ຫວຽດນາມ - ສະຫະພັນລັດເຊຍ ເພີ່ມທະວີຄວາມຜູກພັນຍຸດທະສາດ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin, ວັນທີ 5 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 5 – ວັນທີ 8 ກັນຍາ.

ນີ້ແມ່ນການຢ້ຽມຢາມສະຫະພັນ ລັດເຊຍ ຄັ້ງທຳອິດຂອງການນຳສູງສຸດ ຫວຽດນາມ ພາຍຫລັງທ່ານປະທານາທິບໍດີ Vladimir Putin ໄດ້ຮັບການເລືອກຕັ້ງປະທານາທິບໍດີຄືນໃໝ່ເມື່ອເດືອນ ມີນາ ປີ 2018. ການຢ້ຽມຢາມແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ລັດເຊຍ ເລິກເຊິ່ງກ່ວາອີກ, ເພີ່ມທະວີຄວາມຜູກພັນຍຸດທະສາດ ແລະ ຊຸກຍູ້ການຮ່ວມມືໃນທຸກຂົງເຂດ.

ຫວຽດນາມ - ສະຫະພັນລັດເຊຍ ເພີ່ມທະວີຄວາມຜູກພັນຍຸດທະສາດ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin (ພາບ: RIA)

ການຢ້ຽມຢາມໄດ້ດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງ 2 ປະເທດພວມພັດທະນາອັນດີງາມ, ພິເສດແມ່ນ ໄດ້ດຳເນີນໃນຈຸດເວລາກ່ອນການຈັດຕັ້ງບັນດາເຫດການໃຫຍ່ຂອງ 2 ປະເທດຄື: ສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍບັນດາຫຼັກການພື້ນຖານຂອງການພົວພັນມິດຕິພາບ ຫວຽດນາມ - ສະຫະພັນ ລັດເຊຍ ໃນ (ປີ 2019) ແລະ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສະຫະພັນ ລັດເຊຍ ໃນ (ປີ 2020).

ຄວາມຜູກພັນຍາວນານ

        ປະຫວັດສາດໄດ້ຊີ້ໃຫ້ເຫັນວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ໂຊວຽດ ໃນເມື່ອກ່ອນ ແລະ ກັບສະຫະພັນ ລັດເຊຍ ໃນວັນນີ້ ຍາມໃດກໍ່ອົບອຸ່ນ, ມີຄວາມໄວ້ເນື້ອເຊື່ອໃຈ, ຜ່ານຜ່າທຸກສິ່ງທ້າທາຍຂອງການເວລາ ແລະ ການຜັນປ່ຽນຂອງຍຸກສະໄໝ. ໂຊວຽດ ແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກທີ່ໄດ້ຮັບການຮັບຮອງ ແລະ ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ ຢ່າງເປັນທາງການເມື່ອວັນທີ 30 ມັງກອນ ປີ 1950, ສ້າງພື້ນຖານໃຫ້ນ້ຳໃຈມິດຕະພາບຢ່າງໝັ້ນຄົງໜັກແໜ້ນ ແລະ ການພົວພັນຮ່ວມມືອັນດີງາມລະຫວ່າງ 2 ປະເທດໃນພາຍພາກໜ້າ.

        ພາຍຫລັງເດືອນ ທັນວາ ປີ 1991, ການພົວພັນຮ່ວມມືຫລາຍດ້ານ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ສືບຕໍ່ໄດ້ຖືເປັນສຳຄັນ ແລະ ນັບມື້ນັບພັດທະນາຢ່າງແຂງແຮງ, ຮອບດ້ານ. ວັນທີ 16 ມິຖຸນາປີ 1994, ເນື່ອງໃນໂອກາດອະດີດນາຍົກລັດຖະມົນຕີ ຫວໍວັນກຽດ ໄປຢ້ຽມຢາມ ລັດເຊຍ, ສົນທິສັນຍາວ່າດ້ວຍບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ຮັບການລົງນາມ ແລະ ໄດ້ເປີດໄລຍະການພັດທະນາໃໝ່ໃນການພົວພັນລະຫວ່າງ 2 ປະເທດ.

        ນັບແຕ່ເມື່ອ 2 ປະເທດໄດ້ຍົກລະດັບການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2012 ນັ້ນ, ການພົວພັນດ້ານການເມືອງນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈຢ່າງສູງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ຕີລາຄາວ່າ:

        “ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ ໂດຍຜ່ານການແລກປ່ຽນການນຳຂັ້ນສູງລະຫວ່າງ 2 ປະເທດເປັນປະຈຳ, ບັນດາກົນໄກການເຄື່ອນໄຫວຮ່ວມມືຮອບດ້ານ, ການສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ເວທີສາກົນນັ້ນ ແມ່ນພື້ນຖານໝັ້ນຄົງໃຫ້ແກ່ການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍດ້ວຍຄວາມຂະຫຍັນຂັນເຄື່ອນ ແລະ ຍືນຍົງ.

        ການຮ່ວມມືທາງດ້ານເສດຖະກິດ - ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ພັດທະນາຢ່າງຕັ້ງໜ້າ, ເປັນຕົ້ນແມ່ນ ພາຍຫລັງສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ ມີຜົນສັກສິດໃນເດືອນ ຕຸລາ ປີ 2016. ໃນການມາຢ້ຽມຢາມ ຫວຽດນາມ ໃນເດືອນ ມີນາ ປີ 2018, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ກ່ວາວ່າ:

ພວກຂ້າພະເຈົ້າຮັບຮູ້ດ້ວຍຄວາມເພິ່ງພໍໃຈຮັບຮູ້ໃນປີກາຍນີ້ ວົງເງິນການຄ້າແລກປ່ຽນສິນຄ້າລະຫວ່າງ 2 ປະເທດ ໄດ້ເພີ່ມຂຶ້ນພໍສົມຄວນດ້ວຍລະດັບກ່ວາ 30%. ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນ 2 ຝ່າຍໄດ້ຜັນຂະຫຍາຍ FTA ລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ. ທັງລັດເຊຍ ແລະ ຫວຽດນາມ ລ້ວນແຕ່ເຫັນດີເປັນເອກະພາບນຳກັນວ່າ ບໍ່ພຽງແຕ່ເອົາໃຈໃສ່ເຖິງການຊຸກຍູ້ດ້ານການຄ້າເທົ່ານັ້ນ ຫາກຍັງເປີດກ້ວາງຂົງເຂດການລົງທຶນອີກດ້ວຍ ແລະ ເຊື່ອໝັ້ນຕໍ່ການເຄື່ອນໄຫວຂອງໜ່ວຍປະຕິບັດງານຂັ້ນສູງກ່ຽວກັບການລົງທຶນ ເຊິ່ງຈະຊ່ວຍໃຫ້ຂົງເຂດນີ້ ມີໝາກຜົນຢ່າງຕັ້ງໜ້າໃນໄລຍະຈະມາເຖິງ.”

ຫວຽດນາມ - ສະຫະພັນລັດເຊຍ ເພີ່ມທະວີຄວາມຜູກພັນຍຸດທະສາດ - ảnh 2ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov (ພາບ: Iranianpresident)

ປັດຈຸບັນ, ສະຫະພັນ ລັດເຊຍ ຢືນຢູ່ອັນດັບທີ 22/117 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນເຂົ້າ ຫວຽດນາມ ດ້ວຍໂຄງການຍັງມີຜົນບັງຄັບໃຊ້ 116 ໂຄງການ, ຍອດຈຳນວນເງິນທຶນຈົດທະບຽນທັງໝົດປະມານ 990 ລ້ານ USD. ການລົງທຶນຂອງ ລັດເຊຍ ສຸມໃສ່ຫລາຍກ່ວາໝູ່ແມ່ນຂົງເຂດນ້ຳມັນອາຍແກັດ, ອຸດສາຫະກຳ, ປະດິດສ້າງ, ພະລັງງານ, ຂຸດຄົ້ນແຮ່ທາດ, ຄົມມະນາຄົມ, ການປູກຝັງ, ລ້ຽງສັດ ແລະ ຈັບຫາສິນທະເລ…ຈຳນວນແຂກທ່ອງທ່ຽວລັດເຊຍ ມາທ່ຽວຢູ່ ຫວຽດນາມ ສະເລ່ຍປະມານ 30%/ປີ. ໃນນັ້ນ ປີ 2017 ບັນລຸໄດ້ 574.000 ເທື່ອຄົນ.

ພ້ອມກັນມຸ່ງໄປເຖິງອະນາຄົດ

        ການໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາຢ່າງຄົບຊຸດ, ຮອບດ້ານ; ຫັນການພົວພັນຕ່າງປະເທດເປັນຫລາຍຮູບແບບ, ຫລາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ; ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

        ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບ ທ່ານປະທານາທິບໍດີ V.Putin ແລະ ບັນດາການນຳຂອງສະຫະພັນ ລັດເຊຍ ໄດ້ແລກປ່ຽນຢ່າງຮອບດ້ານກ່ຽວກັບການພົວພັນ 2 ປະເທດ; ປຶກສາຫາລືບັນດາທິດທາງໃຫຍ່ ແລະ ບັນດາມາດຕະການຊຸກຍູ້ການພົວພັນໃນທຸກຂົງເຂດ; ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ການຢ້ຽມຢາມຈະປະກອບສ່ວນຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ, ສ້າງບາດກ້າວຫັນປ່ຽນໃນການຮ່ວມມືເສດຖະກິດ - ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ຢ່າງແຮງກ່ວາ.

        ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ມີມາແຕ່ດົນນານແລ້ວ, ໄດ້ຜ່ານການທົດສອບຕາມການເວລາ, ໄດ້ເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆ ແລະ ປະຊາຊົນ 2 ປະເທດ. ການຢ້ຽມຢາມສະຫະພັນ ລັດເຊຍ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສືບຕໍ່ແມ່ນຂີດໝາຍສຳຄັນ, ສ້າງກຳລັງໜູນໃໝ່ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ ./.

ຕອບກັບ

ຂ່າວ/ບົດ​ອື່ນ