ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ພວມທຳການຢ້ຽມຢາມອີນເດຍເປັນຄັ້ງທຳອິດຢ່າງເປັນທາງການ, ນັບຕັ້ງແຕ່ອິນເດຍມີນາຍົກລັດຖະມົນຕີຄົນໃໝ່. ວັນທີ 31/7, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ແລະ ຄູ່ຕຳແໜ່ງຂອງອິນເດຍ ທ່່ານ Sushama Swaraij ໄດ້ເປັນປະທານຮ່ວມການສົນທະນາຍຸດທະສາດອາເມລິກາ-ອິນເດຍຄັ້ງທີ 5 ເພື່ອປຶກສາຫາລືບັນດາມາດຕະການປົວແປງສາຍພົວພັນ 2 ຝ່າຍຊຶ່ງເຄີຍປະສົບກັບສິ່ງອຸປະສັກຂັດຂວາງໃນໄລຍະທີ່ຜ່ານມາ. ເປັນອັນວ່າ 2 ຝ່າຍອາດຈະປະລະບັນດາຄວາມບໍ່ລົງລອຍກັນເພື່ອພ້ອມກັນປົວແປງ ສາຍພົວພັນລະຫວ່າງ 2 ປະເທດໄດ້ຫຼືບໍ່?
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry
(ພາບ:reuters)
|
ປະທານາທິບໍດີອາເມລິກາ Barak Obama ເຄີຍຖະແຫຼງໃນເວລາກ່ອນນີ້ 4 ປີ ວ່າ ສາຍພົວພັນລະຫວ່າງອາເມລິກາ-ອິນເດຍອາດຈະກາຍເປັນ ໜຶ່ງໃນບັນດາສາຍພົວພັນຄູ່ຮ່ວມມືທີ່ໝັ້ນຄົງໜັກແໜ້ນໃນສະຕະວັດທີ 21. ແຕ່ມາຮອດປະຈຸບັນ, ສິ່ງນີ້ຍັງບໍ່ທັນໄດ້ຕາມຄວາມມຸ່ງຫວັງ ແລະ ຍັງມີຫຼາຍບັນຫາທີ່ເຮັດໃຫ້ ການພົວພັນ 2 ຝ່າຍບໍ່ຂະຫາຍຕົວ. ເພາະສະນັ້ນ, ໃນການຢ້ຽມຢາມອິນເດຍຂອງ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຄັ້ງນີ້, ອາເມລິກາປາດຖະໜາວ່າ 2 ຝ່າຍຈະບັນລຸຄວາມກ້າວໜ້າໃດໜຶ່ງໃນບັນດາໂຄງການຮ່ວມມືດ້ານປ້ອງກັນຊາດ, ປັດເຂ່ຍບັນດາສິ່ງກີດຂວາງ ເພື່ອໃຫ້ບັນດາກຸ່ມບໍລິສັດອາເມລິກາເຂົ້າຮ່ວມບັນດາຂົງເຂດພະລັງງານນິວເຄຼຍ, ກໍຄືມີບັນດາຄຳໝັ້ນສັຍາຂອງອິນເດຍໃນການແບ່ງປັນບັນດາຜົນປະໂຫຍດຢູ່ອາຊີ.
ມຸ່ງໄປສູ່ບັນດາຜົນປະໂຫຍດຍຸດທະສາດ
ກ່ອນດຳເນີນການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຢືນຢັນວ່າ ການພົວພັນມິດຕະພາບແບບໃກ້ຊິດຕິດແທດກັບອິນເດຍ ແມ່ນໜຶ່ງໃນບັນດາບຸລິມະສິດຍຸດທະສາດໄລຍະຍາວຂອງອາເມລິກາ. ທ່ານຖືວ່າ ປະຈຸບັນແມ່ນຈຸດເວລາຫັນປ່ຽນຄວາມສາມາດບົ່ມຊ້ອນໃນ ສາຍພົວພັນຄູ່ຮ່ວມມືລະຫວ່າງອາເມລິກາ-ອິນເດຍ ຂະນະທີ່ 2 ປະເທດໄດ້ຕັດສິນໃຈປະຕິບັດບັນດາກາລະໂອກາດຍຸດທະສາດ ແລະ ປະຫວັດສາດ ຊຶ່ງເຂົາເຈົ້າອາດຈະພ້ອມກັນສ້າງຂຶ້ນ. ອິນເດຍໄດ້ມີລັດຖະບານຊຸດໃໝ່ດ້ວຍບັນດາບຸລິມະສິດໃໝ່ ແລະ ຄວາມສາມາດໃໝ່. ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ກໍບໍ່ລືມສະແດງການສະໜັບສະໜູນຢ່າງແຂງແຮງກ່ຽວກັບວິໄສທັດ ແລະ ບັນດາແຜນການພັດທະນາຂອງທ່ານນາຍົກລັດຖະມົນຕີ Narendra Modi. ໃນຂະນະນັ້ນ, ຜູ້ບັນຊາການບັນດາກຳລັງອາເມລິກາຢູ່ປາຊີຝິກ ທ່ານ Samuel Locklear ໃຫ້ຮູ້ວ່າ ວໍຊິງຕັນ ຢາກເພີ່ມທະວີການພົວພັນທາງດ້ານການທະຫານກັບນິວເດລີ. ວໍຊິງຕັນ ກໍຫວັງໃຫ້ ນິວເດລີ ມີບົດບາດຕັ້ງໜ້າກວ່າຢູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ແຫ່ງທີ່ທ່າທີຂອງປັກກິງໃນການພິພາດອະທິປະໄຕເຂດນ້ຳແດນດິນ ພວມກໍ່ຄວາມວິຕົກກັງວົນຢ່າງຫຼວງຫຼາຍ.
ໃນຂົງເຂດເສດຖະກິດ, ປະຈຸບັນ, ວົງເງິນການຄ້າ 2 ຝ່າຍອາເມລິກາ-ອິນເດຍບັນລຸປະມານ 100 ຕື້ USD ແລະວົງການເຈົ້າໜ້າທີ່ຂອງ 2 ປະເທດພວມປາດຖະໜາວ່າ ຕົວເລກນີ້ຈະເພີ່ມຂຶ້ນທົບ 5 ເທົ່າໃນໄລຍະທີ່ຈະເຖິງ. ສ່ວນລັດຖະບານອິນເດຍ ປາດຖະໜາວ່າ ຈະດຶງດູດການລົງທຶນຂອງອາເມລິກາຫຼາຍຂຶ້ນ. ເພື່ອເຮັດໄດ້ສິ່ງນີ້, ນິວເດລີ ໄດ້ປະກາດເປີດປະຕູບັນດາຂົງເຂດໃໝ່ຄືການປະກັນໄພ, ປ້ອງກັນຊາດ ໃຫ້ຕ່າງປະເທດເຂົ້າລົງທຶນ. ດ້ວຍການຕັດສິນຂອງອິນເດຍຍົກລະດັບເພດານລົງທຶນໂດຍກົງຂອງຕ່າງປະເທດ(FDI) ເຂົ້າຂົງເຂດການຜະລິດເຄື່ອງອຸປະກອນປ້ອງກັນຊາດຂຶ້ນເຖິງ 49% ເມື່ອທຽບໃສ່ 26% ໃນປະຈຸບັນ, 2 ປະເທດຄາດຄະເນວ່າ ຈະຜັນຂະຫຍາຍບັນດາບາດກ້າວຕໍ່ໄປໃນຍຸດທະສາດພ້ອມກັນຜະລິດ ແລະ ພ້ອມກັນພັດທະນາ. ບົນພື້ນຖານນັ້ນ, ໃນໂຄງການດຳເນີນງານຂອງຮອບສົນທະນາຍຸດທະສາດຄັ້ງນີ້, 2 ຝ່າຍເຕື້ອງເຖິງການຮ່ວມມືຜະລິດລູກສອນໄຟ Javelin ລຸ່ນໃໝ່ກໍຄືໂຄງການພັດທະນາເຮືອບິນບໍ່ມີຄົນຂັບ.
ອິນເດຍກໍຫວັງຮ່ວມມື ກັບອາເມລິກາຫຼາຍກ່ວາໃນການຂຸດຄົ້ນອາຍແກັສໃນຂະນະທີ່ອາເມລິກາຫວັງຢາກເປີດກ້ວາງການສົ່ງອອກ ແລະ ລົງທຶນເຂົ້າອິນເດຍ.
ຮົ້ວກີດຂວາງບໍ່ນ້ອຍ.
ເຖິງວ່່າລະຫວ່າງ 2 ປະເທດມີຫຼາຍເງື່ອນໄຂເພື່ອຫຍັບມໍ່ເຂົ້າກັນກວ່າກໍຕາມ, ແຕ່ຕ້ອງຍອມຮັບວ່າ ການພົວພັນ 2 ຝ່າຍ ແມ່ນຍັງບໍ່ທັນບັນລຸຄວາມຄືບໜ້າດີ, ກ່ອນອື່ນໝົດ ແມ່ນຕ້ອງເວົ້າເຖິງເລື່ອງນາຍົກລັດຖະມົນຕີຜູ້ຫາກໍໄດ້ຮັບໄຊຊະນະໃນການເລືອກຕັ້ງ ທ່ານ Narendra Modi ສັງກັດພັກ Bharatiya Janata (BJP) ເຄຍຖືກຫ້າມເຂົ້າເມືອງອາເມລິກາເປັນເວລາ 9 ປີ ພາຍຫຼັງການຈະລາຈົນຄັ້ງຕ່າງໆຢູ່ລັດ Gujarat , ໃຕ້ສະໄໝທ່ານເປັນຜູ້ວ່າການລັດ ອັນໄດ້ເຮັດໃຫ້ກວ່າ 1 ພັນຄົນເສຍຊີວິດ, ໃນນັ້ນສ່ວນຫຼາຍແມ່ນຊາວມຸດສະລິມ. ພາຍຫຼັງຂຶ້ນກຳອຳນາດ, ໜຶ່ງໃນບັນດາການຕັດສິນທຳອິດຂອງທ່ານ Narendra Modi ແມ່ນເຊັນສັນຍາສ້າງຕັ້ງທະນາຄານພັດທະນາຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນ BRICS ເພື່ອຫຼຸດພົ້ນອອກຈາກບັນດາລະບອບກຳນົດການເງິນສາກົນ. ນອກຈາກນັ້ນ, ການພົວພັນລະຫວ່າງ 2 ປະເທດ ກໍຖືກປົກຄຸມໄປດ້ວຍເງົາມືດ ພາຍຫຼັງທີ່ ວໍຊິງຕັນຈັບຕົວ ທ່ານນາງ Khobragade ຮອງຫົວໜ້າກົງສູນໃຫຍ່ອິນເດຍປະຈຳນິວຢອກ ເມື່ອປີກາຍນີ້ ຍ້ອນຖືກກ່າວຫາມີການສໍ້ກົງວີຊາ, ຂຸດຮີດການອອກແຮງງານຂອງຄົນໃຊ້....
ຖັດຈາກການເດີນທາງອິນເດຍຂອງ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry, ຕົ້ນເດືອນ 8, ລັດຖະມົນຕີກະຊວງປ້ອງກັນຊາດອາເມລິກາ Chuck Hagel ກໍຈະໄປຢ້ຽມຢາມອິນເດຍ ແລະ ຕາມແຜນການ, ນາຍົກລັດຖະມົນຕີຄົນໃໝ່ຂອງອິເດຍ ທ່ານ Narendra Modi ຈະຢ້ຽມຢາມອາເມລິກາໃນເດືອນ 9 ຕາມຄຳເຊີນຂອງປະທານາທິບໍດີອາເມລິກາ Barak Obama. ບັນດາການກະທຳທາງການທູດເຫຼົ່ານີ້, ສະແດງໃຫ້ເຫັນຄວາມຫວັງຢາກຊຸກຍູ້ການພົວພັນຂອງ 2 ຝ່າຍ, ແຕ່ເພື່ອບັນລຸໄດ້ປະສິດທິຜົນ ກໍບໍ່ແມ່ນສິ່ງທີ່ປະຕິບັດໄດ້ຢ່າງງາຍດາຍ.