ອີຢິບພວມຢືນຢູ່ຕໍ່ໜ້າ ໄພອັນຕະລາຍຂາດສະຖຽນລະພາບ ຄັ້ງໃໝ່

ອີຢິບພວມຢືນຢູ່ຕໍ່ໜ້າ ໄພອັນຕະລາຍຂາດສະຖຽນລະພາບ ຄັ້ງໃໝ່ - ảnh 1
ຊາວອີຢິບຄັດຄ້ານ SCAF ພວມ​ຊອກ​ຫາ​ວິທີ​ທາງ​ເພື່ອ​ຮັກສາ​ສິດ​ອຳນາດ
(ພາບ: Internet)

(vovworld-)ເວທີ​ການ​ເມືອງ​ອີ​ຢິບພັດເກີດພາຍຸລົມແດງອີກຄັ້ງໜຶ່ງດ້ວຍບັນດາການຜັນແປ ໃໝ່ພາຍຫຼັງ​ການ​ເລືອກ​ຕັ້ງ​ປະທານາທິບໍດີຮອບ​ທີ່ 2 ຊຶ່ງ​ໄດ້​ດຳ​ເນີ​ນໄປ​ໃນ​​ໃນ​ກາງ​ເດືອນ 6 ທີ່​ຜ່ານ​ມາ. ຊາວ​ອີ​ຢິບ​ຄິດ​ວ່າ​ຈະ​ມີ​ພື້ນຖານ​ການ​ເມືອງ​ທີ່ີມີ​ສະຖຽນ​ລະພາບກ່ວາ​ພາຍຫຼັງ ການ​ເລືອກ​ຕັ້ງ​ປະທານາທິບໍດີ, ​ແຕ່​ທຸກ​ສິ່ງ​ທຸກ​ຢ່າງ​ພວມ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ນີ້​ພັດສະ​ແດງ​ໃຫ້​ເຫັນ​ສິ່ງ​ທີ່​ກົງກັນຂ້າມ ​ແລະ ​ເບິ່ງ​ຄື​ວ່າ ການ​ຕໍ່ສູ້​ກັນ​ເພື່ອ​ຍາດ​ເອົາ​ສິດ​ອຳນາດ​ລະຫວ່າງ​ບັນດາ​ອິດ​ທິກຳລັງ​ຢູ່​ອີ​ຢິບ​ແມ່ນ​ຫາ​ກໍ​ເລີ່​ມ​ເກີດ​ຂຶ້ນ.

      ສິ່ງ​ທີ່​ໜ້າ​ສົນ​ໃຈ​ທຳ​ອິດ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ​ແມ່ນ​ເລື່ອງທັງ 2 ຄູ່​ແຂ່ງ​ໂດຍ​ກົງ​ໃນ ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບ​ທີ່ 2 ຄື ທ່ານ Mohamed- Morsi ປະທານ​ພັກ​ເສລີ ​ແລະ ຍຸດຕິ​ທຳ​ ຫຼືື  FJP ຂອງ​ອົງການ​ອ້າຍ​ນ້ອງອິດສະ​ລາມ ​ແລະ ທ່ານ Ahmed Shafiq ອະດີດ​ນາ​ຍົກ​ລັດຖະມົນຕີ​ໃນ​ສະ​ໄໝ​ທ່ານ Hosni Mubarak ລ້ວນ​ແຕ່​ຖະ​ແຫຼ​ງວ່າ​ໄດ້​ຮັບ​ໄຊຊະນະ​ໃນການ​ເລືອກ​ຕັ້ງ​. ທີ່​ການ​ປະຊຸມຂ່າວທີ່​ຈັດ​ຂຶ້ນ​ຢູ່ ກາຍ​ໂຣ​ເມື່ອ​ວັນ​ທີ 19/6, ​ໂຄສົກ​ຂອງ​ກຸ່ມ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ ອະດີດ​ນາ​ຍົກ​ລັດຖະມົນຕີ Ahmed Shafiq ​ໄດ້​ຖະ​ແຫຼ​ງວ່າ ຜູ້​ສະໝັກ​ເລືອກ​ຕັ້ງທ່ານ​ນີ້​ ໄດ້​ຮັບ​ໄຊຊະນະດ້ວຍ​ບັດ​ສະໜັບສະໜູນ 51,5%, ລື​ນກາຍຜູ້​ສະໝັກ​ເລືອກ​ຕັ້ງຂອງ ອົງການ​ອ້າຍ​ນ້ອງອິດສະ​ລາມ Mohamed- Morsi. ກ່ອນ​ໜ້າ​ນັ້ນ, ວັນ​ທີ 18/6 ອົງການ​ອ້າຍ​ນ້ອງອິດສະ​ລາມຍັງ​ຖະ​ແຫຼ​ງວ່າ ທ່ານ​ Mohamed- Morsiໄດ້​ຮັບ​ໄຊຊະນະ​ໃນການ​ເລືອກ​ຕັ້ງ​ປະທານາທິບໍດີດ້ວຍ​ບັດ​ສະໜັບສະໜູນ 52,5%. ຄວາມ​ເຄັ່ງ​ຕຶງ​ໃນ​ເວທີ​ການ​ເມືອງ​ໄດ້​ເພີ່ມ​ຂຶ້ນ ຂະນະ​ທີ່​ໂຄສົກ​ຂອງ ອົງການ​ອ້າຍ​ນ້ອງອິດສະ​ລາມ​ໄດ້​ກ່າວ​ເຕືອນ​ກ່ຽວ​ກັບ​ກໍລະນີ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ປະຊາຊົນ​ກັບ​ຝ່າຍ​ກອງທັບ​ຖ້າ​ຫາກ ຜູ້​ສະໝັກ​ເລືອກ​ຕັ້ງຂອງ​ຕົນ​ບໍ່​ໄດ້​ຮັບ​ໄຊຊະນະ. ສະພາບ​ການ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ຄະນະ​ກຳມະການ​ເລືອກ​ຕັ້ງ​ອີ​ຢິບ​ຕ້ອງ​ຮຽກຮ້ອງ​ໃຫ້ ຜູ້​ສະໝັກ​ເລືອກ​ຕັ້ງທັງ 2 ທ່ານ​ຈົ່ງຢຸດຕິ​ເລື່ອງ​ຍົກ​ອອກ​ຄຳ​ຖະ​ແຫຼ​ງກ່ຽວ​ກັບ​ຜົນ​ຂອງການ​ເລືອກ​ຕັ້ງ​. ຕາມ ຄະນະ​ກຳມະການ​ເລືອກ​ຕັ້ງ​ນີ້​ແລ້ວ, ໝາກຜົນ​ທີ່ 2 ກຸ່ມ​ຫາ​ສຽງ​ເລືອກ​ຕັ້ງ​ປະກາດ​ນັ້ນ ລ້ວນ​ແຕ່​ບໍ່​ຊັດ​ເຈນ ​ແລະ ການ​ປະກາດ​ໝາກຜົນ​ຂອງການ​ເລືອກ​ຕັ້ງ​ປະທານາທິບໍດີຊຶ່ງ​ຄາດ​ວ່າ​ຈະ​ປະກາດ​ໃນ​ວັນ​ທີ 21/6 ຈະ​ຖືກ​ເລື່ອ​ນໄປມື້​ໜ້າ​ຍ້ອນ​ວ່າ​ມີ​ຄວາມ​ຕ້ອງການ​ເວລາ​ເພື່ອ​ສືບສວນ​ບັນດາ​ກໍ​ລະ​ນີຮ້ອງທຸກ​ສຳລັບ​ຄວາມ​ບໍ່​ເປັນ​ເອກະ​ພາບ​ກັນ​ລະຫວ່າງ​ຈຳນວນ​ບັດ​ເລືອກ​ຕັ້ງ ​ແລະ ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈົດ​ລາຍ​ຊື່​ຢູ່​ຕາມ​ສະຖານ​ທີ​ປ່ອນ​ບັດ​ເລືອກ​ຕັ້ງ.

    ສັງ​ເກດ​ຕີ​ລາຄາ​ສະພາບ​ການ​ຢູ່​ອີ​ຢິບ​ປະຈຸບັນ ຂະນະ​ທີ່ຜູ້​ສະໝັກ​ເລືອກ​ຕັ້ງທັງ 2 ທ່ານ​ພວມ​ຮ້ອງທຸກກ່ຽວ​ກັບ​ໝາກຜົນການ​ເລືອກ​ຕັ້ງ​ນັ້ນ ​ແມ່ນ​ອາດ​ຈະ​ເຫັນ​ໄດ້​ວ່າ ບໍ່​ວ່າ​ທ່ານ​ໃດທີ່​ສາ​ມາດ ໄດ້​ຮັບ​ໄຊຊະນະ​ໃນການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແມ່ນ​ພຽງ​ແຕ່​ໃນ​ນາມ​ຖານະ​ຕ່ຳ​ແໜ່​ງ​ເທົ​່ານັ້ນ, ຫາກ​ບໍ່​ມີ​ສິດ​ອຳນາດ​ແທ້ໆ ຍ້ອນ​ວ່າ ສິດ​ອຳນາດ​ໃນ​ປະຈຸ​ບັນ​ແມ່ນ​ພວມ​ຂຶ້ນ​ກັບ​ຝ່າຍ​ກອງທັບ. ຊ້ຳ​ບໍ​ໜຳ​, ວົງ​ການ​ນັກ​ໄຈ້​ແຍກຍັງ​ຕັ້ງ​ຄຳ​ຖາມ​ວ່າ: ​ແມ່ນ​ບໍ່​ວ່າ​ປະທານາທິບໍດີ​ທີ່​ຫາ​ກໍ ໄດ້​ຮັບ​ໄຊຊະນະ​ໃນ ການ​ເລືອກ​ຕັ້ງ​ຈະ​ບໍ່​ມີ​ຄວາມ​ໝາຍ​ຫຍັງ. ​ເວົ້າ​ເຊັ່ນ​ນັ້ນ, ​ແມ່ນ​ຍ້ອນ​ວ່າ ​ໃນ ການ​ເລືອກ​ຕັ້ງ​ປະທານາທິບໍດີຮອບ​ທີ່ 2 (17/6) ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ SCAF ຊຶ່ງ​ແມ່ນ​ກຳລັງ​ພວມ​ກຳ​ສິດ​ບໍລິຫານ​ປະ​ເທດ​ຊາດ​ນັ້ນ ​ໄດ້​ປະກາດ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ຕາມ​ນັ້ນ​ແລ້ວ, ສະພາ​ນີ້​ຈະ​ກຳ​ສິດ​ນິຕິບັນຍັດ​ຈາກ​ສະພາ​ແຫ່ງ​ຊາດ, ຊຶ່ງ​ແມ່ນ​ອສຳນັກງານ​ທີ່ ອົງການ​ອ້າຍ​ນ້ອງອິດສະ​ລາມກວມ​ເຖິງ 47%ຈຳນວນ​ທີ່​ນັ່ງ ຖືກ​ສານ ລັດຖະທຳ​ມະນູນ​ອີ​ຢິບ​ອອກ​ຄຳ​ຕັດສິນ​ໃຫ້​ຍຸບ​ເລີກ​ກ່ອນ​ນັ້ນ 2 ວັນ. ລັດຖະທຳ​ມະນູນ​ສະບັບ​ປັບປຸງຍັງ​ຊີ້​ແຈ້ງວ່າ ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ ມີ​ສິດ​ຢັບຢັ້ງ ລັດຖະທຳ​ມະນູນ​​ໃໝ່ ​ແລະ ມີ​ສິດ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ບໍລິ​ຫານ​ຂອງ​ປະທານາທິບໍດີ. ການ​ກະທຳ​ນີ້​ໄດ້​ເຮັດ​ໃຫ້ຫາ​ງສຽງບໍ່ພໍ​ໃຈ ​ແລະ ຕຳ​ນິຕິ​ຕຽນ ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດວ່າ ພວມ​ຊອກ​ຫາ​ວິທີ​ທາງ​ເພື່ອ​ຮັກສາ​ສິດ​ອຳນາດ. ທ່ານ Mohamed- Enbaradei ນັກ​ການ​ທູດ​ຂອງ​ອີ​ຢິບ ອະດີດ​ຜູ້ອຳ​ນວນ​ການ​ອົງການ​ພະລັງງານ​ປະລະ​ມາ​ນູສາກົນ IAEA ​ໄດ້​ເອີ້ນ​ວຽກ​ງານ​ປັບປຸງ ລັດຖະທຳ​ມະນູນ​ຂອງ ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ​ແມ່ນ​ຄວາມ​ປະລາ​ໄຊ​ຢ່າງ​ໜັກ​ສຳລັບ​ພື້ນຖານ​ປະຊາທິປະ​ໄຕ ​ແລະ ການ​ປະຕິວັດ​ຢູ່​ອີ​ຢິບ. ​ເຫດການ​ນີ້ ຍັງ​ກໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ້​ງກັນຄັ້ງ​ໃໝ່​ບັນ​ເວທີ​ການ​ເມືອງ​ຂອງ​ອີ​ຢິບ. ວັນ​ທີ 19/6 ປະຊາຊົນ​ປະມານ​ 1.5000 ຄົນ​ໄດ້​ພາກັນ​ມາ​ເຕົ້າ​ໂຮ​ມຢູ່​ສະໜາມ​ຫຼວງ Tahrir ​ເພື່ອ​ຄັດຄ້ານ ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດຊອກ​ຫາ​ວິທີ​ຮັກສາ​ສິດ​ອຳນາດ . ສ່ວນ ອົງການ​ອ້າຍ​ນ້ອງອິດສະ​ລາມ​ໄດ້​ລະດົມ​ສະມາຊິກ​ນັບ​ພັນ​ຄົນ​ຂອງ​ຕົນ​ຈາກ​ບັນດາ​ແຂວງ​ນະຄອນ​ຕ່າງໆ​ຫ​ຼັ່ງ​ໄຫຼ​ເຂົ້າມາ ກາຍ​ໂຣ ​ເພື່ອ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ. ​ໃນ​ຂະນະ​ນັ້ນ, ບັນດາ​ພັກ​ອິດສະ​ລາມ​ຂອງອີ​ຢິບ​ຍັງ​ຕັດສິນ​ຮ້ອງທຸກ ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ ​ແລະ ປະທານ​ສານ ລັດຖະທຳ​ມະນູນ​ສູງ​ສຸດພາຍຫຼັງທີ່​ໄດ້​ອອກ​ຄຳ​ຕັດສິນ​ຍຸບ​ເລີກ​ສະພາ​ແຫ່ງ​ຊາດ. ບັນດາ​ພັກ​ນີ້​ໄດ້​ໃຫ້​ຄຳ​ອະທິບາຍ​ວ່າ ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ ​ແລະ ສານ​ແມ່ນ​ບໍ່​ມີ​ສິດ​ຍຸບ​ເລີກ​ສະພາ​ແຫ່ງ​ຊາດ. ພັກ Wasat ຍັງ​ນາບ​ຂູ່​ນຳ​ກໍລະນີ​ນີ້​ຂຶ້ນ​ເວທີ​ສາກົນ​ດ້ວຍ​ວິທີ​ຮຽກຮ້ອງ​ໃຫ້​ບັນດາ​ລັດຖະສະພາ​ເອີ​ລົບ, ອາຣັບ ​ແລະ ປະ​ເທດ​ຕ່າງໆ ຈົ່ງປຶກສາ​ຫາລືບັນຫາ​ນີ້ ​ແລະ ມີ​ການ​ກະທຳ​ທີ່​ເໝາະ​ສົມ, ​ໃນ​ຂະນະ​ນັ້ນ, ພັກ Nour ​ໄດ້​ກ່າວ​ເຕືອນ​ວ່າ ສິ່ງ​ນີ້​ຈະ​ກໍ່​ບັນດາ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ທີ່​ບໍ່​ດີ​ຕໍ່​ປະ​ເທດ​ຊາດ. ​ເພື່ອ​ຮັບ​ມື​ກັບ​ສະພາບ​ການ​ດັ່ງກ່າວ, ກອງທັບ​ອີ​ຢິບ​​ໄດ້​ເພີ່ມ​ທະວີ​ກຳລັງ​ບົນ​ເສັ້ນທາງ​ເຊື່ອມ​ຕໍ່​ລະຫວ່າ​ງນະຄອນຫຼວງ ກາຍ​ໂຣ ​ແລະ ນະຄອນ Alexandria .

    ​ໃນ​ຂະນະ​ທີ່​ໝາກຜົນ ການ​ເລືອກ​ຕັ້ງ​ປະທານາທິບໍດີຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະກາດ​ຢ່າງ​ເປັນ​ທາງ​ການ​ນັ້ນ, ​ເວທີ​ການ​ເມືອງ​ອີ​ຢິບ​ພັດ​ຖືກ​ຕົກ​ເຂົ້າ​ສູ່ສະພາບ​ເກີດ​ຄວາມ​ຂັດ​ແຍ້​ງກັນ​ທາງ​ດ້ານ​ສິດ​ອຳນາດ​ຄັ້ງ​ໃໝ່ ຫຼື​ເວົ້າ​ແນວ​ອື່ນ​ວ່າ ອີ​ຢິບ​ຍັງ​ພວມ​ຕົກ​ເຂົ້າ​ສູ່​ສະພາບ​ດ້ານ​ການ​ເມືອງ​ບໍ່​ມີ​ທາງ​ອອກ. ​ເບິ່ງ​ຄື​ວ່າ ຄວາມ​ຂາດ​ສະຖຽນ​ລະ​ພາບ​ຍັງ​ຄົງ​ຈະ​ແກ່ຍາວ​ຢູ່​ປະ​ເທດ​ທີ່​ມີ​ຈຳນວນ​ປະຊາກອນ​ຫຼາຍ​ກ່ວາ​ໝູ່​ໃນ​ໂລກ​ອາຣັບນີ້

ຕອບກັບ

ຂ່າວ/ບົດ​ອື່ນ