃຫ້ແກ່ຕາເວັນອອກກາງ. ທີ່ກອງປະຊຸມ, ບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບໃຫ້ແກ່ພາກພື້ນນີ້ໄດ້ຖືກລັດຖະມົນຕີການຕ່າງປະເທດອາເມລິກາ ທ່ານນາງ Hillary Clinton, ລັດຖະມົນຕີການຕ່າງປະເທດລັດເຊຍ ທ່ານ Sergei Lavrov, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດຂອງສະຫະພາບເອີລົບ Catherine Ashton ແລະ ທູດພິເສດຂອງກຸມ 4 ຝ່າຍກ່ຽວກັບສັນຕິພາບຢູ່ຕາເວັນອອກກາງທ່ານ Tony Blair ນຳມາປຶກສາຫາລືເພື່ອຊຸກຍູ້ວິວັດທະນາການສັນຕິພາບນີ້. ນັ້ນແມ່ນບັນດາບັນຫາທີ່ສຳຄັນໃນບັນດາການເຈລະຈາລະຫວ່າງ Israel ແລະ Palestine ຄື: ຜືນແຜ່ນດິນ, ຄວາມສະຫງົບ, ຊາວອົບພະຍົບ, ຂໍ້ກຳນົດທີ່ມີຕໍ່ນະຄອນ Jerusalem, ພ້ອມກັນນັ້ນ, ກໍຢຸດຕິການຢຶດຄອງຂອງ Israel ທີ່ແກ່ຍາວແຕ່ປີ 1967ຢູ່ບັນດາເຂດດິນແດນຂອງ Palestine.
ເປັນອັນວ່າ ດ້ວຍສັນຍາຢຸດຍິງໃໝ່ນີ້, ສັນຍານມີຄວາມສະຫງົບໄດ້ເລີ່ມປະກົດຂຶ້ນຢູ່ຕາເວັນອອກກາງ, ຍ້ອນວ່າກ່ອນນີ້ບໍ່ເທົ່າໃດວັນ, ສະພາບການຢູ່ເຂດ ກາຢາ ບໍ່ນຳຄວາມປາດທະໜາທີ່ປະເອີບໃຈໃດໆມາສູ່ບັນດານັກສັງເກດການ. ຕາມນັ້ນແລ້ວ,ໂດຍອ້າງເຫດຜົນຕອບໂຕ້ຕໍ່ເລື່ອງບັນດາກຳລັງ Palestine ໄດ້ຍິງລູກຈະຫຼວດ ແລະ ປືນໃຫຍ່ ກ່ວາ 100 ລູກໃສ່ເຂດ Eshkol ຢູ່ພາກໄຕ້ Israel ອັນໄດ້ເຮັດໃຫ້ມີຜູ້ຖືກບາດເຈັບ 4 ຄົນນັ້ນ, ອຳນາດການປົກຄອງ Tel Aviv ໄດ້ດຳເນີນການບຸກໂຈມຕີທາງອາກາດຢູ່ທົ່ວເຂດກາຢາ. ຊ້ຳບໍໜຳ ທ່ານນາຍົກລັດຖະມົນຕີ Israel Netanyahu ຍັງຢືນຢັນວ່າ ລັດຊາວຢິວຈະສືບຕໍ່ ດຳເນີນການບຸກໂຈມຕີທາງອາກາດຕ້ານບໍ່ວ່າກຳລັງປະກອບອາວຸດໃດໆທີ່ມີກົນອຸບາຍບຸກໂຈມຕີຊາວ Israel . ຕາມການສະຖີຕິແລ້ວ, ໃນການບຸກໂຈມຕີທາງອາກາດເປັນເວລາ 4 ວັນ ( 9-12/3), ລູກລະເບີດຂອງ Israel ໄດ້ເຮັດໃຫ້ຊາວ Palestine ເສຍຊີວິດຢ່າງໜ້ອຍ 20 ຄົນ ແລະ ອີກ 30 ຄົນໄດ້ຮັບບາດເຈັບ. ນີ້ແມ່ນການປະທະກັນປີນຂັ້ນໃດທີ່ນອງເລືອດທີ່ສຸດລະຫວ່າງ Israel ແລະ Palestine ຢູ່ເຂດກາຢາໃນຮອບ 3 ປີທີ່ຜ່ານມາ. ຄວາມເຄັ່ງຕຶງໄດ້ເພີ່ມຂຶ້ນ, ຂະນະທີ່ໃນວັນທີ 11/3 ທັງ Israel ແລະ Palestine ຕ່າງກໍສະເໜີສະພາຄວາມໝັ້ນຄົງສະຫະປະຊາຊາດຕ້ອງມີການກະທຳ. ໃນຈົດໝາຍທີ່ສົ່ງເຖິງສະພາຄວາມໝັ້ນຄົງສະຫະປະຊາຊາດ, Israel ໄດ້ຕ່ຳໜິຕິຕຽນປະຊາຄົມໂລກເມີນເສີຍຕໍ່ບັນດາກໍລະນີຍິງປືນໃຫຍ່ຈາກເຂດກາຢາ. ສ່ວນເອກອັກຄະລັດຖະທູດ Palestine ປະຈຳສະຫະປະຊາຊາດ ທ່ານ Riyad Mansour ຊີ້ແຈງວ່າສະພາຄວາມໝັ້ນຄົງສະຫະປະຊາຊາດຄວນມີການກະທຳໃນທັນທີເພື່ອສະກັດກັ້ນວິກິດການນີ້, ພ້ອມທັງກ່າວຫາ Israel ໄດ້ເຮັດໃຫ້ສະພາບການໃຊ້ຄວາມຮຸ່ນແຮງ ແລະ ກໍ່ການຮ້າຍປີນຂັ້ນໃດ.
ເພາະສະນັ້ນ, ບັນດາຄວາມຄືບໜ້າທີ່ຫາກໍບັນລຸໄດ້ນັ້ນ, ໄດ້ຊ່ວຍໃຫ້ປະຊາຄົມໂລກ ມີຄວາມປາດທະໜາຄືນໃໝ່. ພາຍຫຼັງກ່ວາ 1 ປີທີ່ຜ່ານມາ, ວິວັດ ທະນາການເຈລະຈາໃຫ້ແກ່ສັນຕິພາບຢູ່ຕາເວັນອອກກາງບໍ່ມີທາງອອກ. ສາຍເຫດຕົ້ນຕໍທີ່ພາໃຫ້ເກີດຄວາມບໍ່ລົງລອຍກັນ, ນັັ້ນແມ່ນໃນຂະນະດຽວກັນກັບການດຳເນີນການເຈລະຈາ, Israel ຍັງຄົງສືບຕໍ່ເປີດກ້ວາງການເຄື່ອນໄຫວກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ໃນເຂດດິນແດນຢຶດຄອງຂອງ Palestine. ໃນຂະນະນັ້ນ, ອຳນາດການປົກຄອງຂອງປະທານາທິບໍດີ Palestine ໄດ້ຍົກອອກເງື່ອນໄຂຕັດສິນຊີ້ຂາດທີ່ວ່າ Israel ຕ້ອງຢຸດຕິການກະທຳນີ້ໃນທັນທີ, ຈຶ່ງສາມາດຊອກຫາສຽງເວົ້າລວມໄດ້.
ດ້ວຍສັນຍາທີ່ຫາກໍບັນລຸໄດ້ນັ້ນ, ຫາງສຽງຖືວ່າ ສັນຍານດັ່ງກ່າວພຽງແຕ່ນຳມາເຊິ່ງຄວາມປະເອີບໃຈໂດຍບໍ່ມີພື້ນຖານຢ່າງໝັ້ນຄົງເທົ່ານັ້ນ. ມັນຈະປະສົບຜົນ ສຳເລັດຖ້າຫາກວ່າທັງ 2 ຝ່າຍລ້ວນແຕ່ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ກັນ. ແຕ່ເຖິງຢ່າງໃດກໍຕາມ, ສະພາບການປະຈຸບັນບໍ່ສາມາດຊ່ວຍບັນດານັກສັງເກດການເຫັນໄດ້ຄວາມຄືບໜ້າດັ່ງກ່າວ. ກ່ອນອື່ນໝົດ, ຢູ່ພາຍໃນ Palestine ເອງ, ພວມມີຫຼາຍຄຳຄິດເຫັນທີ່ບໍ່ເປັນເອກະພາບເທື່ອ. ບັນດາການພົບປະລະຫວ່າງ ຜູ້ຕາງໜ້າຂອງ 2 ກຸ່ມ Hamas ແລະ Fatah ໃນຊຸມມື້ທີ່ຜ່ານມາ ບໍ່ບັນລຸຄວາມຄືບໜ້າໃດໆໃນການຜັນຂະຫຍາຍປະຕິບັດຂໍ້ຕົກລົງກ່ຽວກັບການສ້າງຕັ້ງລັດຖະບານສາມັກຄີຊຶ່ງໄດ້ຮັບການລົງນາມລະຫວ່າງ 2 ຝ່າຍເມື່ອວັນທີ 6/2 ຢູ່ Doha ປະເທດ ກາຕາ. ສາຍເຫດແມ່ນຍ້ອນບັນດາຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງບັນຫາປ້ອງກັນຄວາມສະຫງົບ ແລະ ສິດຕັດສິນດ້ວຍຕົນເອງຂອງແຕ່ລະຝ່າຍ. ສ່ວນໃນການພົວພັນລະຫວ່າງ Israel ແລະ Palestine ກໍເຊັ່ນດຽວກັນ. ເມື່ອຕົ້ນເດືອນ 3 ນີ້, ໂດຍຜ່ານຈໍແດນ, Palestine ໄດ້ສົ່ງສານສະບັບ 1 ເຖິງ Israel , ໃນນັ້ນໄດ້ຢ້ຳຄືນບັນດາເງື່ອນໄຂເພື່ອເຊື່ອມຕໍ່ການເຈລະຈາສັນຕິພາບຄື ຍອມຮັບວິທີການແກ້ໄຂດ້ວຍການຄົງຕົວ 2 ລັດໂດຍອີງບົນບັນດາເສັ້ນຊາຍແດນປີ 1967 ແລະ ຢຸດຕິການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ໃຫ້ຊາວຢິວຢູ່ບັນດາເຂດເກີດການພິພາດກັນ, ໃນນັ້ນມີ Jerusalem ຕາເວັນອອກ....ແຕ່ຫາງສຽງໃຫ້ຂໍ້ສັງເກດວ່າ ເງື່ອນໄຂເຫຼົ່ານັ້ນແມ່ນຍາກທີ່ຈະຮັບຄວາມຍິນຍອມເຫັນດີຈາກອຳນາດການປົກຄອງ Israel .
ປະຈຸບັນ ການພົວພັນລະຫວ່າງ Israel ແລະ Palestine ຍັງຄົງມີສິ່ງກິດຂວາງຫຼາຍຢ່າງ, ບໍ່ອາດຜ່ານຜ່າໄດ້ຢ່າງງ່າຍດາຍ. ແຕ່ຫາງສຽງຍັງມີຄວາມຫວັງຕໍ່ຂໍ້ຕົກລົງທີ່ຫາກໍບັນລຸໄດ້ໃນເວລາທີ່ຜ່ານມາ ພ້ອມກັບຄວາມມານະພະຍາ ຍາມຂອງປະຊາຄົມໂລກຈະສ້າງບັນດາປະຖົມປັດໃຈທີ່ສຳຄັນ,ແມ່ນກຳລັງ ຊຸກຍູ້ ເພື່ອໃຫ້ບັນດາປັດໃຈທີ່ຕັ້ງໜ້າເພື່ອສັນຕິພາບຢູ່ຕາເວັນອອກກາງໄດ້ຮັບການສ້າງຂຶ້ນ.