(vovworld)- ຫວ່າງແລ້ວນີ້, ໃນວັນຄວາມເສລີດ້ານສື່ມວນຊົນ (3/5/2013) ອົງການນັກຂ່າວບໍ່ມີພົມແດນໄດ້ປະກາດຕາຕະລາງຈັດອັນດັບຄວາມເສລີດ້ານສື່ມວນຊົນຢູ່ໃນໂລກ, ໃນນັ້ນ ໄດ້ເຕື້ອງເຖິງບັນດາຂໍ້ມູນຂ່າວສານແບບຈັດວາງ, ຕູ່ຫາ ຫວຽດນາມ ຂາດຄວາມເສລີດ້ານສື່ມວນຊົນ. ບັນດາການຕີລາຄາໃນຕາຕະລາງຈັດອັນດັບດັ່ງກ່າວແມ່ນໄປຝືນກັບຄວາມຈິງຢູ່ຫວຽດນາມ, ອີກຄັ້ງຫນຶ່ງສະແດງໃຫ້ເຫັນວ່າ ທ່າທີຂາດເຈດຕະນາດີ, ສວຍໃຊ້ບັນຫາຄວາມເສລີທາງອິນເຕີແນັດເພື່ອແຊກແຊງເຂົ້າວຽກງານພາຍໃນຂອງຫວຽດນາມ.
ຕາມປື້ມ “ປົກຂາວອິນເຕີແນັດ ຫວຽດນາມ”, ປະຈຸບັນ ຫວຽດນາມ ມີຜູ້ນຳໃຊ້ອິນເຕີແນັດກວ່າ 31 ລ້ານຄົນ (ກວມ 35,49% ຈຳນວນພົນລະເມືອງ) ແລະ ຫວຽດນາມ ພວມຢືນອັນດັບທີ 18/20 ໃນຈຳນວນປະເທດມີຜູ້ນຳໃຊ້ອິນເຕີແນັດຫລາຍກວ່າໝູ່ຢູ່ໃນໂລກ, ຢືນອັນດັບທີ 8 ຂອງພາກພື້ນອາຊີ ແລະ ຢືນອັນດັບທີ 3 ຂອງພາກພື້ນອາຊຽນ. ເມື່ອທຽບໃສ່ປີ 2000, ຈຳນວນຜູ້ນຳໃຊ້ອິນເຕີແນັດຢູ່ຫວຽດນາມ ໄດ້ເພີ່ມຂຶ້ນກວ່າ 15 ເທົ່າ. ປະຈຸບັນ ຫວຽດນາມ ແມ່ນປະເທດນຳຫນ້າໃນພາກພື້ນ ອາຊຽນ ກ່ຽວກັບຈຳນວນຜູ້ຈົດທະບຽນນຳໃຊ້ລະຫັດຫນ້າເວັບແຫ່ງຊາດ. ຕາມກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມແລ້ວ, ຮອດໝົດປີ 2012 ຍອດຈຳນວນຜູ້ນຳໃຊ້ 3 G ຢູ່ ຫວຽດນາມ ແມ່ນເກືອບ 20 ລ້ານຄົນ. ຈຳນວນຜູ້ນຳໃຊ້ Facebook ຢູ່ຫວຽດນາມເພີ່ມຂຶ້ນ 8,5 ລ້ານຄົນໃນເດືອນ 10/2012 ຂຶ້ນເຖິງ 12 ລ້ານຄົນໃນເດືອນ 3/2013. ສະເພາະບໍລິການ blog ຢູ່ຫວຽດນາມ, Yahoo 360 Plus ມີສະມາຊິກປະມານ 2,3 ລ້ານຄົນ, ມີຜູ້ນຳໃຊ້ບໍລິການ Yume ປະມານ 2,4 ລ້ານຄົນ, wordpress.com ແມ່ນ 2,9 ລ້ານຄົນ, blogspot.com ແມ່ນ 5,1 ລ້ານຄົນ. ບັນດາຕົວເລກດັ່ງກ່າວສະແດງໃຫ້ເຫັນ ການພັດທະນາຢ່າງແຂງແຮງຂອງອິນເຕີແນັດນັບແຕ່ປີ 1997 ມາຮອດປະຈຸບັນ ຍ້ອນຫວຽດນາມ ມີນະໂຍບາຍສະດວກ ແລະ ເຄົາລົບຄວາມເສລີການນຳໃຊ້ອິນເຕີແນັດ. ສະນັ້ນ ຄວາມເສລີໃນການນຳໃຊ້ອິນເຕີແນັດຂອງຫວຽດນາມ ແມ່ນຄວາມຈິງບໍ່ອາດປະຕິເສດໄດ້. ເປັນທີ່ຈະແຈ້ງແລ້ວ ວ່າບັນດາຖ້ອຍທຳນອງຄື: “ຫວຽດນາມ ບໍ່ມີຄວາມກ້າວຫນ້າກ່ຽວກັບຄວາມເສລີສື່ມວນຊົນ ແລະ ຖືກຈັດເຂົ້າໃນຈຳນວນ 10 ປະເທດອ່ອນດອຍກ່ຽວກັບຄວາມເສລີດ້ານສ່ືມວນຊົນ ຂອງອົງການນັກຂ່າວບໍ່ມີພົມແດນ, ແມ່ນຄວາມເສກສັນປັ້ນແຕ່ງ, ໄປຝືນກັບຄວາມຈິງທີ່ມີຊີວິດຊີວາກ່ຽວກັບຄວາມເສລີໃນການນຳໃຊ້ອິນເຕີແນັດຂອງຫວຽດນາມ.
|
ດ້ວຍການຈັດອັນດັບຫວຽດນາມນອນໃນຈຳພວກສຸດທ້າຍຂອງຕາຕະລາງຈັດອັນດັບຄວາມເສລີດ້ານສື່ມວນຊົນປີ 2013, ເປັນທີ່ຈະແຈ້ງແລ້ວວ່າ ອົງການນັກຂ່າວບໍ່ມີພົມແດນ ສືບຕໍ່ຮັກສາທັດສະນະທີ່ຜິດເຂວ, ມີແນວຄິດຕາຍຕົວ, ດ້ວຍຖ້ອຍທຳນອງເສກສັນປັ້ນແຕ່ງ, ຈາກນັ້ນຈັດວາງຂໍ້ສັງເກດທີ່ຜິດພາດກ່ຽວກັບຄວາມເສລີໃນການນຳໃຊ້ອິນເຕີແນັດຢູ່ຫວຽດນາມ. ຕ້ອງຮູ້ແລ້ວວ່າ, ນັບແຕ່ຄັ້ງທຳອິດທີ່ສະເຫລີມສະຫລອງ ວັນໂລກຕ້ານການຄວບຄຸມເຄືອຄ່າຍອິນເຕີແນັດເມື່ອປີ 2008, ອົງການນັກຂ່າວບໍ່ມີພົມແດນ ໄດ້ຈັດຫວຽດນາມເຂົ້າບັນຊີລາຍຊື່ບັນດາປະເທດຖືກຖືວ່າແມ່ນ:“ ສັດຕູຂອງອິນເຕີແນັດ”. ແລະ ນັບແຕ່ນັ້ນມາຮອດປະຈຸບັນ, ໃນຂະນະທີ່ອິນເຕີແນັດພັດທະນາຢ່າງແຂງແຮງຢູ່ຫວຽດນາມຄືໄດ້ກ່າວມາຂ້າງເທິງນັ້ນແມ່ນທັດສະນະຂອງອົງການນັກຂ່າວບໍ່ມີພົມແດນ ບໍ່ມີການປ່ຽນແປງໃດເລີຍ. ເປັນຫນ້າຕ້ອງເວົ້າເຖິງນັ້ນແມ່ນ 5 ປີກ່ອນນີ້ ອົງການນັກຂ່າວບໍ່ມີພົມແດນຈັດຫວຽດນາມເຂົ້າບັນຊີລາຍຊື່ ສັດຕູຂອງອິນເຕີແນັດຢ່າງລຽນຕິດ ນັ້ນສະແດງໃຫ້ເຫັນວ່າ ວິທີຕີລາຄາບໍ່ໂປ່ງໃສຂອງ ອົງການນັກຂ່າວບໍ່ມີພົມແດນ ສຳລັບຄວາມເສລີໃນການນຳໃຊ້ອິນເຕີແນັດຢູ່ຫວຽດນາມ. ເປັນທີ່ຈະແຈ້ງແລ້ວວ່າ, ທັດສະນະດັ່ງກ່າວບໍ່ພາວະວິໄສ, ບໍ່ມີເຈດຕະນາດີ. ພະຍານຫລັກຖານນັ້ນແມ່ນ ໃນບົດລາຍງານໃນໂອກາດໂລກຕ້ານການຄວບຄຸມເຄືອຄ່າຍອິນເຕີແນັດເມື່ອ 12/3/2013 ອົງການນັກຂ່າວບໍ່ມີພົມແດນໄດ້ຖືວ່າ: ຫວຽດນາມ ມີກອງກຳລັງປ້ອງກັນຄວາມສະຫງົບທາງເຄືອຄ່າຍອິນເຕີແນັດ, ໃນຂະນະທີ່ການປົກປັກຮັກສາປ້ອງກັນຄວາມສະຫງົບທາງເຄືອຄ່າຍອິນເຕີແນັດແມ່ນວຽກງານທຳມະດາຂອງທຸກປະເທດທີ່ນຳໃຊ້ອິນເຕີແນັດ. ໃນຂະນະພວມພະຍາຍາມຮັກສາທັດສະນະທີ່ຜິດເຂວແນວຄິດຕາຍຕົວຂອງຕົນຕໍ່ສະພາບຄວາມເສລີໃນການນຳໃຊ້ອິນເຕີແນັດຢູ່ຫວຽດນາມ, ອົງການນັກຂ່າວບໍ່ມີພົມແດນ ຍັງສືບຕໍ່ເສກສັນປັ້ນແຕ່ງ, ຕູ່ຫາ ຫວຽດນາມບັງຄັບຄວາມເສລີໃນການນຳໃຊ້ອິນເຕີແນັດ, ພົ້ນເດັ່ນແມ່ນໃນຕາຕະລາງຈັດອັນດັບຄວາມເສລີດ້ານສື່ມວນຊົນປີ 2013, ອົງການນີ້ໄດ້ຕູ່ຫາ ຫວຽດນາມ ແມ່ນຄຸກແຫ່ງໃຫຍ່ທີສອງຢູ່ໃນໂລກສຳລັບພົນລະເມືອງນຳໃຊ້ອິນເຕີແນັດ. ແຕ່ຄວາມຈິງ, ບັນດາ Blogger ຊື່ງ ອົງການນັກຂ່າວບໍ່ມີພົມແດນຄັດຍົກເປັນຕົວຢ່າງກ່ຽວກັບບັນຫາດັ່ງກ່າວ. ນັ້ນແມ່ນພວກສວຍໃຊ້ກາລະໂອກາດ, ສວຍໃຊ້ອິນເຕີແນັດ ກໍ່ຄວາມຂາດສະຖຽນລະພາບໃນສັງຄົມຫວຽດນາມ ຖືກສານຕັດສິນລົງໂທດລະເມີດກົດໝາຍຫວຽດນາມ ແລະ ຖືກພິພາກສາດ້ວຍຄຳຕັດສິນຢ່າງເປີດເຜີຍ. ລັດຫວຽດນາມ ດ້ານຫນຶ່ງນະໂຍບາຍສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ອິນເຕີແນັດພັດທະນາ, ດ້ານອື່ນກໍມີການກຳນົດ, ກົດໝາຍຢ່າງເຂັ້ມງວດເພື່ອປົກປ້ອງຜູ້ນຳໃຊ້ອິນເຕີແນັດຫລີກລ້ຽງຂໍ້ມູນຂ່າວສານຊົ່ວຮ້າຍ, ຈຳກັດບັນດາການກະທົບຢ່າງຫຍໍ້ທໍ້, ຜົນສະທ້ອນເຖິງຮີດຄອງປະເພນີ, ມູນເຊື້ອວັດທະນະທຳຂອງຊາດ, ສະກັດກັ້ນບັນດາເປົ້າໝາຍບໍ່ດີສວຍໃຊ້ອິນເຕີແນັດ ຮັບໃຊ້ໃຫ້ແກ່ການເຄື່ອນໄຫວລະເມີດກົດໝາຍ, ນາບຂູ່ຄວາມສະຫງົບແຫ່ງຊາດ. ທຸກປະເທດໃນໂລກລ້ວນແຕ່ມີການກະທຳເຊັ່ນດຽວກັນເພື່ອຮັບປະກັນຄວາມສະຫງົບເຄືອຄ່າຍອິນເຕີແນັດໃນສັງກະລາດຂໍ້ມູນຂ່າວສານທົ່ວໂລກ.
ພາບປະກອບ:internet
|
ຫາງສຽງສາກົນ ແລະ ພາຍໃນປະເທດໄດ້ຕັ້ງຄຳຖາມວ່າ, ຖ້າຫາກຄວາມຈິງຄືດັ່ງອົງການນັກຂ່າວບໍ່ມີພົມແດນໄດ້ເຜີຍແຜ່ໃນໄລຍະຜ່ານມາວ່າ: ຫວຽດນາມແມ່ນສັດຕູຂອງອິນເຕີແນັດ, ແນ່ນອນວ່າ ພາຍຫລັງ 15 ປີ ນັບແຕ່ປີ 1997 ມາຮອດປີ 2012, ຈຳນວນຜູ້ນຳໃຊ້ອິນເຕີແນັດຢູ່ ຫວຽດນາມ ບໍ່ອາດເພີ່ມຂຶ້ນຫລາຍທົບ 15 ເທົ່າ ຄືຄວາມຈິງປະຈຸບັນໄດ້.