(vovworld)- ວັນທີ 18/9, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ, ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກແດນມາກ ໃນເວລາ 3 ວັນຕາມຄຳເຊີນຂອງພະລາຊີນີ Margrethe II. ໃນໂອກາດນີ້, ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ຂໍທົບທວນຄືນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ບັນດາແງ່ຫວັງແຫ່ງການຮ່ວມມືພາຍຫຼັງການຢ້ຽມຢາມຄັ້ງນີ້ຜ່ານບົດຂຽນດ້ວຍຫົວຂໍ້ວ່າ: ຫວຽດນາມ-ແດນມາກ ມຸ້ງໄປສູ່ການພົວພັນຮ່ວມມືໝັ້ນຄົງ.
ແດນມາກອຸປະຖຳທຶນ ODA ໃຫ້ແກ່ຫວຽດນາມ
(ພາບ: m.icon.com.vn)
ແດນມາກແມ່ນໜຶ່ງໃນບັນດາປະເທດຕາເວັນຕົກທຳອິດໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຫວຽດນາມ (25/11/1971) ແລະ ກໍ່ແມ່ນປະເທດມີຂະບວນການ ປຊຊ ສະໜັບສະໜູນການຕໍ່ຕ້ານຕ້ານຈັກກະພັດອາເມລິກກາເພື່ອກູ້ຊາດຂອງ ປຊຊ ຫວຽດນາມ ຢ່າງແຮງ. ນັບແຕ່ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງ ຫວຽດນາມ-ແດນມາກ ໄດ້ຮັບການພັດທະນາຢ່າງຈົບງາມ. ສອງປະເທດໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ. ໃນການຢ້ຽມຢາມແດນມາກ ເມື່ອເດືອນ 9/2009 ຂອງນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ, ສອງປະເທດໄດ້ເຫັນດີເປັນເອກະສັນຍົກການພົວພັນສອງຝ່າຍຂຶ້ນເປັນ “ຄູ່ຮ່ວມມືເພື່ອການພັດທະນາ“ ບົນພື້ນຖານສະເໝີພາບ, ສະຖຽນລະພາບ, ຍາວນານ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສຸມໃສ່ບຸລິມະສິດຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ຮ່ວມມືພັດທະນາ, ວັດທະນະທຳ, ການສຶກສາ-ບຳລຸງສ້າງ ແລະ ວິທະຍາສາດ-ເຕັກໂນໂລຊີ.
ແດນມາກ ແມ່ນໜຶ່ງໃນຈຳນວນ ປະເທດເອີລົບເໜືອທຳອິດທີ່ລົງທຶນເຂົ້າຫວຽດນາມ. ໄລ່ຮອດທ້າຍເດືອນ 5/2013, ແດນມາກ ມີ 106 ໂຄງການຍັງມີຜົນບັງຄັບໃຊ້ດ້ວຍຍອດຈຳນວນທຶນຈົດທະບຽນກ່ວາ 674 ລ້ານໂດລາສະຫະລັດ, ຢືນອັນດັບທີ 25 ໃນຈຳນວນທັງໝົດ 100 ປະເທດ, ເຂດແຄ້ວນລົງທຶນເຂົ້າຫວຽດນາມ. ນັບແຕ່ປີ 1971 ມາຮອດປະຈຸບັນ, ແດນມາກ ໄດ້ອຸປະຖຳໃຫ້ຫວຽດນາມ ຈຳນວນທຶນ ODA ທັງໝົດເກືອບ 1,2 ຕື້ໂດລາສະຫະລັດ. ໃນໄລຍະຜ່ານມາ, ແດນມາກໃຫ້ຄຳໝັ້ນສັນຍາອຸປະຖຳຈຳນວນເງິນສະເລ່ຍໃນແຕ່ລະປີບັນລຸປະມານ 64 ລ້ານໂດລາສະຫະລັດ/ປີ ໃຫ້ແກ່ຫວຽດນາມ. ການອຸປະຖຳພັດທະນາຂອງແດນມາກ ສຸມໃສ່ບັນດາຂົງເຂດ: ກໍ່ສ້າງພື້ນຖານໂຄງລ່າງ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ການພັດທະນາແບບຍືນຍົງ, ການປະຕິຮູບດ້ານບໍລິຫານ… ຄຽງຄູ່ກັນນັ້ນ, ແດນມາກ ຍັງຖ່າຍຖອດເຕັກໂນໂລຊີໃຫ້ແກ່ຫວຽດນາມ ໃນຂົງເຂດສະໜອງ, ລະບາຍນ້ຳ, ກຳຈັດມົນລະພິດສິ່ງແວດລ້ອມ. ໃນການມາຢ້ຽມຢາມຫວຽດນາມ ຫວ່າງແລ້ວນີ້, ທ່ານ Pia Olsen Dyhr ລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນແດນມາກ ເນັ້ນໜັກວ່າ:
“ການຖ່າຍຖອດເຕັກໂນໂລຊີຄຸ້ມຄອງກຳຈັດສິ່ງແວດລ້ອມໃຫ້ແກ່ຫວຽດນາມ ກໍ່ໄປຄຽງຄູ່ກັບຍຸດທະສາດເຕີບໂຕຂຽວຂອງລັດຖະບານແດນມາກ ທີ່ມີຕໍ່ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ, ການພັດທະນານີ້ບໍ່ພຽງແຕ່ຊ່ວຍພວກເຮົາແກ້ໄຂບັນຫາປະຈຸບັນຢູ່ຫວຽດນາມ ເທົ່ານັ້ນ ຫາກຍັງຊ່ວຍພວກເຮົາປະເຊີນໜ້າກັບບັນຫາຊັບພະຍາກອນທຳມະຊາດມີ່ຖືກບົກແຫ້ງໃນໜ່ວຍພິພົບນີ້ອີກດ້ວຍ ແລະ ຜ່ານນັ້ນຈະນຳມາເຊິ່ງການເຕີບໂຕແບບຍືນຍົງຢູ່ທັງສອງປະເທດແດນມາກ ແລະ ຫວຽດນາມ“.
ປະເທດແດນມາກ
(ພາບ: suckhoedoisong.vn)
ໃນໄລຍະໃໝ່, ຂະນະທີ່ສະພາບການເສດຖະກິດໂລກຍັງມີການປ່ຽນແປງຫຼາຍຢ່າງ, ຫວຽດນາມ ແລະ ແດນມາກ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃໝ່ເພື່ອຊຸກຍູ້ການຮ່ວມມື. ທ່ານ John Nielsen ເອກອັກຄະລັດຖະທູດແດນມາກ ປະຈຳຫວຽດນາມ ຖືວ່າ: ສອງປະເທດ, ພິເສດແມ່ນປະຊາຄົມວິສາຫະກິດຕ້ອງຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍຢ່າງສຸດຂີດເພື່ອໃຫ້ການຮ່ວມມື ຈະນຳມາເຊິ່ງຜົນປະໂຫຍດສູງສຸດ, ປະກອບສ່ວນຫັນການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ-ແດນມາກ ເປັນລະອຽດ:
“ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງບັນດາວິສາຫະກິດ ຫວຽດນາມ-ແດນມາກ ແມ່ນໃຫ່ຍຫຼວງທີ່ສຸດ. ເມື່ອທຽບກັບປະເທດຕ່າງໆໃນພາກພື້ນ, ຫວຽດນາມ ມີບັນດາທ່າໄດ້ປຽບເພື່ອແກ່ງແຍ້ງຄື: ມີຄົນງານຫຼາຍ, ໜຸ່ມແໜ້ນ, ຄ່າແຮງງານຕ່ຳ…ຫວຽດນາມ ຄວນສຸມໃສ່ສ້າງບັນດາສາຍພົວພັນຄູ່ຮ່ວມມືກັບບັນດາວິສາຫະກິດຂອງແດນມາກ ຍ້ອນວ່າ, ໃນຕົວຈິງ, ບັນດາບໍລິສັດຂອງແດນມາກ ສາມາດນຳ ເຕັກໂນໂລຊີໃໝ່, ເຂັດລັບດ້ານເຕັກໂນໂລຊີໃຫ້ແກ່ຕະຫຼາດຫວຽດນາມ ກໍ່ຄືໜູນຊ່ວຍບຳລຸງສ້າງຊັບພະຍາກອນມະນຸດ ແລະ ສະໜອງເຄື່ອງຈັກ“.
ເພື່ອປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ຫວຽດນາມ-ແດນມາກ ກໍ່ພວມມານະພະຍາຍາມຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດອື່ນຄື: ການສຶກສາ-ບຳລຸງສ້າງ, ວັດທທະທຳ, ທ່ອງທ່ຽວ…ຢ່າງບໍ່ຢຸດຢັ້ງ. ແນ່ນອນວ່າ, ພື້ນຖານການພົວພັນອັນດີງາມໃນໄລຍຜ່ານມາລະຫວ່າງ ຫວຽດນາມ-ແດນມາກ ຈະແມ່ນເງື່ອນໄຂສະດວກເພື່ອໃຫ້ສອງປະເທດແລກປ່ຽນ, ຊອກຫາມາດຕະການຊຸກຍູ້ການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່ ຜ່ານການຢ້ຽມຢາມແດນມາກ ຄັ້ງນີ້ຂອງທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ. ການຢ້ຽມຢາມ ບໍ່ພຽງແຕ່ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບລາຊະອານາຈັກແດນມາກ ເທົ່ານັ້ນ, ຫາກຍັງສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນຈົ້າຕົນເອງ, ຫັນບັນດາການພົວພັນກັບສາກົນເປັນຫຼາຍຮູບຫຼາຍແບບ, ຍົກສູງອິດທິພົນຊື່ສຽງຂອງຫວຽດນາມ ຢູ່ເອີລົບ ແລະ ໃນໂລກ ອີກດ້ວຍ./.