ວັນທີ 11/2 ຜ່ານມາ, ຊາວ ອີຢີບ ສະເຫຼີມສະຫຼອງ 1 ປີ ແຫ່ງວັນທີ່ທ່ານປະທານາທິບໍດີ Hosni Mubarak ຖືກໂຄ່ນລົ້ມດ້ວຍການລົງຖະໜົນຫົນທາງ, ທວງໃຫ້ສະພາບັນດາກຳລັງປະກອບອາວຸດສູງສຸດ (CSFA) ມອບໂອນສິດອຳນາດຄືນໃຫ້ລັດຖະບານພົນລະເຮືອນ. ຫຼາຍຄົນຖືວ່າ, ການປ່ຽນແປງປະຊາທິປະໄຕຢ່າງຕັ້ງໜ້າຍັງບໍ່ທັນໄດ້ຮັບການປະຕິບັດຢ່າງເຖິງຖອງ, ອັນໄດ້ເຮັດໃຫ້ ”ການປະຕິວັດລະດູບານໃໝ່ອາຮັບ” ບໍ່ທັນໄດ້ຮັບການປະຕິບັດຢ່າງຮຽບຮ້ອຍ.
ວັນທີ 11/2 ປີ 2011, ປະທານາທິບໍດີ ອີຢີບ Hosni Mubarak ຕ້ອງລາອອກຈາກຕຳແໜ່ງ, ສິ້ນສຸດ 30 ປີແຫ່ງການກຳອຳນາດ. ນັບແຕ່ນັ້ນເປັນຕົ້ນມາ, ສະພາບັນດາກຳລັງປະກອບອາວຸດສູງສຸດ (CSFA) ໄດ້ກຳສິດບໍລິຫານປະເທດ. ລະຄອນໂສກຂອງ ”ການປະຕິວັດລະດູບານໃໝ່ອາຮັບ” ຢູ່ອີຢີບ ແມ່ນລະບອບເກົ່າໄດ້ຢຸດຕິແລ້ວ, ແຕ່ລະບອບໃໝ່ຍັງບໍ່ທັນໄດ້ຮັບການເລີ່ມຕົ້ນຢ່າງແທ້ຈິງ. ເຖິງວ່າການເລືອກຕັ້ງສະພາແຫ່ງຊາດໄດ້ຮັບການຈັດຕັ້ງຂື້ນແລ້ວກໍ່ຕາມ, ແຕ່ບັນດານັກການເມືອງ ແລະ ບັນດານັກເຄື່ອນໄຫວກໍ່ບໍ່ພໍໃຈເທື່ອ. ການເລືອກຕັ້ງປະທານາທິບໍດີຄາດວ່າຈະດຳເນີນໄປໃນເດືອນມິຖຸນາຈະມາເຖິງ ແລະ ການເຄື່ອນໄຫວສື່ມວນຊົນກໍ່ມີຄວາມເສລີກວ່າເກົ່າແລ້ວກໍ່ຕາມ, ແຕ່ CSFA ເຊິ່ງລວມມີນາຍພົນ 20 ຄົນ ໂດຍທ່ານ Hussein Tantaoui ນຳພາ ຍັງຄົງຄວບຄຸມລັດຖະບານຢູ່ ແລະ ຫາງສຽງຖືວ່າ, ກອງທັບພວມຊອກຫາວິທີຮັກສາສິດຄວບຄຸມ ອີຢີບ ພາຍຫຼັງການເລືອກຕັ້ງປະທານາທິບໍດີ. ເຂົາເຈົ້າສົງໄສວ່າ, ຝ່າຍທະຫານຈະແຕ່ງຕັ້ງທ່ານໜຶ່ງອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ເພື່ອສ້າງຄວາມສະດວກໃຫ້ແກ່ການຮັກສາສິດ ແລະ ຜົນປະໂຫຍດຂອງຕົນ. ເຖິງວ່າປະທານາທິບໍດີ Hosni Mubarak ຕ້ອງຂຶ້ນສານພິພາກສາຍ້ອນໂທດປາບປາມບັນດາຜູ້ແຫ່ຂະບວນແລ້ວ, ແຕ່ປະຈຸບັນ, ບັນດາຜູ້ແຫ່ຂະບວນຍັງຄົງຖືກຕຳຫຼວດປາບປາມດ້ວຍການໃຊ້ຄວາມຮຸນແຮງຢູ່. ໃນການເລືອກຕັ້ງສະພາແຫ່ງຊາດ, ຝ່າຍອິດສະລາມໄດ້ຮັບໄຊຊະນະ, ແຕ່ກົງກັນຂ້າມ, ກຳລັງຫຼັກແຫຼ່ງຂອງຂະບວນການລຸກຮຶ້ຂຶ້ນຕ້ານຜະເດັດການຄື ນັກສຶກສາ, ຊາວໜຸ່ມ, ກຳລັງຝ່າຍຊ້າຍ… ພັດຖືກປະລາໄຊຢ່າງໜັກໜ່ວງທາງດ້ານການເມືອງພາຍຫຼັງລະບອບປະທານາທິບໍດີ Hosni Mubarak . ຍ້ອນເຫດນັ້ນ, ຄວາມພາກພູມໃຈໃນເບື້ອງຕົ້ນກ່ຽວກັບການລຸກຮຶ້ຂຶ້ນທີ່ໄດ້ຮັບຜົນສຳເລັດກ່ອນນີ້ 1 ປີ, ປະຈຸບັນບໍ່ມີຄວາມໝາຍອີກແລ້ວ, ມີພຽງຄວາມເບື່ອໜ່າຍ ຍ້ອນລັດຖະບານພົນລະເຮືອນບໍ່ທັນໄດ້ຮັບການສ້າງຕັ້ງຂຶ້ນ, ໃນຂະນະທີ່ການຈະລາຈົນຢູ່ ອີຢີບ ນັບມື້ນັບຮ້າຍແຮງຍິ່ງຂຶ້ນ. ສິ່ງດັ່ງກ່າວໄດ້ພາໃຫ້ເກີດການໃຊ້ຄວາມຮຸນແຮງຢູ່ສະໜາມກິລາເມື່ອວັນທີ 1/2, ເຮັດໃຫ້ 74 ຄົນເສຍຊີວິດ ແລະ 1000 ກວ່າຄົນຖືກບາດເຈັບ. ການປະທະກັນລະຫວ່າງຕຳຫຼວດກັບຜູ້ແຫ່ຂະບວນປະທ້ວງຖືກແກ່ຍາວ ແລະຂະຫຍາຍໄປສູ່ຫຼາຍນະຄອນຢູ່ ອີຢິບ ນັ້ນ ພັດແມ່ນກອງເຊຍຂອງບັນດາສະໂມສອນບານເຕະໃຫຍ່ຂອງນະຄອນຫຼວງ ຄາຍໂຮ, ເຊິ່ງແມ່ນຜູ້ທີ່ສວມບົດບາດສຳຄັນໃນການແຫ່ຂະບວນໂຄ່ນລົ້ມປະທານາທິບໍດີ Hosni Mubarak ກ່ອນນີ້ 1 ປີ. ສະພາບັນດາກຳລັງປະກອບອາວຸດສູງສຸດ (CSFA) ຖືວ່າ, ການຈະລາຈົນດັ່ງກ່າວ ແມ່ນຍ້ອນ ”ກົນອຸບາຍທຳລາຍປະເທດຂອງບັນດາອິດທິກຳລັງພາຍໃນ ແລະ ຕ່າງປະເທດ”. ແຕ່ສື່ມວນຊົນ ອີຢິບ, ແລະ ຫຼາຍຄົນພັດບໍ່ຄິດຄືແນວນັ້ນ. ໃນໜັງສືພິມ Al – Shorouq, ນັກວິຈານ Wael Qandil ໃຫ້ຂໍ້ສັງເກດກ່ຽວກັບການຈະລາຈົນຢູ່ສະໜາມກິລາເມື່ອວັນທີ 1/2 ວ່າ: ”ນັ້ນບໍ່ແມ່ນການແຂ່ງຂັນບານເຕະລະຫວ່າງ Al – Masry ແລະ Al – Ahly, ຫາກແມ່ນການແຂ່ງຂັນທາງການເມືອງ ເພື່ອຕ້ານຄືນການປະຕິວັດ ”. ສ່ວນໃນໜັງສືພິມ Al – Tahrir, ນັກວິຈານ Ibrahim Mansur ກໍ່ຂຽນວ່າ: ”ປະຊາຊົນ ອີຢິບ ທວງໃຫ້ສະພາການທະຫານຕ້ອງລາອອກຈາກຕຳແໜ່ງ, ຍ້ອນບໍ່ສາມາດຮັບປະກັນຄວາມສະຫງົບປອດໄພໄດ້”. ຊ້ຳບໍ່ໜຳ, ມີນັກວິຈານອື່ນໆອີກຫຼາຍທ່ານກໍ່ກ່າວຫາວ່າ ”ວົງການການນຳການທະຫານໃນປະຈຸບັນ ໄດ້ຕັ້ງໃຈກໍ່ຄວາມວຸນວາຍ ເພື່ອສືບຕໍ່ກຳອຳນາດ”. ຄວາມຂາດສະຖຽນລະພາບດັ່ງກ່າວ ອາດຈະກໍ່ໃຫ້ເກີດສະພາບຊຸດໂຊມຄັ້ງໃໝ່. ຕາມ ອົງການ Standard & Poorís, ຈຳນວນເງິນຕາຕ່າງປະເທດສະສົມຂອງ ອີຢິບ ພາຍໃນ 1 ປີຜ່ານມາ ໄດ້ຖືກຫຼຸດຈາກ 36 ຕຶ້ USD ລົງເຫຼືອພຽງ 16 ຕຶ້ USD ຍ້ອນລາຍຮັບຈາກຂະແໜງການທ່ອງທ່ຽວ ແລະ ການລົງທຶນຕ່າງປະເທດຖືກຫຼຸດລົງຢ່າງແຮງ.
ສະເຫຼີມສະຫຼອງ 1 ປີ ແຫ່ງວັນທີ່ທ່ານປະທານາທິບໍດີ Hosni Mubarak ຖືກໂຄ່ນລົ້ມ, ຊາວ ອີຢິບ ນັບແຕ່ກຳມະກອນ ຕະຫຼອດຮອດນັກສຶກສາສືບຕໍ່ລົງຖະໜົນຫົນທາງເພື່ອແຫ່ຂະບວນ. ເຂົາເຈົ້າເສຍຫວັງເພາະວ່າສະພາບການດ້ານການເມືອງບໍ່ໄດ້ຮັບການຜັນແປໄປຄືດັ່ງຄວາມປາຖະໜາຂອງຕົນ. ພວກເຂົາຕັ້ງຄຳຖາມກ່ຽວກັບອະນາຄົດຂອງປະເທດຊາດ. ທະຫານຈະຕັດສິນໃຈຖອນອອກຈາກເວທີການເມືອງຫຼືບໍ່? ແລະ ຝ່າຍອິດສະລາມຈະປະຕິບັດນະໂຍບາຍຕ່າງໆຄືແນວໃດ, ເຂົາເຈົ້າຈະຮັບຮູ້ປະຊາທິປະໄຕເມື່ອຂຶ້ນກຳອຳນາດໄດ້ຫຼືບໍ? ຖ້າບໍ່ເປັນຄືແນວນັ້ນ, ”ການປະຕິວັດລະດູບານໃໝ່ອາຮັບ”ຈະບໍ່ສາມາດປະຕິບັດສຳເລັດໄດ້.