ຫວຽດ​ນາມ ຢັ້ງ​ຢືນ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ບົນ​ເວ​ທີ​ສາ​ກົນ

(VOVWORLD) -ວັນທີ 21 ກັນຍາທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມວາລະປະຊຸມປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່  ຊຸດທີ 76 ຢູ່ ນິວຢອກ (ອາເມລິກາ). ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນສືຕໍ່ວາງອອກສິ່ງທ້າທາຍຫຼາຍຢ່າງໃນທົ່ວໂລກນັ້ນເລື່ອງການນຳ ຫວຽດນາມ ເຂົ້າຮ່ວໂດຍກົງບັນດາການເຄື່ອນໄຫວສຳຄັນໃນປີຂອງ ພິເສດແມ່ນວາລະປະຊຸມປຶກສາຫາລືລວມໃນເວທີປາໄສຫຼາຍຝ່າຍໃຫຍ່ສຸດໃນໂລກນີ້ອີກຄັ້ງໜຶ່ງໄດ້ຢັ້ງຢືນທີ່ຕັ້ງບົດບາດຂອງ ຫວຽດນາມ  ເປັນຄູຮ່ວມມືທີ່ໄວ້ເນື້ອເຊື່ອໃຈເປັນມາຊິກທີ່ເປັນເຈົ້າການຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
  
ຫວຽດ​ນາມ ຢັ້ງ​ຢືນ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ບົນ​ເວ​ທີ​ສາ​ກົນ - ảnh 1ສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76 ຖືກໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 21 ກັນຍາ (ພາບ: Getty)

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມ ແລະ ມີບົດກ່າວປາໄສໃນສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ໄດ້ເປັນການສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນຖານະເປັນກຳມະການບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.

ປະກອບສ່ວນຢ່າງແທ້ຈິງເຂົ້າໃນບັນດາການເຄື່ອນໄຫວຂອງ

ສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ ຖືກດຳເນີນກົງກັບຈຸດເວລາ ຫວຽດນາມ ຫາກໍສະເຫຼີມສະຫຼອງວັນເຂົ້າເປັນສະມາຊິກ ສປຊ ຄົບຮອບ 44 ປີ (20/9/1977 – 20/9/2021), ແລະ ຍັງເວລາອີກ 3 ເດືອນ ແມ່ນປະຕິບັດສຳເລັດອາຍຸການທີ 2 ໃນບົດບາດເປັນກຳມະການບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ. ເຫດການດັ່ງກ່າວ ກໍແມ່ນໂອກາດເພື່ອໃຫ້ ຫວຽດນາມ ສືບຕໍ່ມີການປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາການເຄື່ອນໄຫວຂອງ ສປຊ, ພິເສດ ໃນສະພາບການປະຊາຄົມສາກົນພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ລວມທັງບັນດາສິ່ງທ້າທາຍ ທີ່ໄດ້ຍົກອອກມາເປັນຫົວຂໍ້ປຶກສາຫາລືຂອງ 3 ວະລາປະຊຸມຂັ້ນສູງ ເຊິ່ງທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ, ຄຽງຂ້າງວາລະປຶກສາຫາລືຂັ້ນສູງ. ນັ້ນແມ່ນວາລະປະຊຸມກ່ຽວກັບລະບົບຄ້ຳປະກັນດ້ານສະບຽງອາຫານໃນທົ່ວໂລກ, ວາລະປະຊຸມຂັ້ນສູງກ່ຽວກັບຄວາມໝັ້ນຄົງຂອງດິນຟ້າອາກາດ ໃນສະພາຄວາມໝັ້ນຄົງ ແລະ ວາລະປຶກສາຫາລືຂັ້ນສູງທົ່ວໂລກກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19. ບັນດາການເຄື່ອນໄຫວທັງໝົດເຫຼົ່ານັ້ນ ຕ່າງກໍແນໃສ່ 3 ເປົ້າໝາຍໃນຕໍ່ໜ້າ ນັ້ນແມ່ນ ຮັບມືກັບໂລກລະບາດໂຄວິດ - 19, ແກ້ໄຂຜົນຮ້າຍຢ້ອນຫຼັງຂອງໂລກລະບາດໂຄວິດ - 19, ຟື້ນຟູເສດຖະກິດສັງຄົມ ພາຍຫຼັງໂລກລະບາດໂຄວິດ - 19, ຈາກນັ້ນສືບຕໍ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030.

ຫວຽດ​ນາມ ຢັ້ງ​ຢືນ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ບົນ​ເວ​ທີ​ສາ​ກົນ - ảnh 2ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກເຂົ້າຮ່ວມວາລະປະຊຸມປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສປຊຊຸດທີ 76 (ພາບ: TTXVN)

ເຫດການທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76 ແລະ ແລກປ່ຽນກັບການນຳຂັ້ນສູງຂອງ ສປຊ ນັ້ນ ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ ແລະ ເປີດກວ້າງຂອງ ຫວຽດນາມ, ຖືການຕ່າງປະເທດຫຼາຍຝ່າຍເປັນສຳຄັນ ແລະ ຊຸກຍູ້ການພົວພັນກັບ ສປຊ ແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມ.

ໂດຍເປັນສະມາຊິກຂອງອົງການຈັດຕັ້ງຫຼາຍຝ່າຍທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ ມາເປັນເວລາ 44 ປີ, ຫວຽດນາມ ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ແລະ ນັບມື້ນັບແທດຈິງເຂົ້າໃນບັນດາການເຄື່ອນໄຫວຂອງ ສປຊ ແລະ ສະແດງໃຫ້ເຫັນບົດບາດຂອງສະມາຊິກທີ່ມີຄວາມຮັບຜິດຊອບກັບປະຊາຄົມສາກົນ. ຫວຽດນາມ ໄດ້ຮັບການຕີລາຄາສູງຈາກ ສປຊ ແລະ ປະຊາຄົມສາກົນວ່າ ເປັນແບບຢ່າງປະສົບຜົນສຳເລັດໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດ ແລະ ແມ່ນປະເທດທີ່ມີຄວາມຕັດສິນໃຈ ແລະ ເຂັ້ມງວດໃນການປະຕິບັດໂຄງການດຳເນີນງານຮອດປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 21). ຫວຽດນາມ ກໍຕັ້ງໜ້າຊຸກຍູ້ບັນດາຂໍ້ລິເລີ່ມໃນການປະຕິຮູບ ສປຊ ແລະ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຜັນຂະຫຍາຍຂໍ້ລິເລີ່ມ “ເປັນເອກະພາບກັນໃນການເຄື່ອນໄຫວ” ຂອງ ສປຊ ແນໃສ່ເພີ່ມປະສິດທິຜົນການເຄື່ອນໄຫວຂອງ ສປຊ ຢູ່ໃນລະດັບຊາດ.

ສືບຕໍ່ຢັ້ງຢືນຂີດໝາຍ ຫວຽດນາມ ບົນເວທີສາກົນ

ຂີດໝາຍ ຫວຽດນາມ ບົນເວທີສາກົນນັບມື້ນັບໄດ້ຮັບການຢັ້ງຢືນ. ໃນຖານະເປັນກຳມະການບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມ ໄດ້ເສີມຂະຫຍາຍບົດບາດ, ເປັນເຈົ້າການເຂົ້າຮ່ວມ, ປະກອບສ່ວນເຂົ້າໃນວຽກງານລວມຂອງ ສປຊ ບົນເນື້ອໃນຈິດໃຈ ເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຮັບຜິດຊອບ ແລະ ດຸ່ນດ່ຽງ, ປະກອບສ່ວນຢ່າງແທດຈິງເຂົ້າໃນວິວັດການໄກ່ເກ່ຍ, ຊອກຫາວິທີການແກ້ໄຂ, ຕອບສະໜອງຄວາມສົນໃຈລວມຂອງປະຊາຄົມສາກົນ, ຊຸກຍູ້ສາຍພົວພັນສອງຝ່າຍກັບບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ແລະ ເສີມຂະຫຍາຍ “ບົດບາດຄວບຄູ່” ກຳມະການບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ແລະ ປະທານ ອາຊຽນ ໃນປີ 2020. ພິເສດ, ໃນຖານະເປັນປະທານ ສະພາຄວາມໝັ້ນຄົງ ສປຊ ເດືອນມັງກອນ ປີ 2020 ແລະ ເດືອນ ເມສາ 2021, ຫວຽດນາມ ໄດ້ຈັດຕັ້ງບັນດາເຫດການພົ້ນເດັ່ນຢ່າງສຳເລັດຜົນ, ເປັນຕົ້ນແມ່ນ ວາລະປຶກສາຫາລືເປີດກ່ຽວກັບ ກົດບັດ ສປຊ, ວາລະປະຊຸມກ່ຽວກັບການພົວພັນຮ່ວມມື ອາຊຽນ - ສປຊ (ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດຢູ່ ສະພາຄວາມໝັ້ນຄົງ ສປຊ).

ຫວຽດນາມ ກໍມີການສົມທົບກັບ ສປຊ ໄດ້ເປັນຢ່າງດີໃນຂະບວນວິວັດຕ້ານໂລກລະບາດໂຄວິດ - 19, ດ້ວຍການສະເໜີມະຕິວ່າດ້ວຍການຖືວັນທີ 27 ທັນວາຂອງທຸກປີ ເປັນວັນປ້ອງກັນໂລກລະບາດສາກົນ ແລະ ໄດ້ຮັບການຮັບຮອງເອົາຈາກ ສະມັດຊາໃຫຍ່ ສປຊ.

ດ້ວຍບັນດາການປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງຢູ່ບັນດາອົງການຂອງ ສປຊ, ຫວຽດນາມ ໄດ້ສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາຢ່າງແຮງຂອງປະເທດໜຶ່ງທີ່ຍາມໃດກໍຕັ້ງໜ້າ, ມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການເຈລະຈາ, ເປັນຂົວຕໍ່ໃນການຊອກຫາວິທີແກ້ໄຂການປະທະກັນຕ່າງໆໃນໂລກໂດຍສັນຕິຜ່ານ ກົດບັດ ສປຊ, ກົດໝາຍສາກົນ ແລະ ການຮ່ວມມືນັບມື້ນັບແໜ້ນແຟ້ນລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງ ກໍຄືບັນດາກົນໄກຫຼາຍຝ່າຍ. ເລື່ອງທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 76 ສືບຕໍ່ສົ່ງສານກ່ຽວກັບປະເທດ ຫວຽດນາມ ໄດ້, ພວມ ແລະ ຈະເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນຕະຫຼອດໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ