(VOVWORLD) - ກອງປະຊຸມອະນາຄົດ ອາຊີ, ແມ່ນເວທີປາໄສເພື່ອໃຫ້ບັນດາການນຳ ແລະ ນັກຮຽນຮູ້ແລກປ່ຽນກ່ຽວກັບບັນດາບັນຫາໃນການພັດທະນາຢູ່ ອາຊີ ຊຶ່ງຫາກໍ່ດຳເນີນໄປຢູ່ ໂຕກຽວ. ໂດຍແມ່ນເວທີປາໄສມີອິດທິຜົນຊື່ສຽງໃນພາກພື້ນ ແລະ ໂລກ, ເວທີປາໄສປີນີ້ສຸມໃສ່ປຶກສາຫາລືບັນດາກຸ່ມມາດຕະການ ເພື່ອແກ້ໄຂບັນດາສິ່ງທ້າທາຍຂອງ ອາຊີ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.
(ພາບປະກອບ) |
ອາຊີ ຊຶ່ງແມ່ນທະວີບໃຫຍ່ກ່ວາໝູ່ໃນໂລກກ່ຽວກັບເນື້ອທີ່ ແລະ ພົນລະເມືອງ, ມີສາສະໜາ, ວັດທະນະທຳ, ເຊື້ອຊາດຫລາຍຮູບຫລາຍສີ ດ້ວຍປະຫວັດສາດນັບພັນປີ, ພວມແມ່ນກຳລັງໜູນການເຕີບໂຕຫຼັກແຫຼ່ງໃນວິວັດການຫັນເປັນໂລກາພິວັດ. ເຖິງຢ່າງໃດກໍ່ຕາມ, ວິວັດການເຊື່ອມໂຍງເຂົ້າກັບສາກົນ ກໍ່ວາງອອກສິ່ງທ້າທາຍຫລາຍຢ່າງຕໍ່ພາກພື້ນ. ເພາະສະນັ້ນ, ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ລັດທິທົ່ວໂລກຕໍ່ໜ້າທາງ 4 ແຍກ ບາດກ້າວຕໍ່ໄປຂອງ ອາຊີ”.
ອາຊີ ນຳໜ້າໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ
ນັບແຕ່ທ້າຍປີ 2000, ສັກກະຫລາດໃໝ່ໃຫ້ການຮ່ວມມືໃນພາກພື້ນຖືກສ້າງຂຶ້ນຢູ່ ອາຊີ. ເລື່ອງ ຈີນ ເປີດກ້ວາງຜົນສະທ້ອນ, ການກຳເນີດຂອງບັນດາສັນຍາການຄ້າເສລີ (FTA) ມີຂອບຂະໜາດ ແລະ ການປະກົດຕົວທີ່ພົ້ນເດັ່ນຂອງ ອິນເດຍ ຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ຊຸກຍູ້ກະແສຟອງນີ້ ກໍ່ຄືມີຄວາມໝາຍປ່ຽນແປງອະນາຄົດຂອງພາກພື້ນ. ການບືນຕົວຂຶ້ນຂອງ ອາຊີ ແມ່ນການບືນຕົວຂຶ້ນຂອງບັນດາປະເທດ ຍາມໃດກໍ່ມຸ່ງໄປເຖິງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ເຂັ້ມແຂງ, ຄື ສິງກະໂປ ມີພື້ນຖານເສດຖະກິດເປີດ, ຂະຫຍັນຂັນເຄື່ອນອັນດັບ 1 ໃນໂລກ. ສ.ເກົາຫຼີ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 11 ຂອງໂລກ ດ້ວຍ “ຄວາມສຳເລັດແມ່ນ້ຳ Hangqul ”. ຫຼື ຈີນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ, ດ້ວຍການເຕີບໂຕໃນຫລາຍທົດສະວັດເປັນໜ້າອັດສະຈັນ, ເຮັດໃຫ້ປະຊາຊົນຫລຸດຜ່ອນຄວາມທຸກຍາກນັບລ້ານຄົນ.
ໃນຊຸມປີມໍ່ໆມານີ້, ຄວາມມານະພະຍາຍາມເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນໄດ້ຮັບການຊຸກຍູ້ແຮງ. ບັນດາສັນຍາ FTA ມີຂອບຂະໜາດໃຫຍ່ຄື: ສັນຍາຂ້າມປາຊີຟິກ (TPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພຶ້ື້ນ (RCEP) ໄດ້ກາຍເປັນນັບມື້ນັບສຳຄັນ. ປະຈຸບັນ, ດ້ວຍສັນຍາການຄ້າເສລີກ່ວາ 150 ສະບັບ, ອາຊີ ພວມກວມເອົາ 58% ໃນຈຳນວນສັນຍາຂອງໂລກ ແລະ ອາຊີ ພວມນຳໜ້າກ່ຽວກັບການຮ່ວມມື, ເຊື່ອມໂຍງເຂົ້າກັບສາກົນ. ສິ່ງທີ່ສົນໃຈແມ່ນໃນໄລຍະມໍ່ໆມານີ້ ຈີນ ເລີ່ມຕົ້ນສະແດງໃຫ້ເຫັນວິໄສທັດພາກພື້ນຢ່າງລະອຽດ ເມື່ອສ້າງຕັ້ງທະນາຄານລົງທຶນໂຄງລ່າງ ອາຊີ (AIIB) ດ້ວຍການເຂົ້າຮ່ວມຂອງບັນດາປະເທດ ອາຊີ ເກືອບທັງໝົດ ແລະ ບາງປະເທດຝ່າຍຕາເວັນຕົກ. ກໍເຊັ່ນດຽວກັນ, ຂໍ້ລິເລີ່ມ “ຂອບອ້ອມ ແລະ ເສັ້ນທາງ” ກໍ່ສອງແສງວິໄສທັດຂອງ ຈີນ ກ່ຽວກັບການຮ່ວມມືໃນພາກພື້ນ ອາຊີ. ດ້ານອື່ນ, ການປະກົດຕົວຂອງ ອິນເດຍ ແມ່ນປັດໃຈທີ່ເປັນໜ້າສົນໃຈອື່ນໆຢູ່ ອາຊີ ໃນຊຸມປີມໍ່ໆມານີ້. ກ່ຽວກັບດ້ານຍຸດທະສາດ ແລະ ເສດຖະກິດ, ຜົນປະໂຫຍດຂອງ ອິນເດຍ ໃນການເພີ່ມທະວີສາຍພົວພັນກັບບັນດາປະເທດ ອາຊີຕາເວັນອອກ, ໃນນັ້ນມີເວທີປາໄສພາກພື້ນ ອາຊຽນ, ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ. ສະເພາະ ສຳລັບບັນດາປະເທດ ອາຊຽນ, ນັບແຕ່ປີ 1991, ອິນເດຍ ຕັ້ງໜ້າເດີນຕາມການພົວພັນການຄ້າ ແລະ ຍຸດທະສາດກັບບັນດາປະເທດນີ້ ແລະ ຖືນີ້ແມ່ນສ່ວນໜຶ່ງໃນນະໂຍບາຍ “ມຸ່ງໄປສູ່ທິດຕາເວັນອອກ” ຂອງຕົນ. ປະຈຸບັນ ອາຊຽນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ຂອງ ອິນເດຍ ຖັດຈາກ ຈີນ, ສະຫະພາບ ເອີລົບ (ອີຢູ) ແລະ ອາເມລິກາ.
ບັນດາປະເທດ ອາຊຽນ ກໍ່ຮ່ວມສຳພັນຢ່າງແໜ້ນແຟ້ນກັນ ແລະ ການສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ ໄດ້ຖືວ່າ ແມ່ນຜົນສຳເລັດຂອງການເຊື່ອມໂຍງຮ່ວມສຳພັນພາກພື້ນກ່ຽວກັບດ້ານການຄ້າ. ການຮ່ວມມື ອາຊຽນ ບໍ່ພຽງແຕ່ລົບລ້າງຮົ້ວກີດຂວາງລະຫວ່າງບັນດາປະເທດໃນກຸ່ມເທົ່ານັ້ນ ຫາກຍັງເປີດກ້ວາງກຳລັງແຮງຂອງແຕ່ລະປະເທດ ແລະ ຜົນສະທ້ອນອອກສູ່ພາຍນອກອີກດ້ວຍ. ປະຈຸບັນ ອາຊຽນ ແມ່ນພາກພື້ນສົ່ງອອກໃຫຍ່ອັນດັບທີ 4 ໃນໂລກ, ກວມເອົາ 7% ວົງເງິນສົ່ງອອກທົ່ວໂລກ. ບັນດາການປ່ຽນແປງນີ້ ຈະສຳຄັນທີ່ສຸດ ເພື່ອຊຸກຍູ້ການເຕີບໂຕຢູ່ ອາຊຽນ ແລະ ປັບປຸງການຮ່ວມສຳພັນຕໍ່ກັບສ່ວນທີ່ຍັງເຫຼືອຂອງໂລກ.
ສິ່ງທ້າທາຍໄປພ້ອມກັນຫລາຍຢ່າງ.
ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຍາມໃດກໍ່ໄປພ້ອມກັນຂໍ້ຄົງຄ້າງກັບຄວາມສ່ຽງ, ສິ່ງທ້າທາຍ ແລະ ຂາດສະຖຽນລະພາບ. ບັນດາການຂັດແຍ້ງເຂດນ້ຳແດນດິນ ພ້ອມກັບຄວາມລຸກຮື້ຂຶ້ນຂອງລັດທິຊາດຫົວຮຸນແຮງ ພວມນາບຂູ່ກີດຂວາງບາດກ້າວເຊື່ອມໂຍງເຂົ້າກັບສາກົນຂອງພາກພື້ນ. ບັນດາໄພນາບຂູ່ກໍ່ການຮ້າຍ, ບັນດາເຫດຍິງທົດລອງລູກສອນໄຟໃນແຫຼມເກົາຫຼີ, ບັນດາຄວາມເຄັ່ງຕຶງຢູ່ທະເລ ຮວາຕູງ, ທະເລຕາເວັນອອກ ຍັງຄົງຊ້ອນແຝງຄວາມສ່ຽງກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພເສລີໃນການເດີນທະເລ, ທາງອາກາດຂອງສາຍທາງທະເລສາກົນ. ຄຽງຂ້າງນັ້ນ, ການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບບັນດາໄພພິບັດທຳມະຊາດ, ໂລກລະບາດ ທີ່ກໍ່ຜົນຮ້າຍຢ່າງໜັກໜ່ວງກ່ຽວກັບຊັບສິນ ແລະ ມະນຸດ.
ຕໍ່ໜ້າບັນດາສິ່ງທ້າທາຍນັ້ນ, ທີ່ກອງປະຊຸມອະນາຄົດ ອາຊີ ຈັດຕັ້ງຢູ່ ຍີ່ປຸ່ນ ຫວ່າງແລ້ວນີ້, ບັນດາການນຳ ອາຊີ ລ້ວນແຕ່ເຫັນດີເປັນເອກະພາບຖືວ່າ: ແຕ່ລະປະເທດ ອາຊີ ຕ້ອງມີການກະທຳລວມ ເພື່ອອາຊີສັນຕິພາບ ແລະ ວັດທະນາຖາວອນ. ສິ່ງສຳຄັນທຳອິດແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ຢາກເຮັດໄດ້ຄືແນວນັ້ນ ແຕ່ລະປະເທດຕ້ອງສຸມໃສ່ແກ້ໄຂບັນດາຄວາມແຕກຕ່າງກັນຢູ່ ພາກພື້ນ ແລະ ມີການກະທຳຢ່າງມີຄວາມຮັບຜິດຊອບບົນພື້ນຖານສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ, ເຄົາລົບກົດໝາຍສາກົນ. ທັງໝົດລ້ວນແຕ່ຕ້ອງປະພຶດອີງໃສ່ຫຼັກການເສລີ, ສະເໝີພາບ ບໍ່ຈຳແນກສາສະໜາ, ການເຫລື້ອມໃສເຊື່ອຖື, ເຊື້ອຊາດຜີວພັນ. ທັງໝົດພ້ອມກັນຮ່ວມມື, ປະກອບສວ່ນເພື່ອສັນຕິພາບ ແລະ ວັດທະນາຖາວອນໃຫ້ທຸກປະເທດ ແລະ ພົນລະເມືອງ ອາຊີ ທຸກໆຄົນ.