(VOVWORLD) - ຈາກພາກພື້ນໜຶ່ງທີ່ມີຄວາມແຕກຕ່າງກັນຫຼາຍຢ່າງກ່ຽວກັບດ້ານວັດທະນະທຳ, ສາສະໜາ, ລະດັບການພັດທະນາ, ພິເສດແມ່ນລະບອບການເມືອງ, ມາຮອດປະຈຸບັນ, ອາຊຽນໄດ້ກາຍເປັນອົງການຈັດຕັ້ງຮ່ວມມືພາກພື້ນ ຢ່າງ ຮອບດ້ານດ້ວຍ 10 ປະເທດສະມາຊິກ, ການເຄື່ອນໄຫວແມ່ນອີງໃສ່ ບົນພື້ນຖານ ການທາບທາມຄຳເຫັນ ແລະ ເຫັນດີເຫັນພ້ອມ.
ພາບປະກອບ |
ໝາກຜົນທີ່ພົ້ນເດັ່ນທີ່ສຸດ ກ່ຽວກັບ ຄວາມໝັ້ນຄົງດ້ານການເມືອງຂອງອາຊຽນໃນເຄິ່ງສະຕະວັດຜ່ານມາ ແມ່ນຮັກສາສະຖຽນລະພາບ ແລະ ສັນຕິພາບໃນພາກພື້ນ ໄວ້ຢ່າງໝັ້ນຄົງ, ສະແດງໃຫ້ເຫັນບົດບາດໃຈກາງ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນ ຄວາມສະຫງົບ ແລະ ບັນດາບັນຫາຫຼາຍຝ່າຍຂອງພາກພື້ນ. ທ່ານ ເລຂາທິການໃຫຍ່ອາຊຽນ ເລເລືອງມິງ ໃຫ້ຮູ້ວ່າ:
“ບົດຮຽນສຳຄັນໜຶ່ງຂອງອາຊຽນທີ່ຖອດຖອນມາໄດ້ໃນ 50 ປີຜ່ານມາແມ່ນ ບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງທີ່ສັບສົນ ແລະ ເປັນຫຼາຍຮູບຫຼາຍແບບ ປະຈຸບັນ ບໍ່ສາມາດແກ້ໄຂໂດຍປະເທດດຽວໄດ້. ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ອາຊຽນໄດ້ພົ້ນເດັ່ນຂຶ້ນປຽບເໝືອນດັ່ງອົງການຈັດຕັ້ງພາກພື້ນຈຸດສຸມໜຶ່ງ ເຊິ່ງແມ່ນອົງການທີ່ມີຄວາມໄວ້ເນື້ອເຊື່ອໃຈໃນເວທີສາກົນ ແລະ ມີທີ່ຕັ້ງສຳຄັນ ໃນຍຸດທະສາດພາກພື້ນ, ໂດຍຜ່ານການຊຸກຍູ້ພາກພື້ນໃຫ້ເປີດກວ້າງ ແລະ ຮອບດ້ານ ”.
ປະຈຸບັນຫຼາຍປະເທດມະຫາອຳນາດໃນໂລກໄດ້ສົນໃຈຕໍ່ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ເປັນພິເສດ, ສ້າງກະແສການຫັນປ່ຽນ ດ້ານພູມສາດ - ການເມືອງເຊິ່ງມີອາຊຽນເປັນໃຈກາງຂອງພາກພື້ນທີ່ພວມ ໄດ້ຮັບການສ້າງຂຶ້ນເປັນຮູບປະທຳ. ສົນທິສັນຍາເປັນມິດ ແລະ ຮ່ວມມື (TAC) ໂດຍອາຊຽນສ້າງຕັ້ງເມື່ອປີ 1976 ໄດ້ດຶງດູດເອົາຫຼາຍປະເທດນອກພາກພື້ນ ອາຊຽນເຂົ້າຮ່ວມ. ທ່ານເລຂາທິການ ໃຫຍ່ອາຊຽນ ເລເລື່ອງມິງ ເນັ້ນໜັກວ່າ:
“ TAC ສວມບົດບາດແມ່ນປະມວນຫຼັກການຕົ້ນຕໍ ກ່ຽວກັບກົນໄກ ຮ່ວມມື, ການພົວພັນລະຫວ່າງບັນດາປະເທດໃນພາກພື້ນ. ປະຈຸບັນ TAC ມີ 35 ຝ່າຍ ເຂົ້າຮ່ວມ, ແລະ ຈໍານວນບັນດາຝ່າຍທີ່ບໍ່ຂຶ້ນກັບພາກພື້ນຄື: ອິນເດຍ, ຈີນ, ອາເມລິກາ ເຂົ້າຮ່ວມ TAC ນັບມື້ນັບເພີ່ມຂຶ້ນໃນຊຸມປີຜ່ານມາ ອັນໄດ້ພິສູດໃຫ້ເຫັນ ລັກສະນະແຜ່ລາມອອກຂອງບັນດາຫຼັກການກ່ຽວກັບ ຄວາມຍືນຍົງຄົງຕົວຂອງສັນຕິພາບ ແລະ ການຮ່ວມມືທີ່ມີຄວາມສະໜິດສະໜົມ ລະຫວ່າງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍິ່ງກວ່ານັ້ນອີກ ”.
ພ້ອມກັນນັ້ນ, ອາຊຽນກໍ່ໄດ້ສ້າງການພົວພັນຮ່ວມມືຫຼາຍດ້ານ ກັບບັນດາ ຄູ່ຮ່ວມມືສຳຄັນໃນໂລກ, ຜ່ານຂອບເຂດ ASEAN+1 (ດ້ວຍ 12 ຄູ່ຮ່ວມມືສຳຄັນ), ພ້ອມທັງມີຂໍ້ລິເລີ່ມປະສົບຜົນສຳເລັດ ແລະ ຮັກສາໄດ້ບົດບາດ ເປັນເຈົ້າພາທາງໃນບາງຂອບເຂດການຮ່ວມມືພາກພື້ນອາຊີ-ປາຊີຟິກຄື: ASEAN+3, ອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນອາຊຽນ (ARF).
ນອກຈາກນັ້ນ, ອາຊຽນຍັງເປັນປັດໃຈສຳຄັນຂອງບັນດາຂອບເຂດ ການຮ່ວມມືໃນພາກພື້ນ ແລະ ລະຫວ່າງພາກພື້ນອື່ນຄື: ກອງປະຊຸມອາຊີ-ເອີລົບ (ASEM) ແລະ ເວທີປາໄສການຮ່ວມມືອາຊີຕາເວັນອອກ-ອາເມລິກາລາຕິນ (FEALAC). ຕີລາຕາສູງກ່ຽວກັບປະສິດທິຜົນລະຫວ່າງອາຊຽນກັບບັນດາ ປະເທດຄູ່ຮ່ວມມື, ລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ເນັ້ນໜັກວ່າ :
“ອາເມລິການັບມື້ນັບຖືເປັນສຳຄັນສາຍພົວພັນກັບອາຊີ ແລະ ອາຊຽນຊຶ່ງແມ່ນອົງການມີຜົນສະທ້ອນສຳຄັນ ແລະ ສວມບົດບາດເປັນໃຈກາງໃນພາກພື້ນ. ນັ້ນແມ່ນເຫດຜົນທີ່ວ່າ ເປັນຫຍັງອາເມລິກາສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ. ສາຍພົວພັນທີ່ມີບາດກ້າວບຸກທະລຸນີ້ ໄດ້ສະແດງໃຫ້ເຫັນຄວາມສາມາດ ແລະ ກຳລັງແຮງ ແລະ ບົດບາດເປັນໃຈກາງຂອງອາຊຽນນັບມື້ນັບເພີ່ມຂຶ້ນ. ອາເມລິກາ ແລະ ອາຊຽນມີຄວາມເອົາໃຈໃສ່ຮ່ວມໃນການຮັກສາສັນຕິພາບໂລກ, ປະຕິບັດຕາມກົດໝາຍສາກົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນ ອາຊຽນ-ອາເມລິກາ ຈະນັບມື້ນັບໄດ້ຮັບການເພີ່ມທະວີຢ່າງມີປະສິດທິຜົນ ແລະ ເປັນເອກະພາບ. ”
ເມື່ອສຽງເວົ້າຂອງອາຊຽນມີນໍ້າໜັກໃນເວທີສາກົນ ແຕ່ລະປະເທດ ສະມາຊິກໃນກຸ່ມອາຊຽນເອງກໍ່ໄດ້ຊົມໃຊ້ຜົນປະໂຫຍດຫຼາຍທີ່ສຸດຈາກສິ່ງດັ່ງກ່າວ, ນັບທັງກັບບັນດາປະເທດສ້າງຕັ້ງກຸ່ມອາຊຽນຄື ອິນໂດເນເຊຍ ຫຼື ປະເທດທີ່ ເຂົ້າເປັນສະມາຊິກຕາມພາຍຫຼັງຄືຫວຽດນາມ. ອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ຄວານ ແບ່ງປັນວ່າ ສິ່ງສຳຄັນທີ່ສຸດທີ່ຫວຽດນາມ ບັນລຸໄດ້ ພາຍຫຼັງເຂົ້າເປັນສະມາຊິກອາຊຽນນັ້ນແມ່ນທີ່ຕັ້ງບົດບາດໄດ້ຮັບການປັບປຸງ ຢ່າງບໍ່ຢຸດຢັ້ງ :
“ຫວຽດນາມໄດ້ມີທີ່ຕັ້ງບົດບາດຄືໃນປະຈຸບັນແມ່ນພາກສ່ວນໜຶ່ງທີ່ສຳຄັນ ເພາະວ່າຫວຽດນາມແມ່ນສະມາຊິກທີ່ຕັ້ງໜ້າຂອງອາຊຽນ. ຫວຽດນາມເຂົ້າຮ່ວມ ບັນດາກອງປະຊຸມສາກົນ ຫຼື ອອກສະໝັກເລືອກຕັ້ງບັນດາຕໍາແໜ່ງຄື ສະໝັກຮັບ ເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ຫຼື ອອກສະໝັກຮັບເລືອກຕັ້ງເປັນ ສະມາຊິກ ສະພາຄວາມໝັ້ນຄົງສະຫະປະຊາຊາດ ລ້ວນແຕ່ໄດ້ຮັບການ ສະໜັບສະໜູນ ຈາກບັນດາປະເທດສະມາຊິກອາຊຽນ. ທີສອງ, ຈາກບ່ອນເປັນ ບັນດາປະເທດທີ່ເປັນປໍລະປັກ, ປະຈຸບັນຫວຽດນາມມີຫຼາຍປະເທດເພື່ອນມິດ ແລະ ຄູ່ຮ່ວມມື. ທີສາມ ອາຊຽນແມ່ນຂັ້ນໄດເພື່ອໃຫ້ຫວຽດນາມ ສ້າງຕັ້ງການ ພົວພັນກັບບັນດາປະເທດຄູ່ຮ່ວມມືໃຫຍ່ຄື ອາເມລິກາ, ເອີລົບ...ສຸດທ້າຍອາຊຽນ ແມ່ນບ່ອນຝຶກຊ້ອມ ໃຫ້ແກ່ຫວຽດນາມເຊື່ອມໂຍງເຂົ້າກັບໂລກ ”
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດອິນໂດເນເຊຍ ປະຈໍາຫວຽດນາມ Ibu Hadi ຖືວ່າ:
“ສຳລັບອິນໂດເນເຊຍ, ອາຊຽນແມ່ນພາກພື້ນທີ່ເຂັ້ມແຂງ ແລະ ອາດຈະ ໄດ້ຮັບຖືວ່າແມ່ນກະດູກສັນຫຼັງໃນນະໂຍບາຍການຕ່າງປະເທດຂອງອິນໂດເນເຊຍ. ອິນໂດເນເຊຍນອນໃນອາຊີຕາເວັນອອກສ່ຽງໃຕ້ ແລະ ສ້າງເປັນ ວົງມົນໜຶ່ງ ຕິດພັນກັບບັນດາປະເທດຖານບ້ານໃກ້ເຮືອນຄຽງອາຊຽນ. ໃນ 50 ປີຜ່ານມາ ອາຊຽນບັນລຸໄດ້ການພັດທະນາຢ່າງຕັ້ງໜ້າທີ່ສຸດ. ພິເສດແມ່ນເລື່ອງສ້າງຕັ້ງ ປະຊາຄົມອາຊຽນໃນທ້າຍປີ 2015 ເຊິ່ງລວມມີສາມເສົາຄໍ້າ: ຄວາມໝັ້ນຄົງ ດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳສັງຄົມ ແມ່ນວິວັດທະນາການ ສຳຄັນ. ການຮ່ວມມື, ຄວາມສາມັກຄີ, ການຮ່ວມແຮງ ຮ່ວມໃຈກັນສ້າງ ປະຊາຄົມ ຈະນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາປະເທດສະມາຊິກທັງໝົດ”.
ເປັນທີ່ຈະແຈ້ງແລ້ວວ່າ ເລື່ອງເຂົ້າຮ່ວມອາຊຽນ ແລະ ເລື່ອງສ້າງຕັ້ງ ປະຊາຄົມອາຊຽນໄດ້ແກ້ໄຂຫຼາຍບັນຫາທີ່ສຸດ, ຈາກຄວາມສະຫງົບພາຍໃນກຸ່ມ ຕະຫຼອດຮອດບັນດາສິ່ງທ້າທາຍຈາກພາຍນອກ. ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ບໍ່ແມ່ນວ່າບັນດາບັນຫາທັງໝົດໄດ້ຮັບການແກ້ໄຂຢ່າງເຖິງຖອງ.
ປີ 2002, ອາຊຽນ ແລະ ຈີນໄດ້ລົງນາມໃນຖະແຫຼງການກ່ຽວກັບ ການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ເພື່ອແກ້ໄຂບັນດາ ການຂັດແຍ້ງກັນຢູ່ເຂດທະເລດັ່ງກ່າວນີ້. ເຖິງຢ່າງໃດກໍ່ຕາມ ພາຍຫຼັງເປັນ ເວລາກວ່າ 15 ປີ, DOC ຍັງບໍ່ທັນໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ ແລະ ແທດຈິງເທື່ອ, ຄວນມີກົດແຫ່ງການປະພຶດທີ່ສົມບູນແບບກວ່າ ເພື່ອໃຫ້ບັນດາ ຝ່າຍປະຕິບັດຕາມ. ທ່ານເລຂາທິການໃຫຍ່ອາຊຽນ ເລເລື່ອງມິງ ເນັ້ນໜັກວ່າ:
“ບັນດາການກະທຳພຽງລຳພັງຝ່າຍດຽວທີ່ໄປຝືນກັບຈິດໃຈຂອງ DOC, ພິເສດແມ່ນບັນດາການເຄື່ອນໄຫວການທະຫານໄດ້ເຮັດໃຫ້ຂາດຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍ ແລະ ກໍ່ໃຫ້ເກີດການປະທະກັນ ລະຫວ່າງປະເທດຕ່າງໆ, ອັນໄດ້ສົ່ງຜົນສະທ້ອນບໍ່ດີເຖິງ ສັນຕິພາບ, ຄວາມ ໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ. ເພາະສະນັ້ນ, ອາຊຽນຕ້ອງຕັ້ງໜ້າ ເຂົ້າຮ່ວມໃນວິວັດການປຶກສາຫາລືກັບຈີນ ເພື່ອບັນລຸໄດ້ ກົດແຫ່ງການປະພຶດຂອງ ບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ, ບໍ່ພຽງແຕ່ມີຄວາມສາມາດ ສະກັດກັ້ນເທົ່ານັ້ນ ຫາກຍັງຄຸ້ມຄອງໄພອັນຕະລາຍ ທີ່ເກີດຂຶ້ນຢູ່ທະເລ ຕາເວັນອອກອີກດ້ວຍ ”
ບົນພື້ນຖານບັນດາກົນໄກທີ່ຮັດກຸມ, ບັນດາເອກະສານນິຕິກຳໄດ້ຮັບການປະກາດໃຊ້ຢ່າງຕໍ່ເນື່ອງ, ຫວັງວ່າໃນຊຸມປີຈະມາເຖິງປະຊາຄົມອາຊຽນ ຈະສືບຕໍ່ແກ້ໄຂບັນດາບັນຫາທີ່ຍັງຄ້າງຄາກ່ຽວກັບດ້ານການເມືອງ ແລະ ຄວາມໝັ້ນຄົງ, ຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນໄວ້ ໃຫ້ໝັ້ນຄົງ, ຍົກສູງທີ່ຕັ້ງບົດບາດຂອງອາຊຽນໃນເວທີສາກົນຢ່າງບໍ່ຢຸດຢັ້ງ.