(VOVWORLD) - ວັນທີ 21 ມິນາ ແມ່ນວັນສາກົນລົບລ້າງການຈຳແນກການປະພຶດເຊື້ອຊາດເຜົ່າພັນ. ຢູ່ ຫວຽດນາມ ບັນດາຊົນເຜົ່າບໍ່ຈຳແນກຈຳນວນສ່ວນຫລາຍ ຫລື ສ່ວນຫນ້ອຍ, ລະດັບການພັດທະນາສູງ ຫລື ຕ່ຳ ລ້ວນແຕ່ມີຄວາມສະເຫມີພາບໃນທຸກຂົງເຂດການເຄື່ອນໄຫວ ແລະ ໄດ້ຮັບການປົກປ້ອງດ້ວຍລັດຖະທຳມະນູນ ແລະ ກົດໝາຍ. ຮັບປະກັນສິດສະເຫມີພາບລະຫວ່າງບັນດາຊົນເຜົ່າໄດ້ຮັບຖືວ່າແມ່ນເປົ້າໝາຍຫລັກຂອງວິວັດທະນາການພັດທະນາຂອງ ຫວຽດນາມ.
ສາດສະດາຈານ ປອ ຫວໍແຄງວິງ, ອະດິດ ຮອງປະທານສະພາມະຫາບັນດີດ ວິທະຍາສາດສັງຄົມ ຫວຽດນາມ. ພາບ: noichinh.vn |
ໃນວິວັດທະນາການສ້າງສາ ແລະ ພັດທະນາປະເທດຊາດ, ທັດສະນະຂອງ ຫວຽດນາມ ຍາມໃດກໍ່ເປັນເອກະພາບກ່ຽວກັບບັນຫາຊົນເຜົ່າ, ວຽກງານຊົນເຜົ່າ, ນະໂຍບາຍຊົນເຜົ່າ. ນັ້ນແມ່ນ ບັນຫາຊົນເຜົ່າ ແລະ ຄວາມສາມັກຄີລະຫວ່າງຊົນເຜົ່າ ຍາມໃດກໍ່ມີທີ່ຕັ້ງຍຸດທະສາດໃນພາລະກິດປະຕິວັດ. ໂດຍການປະຕິບັດນະໂຍບາຍຊົນເຜົ່າຢ່າງສະເຫມີພາບໃຫ້ເປັນຢ່າງດີ, ມີຄວາມສາມັກຄີ, ຊ່ວຍກັນພັດທະນາ. ຫວຽດນາມ ບໍ່ສະຫນັບສະຫນູນການຈຳແນກການປະພຶດລະຫວ່າງບັນດາຊົນເຜົ່າ.
ໃນລະບົບເອກະສານນິຕິກຳຂອງ ຫວຽດນາມ, ບັນດາຂໍ້ກຳນົດກ່ຽວກັບການລົບລ້າງທຸກຮູບການຈຳແນກການປະພຶດໂດຍໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກພັກ, ລັດ ແລະ ຮັບປະກັນລັກສະນະປະຕິບັດ. ພ້ອມກັບລັດຖະທຳມະນູນ, ຫວຽດນາມ ໄດ້ຫັນບັນດາຂໍ້ກຳນົດກ່ຽວກັບຄວາມສະເຫມີພາບ, ບໍ່ຈຳແນກການປະພຶດເຊື້ອຊາດເຜົ່າພັນເປັນລະອຽດໃນບັນດາເອກະສານນິຕິກຳ, ບັນດານະໂຍບາຍ, ເປົ້າໝາຍແຫ່ງຊາດ... ແລະ ຜັນຂະຫຍາຍຢ່າງຄົບຊຸດຢູ່ທຸກຂົງເຂດ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ບັນດາກຸ່ມຊົນເຜົ່າສ່ວນຫນ້ອຍພັດທະນາຢ່າງສະເຫມີພາບໃນມະຫາຄອບຄົວບັນດາຊົນເຜົ່າຢູ່ຫວຽດນາມ. ທ່ານ ສາດສະດາຈານ ປອ ຫວໍແຄງວິງ, ອະດີດຮອງປະທານສະພາມະຫາບັນດິດ ວິທະຍາສາດສັງຄົມ ຫວຽດນາມ ຢັ້ງຢືນວ່າ:
“ຫລັກການ, ເນື້ອໃນກ່ຽວກັບສິດທິມະນຸດໄດ້ຮັບການຢັ້ງຢືນນັບມື້ນັບຄົບຖ້ວນ, ມີລັກສະນະເປັນລະບົບຢ່າງຈະແຈ້ງກວ່າໃນບັນດາເອກະສານການເມືອງຂອງພັກ. ພິເສດ ໃນກົດໝາຍຂອງຫວຽດນາມ, ແນວຄິດ, ຄຸນຄ່າກ່ຽວກັບລັດແຫ່ງອຳນາດກົດໝາຍ ແລະ ສິດທິມະນຸດໄດ້ຮັບການຮັບຮູ້. ປະຈຸບັນ ລະບົບກົດໝາຍຂອງຫວຽດນາມ ພວມຫັນບັນດາຄຸນຄ່ານັ້ນໃຫ້ເປັນລະອຽດ ແລະ ປະກົດຜົນເປັນຈິງ. ໃນຕົວຈິງ, ບັນດາອົງການລັດ, ອົງການໃນລະບົບການເມືອງ, ອົງການຈັດຕັ້ງສັງຄົມ ແລະ ປະຊາຊົນທຸກຄົນພວມຈັດຕັ້ງປະຕິບັດເພື່ອໄດ້ຊົມໃຊ້ໝາກຜົນດັ່ງກ່າວ”.
ໃນແງ່ມູມສາກົນ, ຫວຽດນາມ ໄດ້ກາຍເປັນສະມາຊິກຂອງສົນທິສັນຍາສະກັດກັ້ນ ແລະ ລົບລ້າງທຸກຮູບການຈຳແນກການປະພຶດເຊື້ອຊາດເຜົ່າພັນໃນປີ 1981. ກໍ່ໃນປີດຽວກັນນັ້ນ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບການສະກັດກັ້ນ ແລະ ປັບໄຫມລົງໂທດການກະທຳດັບສູນເຊື້ອຊາດເຜົ່າພັນ ແລະ ສົນທິສັນຍາສາກົນກ່ຽວກັບການສະກັດກັ້ນ ແລະ ປັບໄຫມລົງໂທດການກະທຳຈຳແນກການປະພຶດເຊື້ອຊາດເຜົ່າພັນ.
ຜົນງານໃນຕົວຈິງ
ດ້ວຍບັນດານະໂຍບາຍ, ນະໂຍບາຍຊົນເຜົ່າຢ່າງສະເຫມີຕົ້ນສະເຫມີປາຍ, ຫວຽດນາມ ບັນລຸໄດ້ຫລາຍຜົນງານໃນຂົງເຂດການເມືອງ, ເສດຖະກິດ, ສັງຄົມ ຢູ່ເຂດຊົນເຜົ່າວົງຄະນະຍາດ. ໃນຊຸມປີມໍ່ໆມານີ້ ອັດຕາສ່ວນຊາວຊົນເຜົ່າສ່ວນຫນ້ອຍເຂົ້າຮ່ວມໃນກົງຈັກການເມືອງ ນັບມື້ນັບເພີ່ມຂຶ້ນ. ໃນ 4 ອາຍຸການຕໍ່ເນື່ອງຂອງສະພາແຫ່ງຊາດ, ອັດຕາສ່ວນສະມາຊິກສະພາແຫ່ງຊາດທີ່ເປັນຊາວຊົນເຜົ່າສ່ວນຫນ້ອຍ ໄດ້ກວມເອົາແຕ່ 15,6% - 17,27%. ມາຮອດປະຈຸບັນ, 51/53 ຊົນເຜົ່າສ່ວນຫນ້ອຍ ໄດ້ມີຜູ້ຕາງຫນ້າເຂົ້າຮ່ວມສະພາແຫ່ງຊາດຢູ່ທຸກສະໄຫມ, ຍັງມີພຽງແຕ່ 2 ຊົນເຜົ່າທີ່ມີປະຊາຊົນຕ່ຳກວ່າ 2.000 ຄົນ ແມ່ນຍັງບໍ່ທັນມີຜູ້ຕາງຫນ້າເຂົ້າຮ່ວມສະພາແຫ່ງຊາດ. ເປົ້າໝາຍຂອງຫວຽດນາມ ແມ່ນສູ້ຊົນເພື່ອໃຫ້ບັນດາຊົນເຜົ່າລ້ວນແຕ່ມີຜູ້ຕາງຫນ້າໃນສະພາແຫ່ງຊາດ.
ໃນກົງຈັກອຳນາດການປົກຄອງ, ຢູ່ຫລາຍທ້ອງຖິ່ນ ມີອັດຕາພະນັກງານ, ລັດຖະກອນແມ່ນຊາວຊົນເຜົ່າສ່ວນຫນ້ອຍກວມເອົາລະດັບສູງຄື: ກາວບັ່ງ 87,9%, ບັກກ້ານ 77,8%, ລ້າງເຊີນ 75,2%, ຮ່າຢາງ 56%, ເຊີນລາ 53%...
ກ່ຽວກັບການພັດທະນາເສດຖະກິດ ສັງຄົມ ຂອງເຂດຊາວຊົນເຜົ່າສ່ວນຫນ້ອຍ, ລັດ ຫວຽດນາມ ຍາມໃດກໍ່ບຸລິມະສິດຈັດແບ່ງງົບປະມານເພື່ອປະຕິບັດບັນດາໂຄງການ, ກິດຈະກຳລົງທຶນຢູ່ບັນດາເຂດດັ່ງກ່າວ. ໄລຍະແຕ່ປີ 2003 - 2008, ປະມານ 250.000 ຕື້ດົ່ງ (10,6 ຕື້ USD), ໄລຍະແຕ່ປີ 2016 – 2020ແມ່ນ 998.000 ຕື້ດົ່ງ (42,5 ຕື້ USD). ໄລຍະແຕ່ປີ 2021 – 2025 ເປັນຄັ້ງທຳອິດທີ່ ຫວຽດນາມ ມີໂຄງການເປົ້າໝາຍແຫ່ງຊາດສະຫງວນສະເພາະໃຫ້ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດ, ແມ່ນລັດຖະນະໂຍບາຍໃຫຍ່ຂອງພັກ ແລະ ລັດ ເພື່ອແນໃສ່ຍົກສູງທີ່ຕັ້ງບົດບາດ ແລະ ຮັບປະກັນສິດພັດທະນາໃຫ້ແກ່ຊາວຊົນເຜົ່າ.
ພັກ, ລັດ ຫວຽດນາມ ຖືນະໂຍບາຍຊົນເຜົ່າເປັນສຳຄັນ, ພິເສດ ແມ່ນຮັບປະກັນສິດສະເຫມີພາບລະຫວ່າງບັນດາຊົນເຜົ່າ; ເອົາໃຈໃສ່ເບິ່ງແຍງດູແລ, ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ຊາວຊົນເຜົ່າສ່ວນຫນ້ອຍຮັກສາສີສັນວັດທະນະທຳ, ພັດທະນາທຸກດ້ານ ແລະ ໄດ້ຊົມໃຊ້ບັນດາສິດຜົນປະໂຫຍດອື່ນໂດຍໄດ້ຮັບການຍອມຮັບຈາກກົດໝາຍ. ດ້ວຍທັດສະນະສະເຫມີຕົ້ນສະເຫມີປາຍ, ນະໂຍບາຍຄົບຊຸດ ແລະ ຜັນຂະຫຍາຍຢ່າງມີແບບມີແຜນໃນພຶດຕິກຳຕົວຈິງ, ເລື່ອງຮັບປະກັນສິດສະເຫມີພາບລະຫວ່າງບັນດາຊົນເຜົ່າຢູ່ຫວຽດນາມ ແມ່ນໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ປະກອບສ່ວນບໍ່ຫນ້ອຍເຂົ້າໃນວິວັດທະນາການພັດທະນາແບບຍືນຍົງຢູ່ ຫວຽດນາມ.