ອິນເດຍ - ຫວຽດນາມ ພ້ອມກັນກ້າວຂຶ້ນສັນຕິພາບ, ຈະເລີນໝັ້ນຄົງ


​(vovworld) – ​ໂດຍຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Manmohan Sinh, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ຢ້ຽມຢາມ​ລັດຖະກິດ​ເຖິງ ສ ​ອິນ​ເດຍ ​ແຕ່​ວັນ​ທີ 22/11. ການ​ຢ້ຽມຢາມ​ບໍ່​ພຽງ​ແຕ່​ຢັ້ງຢືນ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ອິນ​ເດຍ ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ແນ​ໃສ່​ເປີດ​ກວ້າງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ອິນ​ເດຍ ​ເລິກ​ເຊິ່ງກວ່າ​ອີກ.

ອິນເດຍ - ຫວຽດນາມ ພ້ອມກັນກ້າວຂຶ້ນສັນຕິພາບ, ຈະເລີນໝັ້ນຄົງ - ảnh 1

ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​

(ພາບ: ອິນເຕີແນດ)

ຫວຽດນາມ ​ແລະ ອິນ​ເດຍ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ນັບ​ແຕ່​ວັນ​ທີ 7/1/1972, ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ປີ 2003. ​​ເດືອນ 7/2007, ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ອິນ​ເດຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນປຸງ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ “ຖະ​ແຫຼ​ງການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ອິນ​ເດຍ“. ນີ້​ແມ່ນ​ຈຸດ​ສູງ​ຂອງ​ວິວັດ​ການ​ພັດທະນາ​ການ​ພົວພັນ​ຫວຽດນາມ - ອິນ​ເດຍ, ​ແມ່ນ​ບາດກ້າວ​ຂອງ​ການ​ພົວພັນ​ອັນ​ດີງາມ ​ເຊິ່ງ​ໄດ້​ຮັບ​ການ​ທົດ​ສອບຜ່ານ​ບັນດາ​ໄລຍະ​ປະຫວັດສາດ​ຂອງ​ທັງ​ສອງ​ປະ​ເທດ ​ແລະ ສອງ​ຊາດ.

ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ສ້າງ​ທ່າ​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ

ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ຢືນຢັນ​ວ່າ, ການໃຫ້​ບຸລິ​ມາ​ສິດ​ແກ່​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ອິນ​ເດຍ ​ແມ່ນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ. ສ່ວນ​ລັດຖະບານ​ອິນ​ເດຍ ຍາມ​ໃດ​ກໍ່​ຖື​ຫວຽດນາມ ​ເປັນ​ເສົາ​ຄຳ້​ໃນ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ; ການພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ ​ແມ່ນ​ນະ​ໂຍບາຍ​ຂອງ​ບັນດາ​ພັກ​ການ​ເມືອງ​ຢູ່​ອິນ​ເດຍ. ທັງ​ສອງ​ປະ​ເທດ​ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ ​ແລະ ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

​ເມື່ອ​ເວົ້າ​ເຖິງ​ການ​ພົວພັນ​ຫວຽດນາມ - ອິນ​ເດຍ ​ໃນ​ປະຈຸ​ບັນ, ການ​ນຳ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ປະຊາຊົນ​ສອງ​ປະ​ເທດ ລ້ວນ​ແຕ່​ຢືນຢັນ​ວ່າ ນັ້ນ​ແມ່ນ​ການ​ພົວພັນ​ພິ​ເສດ, ບໍ່​ພຽງ​ແຕ່​ເພື່ອ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ການ​ເມືອງ, ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ລະຫວ່າງ​ສອງ​ປະ​ເທດ​ອີກ​ດ້ວຍ. ທ່ານ ຫວູກວາງ​ຢ້ຽມ, ອະດີດ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອິນ​ເດຍ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ -ອິນ​ເດຍ, ຖື​ວ່າ:

ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ອິນ​ເດຍ ​ແມ່ນ​ດີ​ທີ່​ສຸດ, ສາມາດ​ຮ່ວມ​ມື​ນຳ​ກັນ​ໃນ​ທຸກ​ຂົງ​ເຂດ​ເພື່ອ​ພັດທະນາ. ຄວາມ​ຈິງ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອິນ​ເດຍ ​ໄດ້​ພັດທະນາ​ຢ່າງ​ແຮງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ນຳ​ກັນ ​ແລະ ຂ້າພະ​ເຈົ້າ​ເຊື້ອ​ໝັ້ນ​ວ່າ, ຜ່ານ​ການ​ຢ້ຽມຢາມ​ຂັ້ນ​ສູງ​ຄື​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຄັ້ງ​ນີ້, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່“.

ປະຈຸ​ບັນ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ອິນ​ເດຍ  ພວມ​​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດ​ທະ​ຜົນ ​ແລະ ​ແທດ​ຈິງ ອີງ​ບົນ 5 ​ເສົາ​ຄຳ້​ຕົ້ນຕໍ ​ແມ່ນ: ການ​ເມືອງ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ - ການ​ຄ້າ, ວັດທະນະທຳ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ກ່ຽວ​ກັບ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ. ການ​ລົງທຶນ, ອີນ​ເດຍ ຮັບຮອງ​ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ. ​ໃນ​ສະພາບ​ຄວາມ​ຊຸດ​ໂຊມ​ຂອງ​ທົ່ວ​ໂລກ, ​ແຕ່​ການ​ຄ້າ​ສອງ​ຝ່າຍ​ຍັງ​ຄົງ​ເພີ່ມ​ຂຶ້ນ, ບັນລຸ​ເກືອບ 4 ຕື້ USD ​ໃນ​ປີ 2012. ສອງ​ປະ​ເທດ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສູ້​ຊົນ ​ເພື່ອ​ຍົກ​ວົງ​ເງິນ​ການ​ຄ້າ​ຂຶ້ນ 7 ຕື້ USD ​ໃນ​ປີ 2015 ຕາມ​ທິດ​ຫຼຸດຜ່ອນ​ການ​ນຳ​ເຂົ້າ​ເກີນ​ດຸນ​ຂອງ​ຫວຽດນາມ. ປະຈຸ​ບັນ, ອິນ​ເດຍ ​ມີ 73 ​ໂຄງການ​ລົງທຶນ​ຍັງ​ມີ​ປະສິດ​ທິຜົນ​ຢູ່​ຫວຽດນາມ. ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ສອງ​ຝ່າຍ​ຕັ້ງໜ້າ​ແລກປ່ຽນ​ຄະນະ​ຜູ້​ແທນ, ຮ່ວມ​ມື​ບຳລຸງ​ສ້າງ, ​ແລກປ່ຽນ​ຂໍ້​ມູນ ​ແລະ ນັບ​ແຕ່​ປີ 2003 ມາ​ຮອດ​ປະຈຸ​ບັນ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຄູ່​ເຈລະຈາ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດຫວຽດນາມ - ອິນ​ເດຍ ຂັ້ນ​ຮອງ​ລັດຖະມົນຕີ​ເຖິງ 8 ຄັ້ງ. ສອງ​ປະ​ເທດ​ຍັງ​ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ອື່ນໆ​ຄື​ຄົ້ນ​ຄ້ວາ ​ແລະ ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີສູງ, ​ເຕັກ​ໂນ​ໂລ​ຢີຊີວະ​ສາດ, ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ...

ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ

ບົນ​ພື້ນຖານ​ການ​ພົວພັນ​ອັນ​ດີ​ງານ​ນັ້ນ, ການ​ຢ້ຽມຢາມ​ລັດຖະກິດ​ເຖິງ​ອິນ​ເດຍ ຄັ້ງ​ນີ້​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຄັ້ງ​ນີ້ ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ. ກ່ອນ​ການ​ຢ້ຽມຢາມ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ອິນ​ເດຍ ປະຈຳ​ຫວຽດນາມ Preeti Saran, ຢືນຢັນ​ວ່າ:

ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຈະ​ເປັນ​ຂີດ​ໝາຍ​​ແຫ່ງ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອິນ​ເດຍ. ນີ້​ແມ່ນ​ການ​ປ້ຽມຢາມ​ເທື່ອ​ທີ 2 ຂອງ​ທ່ານ​ເຖິງ​ອິນ​ເດຍ, ກ່ອນ​ນັ້ນ​ແມ່ນ​ໃນ​ຖານະ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ. ​ແຕ່​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ໄປ​ອິນ​ເດຍ ​ໃນ​ຖານະ​ເປັນ​ເລຂາທິການ​ໃຫຍ່. ມັນສະ​ແດງ​ໃຫ້​ເຫັນ​ວ່າ ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ກ້າວ​ຂຶ້ນ​ຢູ່​ລະດັບ​ສູງ​ໃໝ່ ​ແລະ ຢືນຢັນ​ວ່າ ​​ສອງ​ປະ​ເທດ​ຫວຽດນາມ - ອິນ​ເດຍ ລ້ວນ​ແຕ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ນຳ​ກັນ. ຂ້າພະ​ເຈົ້າ​ຖື​ວ່າ, ການ​ຢ້ຽມຢາມ​ຂອງທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຈະ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ກວ່າ​ອີກ, ​ຫວັງ​ວ່າການ​ຢ້ຽມຢາມ​ຈະ​ປະສົບ​ຜົນສຳ​ເລັດ ​ແລະ ສືບ​ຕໍ່​​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ “.

ການ​ຢ້ຽມຢາມ​ອິນ​ເດຍ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຢ່າງຮອບດ້ານ ​ຂອງ​ພັກ ​ແລະ ລັດ​ຫວຽດນາມ​, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອິນ​ເດຍ, ກໍ່​ຄື​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ​ ກັບ​ບັນດາ​ພັກ​ການ​ເມືອງ​​ຢູ່​ອິນ​ເດຍ, ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ຮັດ​ແໜ້ນ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ອິນ​ເດຍ ​ໃນ​ທຸກ​ຂົງ​ເຂດ, ມຸ່ງ​ໄປ​ໄປ​ເຖິງ​ອະນາຄົດ​ທີ່​ສົດ​​ໃສ​ຂອງ​ທັງ​ສອງ​ປະ​ເທດ ​ເພື່ອ​ພ້ອມກັນ​ພັດທະນາ​ຈະ​ເລີ​ນໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ