(VOVWORLD) -ເຄືອຂ່າຍສາທາລະນະສຸກຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຂອງຫວຽດນາມ ໄດ້ພັດທະນາພໍສົມຄວນ ສະນັ້ນພໍ່ແມ່ປະຊາຊົນບັນດາເຂດຊົນເຜົ່າສ່ວນໜ້ອຍ ຍິ່ງນັບມື້ນັບມີໂອກາດໄດ້ສຳຜັດກັບການບໍລິການເບິ່ງແຍງດູແລດ້ານສຸຂະພາບໂດຍພື້ນຖານ
ມອບຂອງຂວັນໃຫ້ແກ່ຊາວເຜົ່າສ່ວນໜ້ອຍຖືກຜົນກະທົບຈາກໂລກລະບາດໂຄວິດ-19
(ພາບ: baodongnai.com.vn)
|
ນັບແຕ່ປີ 2019 ມາຮອດປະຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍແຜນການສັງລວມໃນການປະຕິບັດຂໍ້ສະເໜີແນະ 13 ຂໍ້ເຊິ່ງ ຫວຽດນາມ ໄດ້ເຫັນດີຕາມ ກົນໄກກວດກາປະຈຳໄລຍະກ່ຽວກັບສິດທິມະນຸດຮອບວຽນທີ III ຂອງສະພາສິດທິມະນຸດສະຫະປະຊາຊາດ (UPR). ບັນດາຂໍ້ສະເໜີແນະດັ່ງກ່າວໄດ້ສຸມໃສ່ຂົງເຂດຕ້ານການຈຳແນກການປະພຶດ, ຮັບປະກັນບັນດາສິດພື້ນຖານໃຫ້ແກ່ຊົນເຜົ່າສ່ວນໜ້ອຍຄື: ການສຶກສາ, ວັດທະນະທຳ, ການເຫື້ຼິອມໃສເຊື່ອຖື, ສາສະໜາ, ການພັດທະນາເສດຖະກິດ-ສັງຄົມ.
ໃນຈຳນວນຂໍ້ສະເໜີແນະ 5 ຂໍ້ກ່ຽວກັບຂົງເຂດການສຶກສາ, ຮັບປະກັນສິດສຳຜັດກັບການສຶກສາແມ່ນເປົ້າໝາຍພື້ນຖານ ໃນນະໂຍບາຍພັດທະນາຂອງລັດ. ກົດໝາຍຫວຽດນາມ ໄດ້ກຳນົດວ່າ ລັດໃຫ້ບຸລິມະສິດພັດທະນາການສຶກສາຢູ່ເຂດພູດອຍ, ເຂດໝູ່ເກາະ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດມີເງື່ອນໄຂເສດຖະກິດສັງຄົມປະສົບກັບຄວາມຫຍຸ້ງຍາກພິເສດ. ພົນລະເມືອງມີສິດເວົ້າພາສາແມ່, ຄັດເລືອກຮູບແບບການແລກປ່ຽນ, ມີຄວາມສະເໝີພາບກ່ຽວກັບກາລະໂອກາດຮ່ຳຮຽນ. ລັດໃຫ້ບຸລິມະສິດສ້າງເງື່ອນໄຂໃຫ້ລູກຫຼານຊາວເຜົ່າສ່ວນໜ້ອຍ, ລູກຫຼານຄອບຄົວຢູ່ເຂດທີ່ມີເງື່ອນໄຂທາງດ້ານເສດຖະກິດສັງຄົມປະສົບກັບຄວາມຫຍຸ້ງຍາກພິເສດ… ປະຕິບັດສິດ ແລະ ພັນທະໃນການຮໍ່າຮຽນຂອງຕົນ. ມີ 6 ພາສາຊົນເຜົ່າສ່ວນໜ້ອຍແມ່ນ ມົ້ງ, ຈຳ, ຂະແມ, ຢາຣາຍ, ບານາ, ເອເດ ໄດ້ສອນໃຫ້ນັກຮຽນເກືອບ 185.000 ຄົນຢູ່ໂຮງຮຽນສາມັນຂອງ 21 ແຂວງ, ນະຄອນໃນທົ່ວປະເທດ. ສ່ວນ 6 ພາສາຊົນເຜົ່າສ່ວນໜ້ອຍອື່ນແມ່ນ: ຮວາ, ຜູ້ໄທ, ເກີຕູ, ຕ່າຍໂອຍ, ກາໂກ, ເມີນົງ ພວມໄດ້ສິດສອນທົດລອງຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ທາງທ້ອງຖິ່ນກໍ່ໄດ້ຍູ້ແຮງການສອນພາສາຊົນເຜົ່າສ່ວນໜ້ອຍໃຫ້ແກ່ພະນັກງານ, ພາລະກອນທີ່ປະຕິບັດງານຢູ່ເຂດຊົນເຜົ່າສ່ວນໜ້ອຍ. ປະຈຸບັນມີ 51 ໃນຈຳນວນ 53 ຊົນເຜົ່າສ່ວນໜ້ອຍມີນັກຮຽນ, ນັກສຶກສາໄດ້ໃຫ້ບຸລິມະສິດກ່ຽວກັບການບຳລຸງສ້າງດ້ານວິຊາຊີບເພື່ອຮັບໃຊ້ພາລະກິດແຫ່ງການກໍ່ສ້າງ ແລະ ພັດທະນາບ້ານເກີດເມືອງນອນ.
ໃນຊຸມປີຜ່ານມາ, ລັດຖະບານໄດ້ມີບັນດາລາຍການ, ນະໂຍບາຍ, ໂຄງການລົງທຶນພັດທະນາພື້ນຖານໂຄງລ່າງທີ່ຈຳເປັນຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ຜ່ານນັ້ນ, ເຄືອຂ່າຍໂຮງຮຽນ, ຫ້ອງຮຽນຂຶ້ນກັບເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍກໍ່ໄດ້ຮັບການພັດທະນາຢ່າງວ່ອງໄວ.
ເຄືອຂ່າຍສາທາລະນະສຸກຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຂອງຫວຽດນາມ ໄດ້ພັດທະນາພໍສົມຄວນ
(ພາບ: baodantoc)
|
ຫວຽດນາມ ກໍ່ເອົາໃຈໃສ່ເຖິງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາຊົນເຜົ່າສ່ວນໜ້ອຍ, ຄືບັນດາຂໍ້ສະເໜີແນະຂອງກົນໄກ UPR. ຕາມນັ້ນແລ້ວ, ຂັ້ນມີສິດອຳນາດໄດ້ຮັບຮອງມໍລະດົກແຫ່ງຊາດພິເສດ 4 ແຫ່ງ, ມໍລະດົກປະຫວັດສາດວັດທະນະທຳ 4 ແຫ່ງຢູ່ບໍລິເວນເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ທ່ານປະທານປະເທດໄດ້ປະດັບ, ມອບຫຼຽນໃຫ້ນັກສິລະປິນພື້ນເມືອງ, ສິລະປິນດີເດັ່ນ 559 ຄົນເຊິ່ງແມ່ນຊາວເຜົ່າສ່ວນໜ້ອຍ. ວຽກງານອະນຸລັກຮັກສາ, ເສີມຂະຫຍາຍສຽງເວົ້າ, ຕົວໜັງສືຂອງຫຼາຍຊົນເຜົ່າໄດ້ຮັບຄວາມເອົາໃຈໃສ່ນັບມື້ນັບຫຼາຍຂຶ້ນ. ແຕ່ລະປີ, ຫວຽດນາມ ໄດ້ຈັດຫຼາຍວັນບຸນວັດທະນະທຳ, ກິລາຂອງບັນດາເຜົ່າສ່ວນໜ້ອຍທີ່ເປັນເອກະລັກສະເພາະໃຫ້ແຕ່ລະເຂດພາກ. ມາຮອດປະຈຸບັນ, ມີ 95% ຈຳນວນຕາແສງເຂດຊົນເຜົ່າສ່ວນໜ້ອຍມີສັນຍານກະຈາຍສຽງ, ໂທລະພາບ. 16.000 ສະຖານີໄປສະນີວັດທະນະທຳຕາແສງໄດ້ຮັບການສ້າງຕັ້ງ, ຮັບປະກັນການຕິດຕໍ່ສື່ສານຢ່າງຕໍ່ເນື່ອງ, ຕອບສະໜອງຄວາມຕ້ອງການດ້ານສື່ສານຫຼາຍຮູບຫຼາຍແບບຂອງປະຊາຊົນ.
ເຄືອຂ່າຍສາທາລະນະສຸກຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຂອງຫວຽດນາມ ໄດ້ພັດທະນາພໍສົມຄວນ ສະນັ້ນພໍ່ແມ່ປະຊາຊົນບັນດາເຂດຊົນເຜົ່າສ່ວນໜ້ອຍ ຍິ່ງນັບມື້ນັບມີໂອກາດໄດ້ສຳຜັດກັບການບໍລິການເບິ່ງແຍງດູແລດ້ານສຸຂະພາບໂດຍພື້ນຖານ, ພໍ່ແມ່ປະຊາຊົນທີ່ທຸກຍາກກໍ່ໄດ້ຮັບການກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າ ແລະ ນະໂຍບາຍປະກັນໄພໄດ້ຮັບການປະຕິບັດຖືກຕ້ອງຕາມຂໍ້ກຳກົດ. ຜົນງານກ່ຽວກັບການຫຼຸດຜ່ອນການຂາດທາດບຳລຸງໄວ, ຍືນຍົງ ແລະ ຫຼຸດຜ່ອນການຕາຍຂອງແມ່, ເດັກຂອງຫວຽດນາມ, ໃນນັ້ນມີເດັກຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ໄດ້ຮັບປະກັນຄວາມຄືບໜ້າໃນການປະຕິບັດເປົ້າໝາຍພັດທະນາສະຫັດສະວັດ. ໂຄງການເປົ້າໝາຍແຫ່ງຊາດພັດທະນາເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030 ກໍ່ຍົກອອກເປົ້າໝາຍ ແລະ ສຸມໃສ່ການລົງທຶນພັດທະນາການເບິ່ງແຍງດູແລສຸຂະພາບ, ພັດທະນາແຫຼ່ງຊັບພະຍາກອນມະນຸດເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຢ່າງຮອບດ້ານໃນໄລຍະຈະມາເຖິງ.
ໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030 ສືບຕໍ່ປະຕິບັດໜ້າທີ່ຮັກສາ, ພັດທະນາ ແລະ ຍົກສູງທີ່ຕັ້ງຂອງຊົນເຜົ່າສ່ວນໜ້ອຍທີ່ມີປະຊາກອນໜ້ອຍ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ປົວແປງ ແລະ ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈແບບຍືນຍົງ ເພື່ອແນໃສ່ຫຼຸດຜ່ອນໄລຍະຫ່າງກ່ຽວກັບການພັດທະນາລະຫວ່າງເຂດຊົນເຜົ່າສ່ວນໜ້ອຍທີ່ມີປະຊາກອນໜ້ອຍທີ່ສຸດ ກັບບັນດາພໍ່ແມ່ປະຊາຊົນຢູ່ເຂດຊົນເຜົ່າສ່ວນໜ້ອຍອື່ນເທື່ອລະກ້າວ, ສ້າງພື້ນຖານໂຄງລ່າງທີ່ຈຳເປັນຢູ່ເຂດພາກທີ່ປະສົບກັບຄວາມຫຍຸ້ງຍາກ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ.