(vovworld)- ກັບຄືນມາຫວຽດນາມ, ປະກອບກຳລັງເຫື່ອແຮງສ່ວນໃດຫນຶ່ງເພື່ອລົບລ້າງຄວາມປົ່ມດ້ອຍຈາກໂທດກຳສົງຄາມຜ່ານບັນດາວຽກງານທີ່ແທ້ຈິງ, ນັ້ນແມ່ນວິທີຊື່ງທະຫານຜ່ານເສິກອາເມລິກາຫລາຍຄົນໄດ້ເລືອກເຟັ້ນ. ແຕ່ລະມື້ ເຂົາເຈົ້າລ້ວນແຕ່ມີຄວາມສຳນຶກວ່າ, ແຕ່ລະວຽກທີ່ຕົນເອງເຮັດຈະປະກອບສ່ວນບັນເທົາຄວາມເຈັບປວດຈາກສົງຄາມສ່ວນໃດສ່ວນຫນຶ່ງ ຊຶ່ງອາເມລິກາໄດ້ກໍ່ຂຶ້ນຕໍ່ຫວຽດນາມ. ເນື່ອງໃນໂອກາດສະເຫລີມສະຫລອງ 38 ປີແຫ່ງການປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2013)
ໃນ 25 ປີຜ່ານມາ, ຮອດເດືອນ 3 ຂອງແຕ່ລະປີ, ທ່ານ Roy Mike Boehm ກັບຄືນມາຢ້ຽມຢາມແຂວງ ກວ໋າງຫງາຍ. ເມື່ອຢືນຢູ່ຕໍ່ຫນ້າອະນຸສາວະລີຮ່ອງຮອຍປະຫວັດສາດ ເຊີນໝີ, ທະຫານຜ່ານເສິກຜູ້ນີ້ພັດເສບພິນ 4 ສາຍພາວະນາໃຫ້ດວງວິນຍານປະຊາຊົນຜູ້ບໍລິສຸດ 504 ຄົນໃນເຫດການເຂັ່ນຂ້າປະຊາຊົນປີ 1968. ພຽງແຕ່ປະຕິບັດຕາມວິທີນັ້ນ, Mike Boehm ຈຶ່ງຮູ້ສຶກສະຫວາດສະເຫວີຍ, ຫລຸດຜ່ອນຄວາມປົ່ມດ້ອຍຈາກຄວາມຜິດລົງສ່ວນໃດຫນຶ່ງ. ໃນຫລາຍປີຜ່ານມາ, ຍາມໃດກໍມີຄວາມປາດຖະຫນາຢາກຮຳບາດແຜສົງຄາມ, Mike Boehm ບໍ່ພຽງແຕ່ສະໝັກໃຈເປັນຂົວເຊື່ອມຕໍ່ຮຽກຮ້ອງເພື່ອນມິດສາກົນຊ່ວຍເຫລືອກໍ່ສ້າງໂຮງຮຽນ, ແຜ່ບໍລິຈາກອຸປະກອນການສອນໃຫ້ແກ່ນັກຮຽນຢູ່ເຂດບ້ານນາ ເຊີນໝີເທົ່ານັ້ນ ຫາກຍັງຫນູນຊ່ວຍດ້ານທຶນຮອນເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ແມ່ຍິງ, ນັກຮົບເກົ່າ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມນັບພັນຄົນຢູ່ແຂວງ ກວ໋າງຫງາຍອີກດ້ວຍ.
ຄະນະທະຫານຜ່ານເສິກອາເມລິກາຢ້ຽມຢາມຫວຽດນາມ
ພາບ:anhhuyen/vov5
ກໍເຊັ່ນດຽວກັນກັບທ່ານ Roy Mike Boehm, ທ່ານ Suel Jones ປະທານອົງການ “ທະຫານຜ່ານເສີກເພື່ອສັນຕິພາບ”ຂອງອາເມລິກາ (VFP) ກໍໄດ້ເລືອກເຟັ້ນວິທີປິ່ນປົວຄວາມເຈັບປວດຍ້ອນສົງຄາມໃຫ້ແກ່ຕົນເອງ ດ້ວຍການກັບຄືນມາຫວຽດນາມ. ທ່ານ Suel Jones ແມ່ນທະຫານບົກຢູ່ສະຫນາມຮົບ ກວ໋າງຈີ້ ໄລຍະແຕ່ປີ 1968 – 1969. ກັບຄືນມາຫວຽດນາມເປັນຄັ້ງທຳອິດເມື່ອປີ 1998 ແລະ ກ່ອນທີ່ມາຫວຽດນາມ ທ່ານມີຄວາມຄິດເປັນຫ່ວງກັງວົນຕໍ່ຄວາມຜິດທີ່ຕົນເອງໄດ້ກະທຳຢູ່ຫວຽດນາມ, ແຕ່ເມື່ອມາຮອດຫວຽດນາມແລ້ວ ທ່ານມີຄວາມປະເອີບໃຈຕໍ່ຄວາມເມດຕາກະລຸນາໃກ້ຊິດສະຫນິດສະຫນົມ ແລະ ເຜືອແຜ່ຂອງຊາວຫວຽດນາມ. ເມື່ອກັບຄືນເມືອອາເມລິກາ, ທ່ານSuel Jones ໄດ້ໄປຮອດມະຫາວິທະຍາໄລ, ນະຄອນທຸກແຫ່ງຢູ່ອາເມລິກາເພື່ອໂອ້ລົມກ່ຽວກັບທາດພິດສີສົ້ມຢູ່ ຫວຽດນາມ, ກ່ຽວກັບຜົນຮ້າຍຢ້ອນຫລັງຈາກສົງຄາມ. ປີ 2000, ທ່ານ Suel Jones ຕົກລົງກັບຄືນມາຫວຽດນາມ ດ້ວຍຖານະເປັນຜູ້ຕາງຫນ້າຂອງຄະນະກຳມະການສາກົນໝູ່ບ້ານມິດຕະພາບ ແລະ ນັບຕັ້ງແຕ່ນັ້ນມາຮອດປະຈຸບັນ, ທ່ານສືບຕໍ່ໄປມາລະຫວ່າງຫວຽດນາມ ແລະ ອາເມລິກາ ເພື່ອເດີນຕາມຄວາມມຸ້ງມາດປາດຖະຫນາຂອງຕົນ.
“ທຸກຄົນຄິດວ່າ ສົງຄາມຢູ່ຫວຽດນາມໄດ້ສິ້ນສຸດລົງແລ້ວ. ແຕ່ບໍ່ແມ່ນຄືແນວນັ້ນ ສົງຄາມໄດ້ປະໄວ້ຜົນຮ້າຍຢ້ອນຫລັງຢ່າງຫນັກຫນ່ວງ. ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຈາກລູກລະເບີດປະຈຸບັນຍັງຕ້ອງດຳລົງຊີວິດຮ່ວມກັບຜົນຮ້າຍຢ້ອນຫລັງສົງຄາມ. ເພາະສະນັ້ນ ວຽກງານຂອງຂ້າພະເຈົ້າແມ່ນຢາກບົ່ງເຕືອນໃຫ້ຊາວອາເມລິກາທຸກຄົນຮູ້ຈັກສິ່ງທີ່ພວມເກີດຂຶ້ນຢູ່ຫວຽດນາມ ແລະ ສິ່ງທີ່ຍັງຄົງຕົວມາຮອດປະຈຸບັນ. ຂ້າພະເຈົ້າຈະເຮັດທຸກສິ່ງທຸກຢ່າງເພື່ອຈຸດໝາຍດັ່ງກ່າວ.”
ຄະນະທະຫານຜ່ານເສິກອາເມລິກາຢ້ຽມຢາມໝູ່ບ້ານມິດຕະພາບ
ພາບ:anhhuyen/vov5
30 ປີພາຍຫລັງມື້ທ້ອນໂຮມປະເທດຫວຽດນາມເປັນເອກະພາບ, ປີ 2005, Suel Jones ພ້ອມກັບທະຫານຜ່ານເສີກອາເມລິກາອື່ນຫລາຍຄົນໄດ້ຂຽນຈົດໝາຍສະບັບຫນຶ່ງ ຂົນຂວາຍເກັບກຳລາຍເຊັນຂອງປະຊາຊົນອາເມລິກາ, ຮຽກຮ້ອງແບ່ງເບົາຄວາມເຈັບແຊບຍ້ອນສົງຄາມ ແລະ ໝັ້ນໝາຍມີການກະທຳເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງສອງຊາດ. ບໍ່ພຽງແຕ່ເທົ່ານັ້ນ, ນັບແຕ່ປີ 2008 ມາຮອດປະຈຸບັນ, ຍາມໃດທະຫານຜ່ານເສິກອາເມລິກາ ກໍຄຽງບ່າຄຽງໄຫລ່, ສະຫນັບສະຫນູນການຟ້ອງຮ້ອງທວງເອົາຄວາມຍຸຕິທຳຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ. ທ່ານ Mike Marceau, ຮອງປະທານສະມາຄົມທະຫານຜ່ານເສິກເພື່ອສັນຕິພາບ (ອາເມລິກາ), ຊື່ງແມ່ນຜູ້ທີ່ຍາມໃດກໍເດີນທາງກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/dioxin ຫວຽດນາມ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າພະຍາຍາມປ່ຽນແປງຄວາມຮັບຮູ້ຈາກອຳນາດການປົກຄອງ ແລະ ປະຊາຊົນອາເມລິກາ. ວຽກງານຂອງຂ້າພະເຈົ້າແມ່ນເກັບກຳພະຍານຫລັກຖານຫລາຍຢ່າງທີ່ຖືກກັບກົດໝາຍກ່ຽວກັບຜົນຮ້າຍຢ້ອນຫລັງຈາກສົງຄາມ, ຄວາມເຈັບປວດທີ່ຜູ້ປະສົບເຄາະຮ້າຍຢູ່ຫວຽດນາມພວມແບກຫາບເພື່ອຍົກອອກຕໍ່ສະພາແຫ່ງຊາດອາເມລິກາ, ຮຽກຮ້ອງການຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກສົງຄາມຢູ່ຫວຽດນາມ. ຄວາມຈິງ ຊາວອາເມລິກາ ຫລາຍຄົນມີຄວາມຮັກແພງຫວຽດນາມ, ສະນັ້ນ ຂ້າພະເຈົ້າຕ້ອງເຮັດວຽກງານນີ້ຫລາຍຂຶ້ນ, ເປັນຂົວເຊືື່ອມຕໍ່ເພື່ອປະກອບສ່ວນຮຳບາດແຜສົງຄາມ.”
ຫວຽດນາມ, ເຂດດິນແດນຊື່ງກ່ອນນີ້ 40 ປີ, ສຳລັບບັນດາທະຫານຜ່ານເສິກອາເມລິກາ, ໃນຈິດສຳນຶກຂອງເຂົາເຈົ້າແມ່ນຄວາມສະຫຍົດສະຫຍອງຍ້ອນຄວາມຮ້າຍກາດທີ່ສຸດຂອງລູກລະເບີດ. ແຕ່ມາບັດນີ້, ພາຍຫລັງສິ້ນສຸດສົງຄາມມາເປັນເວລາ 38 ປີ ແລະ ການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ອາເມລິກາໄດ້ກັບຄືນສູ່ຄວາມເປັນປົກກະຕິ, ມີທະຫານຜ່ານເສິກອາເມລິກາຫລາຍຄົນໄດ້ກັບຄືນມາຫວຽດນາມ. ແຕ່ລະແຫ່ງທີ່ເຂົາເຈົ້າແວ່ຢາມ ລ້ວນແຕ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ແລະ ເຮັດໃຫ້ເຂົາເຈົ້າເຫັນໄດ້ວ່າ ສົງຄາມແມ່ນສິ່ງທີ່ໄຮ້ຄວາມໝາຍ, ຕ້ອງເຮັດສິ່ງໃດຫນຶ່ງເພື່ອບັນເທົາຄວາມເຈັບປວດຈາກສົງຄາມຢູ່ຫວຽດນາມ. ແລະ ສິ່ງທີ່ບັນດາທະຫານຜ່ານເສິກອາເມລິກາ ຮູ້ສຶກຢ່າງເລິກເຊິ່ງທີ່ສຸດນັ້ນແມ່ນ ອາລົມຈິດຄວາມຮັກແພງອັນສະຫນິດສະຫນົມ, ຈິດໃຈເຜືອແຜ່ອື່ນອັນສູງສົ່ງຂອງປະຊາຊົນຫວຽດນາມ. ມີຫລາຍຄົນເວົ້າດ້ວຍຄວາມໃນໃຈສູ່ຟັງວ່າ: ແຕ່ລະເທື່ອກັບຄືນມາ ເຂົາເຈົ້າຮູ້ສຶກຄືກັບຄືນສູ່ຊາຍຄາທີ່ເຕັມໄປດ້ວຍຄວາມອົບອຸ່ນຄືດັ່ງຄຳເວົ້າຂອງທະຫານຜ່ານເສິກອາເມລິກາ Suel Johns ວ່າ:
“ຂ້າພະເຈົ້າເຄີຍເວົ້າກັບຫລາຍຄົນວ່າ ຂ້າພະເຈົ້າໄດ້ກຳເນີດຢູ່ຫວຽດນາມໃນປີ 1968. ເພາະວ່າ ສຳລັບຂ້າພະເຈົ້າເອງ ແຕ່ລະນາທີໃນຊີວິດລ້ວນແຕ່ມີຂີດໝາຍຂອງຫວຽດນາມ. ເຖິງວ່າ ຮູບຮ່າງຂອງຂ້າພະເຈົ້າບໍ່ຄືຄົນຫວຽດນາມກໍຕາມ, ແຕ່ຫົວໃຈຂອງຂ້າພະເຈົ້າແມ່ນຂອງຫວຽດນາມແລ້ວ.”
“ ພວກເຮົາບໍ່ສາມາດປ່ຽນແປງອະດີດຕະການ ແຕ່ພວກເຮົາສາມາດປ່ຽນແປງອະນາຄົດໄດ້”. ຄຳເວົ້ານັ້ນແມ່ນຕອນຫນຶ່ງໃນຈົດໝາຍຊື່ງ Suel Johns ພ້ອມກັບບັນດາເພື່ອນມິດອາເມລິກາສົ່ງເຖິງຫວຽດນາມ. ຄວາມຈິງ ບັນດາທະຫານຜ່ານເສິກອາເມລິກາປະຈຸບັນ ບໍ່ສາມາດປ່ຽນແປງອະດີດຕະການ ແລະ ລົບລ້າງໂສກນາດຕະກຳສົງຄາມໄດ້ ແຕ່ເຂົາເຈົ້າສາມາດເຄື່ອນໄຫວເພື່ອຊີວິດອັນຈົບງາມກວ່າໃຫ້ແກ່ຄົນຮຸ່ນຫລັງ. ນີ້ແມ່ນສິ່ງທີ່ບັນດາທະຫານຜ່ານເສິກອາເມລິກາຄື: Suel Johns, Mike Marceau, Roy Mike Boehm ແລະ ທະຫານຜ່ານເສິກອາເມລິກາອື່ນຫລາຍຄົນໄດ້, ພວມ ແລະ ຈະປະຕິບັດ ເພື່ອລົບລ້າງຄວາມຮູ້ສຶກປົ່ມດ້ອຍຍ້ອນສົງຄາມ ແລະ ເພື່ອໃຫ້ສອງຊາດ ຫວຽດນາມ ແລະ ອາເມລິກາ ຫຍັບມໍ່ເຂົ້າກັນກວ່າ.