(VOVWORLD) -
ວຽກເຮັດງານທຳແມ່ນໜຶ່ງໃນບັນດາຄວາມຕ້ອງການພື້ນຖານຂອງມະນຸດ ເພື່ອສາມາດຮັບປະກັນຊີວິດການເປັນຢູ່ ແລະ ພັດທະນາຢ່າງຮອບດ້ານ. ຢູ່ ຫວຽດນາມ, ລັດຖະບານ ໄດ້ປະກາດໃຊ້ຫຼາຍນະໂຍບາຍພັດທະນາຕະຫຼາດແຮງງານ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນດ້ວຍທັດສະນະສະເໝີຕົ້ນສະເໝີປາຍແມ່ນ ພັດທະນາຢ່າງຮອບດ້ານ, ກວມລວມ ແລະ ຍືນຍົງເພື່ອມະນຸດ, ຖືປະຊາຊົນເປັນໃຈກາງ. ແຜນນະໂຍບາຍນີ້ ອີກຄັ້ງໜຶ່ງ ຫວຽດນາມ ໄດ້ຢັ້ງຢືນ ຢູ່ ກອງປະຊຸມປະຈຳປີຄັ້ງທີ 61 ຂອງ ຄະນະກຳມະການພັດທະນາສັງຄົມ (CSocD61), ສປຊ, ທີ່ໄດ້ດຳເນີນໃນຕົ້ນອາທິດຜ່ານມາ ຢູ່ New York ,ປະເທດອາເມລິກາ.
ທີ່ປຶກສາອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN) |
ຂໍ້ 1, ຂໍ້ 2, ມາດຕາ 35, ລັດຖະທຳມະນູນ ປີ 2013 ຂອງ ຫວຽດນາມ ໄດ້ຢັ້ງຢືນວ່າ ພົນລະເມືອງມີສິດເຮັດວຽກ, ເລືອກອາຊີບ, ວຽກເຮັດງານທຳ ແລະ ສະຖານທີ່ເຮັດວຽກ. ຜູ້ເຮັດວຽກ ໄດ້ຮັບປະກັນບັນດາເງື່ອນໄຂເຮັດວຽກຢ່າງມີຄວາມສະເໝີພາບ, ປອດໄພ, ໄດ້ຮັບເງິນເດືອນ ແລະ ມີລະບອບພັກຜ່ອນ.
ສະໜັບສະໜູນແຜນນະໂຍບາຍຊຸກຍູ້ວຽກເຮັດງານທຳຖາວອນ
ກອງປະຊຸມປະຈຳປີ ຄັ້ງທີ 61 ຂອງ ຄະນະກຳມະການພັດທະນາສັງຄົມ (CSocD61) ສປຊ ມີຫົວຂໍ້ວ່າ “ສ້າງວຽກເຮັດງານທຳຢ່າງຄົບຖ້ວນ, ມີສະມັດຕະພາບ ແລະ ຖາວອນໃຫ້ແກ່ທຸກຄົນເພື່ອແນໃສ່ແກ້ໄຂສະພາບຂາດຄວາມສະເໝີພາບ, ຍູ້ໄວການຟື້ນຟູພາຍຫຼັງໂຄວິດ - 19 ແລະ ປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ”. ກ່າວຄຳເຫັນນະທີ່ນີ້, ທີ່ປຶກສາອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນແຜນນະໂຍບາຍຂອງ ສປຊ ກ່ຽວກັບການຊຸກຍູ້ວຽກເຮັດງານທຳຖາວອນ ກໍ່ຄືພັດທະນາພື້ນຖານເສດຖະກິດ - ສັງຄົມ ແລະ ຄວາມສາມັກຄີ, ຖືນີ້ແມ່ນປັດໄຈສຳຄັນປະກອບສ່ວນຊຸກຍູ້ການປະຕິບັດສຳເລັດວາລະແຫ່ງຊາດ 2030 ເພື່ອການພັດທະນາແບບຍືນຍົງ.
ຕາມທ່ານ ຫງວຽນຮ່ວາງງວຽນແລ້ວ, ໃນສະພາບການຕົວຈິງ ຢູ່ ຫວຽດນາມ, ລັດຖະບານ ຖືປະຊາຊົນເປັນໃຈກາງຂອງນະໂຍບາຍພັດທະນາ, ເອົາໃຈໃສ່ເປັນພິເສດເຖິງການໜູນຊ່ວຍບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່, ຍູ້ແຮງການປ່ຽນແປງໃໝ່ການສຶກສາບຳລຸງສ້າງ, ເພີ່ມທະວີທັກສະນ, ຄວາມສາມາດໃນການຮຽນດ້ວຍຕົນເອງ ແລະ ການປັບຕົວໃຫ້ແທດເໝາະຂອງຜູ້ອອກແຮງງານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່. ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ໃຫ້ຮູ້ວ່າ:
ປີ 2022 ແລະ ທ້າຍປີ 2021 ໄດ້ສ້າງສິ່ງທ້າທາຍໃຫຍ່ທີ່ສຸດເມື່ອພະຍາດໂຄວິດ - 19 ແລະ ວິກິດການເສດຖະກິດ ບຸກໂຈມຕີໃສ່ບັນດາເຂດອຸດສາຫະກຳ, ເຊິ່ງແມ່ນເຂດສຳຄັນຂອງພື້ນຖານການຜະລິດ, ພິເສດແມ່ນເຂດພາກໃຕ້. ໃນຂະນະນັ້ນ, ສິ່ງທີ່ພວກເຮົາຮູ້ສຶກວິຕົກກັງວົນທີ່ສຸດແມ່ນ ຂາດລະບົບສະໜອງຜູ້ອອກແຮງງານ. ເຖິງຢ່າງໃດກໍ່ຕາມ, ດ້ວຍຫຼາຍວິທີເຮັດ ແລະ ນະໂຍບາຍທີ່ແຕກຕ່າງກັນ ພ້ອມກັບການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ພິເສດແມ່ນຄວາມມານະພະຍາຍາມຂອງປະຊາຊົນ ແລະ ວິສາຫະກິດ, ອາດຢັ້ງຢືນໄດ້ວ່າ ພວກເຮົາໄດ້ຟື້ນຟູ ລະບົບສະໜອງຜູ້ອອກແຮງງານຢ່າງວ່ອງໄວ ແລະ ມີຕະຫຼາດແຮງງານເປັນປົກກະຕິ.
ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ (ພາບ: qdnd.vn) |
ຊຸກຍູ້ສິດມີວຽກເຮັດງານທຳຖາວອນ
ວຽກເຮັດງານທຳ, ລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກແມ່ນໜຶ່ງໃນບັນດາເສົາຄ້ຳຂອງການໜູນຊ່ວຍສັງຄົມ. ຢູ່ ກອງປະຊຸມສຸດຍອດກ່ຽວກັບການພັດທະນາແບບຍືນຍົງຂອງ ສປຊ ໃນເດືອນກັນຍາ ປີ 2015, ປະມວນມາດຖານລວມມີ 17 ເປົ້າໝາຍພັດທະນາແບບຍືນຍົງ (Sustainable Development Goals - SDGs) ເຊິ່ງການນຳບັນດາປະເທດໃນນັ້ນມີ ຫວຽດນາມ ຮັບຮອງເອົາ. ໃນນັ້ນມີເປົ້າໝາຍທີ່ 8 ແມ່ນ: ຊຸກຍູ້ການເຕີບໂຕເສດຖະກິດໄລຍະຍາວ, ເປີດກວ້າງ ແລະ ຍືນຍົງ, ມີວຽກເຮັດງານທຳຢ່າງຄົບຖ້ວນ, ມີສະມັດຕະພາບ ແລະ ວຽກເຮັດທີ່ດີໃຫ້ແກ່ທຸກຄົນ.
ຫວຽດນາມ ໄດ້ຜັນຂະຫຍາຍການປະຕິບັດຄຳໝັ້ນສັນຍານີ້ ດ້ວຍເລື່ອງລັດຖະບານປະກາດໃຊ້ມະຕິເລກທີ 136 ປີ 2020 ກ່ຽວກັບການພັດທະນາແບບຍືນຍົງດ້ວຍ 17 ເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030 ແລະ 115 ເປົ້າໝາຍລະອຽດທີ່ເໝາະສົມກັບເງື່ອນໄຂ ແລະ ບຸລິມະສິດພັດທະນາຂອງປະເທດຊາດ. ນອກຈາກນັ້ນ, ຫວຽດນາມ ກໍ່ໄດ້ໃຫ້ສັດຕະຍາບັນ 7 ໃນສົນທິສັນຍາພື້ນຖານ 8 ສະບັບຂອງ ອົງການແຮງງານສາກົນ (ILO) ພ້ອມກັບການປະຕິຮູບກົດໝາຍວ່າດ້ວຍແຮງງານຫຼາຍຢ່າງ, ປະກອບສ່ວນນຳມາເຊິ່ງກາລະໂອກາດທີ່ດີກ່ວາອີກໃຫ້ແກ່ປະຊາຊົນ ທີ່ໄດ້ສຳຜັດກັບວຽກເຮັດງານຢ່າງສົມເຫດສົມຜົນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ຫວຽດນາມ ພວມດຳເນີນວິວັດການປັບປຸງກົດໝາຍວ່າດ້ວຍວຽກເຮັດງານທຳ, ຄາດວ່າຈະສະເໜີຕໍ່ສະພາແຫ່ງຊາດໃນເດືອນສິງຫາ ປີ 2024. ຕາມນັ້ນແລ້ວ, ກົດໝາຍວ່າດ້ວຍວຽກເຮັດງານທຳສະບັບປັບປຸງ ຈະເປີດກວ້າງກວມລວມ, ດັດປັບບັນດານະໂຍບາຍແຮງງານ, ວຽກເຮັດງານທຳເຖິງກຳລັງແຮງງານທັງໝົດ. ເຕື້ອງເຖິງບັນຫານີ້, ທ່ານ ຫວູຈ້ອງບິ່ງ ຫົວໜ້າກົມຈັດຫາງານ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ໃຫ້ຮູ້ວ່າ:
ໃນຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳສະບັບປັບປຸງນີ້, ພວກຂ້າພະເຈົ້າໄດ້ເອົາໃຈໃສ່ເພີ່ມເຕີມ 2 ເປົ້າໝາຍທີ່ສຳຄັນ. ກົດໝາຍກໍ່ສືບຕໍ່ເອົາໃຈໃສ່ເຖິງເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່, ບັນດາເປົ້າໝາຍມີວຽກເຮັດງານທຳທີ່ມີຫົວຄິດປະດິດສ້າງ, ວຽກເຮັດງານທຳໃໝ່, ວຽກເຮັດງານທຳຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດ ແລະ ວຽກເຮັດງານທຳໃຫ້ແກ່ແຮງງານນອກລະບົບ.
ຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ເພື່ອສ້າງວຽກເຮັດງານທຳໃຫ້ສົມເຫດສົມຜົນນັ້ນ ຍັງສະແດງອອກຜ່ານໂຄງການຮ່ວມມືແຫ່ງຊາດກ່ຽວກັບວຽກງານຖາວອນ ແລະ ສົມເຫດສົມຜົນ (DWCP) ຢູ່ ຫວຽດນາມ.
ການແກ້ໄຂບັນຫາວຽກເຮັດງານທຳ, ຮັບປະກັນໃຫ້ແກ່ທຸກຄົນມີຄວາມສາມາດອອກແຮງງານລ້ວນແຕ່ມີໂອກາດເຮັດວຽກແມ່ນຄວາມຮັບຜິດຊອບຂອງລັດ, ຂອງບັນດາວິສາຫະກິດ ແລະ ຂອງທົ່ວສັງຄົມ. ເລື່ອງ ຫວຽດນາມ ຊຸກຍູ້ສິດມີວຽກເຮັດງານທຳຖາວອນໃຫ້ແກ່ຜູ້ອອກແຮງງານບໍ່ພຽງແຕ່ປະກອບສ່ວນຫຼຸດຜ່ານຄວາມອຶດຫິວທຸກຍາກ, ຊຸກຍູ້ການຟື້ນຟູເສດຖະກິດພາຍຫຼັງໂຄວິດ - 19 ເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາບຸລິມະສິດຂອງ ຫວຽດນາມ ໃນອາຍຸການເປັນສະມາຊິກຂອງສະພາສິດທິມະນຸດ ສປຊ 2023 – 2026 ອີກດ້ວຍ.