ຫວຽດ​ນາມ​ຍົກ​ອອກຫຼາຍ​ຄຳ​ໝັ້ນ​ສັນ​ຍາ ເພື່ອ​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ສະ​ໝຸດ​ຍື​ນ​ຍົງ

(VOVWORLD) - ກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຫາກໍ່ຈັດຂຶ້ນຢູ່ຮ່າໂນ້ຍ. ບັນດາໝາກຜົນບັນລຸໄດ້ທີ່ກອງປະຊຸມ ຈະແມ່ນຂໍ້ອ້າງອີງເພື່ອໃຫ້ຫວຽດນາມຮ່ວມມື ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມທັງຍົກອອກຫຼາຍຄຳໝັ້ນສັນຍາສຳຄັນ, ຢັ້ງຢືນຄວາມມານະພະຍາຍາມຂອງປະເທດສະມາຊິກທີ່ໄດ້ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.
ຫວຽດ​ນາມ​ຍົກ​ອອກຫຼາຍ​ຄຳ​ໝັ້ນ​ສັນ​ຍາ ເພື່ອ​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ສະ​ໝຸດ​ຍື​ນ​ຍົງ - ảnh 1

 ກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (ພາບ: VGP)

   ດ້ວຍຫົວເລື່ອງ “ມາດຕະການເພື່ອພື້ນຖານເສດຖະກິດທະເລຍືນຍົງ ແລະ ມີຄວາມສາມາດຮັບມື”, ກອງປະຊຸມໄດ້ປຶກສາຫາລືບັນດາກາລະໂອກາດຕົ້ນຕໍໃນການຊຸກຍູ້, ນຳໃຊ້ບັນດາແຫຼ່ງຊັບພະຍາກອນທະເລແບບຍືນຍົງ ກໍ່ຄືບັນດາສິ່ງທ້າທາຍຂອງວິກິດການໂຄວິດ 19; ການປ່ຽນແປງຂອງດິນຟ້າອາກາດ ແລະ ມົນລະພິດ, ພິເສດແມ່ນມົນລະພິດຂີ້ເຫຍື້ອປລາສະຕິກມະຫາສະໝຸດ…

  ບັນດາປະເທດກໍ່ໄດ້ແລກປ່ຽນບົດຮຽນ, ພຶດຕິກຳຕົວຈິງທີ່ດີ ແລະ ໝາກຜົນການຄົ້ນຄ້ວາ ເພື່ອແນໃສ່ຍູ້ແຮງການແບ່ງປັນຄວາມຮູ້ກ່ຽວກັບເສດຖະກິດທະເລແບບຍືນຍົງໄດ້ປະສົບຜົນສຳເລັດ, ລັນດາຍຸດທະສາດ ແລະ ການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍົກສູງຄວາມສາມາດຮັບມືຂອງບັນດາປະຊາຄົມ ແລະ ປະເທດຕ່າງໆທີ່ໄດ້ຮັບຄວາມສ່ຽງ.

ພັດທະນາພື້ນຖານເສດຖະກິດມະຫາສະໝຸດຍືນຍົງ: ຂໍ້ກຸນແຈພາໄປເຖິງຄວາມວັດທະນະຖາວອນ

ຫວຽດ​ນາມ​ຍົກ​ອອກຫຼາຍ​ຄຳ​ໝັ້ນ​ສັນ​ຍາ ເພື່ອ​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ສະ​ໝຸດ​ຍື​ນ​ຍົງ - ảnh 2

 ທ່ານຮອງນາຍົກລັດຖະມົນຕີເລວັນແທັງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn )

   ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ພ້ອມກັບປະຊາຄົມສາກົນ ໄດ້ຍົກອອກຄຳໝັ້ນສັນຍາ 5 ຂໍ້ຄື: ສ້າງນະໂຍບາຍ,  ສະພາບແວດລ້ອມນິຕິກຳສາກົນໃຫ້ແກ່ພື້ນຖານເສດຖະກິດທະເລຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນສຳລັບບັນດາປະເທດ ແລະ ຝ່າຍທີ່ກ່ຽວຂ້ອງທີ່ມີຄວາມສ່ຽງກ່ວາໝູ່; ສ້າງລະບົບຖານຂໍ້ມູນຮອບດ້ານ ໂດຍ ສປຊ ຄຸ້ມຄອງກ່ຽວກັບການກະທົບຫຼາຍຂົ້ວຂອງການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ, ຂີ້ເຫຍື້ອປະລາດສະຕິກ ເພື່ອແນໃສ່ໜູນຊ່ວຍການສ້າງນະໂຍບາຍຮັບມືທົ່ວໂລກ. ແກ້ໄຂບັນດາສິ່ງທ້າທາຍ ແລະ ຄວາມສ່ຽງດ້ານຄວາມໝັ້ນຄົງກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ ຜ່ານການຊຸກຍູ້, ສ້າງກົນໄກຮ່ວມມືດ້ານຄວາມໝັ້ນຄົງທົ່ວໂລກ ແລະ ພາກພື້ນທີ່ແທດຈິງ, ມີປະສິດທິຜົນ; ເພີ່ມທະວີຄວາມສາມາດຟື້ນຟູການພັດທະນາເສດຖະກິດແບບຍືນຍົງພາຍຫຼັງໂລກລະບາດໂຄວິດ 19 ແລະຄວາມສາມາດຮັບມືຂອງບັນດາປະເທດ, ປະຊາຄົມ ແລະ ບັນດາຝ່າຍກ່ຽວຂ້ອງມີຄວາມສ່ຽງກ່ວາໝູ່….. ທີ່ກອງປະຊຸມ, ທ່ານ ເລວັນແທັງ ຮອງນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ:

   ການຄູ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ບັນດາການເຄື່ອນໄຫວໃນທະເລ ຕ້ອງອີງຕາມພື້ນຖານເຕັກໂນໂລຊີເຕັກນິກທະເລຂຽວ, ກ້າວໜ້າ ແລະ ທັນສະໄໝ, ໂດຍສະເພາະແມ່ນການຮ່ວມມື ແລະ ໜູນຊ່ວຍຊື່ງກັນ ແລະ ກັນຂອງປະຊາຄົມສາກົນ. ບັນດາປະເທດພັດທະນາຕ້ອງມີຄວາມຮັບຜິດຊອບໜູນຊ່ວຍດ້ານການເງິນ, ບົດຮຽນຄູ້ມຄອງ ແລະ ຖ່າຍທອດເຕັກໂນໂລຊີ.

ເດັດດ່ຽວເຄື່ອນໄຫວເພື່ອມະຫາສະໝຸດສີຂຽວ

   ຕາມການສະຖິຕິ, ປະຊາກອນ ຫວຽດນາມ ກ່ວາ 70 ລ້ານຄົນ ໄດ້ດຳລົງຊີວິດຢູ່ 28 ແຂວງ, ນະຄອນແຄມທະເລຂອງທົ່ວປະເທດ, ເຂດທົ່ງພຽງແມ່ນ້ຳຂອງ ແລະເຂດທົ່ງພຽງແມ່ນ້ຳແດງ. ແຕ່ປະຈຸບັນ, ຫຼາຍນະຄອນ ແລະ ເຂດທົ່ງພຽງແຄມທະເລພວມຖືກເຊາະເຈື່ອນ ແລະ ພື້ນຖານໂຄງລ່າງຕົວເມືອງພວມມີກຳລັງດັນທີ່ໃຫ່ຍຫຼວງ.

  ໃນສະພາບການນັ້ນ, ຫວຽດນາມ ໄດ້ເລືອກພັດທະນາເສດຖະກິດທະເລຕາມທິດຍືນຍົງ, ມີການຮ່ວມສຳພັນຢ່າງແໜ້ນແຟ້ນກັບປະຊາຄົມສາກົນ. ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວດຽດນາມ ເລມິນເງິນ ກ່າວວ່າ:

   ຍາມໃດຫວຽດນາມ ກໍ່ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງສະມາຊິກທີ່ຕັ້ງໜ້າໃນປະຊາຄົມສາກົນ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືພ້ອມກັບບັນດາປະເທດ ແລະ ຄູ່ຮ່ວມມື ແບ່ງປັນສະຕິປັນຍາວິທະຍາສາດ, ບົດຮຽນ, ແຫຼ່ງກຳລັງ ແລະ ບັນດາຂໍ້ລິເລີ່ມຄຸ້ມຄອງສັງລວມ ເພື່ອພື້ນຖານເສດຖະກິດທະເລຂຽວຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

   ຫວຽດນາມ  ເຂົ້າໃຈແຈ້ງຄຸນຄ່າຂອງການພັດທະນາເສດຖະກິດມະຫາສະໝຸດຍືນຍົງ, ມີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ທັງຮັບປະກັນສະຫວັດດີການດີກ່ວາໃຫ້ແກ່ ປຊຊ ທຸກຄົນ, ທັງເຮັດລ້ອນພັນທະປົກປັກຮັກສາທະເລ ແລະ ມະຫາສະໝຸດ ພ້ອມກັບປະຊາຄົມສາກົນ ໃຫ້ແກ່ຄົນລຸ້ນຫຼັງ. ຫວຽດນາມ ຈະມານະພະຍາຍາມຮ່ວມມືກັບບັນດາປະເທດ ໃນການແກ້ໄຂ ແລະ ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ເພື່ອທະເລຂຽວ, ປອດໂປ່ງ ແລະ ພື້ນຖານເສດຖະກິດຍືນຍົງ. ບັນດາໝາກຜົນສຳຄັນທີ່ກອງປະຊຸມຄັ້ງນີ້ ຈະປະກອບສ່ວນເພີ່ມທະວີເຊື່ອມຕໍ່, ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດ, ພາກພື້ນ ຢ່າງແຮງ ເພື່ອຮ່ວມແຮງຮ່ວມໃຈປົກປັກຮັກສາມະຫາສະໝຸດ, ຮັກສາອະນາຄົດຂອງທົ່ວມວນມະນຸດ./.

ຕອບກັບ

ຂ່າວ/ບົດ​ອື່ນ