ຫັນຂໍ້ກຳນົດສິດທິມະນຸດໃນລັດຖະທຳມະນູນປີ 2013 ໃຫ້ປະກົດຜົນເປັນຈິງ

(vovworld)-ສິດ​ທິມະນຸດ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຈຸດ​ເດັ່ນ​ໃນ​ລັດຖະທຳ​ມະນູນ​ປີ 2013, ລັດຖະທຳ​ມະນູນສະບັບ​ນີ້​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2014 ​ເປັນ​ຕົ້ນ​ໄປ. ສະ​ນັ້ນ ນີ້​ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາ​ຍຢ່າງ​ຕັ້ງຫນ້າ​ຈາກ​ບັນດາ​ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ເພື່ອ​ໃຫ້​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ສິດທິ​ມະນຸດ​ເຂົ້າ​ສູ່ຊີວິດ​ຕົວ​ຈິງ​ໂດຍ​ໄວ. ​

        ຈຸດ​​ເດັ່ນ​ຂອງ ລັດຖະທຳ​ມະນູນ​ປີ 2013 ​ຖືກ​ສະ​ແດງ​​ໃຫ້​ເຫັນ​ໃນ​ ພາກ​ທີ 2, ຊື່​ງ​ແມ່ນ​ພາກ​ກຳນົດ​ກ່ຽວ​ກັບສິດທິ​ມະນຸດ. ຢູ່​ໃນ​ພາກ​ທີ 2 ນີ້​ໄດ້​ລວບ​ລວມສິດທິ​ມະນຸດ​ກ່ຽວ​ກັບ​ພົນລະ​ເຮືອນ, ການ​ເມືອງ, ວັດທະນະທຳ .. ຢ່າງ​ຄົບ​ຖ້ວນຢູ່ໃນ​ບັນດາ​ສົນທິສັນ​ຍາສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ. ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ສິດ​ຂອງຄົນ​ພິການ,ຜູ້​ເຖົ້າ​ຜູ້​ແກ່, ​ເດັກ​ນ້ອຍ, ​ແມ່ຍິງ… ສະ​ແດງ​ໃຫ້​ເຫັນ​ທິດ​ພັດທະນາ ​ແລະ ຄວາມສົມບູນ​ແບບຂອງລັດຖະທຳ​ມະນູນ​​. ດ້ວຍ​ການ​ກຳນົດ​ໃນ​ພາກ​ທີ 2 ນັ້ນ, ລັດຖະທຳ​ມະນູນ​ ​ແມ່ນ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ກ່ຽວ​ກັບ​ສິດທິ​ມະນຸດ, ​ເໝາະ​ສົມ​ກັບ​ທັດສະນະ​ການ​ເມືອງ​ຂອງ​ປະຊາ​ຄົມ​​ໂລກ.

        ສິດທິ​ມະນຸດ,ສິດ​ແລະ​ພັນທະ​ຂອງ​ພົນລະ​ເມືອງ​ມີ​ຜົນ​ສັກສິດ​ ໂດຍກົງຕ້ອງ​ປະຕິບັດ​.

        ຕາມ​ທ່ານ ​ເລ​ມີ​ງທົງ, ຮອງຫົວຫນ້າ​ກຳມາ​ທິການກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ແລ້ວ, ກ່ຽວ​ກັບ​ດ້ານ​ຫລັກການ, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ ​ຖືກ​ລະບຸ​ໄວ້​ໃນລັດຖະທຳ​ມະນູນ​ ທີ່​ມີ​ຜົນ​ສັກສິດ​ໂດ​ຍກົງຕ້ອງ​ປະຕິບັດ​​. ສິ່ງ​ສຳຄັນ ນັ້ນ​ແມ່ນ​ການ​ກຳນົດ​ຕາມຂັ້ນ​ຕອນ, ​ລະບຽບການ, ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ​ໃນ​ການ​ປະຕິບັດ​ບັນດາ​ສິດທິ​ມະນຸດ.

        ລັດຖະທຳ​ມະນູນ​ປີ 2013 ກຳ​ນົດສິດທິ​ມະນຸດ​ຢ່າງ​ຄົບ​ຖ້ວນ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ຂອງ​ລັດ ​ແລະ ສັງຄົມ ​ໃນ​ການ​ຮັບ​ຮູ້, ​ເຄົາລົບ, ປົກ​ປ້ອງ ​ແລະ ຮັບປະກັນ​ສິດທິ​ມະນຸດ. ສິດ​ທິມະນຸດ ​ໄດ້​ສະ​ແດງທັງ​ໝົດ​ໃນ​ສົນທິສັນຍາ​ສາກົນ​, ​ແລະ ກໍ​ຖືກ​ສະ​ແດງ​ໃຫ້​ເຫັນ​ໃນ​ ລັດຖະທຳ​ມະນູນ​ປີ 2013. ລັດຖະທຳ​ມະນູນ​ປີ 2013 ​ເປັນ​ຄັ້ງ​ທຳ​ອິດ ກຳນົດ​ສິດ​ມີ​ຊີວິດ, ສິດ​​ຊົມ​ໃຊ້​ບັນດາ​ຄຸນຄ່າ​ວັດທະນະທຳ, ມີ​ຄວາມ​ເສລີ​ໃນ​ການ​ເລືອກ​ເຟັ້ນພາສາ​ປາກ​ເວົ້າ, ສິດມີຊີວິດ​ໃນ​ສະພາບແວດ​ລ້ອມ​ທີ່​ປອດ​​ໃສ… ນອກ​ນັ້ນ, ລັດຖະທຳ​ມະນູນ​ສະບັບ​ນີ້ ບໍ່​ພຽງ​ແຕ່​ກຳນົດ​ເຖິງ​ສິດ​ພົນລະ​ເມືອງ​ຂອງ​ປະ​ເທດ​ນັ້ນ, ຫາກ​​ແມ່ນ​ສິດທິ​ມະນຸດ​ຂອງ ປະ​ເທດ​ຫວຽດນາມສັງຄົມ​ນິຍົມ. ນີ້​ກໍ​ແມ່ນ​ຈຸດ​ເດັ່ນ​ທີ່​ສຳຄັນ ​ຢັ້ງຢືນ​ກາ​ນສືບ​ທອດ, ພັດທະນາ​ເນື້ອ​ໃນ​ຫລາຍ​ຢ່າງ​ກ່ຽວ​ກັບ​ສິດທິ​ມະນຸດ​ຈາກ ລັດຖະທຳ​ມະນູນ​ສະບັບ​ກ່ອນ, ພ້ອມ​ກັນ​ນັ້ນ ຕ້ອງ​ເຮັດ​ໃຫ້​ບັນດາ​ເນື້ອ​ໃນ​ດັ່ງກ່າວ, ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ສົນທິສັນຍາ​ສາກົນ​​ເປັນສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ ຊື່​ງຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກ່ຽວ​ກັບ​ສິດທິ​ມະນຸດ. ທ່ານ ຫງວຽນ​ຮ່ວາ​ບີ​ງ, ຫົວຫນ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຕີ​ລາຄາ​ວ່າ​:

        “​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ ​ແມ່ນ​ເຄົາລົບ ​ແລະ ປົກ​ປ້ອງ​ສິດທິມະນຸດ. ​ເນື້ອ​ໃນ​ຈິດ​ໃຈປະຊາທິປະ​ໄຕ​ຂອງ ລັດຖະທຳ​ມະນູນ​, ​ຈິດ​​ໃຈ​ເຄົາລົບ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ ​ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ໃນ ລັດຖະທຳ​ມະນູນ​. ຈາກ​ນັ້ນ​ຈະ​ເປັນ​ການ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຕຸລາການ, ​ໃນ​ນັ້ນ ມີ​ອົງການ​ໄອ​ຍະ​ການ. ຄຽງ​ຄູ່​ກັບການ​ຢັ້ງຢືນ​ບັນດາ​ສິດ​ພື້ນຖານ​ຂອງ​ມະນຸດ, ລັດຖະທຳ​ມະນູນ​ ກໍ​ວາງ​ອອກ​ບັນດາ​ເນື້ອ​ໃນ​ກວດກາ​ຢ່າງ​ແຫນ້ນ​ແຟ້ນກວ່າ​ບັນດາ​ການ​ເຄື່ອນ​ໄຫວ​ຈຳກັດສິດທິ​ມະນຸດ .”

ຫັນຂໍ້ກຳນົດສິດທິມະນຸດໃນລັດຖະທຳມະນູນປີ 2013 ໃຫ້ປະກົດຜົນເປັນຈິງ - ảnh 1
ທ່ານ ຫງວຽນ​ຮ່ວາ​ບີ​ງ, ຫົວຫນ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ
photo:doisongphapluat.vn

        ຕັ້ງຫນ້າ​ປັບປຸງ, ກວດກາ​ຮ່າງ​ກົດໝາຍ​ກວ່າ 10 ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​ສິດທິ​ມະນຸດ

        ​ໃນ​ແຜນການ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຜັນ​ຂະຫຍາ​ຍກາ​ນປະຕິບັດ ລັດຖະທຳ​ມະນູນ​ ​ໄດ້​ເຕື້ອງ​ເຖິງ​ການ​ປັບປຸງ​ກວດກາ​ຄືນຮ່າງ​ກົດໝາຍ​ 82 ສະບັບ, ​ໃນ​ນັ້ນ ມີ​ຮ່າງ​ກົດໝາຍ​ກວ່າ 10 ສະບັບມີ​ຂໍ້​ມາດຕາ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປົກ​ປ້ອງ​ສິດທິ​ມະນຸດ. ບັນດາ​ຮ່າງ​ກົດໝາຍ​ດັ່ງກ່າວ​ນັ້ນ​ແມ່ນ: ກົດໝາຍ​ວ່າ​ດ້ວຍ​ອາຍາ, ກົດໝາຍ​ແພ່ງ, ກົດໝາຍ​ການ​ສົມລົດ ​ແລະ ຄອບຄົວ, ກົດໝາຍ​ແຮງ​ງານ, ກົດໝາຍ​ວຽກ​ເຮັດ​ງານ​ທຳ…. ຕາມ​ການ​ຳ​ກະຊວງ​ຍຸຕິ​ທຳ​ແລ້ວ,​​ ​ໃນ​ການ​ກຳນົດ​ທິດ 5 ປະການກ່ຽວ​ກັບ​ການ  ​ປັບປຸງ​ປະມວນ​ກົດໝາຍ​ອາຍາ, ການ​ກຳນົດ​ທຳ​ອິດ​ແມ່ນ​ຮັບປະກັນ​ສິດທິ​ມະນຸດ. ກົດໝາຍ​​ແພ່ງ​ກ່ຽວຂ້ອງ​ເຖິງ​ຍາດຕິ​ພີ່​ນ້ອງ, ສະ​ນັ້ນ ​ເມື່ອ​ປັບປຸງ​ຈະ​ກຳນົດ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ສະດວກ​ໃນ​ການ​ປະຕິບັດ​ບັນດາ​ສິດ​ຍາດຕິ​ພີ່​ນ້ອງ. ກົດໝາຍ​ວ່າ​ດ້ວຍ​ການ​ສົມ​ລົດ ​ແລະ ຄອບຄົວ ຈະ​ກຳນົດ​ສິດທິ​ມະນຸດ​ຫລາຍ​ຢ່າງ​ຄື: ສິດ​ການສົມລົດ, ຢ່າ​ຮ້າງ. ນອກ​ນັ້ນ ບັນດາ​ກົດໝາຍ​ກ່ຽວ​ກັບ​ອົງການ​ສານ, ອົງການ​ໄອ​ຍະ​ການ, ກົດໝາຍ​ການລົງ​ປະຊາ​ປະຕິ ລ້ວນ​ແຕ່​ມີ​ບັນດາ​ຂໍ້​ມາດຕາ​ທີ່​ກ່ຽວ​ຂ້ອງ​ເຖິງ​ສິດທິ​ມະນຸດ. ສະ​ນັ້ນ ​ໃນ​ວິວັດ​ການ​ປັບປຸງ​ບັນດາ​ກົດໝາຍ​ດັ່ງ​ກ່າວ ພວມ​​ໄດ້​ຮັບ​ການ​ຍູ້​ແຮງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ກົດໝາຍ​ເປັນ​ຈຳນວນ​ຫລວງຫລາຍ. ສາດສະດາຈານ, ດຣ ທາຍ​ຫວີງ​ທັງ, ມະຫາວິທະຍາ​ໄລ​ສັງກັດກົດໝາຍ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ບັນດາ​ຜູ້​ຊ່ຽວຊານ​​ໃນ​ມະຫາວິທະຍາ​ໄລ ​ໄດ້​ຕັ້ງຫນ້າ​ເຂົ້າ​ຮ່ວມ​ການປະກອບ​ຄຳ​ເຫັນ​ໃສ່​ບັນດາ​ກົດໝາຍ ​ເພື່ອ​ຫັນ ລັດຖະທຳ​ມະນູນ​​ເປັນ​ລະອຽດ. ​ໃນ​ປີ 2014, ພວກ​ຂ້າພະ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ການປະກອບ​ຄຳ​ເຫັນ​ໃສ່​ກົດໝາຍ​ຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ, ກົດໝາຍ​ຈັດ​ຕັ້ງ​ລັດຖະບານ, ກົດໝາຍ​ຈັດ​ຕັ້ງ​ສານ, ກົດໝາຍ​ຈັດ​ຕັ້ງ​ໄອ​ຍະ​ການ ​ແລະ ປີ 2015 ຈະ​ປະກອບ​ຄຳ​ເຫັນ​ໃສ່​ກົດໝາຍ​ຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ. ຍິ່ງ​ກວ່າ​ນັ້ນ ​ໃນ​ ລັດຖະທຳ​ມະນູນ​ສະບັບ​ໃຫມ່ ມີ​ມາດຕາ​ກ່ຽວ​ກັບ​ການ​ລົງ​ປະຊາ​ມະຕິ ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງຫນ້າ​​ໃຫ້​ແກ່​ຮ່າງກົດໝາຍ​ວ່າ​ດ​​້ວຍລົງ​ປະຊາ​ມະຕິ. ​ໃນ​ປີ 2014, ມະຫາວິທະຍາ​ໄລ ຈະ​ສ້າງ​ຫລັກສູດ​ກ່ຽວ​ກັບ ລັດຖະທຳ​ມະນູນ​ ຫວຽດນາມຄືນ​ໃຫມ່, ​ໃນ​ນັ້ນ ມີ​ເນື້ອ​ໃນ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ປັບປຸງ​ບັນດາ​ຫລັກສູດ​ທີ່​ມີ​ສ່ວນ​ກ່ຽວຂ້ອງ.”

        ​ເປັນ​ຄັ້ງ​ທຳ​ອິດ ສິດທິ​ມະນຸດ​ໄດ້​ຮັບ​ການ​ຢັ້ງຢືນ​ກ່ຽວ​ກັບ​ດ້ານ​ເນ​ື້ອ​ໃນ ​ແລະ ​ເຕັກນິກ​ນິຕິບັນຍັດ​ໃນ ລັດຖະທຳ​ມະນູນ​ ຂອງ​ຫວຽດນາມ ຢ່າງ​ຄົບ​ຖ້ວນ. ​ເລື່ອງ​ຫັນ​ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ສິດທິ​ມະນຸດ​ໃນ​ລັດຖະທຳ​ມະນຸ​ນປະກົດ​ຜົນ​ເປັນ​ຈິງ ຈະ​ປະກອບສ່ວນ​ເຮັດ​ໃຫ້​ສິດທິ​ມະນຸດ​ໄດ້​ຮັບ​ປະກັນ​ການ​ປະຕິບັດ​ຕົວ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ