(vovworld) - ວັນທີ 25/2, ປະເທດ ຢູແກຼນ ເລີ່ມຕົ້ນແຕ່ງຕັ້ງຜູ້ອອກສະໝັກເລືອກຕັ້ງເປັນປະທານາທິບໍດີ, ນີ້ແມ່ນບາດກ້າວເປີດສາກໃຫ້ແກ່ການເລືອກຕັ້ງປະທານາທິບໍດີເຊິ່ງຈະດຳເນີນໃນທ້າຍເດືອນ 5 ຈະມາເຖິງ. ການເລືອກຕັ້ງໄດ້ຮັບຖືວ່າ ແມ່ນບາດກ້າວທີ່ສຳຄັນ, ຊ່ວຍໃຫ້ ຢູແກຼນ ຮັກສາຄວາມໝັ້ນຄົງ, ຫຼຸດຜ່ອນຄວາມເຄັ່ງຕຶງພາຍໃນປະເທດ, ແລະໃກ້ຊິດກັບເອີລົບໂດຍໄວ. ເຖິງຢ່າງໃດກໍ່ຕາມ, ດ້ວຍພື້ນຖານເສດຖະກິດຊຸດໂຊມ, ສັງຄົມກະແຈກກະຈາຍນັ້ນ, ຫາງສຽງວິຕົກກັງວົນວ່າ, ຢູແກຼນ ຍາກທີ່ຈະບັນລຸໄດ້ຈຸດປະສົງທີ່ໄດ້ວາງອອກ .
ຫວ່າງແລ້ວນີ້, ປະທານາທິບໍດີຊົ່ວຄາວ ຢູແກຼນ ທ່ານ Alexandre Turchinov ໄດ້ໃຫ້ຄຳໝັ້ນສັນຍາວ່າ, ໜ້າທີ່ຕົ້ນຕໍຂອງລັດຖະບານໃໝ່ແມ່ນຢຸດຕິການປະທະກັນ, ຟື້ນຟູຄວາມເປັນລະບຽບຮຽບຮ້ອຍພາຍໃນປະເທດ, ຮັບປະກັນສັນຕິພາບ, ຄວາມສະຫງົບ, ບໍ່ປະໃຫ້ເກີດການຂັດແຍ້ງກັນພາຍໃນປະເທດ ແລະ ການແກ້ແຄ້ນສ່ວນຕົວ, ນອກນັ້ນການປັບປຸງພື້ນຖານເສດຖະກິດ ແລະ ການຟື້ນຟູວິວັດການເຊື່ອມໂຍງກັບເອີລົບ ກໍ່ແມ່ນໜຶ່ງໃນບັນດາໜ້າທີ່ຕົ້ນຕໍອີກ.
ປະທານາທິບໍດີຊົ່ວຄາວ ຢູແກຼນ ທ່ານ Alexandre Turchinov ກ່າວຄຳເຫັນໃນຊ່ອງໂທລະພາບແຫ່ງຊາດ
(ພາບ: BBC)
ສະພາບຂາດຄວາມໝັ້ນຄົງໃນສັງຄົມ ຢູແກຼນ
ພາຍຫຼັງທີ່ເກີດເສິກກາງເມືອງ, ຊາວ ຢູແກຼນ ນັບພັນຄົນໄດ້ແຫ່ຂະບວນປະທ້ວງຢູ່ຕາມນະຄອນທ່າ Sevastopol ໃນສະພາບທີ່ມີຄວາມວິຕົກກັງວົນທີ່ວ່າ ປະເທດທີ່ຂຶ້ນກັບໂຊວຽດເກົ່າອາດຈະຖືກຍຸບເລີກ. ຍ້ອນບາງເທື່ອ Sevastopol ຈະກາຍເປັນຈຸດທີ່ເຄັ່ງຮ້ອນຂອງຂະບວນການແຍກຕົວ ສະໜັບສະໜູນ ມົດສະກູ. ຕໍໜ້າສະພາບການດັ່ງກ່າວ, ບັນດາປະເທດຄື: ອາເມລິກາ, ເຢຍລະມັນ, ຝລັ່ງ ແລະ ໂປໂລຍ ໄດ້ຮຽກຮ້ອງໃຫ້ ຢູແກຼນ ຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຕົນໄວ້.
ວົງການນັກໄຈ້ແຍກວິຕົກກັງວົນວ່າ ຢູແກຼນ ບໍ່ພຽງແຕ່ຂາດຄວາມໝັ້ນຄົງເທົ່ານັ້ນ, ຫາກນັບແຕ່ດົນນາມາແລ້ວ, ສັງຄົມ ຢູແກຼນ ໄດ້ຖືກແບ່ງແຍກເປັນ 2 ທ່າອ່ຽງນັ້ນແມ່ນ: ຝ່າຍນິຍົມລັດເຊຍ ແລະ ຝ່າຍນິຍົມບັນດາປະເທດຕາເວັນຕົກ. ໃນຕະຫຼອດ 20 ປີທີ່ຜ່ານມາ, ສາມາດເຫັນໄດ້ຢ່າງຈະແຈ້ງວ່າ ຄວາມຂັດແຍ້ງກັນລະຫວ່າງສອງຝ່າຍດັ່ງກ່າວຍາກທີ່ຈະແກ້ໄຂໄດ້.
ຍ້ອນເຫັດນັ້ນ, ເຖິງວ່າຈະຈັດການເລືອກຕັ້ງປະທານາທິບໍດີກໍ່ຕາມ ແຕ່ປະຊາຊົນປະເທດນີ້ກໍ່ບໍ່ສະໜັບສະໜູນຜູ້ກຳອຳນາດຝ່າຍໃດຢ່າງສຸດຈິດສຸດໃຈ. ໝາຍຄວາມວ່າ, ບໍ່ວ່າຜູ້ທີ່ຂຶ້ນກັບຝ່າຍໃດຂຶ້ນກຳອຳນາດ, ກໍ່ບໍ່ສາມາດຮັກສາຄວາມໝັ້ນຄົງໃນໄລຍະຍາວໄດ້ ແລະ ກໍ່ບໍ່ມີແນວທາງການຕ່າງປະເທດຢ່າງຈະແຈ້ງເທື່ອ.
ນອກນັ້ນ, ເລື່ອງ ຢູແກຼນ ເຄີຍຜ່ານການປະຕິວັດສີສົ້ມ ທີ່ມີສີສັນ ”ປະຊາທິປະໄຕ” ຝ່າຍຕາເວັນຕົກໃນເມື່ອກ່ອນນັ້ນ, ໄດ້ເຮັດໃຫ້ປະຊາຊົນປະເທດນີ້ເສຍຫວັງຕໍ່ການພັດທະນາ. ຫາກຜົນໄດ້ຮັບພຽງແຕ່ແມ່ນສະພາບຂາດຄວາມໝັ້ນຄົງ , ການເມືອງຖືກແບ່ງແຍກ, ເສດຖະກິດຊຸດໂຊມ, ການພົວພັນກັບບັນດາປະເທດໃກ້ຄຽງນັບມື້ນັບຮ້າຍແຮງ.
ຄວາມຫຍຸ້ງຍາກທາງດ້ານເສດຖະກິດ
ປະຈຸບັນ, Kiev ພວມປະເຊີນໜ້າກັບສະພາບໜີ້ສິນຢ່າງຮ້າຍແຮງ. ໜີ້ສິນສາທາລະນະຂອງ ຢູແກຼນໃນປີ 2013 ໄດ້ເພີ່ມຂຶ້ນ 13% ເມື່ອທຽບໃສ່ປີ 2012 ແມ່ນ 73,1 ຕື້ USD, ກວມກວ່າ 30% ຍອດຜະລິດຕະພັນພາຍໃນ (GDP). ຕາມແຜນການແລ້ວ, ຮອດທ້າຍໃຕມາດ 2 ປີນີ້, Kiev ຕ້ອງໃຊ້ໜີ້ກອງທຶນເງິນຕາສາກົນ (IMF) 3 ຕື້ USD, ສະພາບຂາດດຸນງົບປະມານກໍ່ລື່ນກາຍລະດັບ 8%. ໃນຂະນະນັ້ນ, ເລື່ອງໂຄ່ນລົ້ມປະທານາທິບໍດີ Yanukovych ຂອງຜູ້ແຫ່ຂະບວນປະທ້ວງ ກໍ່ເຮັດໃຫ້ບ້ວນຊ່ວຍເຫຼືອ 15 ຕື້ USD ຂອງລັດເຊຍໃຫ້ແກ່ ຢູແກຼນ ຖືກທະລາຍໄປ.
ວັນທີ 24/2, ວົງການເຈົ້າໜ້າທີ່ ຢູແກຼນ ກໍ່ແຈ້ງໃຫ້ຮູ້ວ່າ, ປະເທດນີ້ຕ້ອງການເງີນໜູນຊ່ວຍດ່ວນຈາກຕ່າງປະເທດ 35 ຕື້ USD ແລະ ສະເໜີໃຫ້ບັນດານັກອຸປະຖຳຝ່າຍຕາເວັນຕົກຮຽກໂຮມກອງປະຊຸມສາກົນ ໃນ 2 ສັບປະດາຈະມາເຖິງ ເພື່ອຮັບຮອງເອົາແຜນການກູ້ຊ່ວຍສະພາບການເງິນໃຫ້ແກ່ Kiev.
ໃນສະພາບຄວາມຫຍຸ້ງຍາກດັ່ງກ່າວ, ວັນທີ 24/2, ທ່ານນາຍົກລັດຖະມົນຕີລັດເຊຍ Medvedev ພັດເນັ້ນໜັກວ່າ, ການຕໍ່ກຳນົດເວລາໃຫ້ຂໍ້ຕົກລົງອາຍແກສລະຫວ່າງ ລັດເຊຍ - ຢູແກຼນ ຕ້ອງໄດ້ຮັບການປຶກສາຫາລືລະຫວ່າງບໍລິສັດຕ່າງໆຂອງ ຢູແກຼນ ກັບລັດຖະບານປະເທດນີ້, ຫາກລັດເຊຍ ບໍ່ເຮັດວຽກກັບສ່ວນບຸກຄົນໃດໜຶ່ງ, ເພາະວ່ານີ້ແມ່ນບັນຫາການພົວພັນລະຫວ່າງສອງປະເທດ. ຄຳຖະແຫຼງດັ່ງກ່າວ ແມ່ນບໍ່ມີປະໂຫຍດໃຫ້ແກ່ ຢູແກຼນ , ເພາະວ່າກ່ອນນັ້ນ, ທ່ານ Medvedev ໄດ້ຢືນຢັນວ່າ, ລັດເຊຍ ສົງໃສຕໍ່ລັກສະນະຖືກຕ້ອງຕາມກົດໝາຍຂອງກົງຈັກກຳອຳນາດຢູ່ ຢູແກຼນ ແລະ ເລື່ອງບາງປະເທດຮັບຮອງອຳນາດການປົກຄອງ ຢູແກຼນ ໃນປະຈຸບັນແມ່ນສິ່ງທີ່ຜິດພາດ.
ສ່ວນທ່ານລັດຖະມົນຕີເສດຖະກິດລັດເຊຍ Alexei Ulyukayev ກໍ່ກ່າວເຕືອນ ຢູແກຼນ ວ່າ, ມົດສະກູ ຈະຍົກລະດັບພາສີນຳເຂົ້າສຳລັບສິນຄ້າຂອງປະເທດນີ້, ຖ້າຫາກ Kiev ເຊັນຂໍ້ຕົກລົງຮ່ວມມືກັບສະຫະພາບເອີລົບ (EU).
ໃນຂະນະນັ້ນ, ຄວາມຫວັງກ່ຽວກັບຂໍ້ຕົກລົງຮ່ວມມືກັບ EU ກໍ່ຕ້ອງລໍຖ້າເຖິງເວລາດຳເນີນການເລືອກຕັ້ງປະທານາທິບໍດີໃນວັນທີ 25/5 ຈະມາເຖິງສຳເລັດຜົນ.
ໃນສະພາບການດັ່ງກ່າວ, ຫຼາຍປະເທດຝ່າຍຕາເວັນຕົກ ໄດ້ອອກຖະແຫຼງການຈະໜູນຊ່ວຍ ຢູແກຼນ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າສະພາບການເງິນທີ່ຮ້າຍແຮງຢູ່ປະເທດນີ້, ຢູແກຼນ ຕ້ອງການໄດ້ຮັບການກູ້ຊ່ວຍໃນທັນທີກວ່າບັນດາຄຳໝັ້ນສັນຍາ.
ເປັນທີ່ຈະແຈ້ງແລ້ວວ່າ, ຢູແກຼນ ພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຢ່າງຮອບດ້ານ, ນັບທັງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ. ເພື່ອແກ້ໄຂຄວາມຫຍຸ້ງຍາກນີ້ໃຫ້ໄດ້ແມ່ນເລື່ອງບໍ່ງ່າຍດາຍໃຫ້ບໍ່ວ່າຝ່າຍໃດທີ່ກຳອຳນາດຢູ່ ຢູແກຼນ.