ສະພາຜູ້ແທນປະຊາຊົນແຫ່ງຊາດ ເຕີນຈ່າວ- ຕົ້ນກຳເນີດຂອງສະພາແຫ່ງຊາດຫວຽດນາມ

(vovworld)- ວັນ​ທີ 16/8/1945, ກ່ອນ​ທີ່​ດຳ​ເນ​ີນ​ການ​ລຸກ​ຮື້ຂຶ້ນຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ໃນ​ທົ່ວ​ປະ​ເທດ, ກອງ​ປະ​ຊຸມ​​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ຖືກ​ຈັດ​ຂຶ້ນ​ຢູ່ ສາ​ລາ​ບ້ານ ເຕີນ​ຈ່າວ (ຕວຽນ​ກວາງ) ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ທີ່​ຕາງ​ຫນ້າ​ໃຫ້​ບັນ​ດາ​ຂະ​ແຫນງ​ການ, ວົງ​ການ​, ຊົນ​ເຜົ່າ, ພັກ​ຝ່າຍ​ການ​ເມືອງ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ກູ້​ຊາດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຈຳ​ນວນ​ຫນຶ່ງ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມັກ​ຄີ​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​ຂອງ​ຊາດ​ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ແນວ​ທາງ​ການ​ລຸກ​ຮື້​ຂຶ້ນ​ທົ່ວ​ປະ​ເທດ, ລົບ​ລ້າງ​ລະ​ບອບ​ເປັນ​ຂ້າ​ທາດ​ຂອງ​ລ່າ​ເມືອງ​ຂຶ້ນ, ສັກ​ດີ​ນາ, ສ້າງ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ທຳ​ອິດ​ໃຫ້​ລະ​ບອບ​ໃຫມ່.  ກອງ​ປະ​ຊຸມ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ເຕີນ​ຈ່າວ ໄດ້​ຢືນ​ຢັນ​ຄວາມ​ຄືບ​ຫນ້າ​ໃຫຍ່​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ສອດ​ຄ​ອ່ງ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ແຫ່ງຄວາ​ມ​ສີ​ວິ​ໄລຂອງມວນ​ມະ​ນຸດ, ສະ​ແດງ​ໃຫ້​ເຫັນ​ສິດ​ເສ​ລີ, ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ເທດ​ເອ​ກະ​ລາດ, ມີ​ອະ​ທິ​ປະ​ໄຕ. ເຖິງວ່າ ມີ​ຈຳ​ນວນ​ຜູ້​ແທນກວ່າ 60 ຄົນ, ແຕ່​ໄດ້​ຮັບ​ຖື​ວ່າ ແມ່ນກອງ​ປະ​ຊຸມ​ໃຫຍ່​ມີ​ລະ​ດັບ​ປະ​ຫວັດ​ສາດ​ຂອງ​ສະ​ພາ​ແຫ່ງ​ຊາດ, ແມ່ນ​ອົງ​ການ​ສິດ​ອຳ​ນາດ​ຊົ່ວ​ຄາວ​ຂອງ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ.
ສະພາຜູ້ແທນປະຊາຊົນແຫ່ງຊາດ ເຕີນຈ່າວ- ຕົ້ນກຳເນີດຂອງສະພາແຫ່ງຊາດຫວຽດນາມ  - ảnh 1
ສາ​ລາ​ບ້ານ ເຕີນ​ຈ່າວ-ບ່ອນ​ດຳ​ເນີນ
ກອງ​ປະ​ຊຸມ​​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ
ພາບ​ເອ​ກະ​ສານ

       ຕາງ​ຫນ້າ​ໃຫ້​ທົ່ວ​ປວງ​ຊົນ​ຕັດ​ສິນ​ຊາ​ຕາ​ກຳຂອງ​ຊາດ

        ທີ່ກອງ​ປະ​ຊຸມ​ໃຫຍ່, ທ່ານ ເຈື່ອງ​ຈີງ, ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ກອມ​ມູ​ນິດ ອິນ​ດູ​ຈີນ  ໄດ້​ອ່ານ​ບົດ​ລາຍ​ງານ, ໃນ​ນັ້ນ ໄດ​້​ເນັ້ນ​ຫນັກ​ເຖິງ ສອງ​ບັນ​ຫາ​ໃຫຍ່ ນັ້ນ​ແມ່ນ: ການ​ລຸກ​ຮື້​ຂຶ້ນ​ທົ່ວ​ປະ​ເທດ ແລະ ການ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ປົດ​ປ່ອຍ​ຊາດ(ໝາຍ​ເຖິງ​ລັດ​ຖະ​ບານ​ປະ​ຕິ​ວັດ​ຊົ່ວ​ຄາວ). ພັກ​ກອມ​ມູ​ນິດ​ ອິນ​ດູ​ຈີນ ມີ​ແຜນ​ນະ​ໂຍ​ບາ​ຍ​ຊີ້​ນຳ​ນຳ​ພາມ​ະ​ຫາ​ຊົນ​ລຸກ​ຮື້​ຂຶ້ນ ປົດ​ອາ​ວຸດ​ຂອງ​ຍີ່​ປຸ່ນ, ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ. ບົ​ນ​ພື້ນ​ຖານນັ້ນ, ກອງ​ປະ​ຊຸມ​ໃຫຍ່ ໄດ້​​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ແນວ​ໂຮມ​ຫວຽດ​ມີນ, ຕັດ​ສິນ​ປຸກ​ລະ​ດົມ​ການ​ລຸກ​ຮື້​ຂຶ້ນ​ໃນ​ທົ່ວ​ປະ​ເທດ, ຊີ້​ນຳ​ນຳ​ພາ​ມະ​ຫາ​ຊົນ​ລຸກ​ຮຶ້​ຂຶ້ນ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ຈາກ​ກຳ​ມື​ຂອງ ຍີ່​ປຸ່ນ, ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ປົດ​ປ່ອຍ​ຊາດ, ກຳ​ນົດ​ກ່ຽວ​ກັບ​ທຸງ​ຊາດ, ເພງ​ຊາດ ແລະ ຍຸດ​ທະ​ສາດ​ສຳ​ຄັນ​ອື່ນໆ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ.

ຕໍ່​ຈາກ​ຜົນ​ສຳ​ເລັດ​ຂອງ​​ກອງ​ປະ​ຊຸມສ​ະ​ພາ​ຜູ້​ແທນ​ປະ​ຊາ​ຊົນແຫ່ງ​ຊາດ, ພາຍ​ຫລັງ​ຍາດ​ເອົາ​ເອ​ກະ​ລາດ, ປະ​ຊາ​ຊົນ​ຫວຽດ​ນາມ ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເມື່ອ​ວັນ​ທີ 6/1/1946 ຢ່າງ​ມີ​ໄຊ, ເລືອກ​ຕັ້ງ ສະ​ພາ​ແຫ່ງ​ຊາດຊຸດ​ທຳ​ອິດ​ຂອງ​ປະ​ເທດ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕຫວຽດ​ນາມ ແລະ ສ້າງ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ລັດ ຫວຽດ​ນາມ ເອ​ກະ​ລາດ. ສາດ​ສະ​ດາ​ຈານ ນັກ​ປະ​ຫວັດ​ສາດ ເລ​ວັນ​ລານ ຖື​ວ່າ:  

        “ກອງ​ປະ​ຊຸມ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ເຕີ​ນ​ຈ່າວ ແມ່ນ​ຕົ້ນ​ກຳ​ເນີດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ. ນີ້​ແມ່ນ​ໝາກ​ຜົນ​ຂອງ​ແນວ​ຄິດ​ໂຮ່​ຈິ​ມີນ. ຍ້ອນ​ມີ​ລັດ​ຖະ​ນະ​ໂຍ​ບາຍ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ ຫລັງ​ຈາກນັ້ນ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ໄດ້​ຮັບ​ຜົນເລັດ​ຜົນ. ບົນ​ພື້ນ​ຖານນັ້ນ, ປະ​ທານ​ໂຮ່​ຈິ​ມີນ ໄດ້​ຖະ​ແຫລງວ່າ ຕ້ອງ​ດຳ​ເນີນການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ໂດຍ​ໄວ.”

ສ້າງ​ຄຸນ​ຄ່າ​ກ່ຽວ​ກັບ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

       ກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ເຕ​ີນ​ຈ່​າວ ມີ​ລະ​ດັບ​ປະ​ຫວັດ​ສາດ​ຄື ກອງ​ປະ​ຊຸມ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ.  ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ແມ່ນ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ທານ​ໂຮ່​ຈິ​ມີນ, ຂອ​ງ​ພັກ ແລະ ແນວ​ໂຮມ​ຫວຽດ​ມີນ ໃນ​ການ​ເສີມ​ຂະ​ຫຍາຍ​ເຈດ​ຈຳ​ນົງ, ກຳ​ລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ຂອງ​ການ​ປະ​ຕິ​ວັດ, ​ເປັນ​ຈຸດເລີ່ມ​ຕົ້ນ​ໃຫ້​ການ​ປະ​ຕິ​ວັດ​ຫວຽດ​ນາມ ຍາດ​​ເອົາໄຊ​ຊະ​ນະ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ສ້າງ​ສາ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ໄດ້​ສ້າງ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຫລາ​ຍ​ຢ່າງ​​ສຳ​ລັບການ​ເຄື່ອນ​ໄຫວຂອງ​ສະ​ພາ​ແຫ່ງ​ຊາດ​ປະ​ຈຸ​ບັນ, ໃນ​ນັ້ນ ມີ​ບົດ​ຮຽນ​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ເຈດ​ຈຳ​ນົງ, ກຳ​ລັງ​ແຮງ​ຂອງ​ທົ່ວ​​ປວງ​ຊົນ​ທັງຊາດ, ຕອບ​ສະ​ຫນອງບັນ​ດາ​ຫນ້າ​ທີ່​ຍຸດ​ທະ​ສາດ​ຢ່າງ​ທັນ​ການ​ໃນ​ແຕ່​ລະ​ໄລ​ຍະ​ປະ​ຕິ​ວັດ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ປະ​ຊາ​ທິ​ປະ​ໄຕ, ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ຂອງ​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນ ແລະ ໂດຍ​ປະ​ຊາ​ຊົນ, ຢືນ​ຢັນ​ທີ່​ຕັ້ງ, ບົດ​ບາດ​ແມ່ນ​ອົງ​ການ​ສິດ​ອຳ​ນາດ​ສູ​ງ​ສຸດ​ຂອງ​ປະ​ຊາ​ຊົນ​ໃນ​ການ​ສ້າງ​ສາ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຢືນ​ຢັນ​ວ່າ:

        “ຜ່ານ​ໄລ​ຍະ​ເກືອບ 70 ປີ, ນັບ​ແຕ່​ເມື່ອ ກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈົນ​ເຖິງ​ການ​ສ້າງ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 1 ມາ​ຮອດ​ປະ​ຈຸ​ບັນ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ແມ່ນ​ວິ​ວັດ​ການ​ສືບ​ທອດ​ຢ່າງ​ລຽນ​ຕິດ, ມີ​ການ​ປ່ຽນ​ໃຫມ່​ຢ່າງບໍ່​ຢຸດຢັ້ງ​ນັບ​ທັງ​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ. ສະ​ພາ​ແຫ່ງ​ຊາດ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ, ທີ່​ຕັ້ງ ແມ່ນ​ອົງ​ການ​ຕົວ​ແທນ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ, ອົງ​ການ​ລັດມີ​ສິດ​ອຳ​ນາດ​ສູງ​ສຸດ, ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ ແລະ ສຳ​ຄັນ ເຂົ້າ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​.”

        ການ​ສ້າງ​ຕັ້ງ ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ກ່ອນນີ້ 70 ປີ​ແມ່ນ​ບາດ​ລ້ຽວ​ສຳ​ຄັນ​ໃນ​ປະ​ຫວັດ​ການ​ປະ​ຕິ​ວັດ​ຫວຽດ​ນາມ. ບັນ​ດາ​ຄຸນ​ຄ່າ​ຊື່ງ ກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ປະ​ໃຫ້​ນັ້ນ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ໝູນ​ໃຊ້​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ປະ​ກອບ​ສ່ວນ​ສ້າງ​ສາ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊ​າດ.

ຕອບກັບ

ຂ່າວ/ບົດ​ອື່ນ