(vovworld) – ບັນດາເຫດການທະຫານອັງກິດ, ຝລັ່ງ ຖືກບຸກໂຈມຕີດ້ວຍອາວຸດປະຖົມປະຖານ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງຫວ່າງແລ້ວນີ້ ໄດ້ເຮັດໃຫ້ບັນດາປະເທດດັ່ງກ່າວຕົກເຂົ້າສູ່ສະພາບເຕືອນໄພ. ແມ່ນບໍ່ວ່າ, ນີ້ແມ່ນການບຸກໂຈມຕີເພື່ອໂຕ້ຕອບເຫດກໍ່ການຮ້າຍຄັ້ງຕ່າງໆ ຫຼື ແມ່ນຜົນຕາມມາຈາກແນວຄິດອິດສະລາມຫົວຮຸນແຮງ? ນັ້ນແມ່ນສິ່ງທີ່ບັນດາເຈົ້າໜ້າທີ່ພວມຊອກຫາຄຳຕອບ, ແຕ່ເປັນທີ່ຈະແຈ້ງແລ້ວວ່າ ການກະທຳຂອງ ”ພວກຫົວຮຸນແຮງ” ນີ້ ໄດ້ເຮັດໃຫ້ເອີລົບຕ້ອງປະເຊີນໜ້າກັບການທ້າທາຍໃໝ່ໃນໄລຍະຈະມາເຖິງ.
ຕົວການຢືນຢູ່ບ່ອນເກີດເຫດຮຽກຮ້ອງຜູ້ຂ້າມຖະໜົນຖ່າຍຮູບ ຫຼື ຖ່າຍທຳວີດີໂອ
(ພາບ: ອິນເຕີແນດ)
ເຫດການພວກອິດສະລາມຫົວຮຸນແຮງຂ້າພັນລັນແທງທະຫານອັງກິດ ຜູ້ໜຶ່ງຢູ່ລອນດອນ ປະເທດອັງກິດ ນັ້ນ, ໄດ້ເຮັດໃຫ້ຫາງສຽງວິຕົກກັງວົນຫຼາຍ, ຫຼັງຈາກນັ້ນສອງ, ສາມມື້, ຢູ່ຝລັ່ງ, ທະຫານອື່ນອີກຜູ້ໜຶ່ງກໍ່ຖືກແທງຢ່າງສາຫັດຢູ່ເຂດໃຈກາງສູນການຄ້າທີ່ຄຶກຄົມໜາແໜ້ນ ມໍ່ກັບໃຈກາງນະຄອນຫຼວງປາຮີ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ທັງ 2 ເຫດການນີ້ ລ້ວນແຕ່ເກີດຂຶ້ນຢູ່ເຂດທີ່ມີພົນລະເມືອງໜາແໜ້ນ ແລະ ຜູ້ກໍ່ການຮ້າຍກໍ່ບໍ່ຕັ້ງໃຈຫຼົບໜ້າ, ຫາກຍັງຢືນຢູ່ບ່ອນເກີດເຫດເພື່ອຮຽກຮ້ອງຜູ້ຂ້າມຖະໜົນຖ່າຍຮູບ ຫຼື ຖ່າຍທຳວີດີໂອ. ສາຍເຫດໜຶ່ງດຽວທີ່ເຮັດໃຫ້ພວກມັນເຂັ່ນຂ້າຜູ້ບໍ່ມີໂທດກຳນັ້ນ ແມ່ນເພື່ອແກ້ແຄ້ນຕໍ່ເລື່ອງລັດຖະບານອັງກິດ ເຂົ້າຮ່ວມສົງຄາມຕ້ານຊາວອິດສະລາມ, ພ້ອມທັງຮຽກຮ້ອງໃຫ້ຊາວອັງກິດໂຄ່ນລົ້ມລັດຖະບານ. ເປັນທີ່ຈະແຈ້ງແລ້ວວ່າ, ເລື່ອງຕົວການ 2 ຄົນບຸກໂຈມຕີທະຫານອັງກິດຜູ້ໜຶ່ງ ແລະ ຖ້ອຍຄຳທີ່ມີລັກສະນະການເມືອງ ເຊິ່ງພວກມັນໄດ້ຍົກອອກພາຍຫຼັງກໍ່ເຫດນັ້ນ, ແມ່ນພື້ນຖານເພື່ອໃຫ້ທຸກຄົນເຊື່ອໝັ້ນວ່າ, ນີ້ບໍ່ແມ່ນກໍລະນີຂ້າຄົນແບບທຳມະດາ. ກໍ່ເຊັ່ນດຽວກັບເຫດການບຸກໂຈມຕີຢູ່ອັງກິດ, ເຖິງວ່າບໍ່ທັນມີພື້ນຖານເພື່ອຢືນຢັນໄດ້ວ່າມີການຮ່ວມສຳພັນ, ແຕ່ເບິ່ງວິທີເຊິ່ງພວກມັນປະຕິບັດຢູ່ຝລັ່ງ ກໍ່ສາມາດເຫັນໄດ້ວ່າ ການບຸກໂຈມຕີທັງສອງນັ້ນ ລ້ວນແຕ່ມີສາຍເຫດດຽວກັນ. ນັ້ນແມ່ນການແກ້ແຄ້ນ ຕໍ່ການບຸກໂຈມຕີຕ້ານກໍ່ການຮ້າຍຄັ້ງຕ່າງໆຂອງອັງກິດ ແລະ ຝລັ່ງ. ສຳລັບອັງກິດແມ່ນຍ້ອນເລື່ອງເຂົ້າຮ່ວມກຳລັງທະຫານປະສົມທີ່ຄຽງຂ້າງອາເມລິກາ ໃນບັ້ນຮົບຕ້ານກໍ່ການຮ້າຍຢູ່ອາບການິສະຖານ ແລະ ອີຮັກ. ສ່ວນຝລັ່ງ ແມ່ນຍ້ອນປະເທດນີ້ດຳເນີນບັ້ນຊອກຈັບພວກກໍ່ການຮ້າຍຢູ່ອາຟຣິກາເໜືອ ແລະ ຫວ່າງແລ້ວນີ້ແມ່ນການແຊກແຊງດ້ານການທະຫານຢູ່ມາລີ. ເວົ້າແນວອື່ນ, ນີ້ບາງເທື່ອແມ່ນຄຳປະກາດສົງຄາມຂອງຜູ້ເຊື່ອຖືສາສະໜາອິດສະລາມ ທີ່ມີຕໍ່ທະຫານຝ່າຍຕາເວັນຕົກ ຍ້ອນເຂົາເຈົ້າໄດ້ເຂົ້າຮ່ວມບັ້ນຮົບຕ້ານກໍ່ການຮ້າຍຢູ່ຫຼາຍແຫ່ງໃນໂລກ.
ການບຸກໂຈມຕີຄັ້ງຕ່າງໆໃສ່ທະຫານອັງກິດ ແລະ ຝລັ່ງຜ່ານມາ ມີລັກສະນະຂອງການບຸກໂຈມຕີທາງສາສະໜາຫຼືບໍ່? ມາຮອດປະຈຸບັນ, ຍັງບໍ່ທັນມີມູນຖານເພື່ອພິສູດໃຫ້ເຫັນສິ່ງດັ່ງກ່າວເທື່ອ. ແຕ່ເມື່ອສັງເກດບັນດາເຫດການບຸກໂຈມຕີໃນໜຶ່ງເດືອນຜ່ານມາ, ນັບແຕ່ເຫດການວາງລະເບີດຢູ່ Boston ຕະຫຼອດຮອດເຫດການທີ່ເກີດຂຶ້ນຢູ່ລອນດອນ ແລະ ປານຣີ ນັ້ນ, ສາມາດເຫັນໄດ້ຢ່າງຈະແຈ້ງວ່າ, ບັນດາເຫດບຸກໂຈມຕີດັ່ງກ່າວລ້ວນແຕ່ໂດຍພວກກໍ່ການຮ້າຍປະຕິບັດ. ຕາມຜູ້ຊ່ຽວຊານຕ້ານກໍ່ການຮ້າຍຈຳນວນໜຶ່ງແລ້ວ, ບັນດາເອກະສານ, ບົດຂຽນທີ່ມີແນວຄິດຫົວຮຸນແຮງນັບມື້ນັບປະກົດຫຼາຍທາງເຄືອຂ່າຍອິນເຕີແນດ ຂອງລັດຖະບານຈຳນວນໜຶ່ງຢູ່ເອີລົບ, ອັນໄດ້ສ້າງເງື່ອນໄຂໃຫ້ແກ່ການເຜີຍແຜ່ຄຳພີຕາຍຕົວຂອງສາສະໜາອິດສະລາມ. ໃນຂະນະນັ້ນ, ຕຳຫຼວດ ແລະ ສືບລາຊະການລັບຂອງອັງກິດ, ຝລັ່ງ ຫຼື ອາເມລິກາ ພັດບໍ່ມີພາຫະນະຢ່າງພຽງພໍ ເພື່ອຄົ້ນພົບບັນດາພາກສ່ວນກໍ່ການຮ້າຍນີ້. ຕາມບົດລາຍງານຂອງອົງການປ້ອງກັນຄວາມສະຫງົບຮອນລັງ ແລ້ວ, ເວທີປາໄສຕ່າງໆທາງເຄືອຂ່າຍອິນເຕີແນດ ພວມເປັນການປຸກລະດົມບັນດາການກະທຳຫົວຮຸນແຮງຂະໜາດນ້ອຍ ຄືເຫດເຂັ່ນຂ້າທະຫານ 2 ຄັ້ງຜ່ານມາ. ນັບແຕ່ປີ 2010 ມາຮອດປະຈຸບັນ, ອັງກິດ ໄດ້ທຳລາຍກວ່າ 2000 ເວັບໄຊ ທີ່ມີເນື້ອໃນກະຕຸກຊຸກຍູ້ດຳເນີນການກໍ່ການຮ້າຍ. ປະຈຸບັນ, ກົດໝາຍຂອງອັງກິດກໍ່ພວມໄດ້ຮັບການນຳໃຊ້ ເພື່ອກີດຂວາງບັນດາຜູ້ທີ່ມີທ່າອ່ຽງຈະກາຍເປັນບັນດາພາກສ່ວນຫົວຮຸນແຮງ ຂອງກຳລັງກໍ່ການຮ້າຍ. ແຕ່ຄວາມມານະພະຍາຍາມກີດຂວາງ ”ຂະບວນການຫັນເປັນຫົວຮຸນແຮງ” ໃນປະຊາຄົມຊາວມຸດສະລິນ ພັດປະສົບກັບການໂຕ້ຖຽງກັນພາຍໃນອຳນາດການປົກຄອງບັນດາປະເທດຝ່າຍຕາເວັນຕົກ, ໃນນັ້ນຝ່າຍໜຶ່ງມີທັດສະນະເຄົາລົບສິດເສລີໃນການປາກເວົ້າ ແລະ ຝ່າຍໜຶ່ງເຄົາລົບຍຸດທະສາດຕ້ານກໍ່ການຮ້າຍຢ່າງແຮງ.
ປະຈຸບັນ, ສາຍເຫດຂອງການບຸກໂຈມຕີ 2 ຄັ້ງຢູ່ປາຮີ ແລະ ລອນດອນບໍ່ທັນໄດ້ຮັບການຢັ້ງຢືນວ່າ ມີການກ່ຽວຂ້ອງເຖິງບັນດາອົງການກໍ່ການຮ້າຍຫຼືບໍ. ແຕ່ບັນດາຜູ້ຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ, ຖ້າຫາກສິ່ງດັ່ງກ່າວໄດ້ຮັບການກຳນົດ ນີ້ຈະແມ່ນ ”ຄວາມຝັນທີ່ຮ້າຍແຮງຂອງຂະແໜງປ້ອງກັນຄວາມສະຫງົບຝ່າຍຕາເວັນຕົກ”. ດ້ວຍແບບວິທີກະທຳໃໝ່ແມ່ນ ”ຫັນເປັນງ່າຍດາຍ” ການບຸກໂຈມຕີບໍ່ຕ້ອງໃຊ້ອາວຸດທີ່ທັນສະໄໝ, ດ້ວຍຂະໜາດນ້ອຍ ແຕ່ກໍ່ຂຶ້ນໂດຍບັງເອີນນັ້ນ, ເບິ່ງຄືວ່າຕົວການພວມພະຍາຍາມເຜີຍແຜ່ແນວຄິດຫົວຮຸນແຮງ ເພື່ອກໍ່ຄວາມຂາດສະຖຽນລະພາບດ້ານການເມືອງ, ສັງຄົມ. ໃນຂະນະທີ່ພວມຮັບມືກັບວິກິດການໜີ້ສາທາລະນະນັ້ນ, ແນ່ນອນວ່າ, ເອີລົບຈະຕ້ອງພະຍາຍາມສຸດຈິດສຸດໃຈເພື່ອຮັບມືກັບຄວາມຂາດສະຖຽນລະພາບ ເຊິ່ງອາດຈະເພີ່ມຂຶ້ນໃນໄລຍະໃກ້ໆນີ້.