ສານ “ປະ​ເທດ​ອາ​ເມ​ລິ​ກາ ກັບຄືນ​ມາ” ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Joe Biden

(VOVWORLD) -ປະເທດອາເມລິກາ ພາຍໃຕ້ການປົກຄອງຂອງ ປະທານາທິບໍດີ Joe Biden ໄດ້ມີການປ່ຽນແປງທັດສະນະກ່ຽວກັບບົດບາດ ແລະ ວິທີສຳຜັດໃນບັນດາສາຍພົວພັນສາກົນ. ສິ່ງດັ່ງກ່າວອາດຈະເຫັນໄດ້ຜ່ານບັນດາການກະທຳທີ່ຕັ້ງໜ້າຫວ່າງມໍ່ໆມານີ້ ຂອງອຳນາດການປົກຄອງຂອງທ່ານ Joe Biden. ຈາກການປຶກສາຫາລືທາງອອນລາຍຂອງກຸ່ມ 4 ຝ່າຍ  (Quad) ລວມມີ ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ ຕະຫຼອດຮອດການພົບປະທາງອອນລາຍລະຫວ່າງບັນດາການນຳ G7 ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ, ປະທານາທິບໍດີ Joe Biden ໄດ້ສະເໜີສານທາງການກ່ຽວກັບການຕິດພັນກັບວົງຄະນະຍາດສາກົນ ແລະ ບັນດາອົງການຈັດຕັ້ງທົ່ວໂລກຄືນໃໝ່, ພາຍຫຼັງການແບ່ງແຍກໂດຍນະໂຍບາຍ “ປະເທດອາເມລິກາ ເໜືອກ່ວາສິ່ງໃດໝົດ” ພາຍໃຕ້ການປົກຄອງຂອງທ່ານ Donald Trump.
ສານ “ປະ​ເທດ​ອາ​ເມ​ລິ​ກາ ກັບຄືນ​ມາ” ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Joe Biden - ảnh 1

ປະທານາທິບໍດີ Joe Biden (ພາບ: Dallas Morning News)

 ກ່ອນໜ້ານັ້ນ, ໃນການປະຕິບັດຖະແຫຼງການ “ປະເທດອາເມລິກາ ກັບຄືນມາ”, ປະທານາທິບໍດີ Joe Biden ໄດ້ໃຫ້ຄຳໝັ້ນສັນຍາຈະອຸປະຖຳເງິນໃຫ້ແກ່ໂຄງການແຈກຢາຍຢາວັກຊິນຂອງ WHO, ກັບຄືນສູ່ສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຍົກອອກບ້ວງເງິນກະຕຸກຊຸກຍູ້ຄວາມຕ້ອງການທີ່ມີມູນຄ່າ 2000 ຕື້ USD ທີ່ບໍ່ພຽງແຕ່ໄດ້ກະທົບເຖິງເສດຖະກິດອາເມລິກາ ເທົ່ານັ້ນ, ຫາກຍັງມີການກະທົບຕໍ່ເສດຖະກິດທົ່ວໂລກອີກດ້ວຍ.

ບັນດາການປ່ຽນແປງໃນນະໂຍບາຍການຕ່າງປະເທດຂອງອາເມລິກາ

ປະທານາທິບໍດີ Joe Biden ພວມພິສູດໃຫ້ປະຊາຄົມໂລກ, ໂດຍສະເພາະແມ່ນບັນດາປະເທດສຳພັນທະມິດ ແລະ ຄູ່ຮ່ວມມືຮູ້ວ່າ: ບັນດາຄຳໝັ້ນສັນຍາທີ່ທ່ານໄດ້ຍົກອອກມາ ໃນຕະຫຼອດບັ້ນຂົນຂວາຍຫາສຽງເລືອກຕັ້ງ ແລະ ນັບແຕ່ເມື່ອຂຶ້ນກຳອຳນາດເມື່ອວັນທີ 20 ມັງກອນ, ຕິດພັນກັບການກະທຳຕົວຈິງ, ຫາກບໍ່ແມ່ນບັນດາຄຳໝັ້ນໝາຍນ້ຳເຕົ້າເປົາ ລະອຽດແມ່ນອຳນາດການປົກຄອງຂອງ ປະທານາທິບໍດີ Joe Biden ໄດ້ນຳປະເທດອາເມລິກາ ກັບຄືສູ່ສັນຍາ ປາຣີ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດຢ່າງເປັນທາງການ; ຕໍ່ກຳນົດເວລາສົນທິສັນຍາຫລຸດຜ່ອນອາວຸດຍຸດທະສາດໃໝ່ ກັບລັດເຊຍ (New START) ຕື່ມອີກ 5 ປີ. ກັບຄືນເຂົ້າຮ່ວມສະພາສິດທະມະນຸດ ສປຊ ດ້ວຍຖານະເປັນນັກສັງເກດການ; ສືບຕໍ່ເຂົ້າຮ່ວມ ແລະ ອຸປະຖຳໃຫ້ແກ່ອົງການອະນາໄມໂລກ; ກຽມພ້ອມດຳເນີນການເຈລະຈາກັບອີຣານ ແລະ ບັນດາສະມາຊິກທີ່ຍັງເຫຼືອໃນກຸ່ມ P5+1 ເພື່ອກັບຄືນເຂົ້າຮ່ວມຂໍ້ຕົກລົງວ່າດ້ວຍນິວເຄຼຍ ອີຣານ; ຢຸດຕິການໜູນຫຼັງໃຫ້ແກ່ກອງທັບ Saudi Arabia ແລະ UAE ໃນບັ້ນຮົບຂອງກຳລັງທະຫານປະສົມນີ້ ຕ້ານຄືນກຸ່ມ Houthi ຢູ່ Yemen….

ສານ “ປະ​ເທດ​ອາ​ເມ​ລິ​ກາ ກັບຄືນ​ມາ” ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Joe Biden - ảnh 2

ມອບຢາວັກຊິນກັນປະຍາດໂຄວິດ 19 ຜ່ານກົນໄກ COVAX ໃຫ້ແກ່ Afghanistan ເມື່ອວັນທີ 7 ກຸມພາ (ພາບ: AP/KEYSTONE)

 ໜ້າສົນໃຈແມ່ນ, ທ່ານ Biden ໄດ້ແຕ່ງຕັ້ງທ່ານອະດີດລັດຖະມົນຕີການຕ່າງປະເທດ John Kerry ເປັນຜູ້ຕາງໜ້າພິເສດຂອງປະທານາທິບໍດີ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ ຊື່ງເປັນຕຳແໜ່ງໃໝ່ ແລະ ເທົ່າທຽມກັບທີ່ຕັ້ງໜຶ່ງໃນຄະນະລັດຖະບານ. ລັດຖະບານໃໝ່ຢູ່ອາເມລິກາ ຍັງໄດ້ໃຫ້ຄຳໝັ້ນສັນຍາຈະປະກອບຈຳນວນເງິນທັງໝົດ 4 ຕຶ້ USD ໃຫ້ແກ່ກົນໄກ COVAX ເພື່ອແນໃສ່ສະໜອງຢາວັນຊິນສະກັດກັ້ນໂລກລະບາດໂຄວິດ 19 ໃຫ້ແກ່ບັນດາປະເທດທີ່ມີລາຍຮັບຕຳ ແລະ ປານກາງ.

ໃນບົດກ່າວຄຳເຫັນທາງການທຳອິດຂອງປະທານາທິບໍດີ Joe Biden ກ່ຽວກັບນະໂຍບາຍການຕ່າງປະເທດ, ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງການຕ່າງປະເທດອາເມລິກາ ເມື່ອວັນທີ 4 ກຸມພາທີ່ຜ່ານມາ, ປະທານາທິບໍດີ Joe Biden ຢືນຢັນວ່າ: ປະເທດອາເມລິກາ ຈະຮ່ວມມືກັບບັນດາປະເທດສຳພັນທະມິດ ແລະ ຄູ່ຮ່ວມມື, ພ້ອມທັງຈະປ່ຽນແປງໃໝ່ບົດບາດຂອງ ວໍຊິງຕັນ ໃນບັນດາການກຳນົດສາກົນ, ຍາດເອົາອິດທິພົນຊື່ສຽງ ແລະ ສິດອຳນາດຄຸນສົມບັດຂອງຕົນກັບຄືນມາ. ຕາມນັ້ນແລ້ວ, ຈຸດສຸມໃນນະໂຍບາຍການຕ່າງປະເທດຂອງອຳນາດການປົກຄອງ ປະທານາທິບໍດີ Joe Biden ແມ່ນປົວແປງຕິດຈອດບັນດາການພົວພັນສຳພັນທະມິດ ທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງ ພາຍໃຕ້ການປົກຄອງສະໄໝກ່ອນ. ປະທານາທິບໍດີ Joe Biden ຢືນຢັນວ່າ: ການພົວພັນສຳພັນທະມິດ ແມ່ນໜຶ່ງໃນບັນດາຊັບສົມບັດທີ່ມີຄ່າທີ່ສຸດຂອງປະເທດອາເມລິກາ, ພ້ອມທັງໃຫ້ຄຳໝັ້ນໝາຍວ່າ ວໍຊິງຕັນ ຈະຮຽງບ່າຮຽງໄຫຼ່ກັບບັນດາປະເທດສຳພັນທະມິດ ແລະ ຄູ່ຮ່ວມມື ເພື່ອຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍລວມຂອງມວນມະນຸດ.

ຜົນກະທົບຕັ້ງໜ້າ

        ທຸກບາດກ້າວໃນເບື້ອງຕົ້ນຢ່າງທັນການຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຮັບຖືວ່າ ແມ່ນສ້າງຜົນກະທົບຕັ້ງໜ້າສຳລັບສະພາບການສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ພ້ອມທັງເປັນການລະດົມບັນດາປະເທດພ້ອມກັນເຂົ້າຮ່ວມຄວາມມານະພະຍາຍາມລວມ ເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ແລະ ພາກພື້ນ. ບັນດາບາດກ້າວນັ້ນກໍ່ແມ່ນສິ່ງສະແດງໃຫ້ເຫັນເຖິງນະໂຍບາຍການຕ່າງປະເທດ “ປະເທດອາເມລິກາ ກັບຄືນມາ” ຢ່າງຈະແຈ້ງຂອງທ່ານປະທານາທິບໍດີ Joe Biden.

        ທ່ານ Boris Johnson, ນາຍົກລັດຖະມົນຕີອັງກິດ, ປະເທດດຳລົງຕຳແໜ່ງປະທານ G7 ໃນປີ 2021 ໄດ້ສະແດງຄວາມຍ້ອງຍໍທ່ານປະທານາທິບໍດີ Joe Biden ທີ່ພວມນຳປະເທດອາເມລິກາ ກັບຄືນທີ່ຕັ້ງນຳພາໂລກ. ທ່ານ Boris Johnson ຖືວ່າ, ປະເທດອາເມລິກາ ໄດ້ກັບຄືນມາຢ່າງປະເອີບໃຈດ້ວຍບົດບາດນຳພາໂລກ ແລະ ນັ້ນແມ່ນສິ່ງດີທີ່ສຸດ. ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ຕີລາຄາວ່າ, ບັນດາຄຳໝັ້ນສັນຍາເຊິ່ງທ່ານປະທານາທິບໍດີ Joe Biden ຍົກອອກມາທີ່ກອງປະຊຸມສຸດຍອດ G7 ແລະ ກອງປະຊຸມສະພາຄວາມໝັ້ນຄົງ Munich ແມ່ນສານຢ່າງຈະແຈ້ງສະແດງໃຫ້ເຫັນລັດທິຫຼາຍຝ່າຍໄດ້ຮັບການເພີ່ມທະວີ ແລະ ຈະນຳມາເຊິ່ງກາລະໂອກາດຮ່ວມມືຫຼາຍຢ່າງກວ່າໃນ G7. ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຊົມເຊີຍຂໍ້ຕົກລົງຂອງອາເມລິກາ ຈະກັບຄືນເຂົ້າສະພາສິດທິມະນຸດສະຫະປະຊາຊາດ ພາຍໃຕ້ບົດບາດເປັນນັກສັງເກດການ, ພາຍຫຼັງທີ່ຖອນອອກຈາກອົງການນີ້ເປັນເວລາ 3 ປີ.

        ປະເທດອາເມລິກາ ພາຍໃຕ້ສະໄໝຂອງທ່ານປະທານາທິບໍດີ Joe Biden ພວມຄ່ອຍໆກັບຄືນສູ່ບົດບາດນຳພາ, ເພີ່ມທະວີການສົ່ງຜົນກະທົບໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ. ເຖິງວ່າຍັງມີການຄິດໄລ່ດ້ານການເມືອງກໍ່ຕາມ, ແຕ່ບໍ່ສາມາດປະຕິເສດໄດ້ບັນດາບາດກ້າວເດີນຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ແມ່ນສັນຍານຕັ້ງໜ້າ, ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ