(VOVWORLD) - ແຕ່ວັນທີ 3-13 ມິຖຸນາ, ສປຊ ຈະຈັດກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢູ່ນະຄອນ ບອນ, ເຢັຍລະມັນ. ນີ້ແມ່ນກອງປະຊຸມກາງສະໄໝ ແນໃສ່ຕີລາຄາສະພາບການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດປະຈຸບັນຢູ່ໃນໂລກ ພ້ອມທັງສ້າງບັນດາເປົ້າໝາຍມຸ່ງຫວັງໃໝ່ໃຫ້ແກ່ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ຄັ້ງທີ 29 – COP29, ຊື່ງຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງຢູ່ Azerbaijan.
ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢູ່ນະຄອນ ບອນ, ເຢັຍລະມັນ. (ພາບປະກອບ: Euronews)
|
ມີຜູ້ແທນປະມານ 6.000 ທ່ານທີ່ມາຈາກ 198 ປະເທດ ແລະ ເຂດແຄ້ວນ ພ້ອມດ້ວຍຜູ້ຕາງໜ້າຫຼາຍອົງການຈັດຕັ້ງສາກົນ, ສະຫະສະມາຄົມພົນລະເຮືອນໄດ້ເຂົ້າຮ່ວມກອງປະຊຸມຢູ່ ບອນ.
ທ່ານເລຂາທິການໃຫ່ຍ ສປຊ Antonio Guterres (ພາບ: THX/TTXVN)
|
ຈຸດສຸມດ້ານການເງິນ ກ່ຽວກັບດິນຟ້າອາກາດ
ກອງປະຊຸມຢູ່ ບອນ ມີຄວາມໝາຍສຳຄັນຕໍ່ບັນດາຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນໂລກ, ຍ້ອນວ່າ ນອກຈາກກອງປະຊຸມສຸດຍອດ COP ປະຈຳປີແລ້ວ, ກອງປະຊຸມຢູ່ ບອນ ກໍ່ແມ່ນເວທີປາໄສປະຈຳປີໜຶ່ງດຽວ ກ່ຽວກັບຫົວເລື່ອງການປ່ຽນແປງຂອງດິນຟ້າອາກາດ ໂດຍ UNFCCC ຈັດຂຶ້ນ. ໃນເວລາ 10 ວັນທີ່ດຳເນີນກອງປະຊຸມ ບອນ, ບັນດາຜູ້ແທນຈະພ້ອມກັນຕີລາຄາຄວາມຄືບໜ້າປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດ້ານດິນຟ້າອາກາດ ຊື່ງໄດ້ຮັບຮອງເອົາທີ່ COP28, ດຳເນີນໃນທ້າຍປີ 2023 ຢູ່ Dubai (UAE), ພ້ອມທັງໄດ້ກຳນົດບັນດາຫົວເລື່ອງບຸລິມະສິດ, ສ້າງໂຄງການດຳເນີນການເຈລະຈາໃຫ້ແກ່ COP29 ໃນທ້າຍປີ 2024 ຢູ່ນະຄອນ Baku, Azerbaijan.
ຢູ່ ບອນ, ໜຶ່ງໃນບັນດາຫົວເລື່ອງຈຸດສຸມແມ່ນການເງິນກ່ຽວກັບດິນຟ້າອາກາດ, ລະອຽດແມ່ນ ກຳນົດແຈ້ງເປົ້າໝາຍ, ຂອບຂະໜາດການປະກອບດ້ານການເງິນຂອງບັນດາປະເທດພັດທະນາ ທີ່ສະຫງວນໃຫ້ແກ່ບັນດາປະເທດພວມພັດທະນາ ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືກົນໄກຂອງບ້ວງການປະກອບສ່ວນນີ້ ແມ່ນພາຍໃຕ້ການອຸປະຖຳ ຫຼື ກູ້ຢືມ. ທ່ານ Simon Stiell, ຜູ້ອຳນວຍການຝ່າຍບໍລິຫານ UNFCCC, ໃຫ້ຮູ້ວ່າ:
ບັນດາບ້ວງເງິນອຸປະຖຳໃໝ່ ແລະ ຮູບການສະໜອງການເງິນທີ່ໃຫ້ບຸລິມະສິດຫຼາຍ ໃຫ້ແກ່ບັນດາປະເທດພວມພັດທະນາ ຕ້ອງໄປພ້ອມກັບການປະຕິຮູບລະບົບການເງິນທົ່ວໂລກ, ຜ່ານນັ້ນ ກໍ່ຫລຸດຜ່ອນການແບກຫາບໜີ້ສິນທີ່ໜັກໜ່ວງໃຫ້ແກ່ປະເທດຕ່າງໆ, ສະໜອງແຫຼ່ງການເງິນທີ່ເໝາະສົມ ແລະ ຊອກຫາບັນດາແຫຼ່ງການເງິນໃໝ່. ພວກເຮົາກໍ່ຕ້ອງສ້າງຕະຫຼາດກາກບອນໜຶ່ງທີ່ບັນລຸປະສິດທິຜົນກ່ວາ ຍ້ອນຕະຫຼາດນີ້ ສາມາດນຳມາເຊິ່ງຫຼາຍແຫຼ່ງລາຍຮັບກ່ວາໃຫ້ແກ່ບັນດາໂຄງການດິນຟ້າອາກາດຂອງບັນດາປະເທດ.
ກ່ຽວກັບບັນຫາການເງິນ, ບັນດາການປຶກສາຫາລືກ່ຽວກັບກອງທຶນຊົດເຊີຍຄວາມເສຍຫາຍ ກໍ່ແມ່ນບຸລິມະສິດໜຶ່ງ. ກອງປະຊຸມ ບອນ ກໍ່ຈະດຳເນີນຮອບເຈລະຈາສຸດທ້າຍຂອງ “ການເຈລະຈາ Glasgow” ໄດ້ເລີ່ມຕົ້ນທີ່ COP26 ປີ 2021 ຢູ່ Glasgow (Scotland), ກ່ຽວກັບການສະກັດກັ້ນ, ຫລຸດຜ່ອນໃນລະດັບຕ່ຳສຸດ ແລະ ແກ້ໄຂບັນດາຄວາມເສຍຫາຍຈາກຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ.
ບຸລິມະສິດຕໍ່ໄປຂອງກອງປະຊຸມ ບອນ ແມ່ນປຶກສາຫາລືເລື່ອງຫັນບັນດາຄຳໝັ້ນສັນຍາກ່ຽວກັບການຄ່ອຍໆລົບລ້າງເຊື້ອເພີງ ຟອັກຊິວ ເປັນອັນລະອຽດ ກໍ່ໄດ້ຮັບວ່າ ແມ່ນໝາກຜົນທີ່ໜ້າສົນໃຈທີ່ສຸດຂອງ COP28, ໄດ້ເຂົ້າໃນບົດປະກອບໂດຍປະເທດກຳນົດເອງ (NDC) ຂອງປະເທດຕ່າງໆ.
ຍູ້ໄວການລົບລ້າງເຊື້ອເພີງ ຟອັກຊິວ
ເຖິງວ່າດ້ານການເງິນກ່ຽວກັບດິນຟ້າອາກາດ ໄດ້ຖືກຄາດຄະເນວ່າ ແມ່ນຫົວເລື່ອງຕົ້ນຕໍຢູ່ COP29 ທີ່ຈະຈັດຂຶ້ນໃນທ້າຍປີນີ້ຢູ່ Azerbaijan ກໍ່ຕາມ ແຕ່ຢູ່ກອງປະຊຸມ ບອນ ກໍ່ຄືເຫດການຕ່າງໆ ກ່ຽວກັບດິນຟ້າອາກາດຫວ່າງແລ້ວນີ້, ກຳລັງກົດດັນກ່ຽວກັບການຍູ້ໄວຄວາມຄືບໜ້າໃນການລົບລ້າງເຊື້ອເພີງ ຟອັກຊິວ ກໍ່ພວມນັບມື້ນັບໃຫ່ຍຫຼວງກ່ວາ ພາຍຫຼັງທີ່ຫຼາຍບົດລາຍງານວິທະຍາສາດ ຫາກໍ່ປະກາດ ໄດ້ສະແດງໃຫ້ເຫັນວ່າ: ໜ່ວຍໂລກພວມອຸ່ນຂຶ້ນດ້ວຍລະດັບຄວາມໄວທີ່ໜ້າກ່າວເຕືອນ. ລະອຽດຄື: ວັນທີ 6 ມິຖຸນາ, ອົງການອຸຕຸນິຍົມໂລກ (WMO) ປະກາດບົດລາຍງານໂດຍໃຫ້ເຫັນວ່າ ມີປະມານ 80% ທີ່ອຸນຫະພູມສະເລ່ຍຂອງໜ່ວຍໂລກ ອາດຈະສູງກ່ວາຢ່າງໜ້ອນສຸດ 1,5 ອົງສາເຊ ເມື່ອທຽບໃສ່ສະໄໝຕົ້ນອຸດສາຫະກຳໃນ 5 ປີຂ້າງໜ້າ. ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ຮຽກຮ້ອງໃຫ້ໂລກ ຈົ່ງຢຸດຕິການໂຄສະນາເຊື້ອເພີງ ຟອັກຊິວ ພ້ອມທັງຍູ້ໄວວິວັດການລົບລ້າງປະເພດເຊື້ອເພີງ ຊື່ງແມ່ນສາຍເຫດຕົ້ນຕໍ ທີ່ກໍ່ໃຫ້ເກີດມົນລະພິດເຮືອນແກ້ວ ເຮັດໃຫ້ໜ່ວຍໂລກອຸ່ນຂຶ້ນ. ຕາມທ່ານເລຂາທິການໃຫ່ຍ ສປຊ ແລ້ວ, ເປົ້າໝາຍຮັກສາໃຫ້ໜ່ວຍໂລກ ບໍ່ອຸ່ນຂຶ້ນຕື່ມອີກ 1,5 ອົງສາເຊ ແມ່ນີລັກສະນະເປັນຕາຍ ສຳລັບຫຼາຍປະເທດ ແລະ ປະຊາຄົມ:
ຄວາມແຕກຕ່າງລະຫວ່າງ 1,5 ແລະ 2 ອົງສາເຊ ອາດຈະແມ່ນຄວາມແຕກຕ່າງລະຫວ່າງເລື່ອງຖືກດັບສູນ ຫຼື ເປັນຕາຍຂອງບັນດາປະເທດເກາະນ້ອຍ ແລະ ປະຊາຄົມເຂດແຄມທະເລ, ແມ່ນຄວາມແຕກຕ່າງລະຫວ່າງເລື່ອງຫລຸດຜ່ອນວິນາດຕະກຳໃນລະດັບຕ່ຳສຸດ ຫລື ຜ່ານຈຸດອັນຕະລາຍ. ດັ່ງນັ້ນ, 1,5 ອົງສາ ຊີ ບໍ່ແມ່ນຄາດໝາຍ, ຈຸດປະສົງ, ຫາກແມ່ນຂອບເຂດການກຳນົດດ້ານຟີຊິກ.
ຕາມບັນດາຜູ້ຊ່ຽວຊານດ້ານດິນຟ້າອາກາດແລ້ວ, ນັບທັງໃນເວລາປະລິມານອາຍເສຍບັນລຸລະດັບ 0 ໃນປະຈຸບັນນີ້, ການປ່ຽນແປງຂອງດິນຟ້າອາກາດ ຍັງຈະກໍ່ຜົນເສຍຫາຍໃນແຕ່ລະປີຢ່າງໜ້ອຍສຸດແມ່ນ 38.000 ຕື້ USD ໃນປີ 2050. ຈຳນວນເງິນດັ່ງກ່າວ ແມ່ນຫຼາຍກ່ວາຕົວເລກ 2.400 ຕື້ USD ທີ່ຈຳເປັນໃນປີ 2030 ເພື່ອໃຫ້ບັນດາປະເທດພັດທະນາປະລະເຊື້ອເພີງ ຟອັກຊິວ ແລະ ຮັບມືກັບສະພາບອຸ່ນຂຶ້ນໃນທົ່ວໂລກ./.