(VOVWORLD) - ໂດຍຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີໃນວັນທີ 24 ເມສາ, ທ່ານ Emmanuel Macron ຈະສືບຕໍ່ນຳພາປະເທດ ຝລັ່ງ ຕື່ມອີກ 5 ປີ. ເຖິງຢ່າງໃດກໍຕາມ, ຕາມວົງການນັກໄຈ້ແຍກແລ້ວ, ໃນສະເພາະໜ້າ, ທ່ານປະທານາທິບໍດີທີ່ມີອາຍຸ 44 ປີນີ້ ຈະປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ພິເສດແມ່ນການຮຳບາດແຜຂອງປະເທດທີ່ພວມຖືກແບ່ງແຍກຢ່າງເລິກເຊິ່ງນີ້.
ຕາມການປະກາດຂອງກະຊວງພາຍໃນ ຝລັ່ງ, ທ່ານ Emmanuel Macron, ອາຍຸ 44 ປີ, ຜູ້ຕາງໜ້າໃຫ້ແກ່ພັກສາທາລະນະລັດກ້າວໄປ ແລະ ເດີນຕາມທ່າອ່ຽງເປັນກາງ, ໄດ້ຮັບບັດເລືອກຕັ້ງ 58,55% ໃນການເລືອກຕັ້ງປະທານາທິບໍດີຮອບທີ 2 (ຮອບສຸດທ້າຍ) ໃນວັນທີ 24 ເມສາ. ຄູ່ແຂ່ງຂອງທ່ານ ແມ່ນທ່ານນາງ Marie Le Pen, ຜູ້ສະໝັກຮັບເລືອກຕັ້ງຝ່າຍຂວາ ໄດ້ຮັບ 41,45% ບັດສະໜັບສະໜູນ, ເຊິ່ງເປັນອັດຕາທີ່ບໍ່ແມ່ນຕ່ຳ.
ທ່ານ Emmanuel Macron ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີໃນວັນທີ 24 ເມສາ (ພາບ: TTXVN) |
ຜູກພັນປະຊາຊົນ
ວົງການນັກສັງເກດການຖືວ່າ ມີອາຍຸການ 5 ປີ ເທື່ອທີ 2 ສໍາລັບທ່ານປະທານາທິບໍດີ Macron ຈະບໍ່ແມ່ນເລື່ອງງ່າຍ. ທ່ານຕ້ອງສ້າງຄວາມຜູກພັນ ແລະ ຄວາມສາມັກຄີໃນປະເທດຝລັ່ງ ເມື່ອຖືກແຕກແຍກ, ລະອຽດແມ່ນສ້າງຄວາມສາມັກຄີກັບສ່ວນຫຼາຍປະຊາຊົນຝ່າຍຂວາຈັດ ທີ່ບໍ່ປ່ອນບັດໃຫ້ແກ່ທ່ານ. ຄວາມຈິງດັ່ງກ່າວ ໂດຍການນຳຝ່າຍຂວາຈັດ ທ່ານນາງ Marine Le Pen ກໍ່ໄດ້ເຕື້ອງເຖິງພາຍຫຼັງການເລືອກຕັ້ງ. ທ່ານນາງ ຖືວ່າຈຳນວນບັດສະໜັບສະໜູນ 58,55% ຂອງທ່ານປະທານາທິບໍດີ Macron ແມ່ນໄຊຊະນະສຳລັບຝ່າຍກົງກັນຂ້າມ. ນັ້ນແມ່ນຍ້ອນຈຳນວນບັດສະໜັບສະໜູນຂອງທ່ານປະທານາທິບໍດີຄົນປັດຈຸບັນພວມຫຼຸດລົງຢ່າງແຮງ.
ເພາະສະນັ້ນ, ໃນບົດກ່າວປາໄສຕໍ່ໄຊຊະນະໃນຕອນຄ່ຳວັນທີ 24 ເມສາ, ຢູ່ ປາຣີ, ທ່ານປະທານາທິບໍດີ Macron ເນັ້ນໜັກວ່າ ຄວາມຮັບຜິດຊອບຂອງທ່ານແມ່ນ “ຕ້ອງຫາຄຳຕອບສຳລັບຄວາມໂກດຄຽດ ແລະ ຄວາມບໍ່ລົງລອຍກັນທີ່ເຮັດໃຫ້ຊາວ ຝລັ່ງ ຫຼາຍຄົນສະໜັບສະໜູນຝ່າຍຂວາຈັດ”. ທ່ານຢັ້ງຢືນວ່າ ທ່ານຢາກເປັນປະທານາທິບໍດີຂອງປະຊາຊົນ ຝລັ່ງ ທຸກຄົນ.
ເລື່ອງສ້າງຄວາມສາມັກຄີກັບປະຊາຊົນຝ່າຍຂວາຈັດຈຳນວນຫຼາຍ, ຖ້າຫາກວ່າບັນລຸຜົນສຳເລັດ ຈະເປັນທ່າໄດ້ປຽບເພື່ອໃຫ້ທ່ານປະທານາທິບໍດີ ຮັບມືກັບສິ່ງກີດຂວາງຕໍ່ໄປ ນັ້ນແມ່ນ ການຄັດຄ້ານຂອງປະຊາຊົນຕໍ່ບັນດາແຜນການປະຕິຮູບ, ພິເສດແມ່ນການປະຕິຮູບເງິນບຳນານ, ດ້ວຍເລື່ອງຄ່ອຍໆເພີ່ມອາຍຸພັກບຳນານຢ່າງໜ້ອຍແຕ່ 62 ຂຶ້ນເປັນ 65 ປີ. ວົງການນັກໄຈ້ແຍກຖືວ່າ ທ່ານ Macron ອາດຈະຖືກປະເຊີນໜ້າກັບຄວາມຂັດເຄືອງໃນສັງຄົມ ຖ້າຫາກວ່າບໍ່ຢາກປະຕິບັດບັນດານະໂຍບາຍປະຕິຮູບທີ່ມີຄວາມລະອຽດອ່ອນຄືເງິນບຳນານ.
ອີກບັນຫາໜຶ່ງເຊິ່ງທ່ານປະທານາທິບໍ Macron ຈະຕ້ອງແກ້ໄຂແມ່ນລາຄາພະລັງງານເພີ່ມຂຶ້ນສູງ.
ໃນເວທີການເມືອງ, ໃນເດືອນມິຖຸນາ ຈະມາເຖິງ, ຢູ່ ຝລັ່ງ ຈະດຳເນີນການເລືອກຕັ້ງສະພາແຫ່ງຊາດ. ປີ 2017, ການເລືອກຕັ້ງຖືກດຳເນີນໄປດ້ວຍຄວາມສະດວກຫຼາຍຢ່າງສຳລັບທ່ານປະທານາທິບໍດີ ຝລັ່ງ, ແຕ່ໃນປັດຈຸບັນ, ທຸກຢ່າງນັບມື້ນັບຄາດຄະເນໄດ້ຍາກກວ່າຫຼາຍ. ເມື່ອວິເຄາະກ່ຽວກັບໄຊຊະນະຂອງທ່ານ Macron, ບັນດານັກສັງເກດການເຫັນວ່າ ໄຊຊະນະນີ້ ແມ່ນມາຈາກຈຳນວນບັດທີ່ໃຊ້ຕ້ານຄືນຜູ້ສະໝັກເລືອກຕັ້ງຝ່າຍຂວາ, ໝາຍຄວາມວ່າຜູ້ມີສິດເລືອກຕັ້ງຢາກກີດກັ້ນທ່ານນາງ Marine Le Pen ຫຍັບເຂົ້າໃກ້ກັບຕຳແໜ່ງປະທານາທິບໍດີ, ຫາກບໍ່ແມ່ນການສະໜັບສະໜູນທ່ານ Emmanuel Macron ຢ່າງແທ້ຈິງ. ດັ່ງນັ້ນ, ເວທີການເມືອງ ຝລັ່ງ ພວມຖືກແບ່ງແຍກເປັນ 3 ກຸ່ມ: ກຸ່ມສະໜິດຕິດພັນກັບ ອີຢູ ຂອງທ່ານ Emmanuel Macron, ກຸ່ມຕາມລັດທິຊົນຊາດ ຂອງທ່ານນາງ Marine Le Pen ແລະ ຝ່າຍຊ້າຍຂອງທ່ານ Melenchon. ແຕ່ລະກຸ່ມ ໄດ້ຮັບປະມານ 1/3 ບັດສະໜັບສະໜູນ ແລະ ລັດຖະບານຕ້ອງໄດ້ຮັບ 2/3 ບັດຄ້ານໃນສະພາແຫ່ງຊາດ ຈະຍາກທີ່ຈະເຄື່ອນໄຫວຢ່າງລຸລ່ວງໄດ້.
ສິ່ງທ້າທາຍໃນການຢັ້ງຢືນບົດບາດຂອງ ຝລັ່ງຢູ່ເອີຣົບ.
ໃນແງ່ມູມສາກົນ, ສຸມໃສ່ເອີຣົບ ແມ່ນໜຶ່ງໃນບັນດາສານຕົ້ນຕໍຂອງທ່ານ Macron ນັບແຕ່ເມື່ອທ່ານຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີເມື່ອປີ 2017. ທ່ານປະທານາທິບໍດີ ຝລັ່ງ ຢາກປ່ຽນແປງນະໂຍບາຍປະຕິບັດການໄປ-ມາຫາສູ່ລະຫວ່າງບັນດາປະເທດ ອີຢູ, ຈັດວາງອັດຕາພາສີອັນດຽວກັນໃຫ້ທັງກຸ່ມ, ພັດທະນາເຕັກໂນໂລຢີ ແລະ ເພີ່ມທະວີຄວາມສາມາດປ້ອງກັນລະຫວ່າງບັນດາປະເທດໃນດ້ານການທະຫານ. ມຸ່ງໄປເຖິງທະວີບ ເອີຣົບ “ທີ່ສຸດຈິດສຸດໃຈ ແລະ ມີຍຸດທະສາດ”, ນີ້ແມ່ນໂຄງການໄດ້ຮັບການຕີລາຄາວ່າ ມັກໃຫຍ່ໃຝ່ສູງ ແຕ່ຈະຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ແມ່ນໜ້ອຍຈາກບັນດາປະເທດໃນກຸ່ມ ອີຢູ ເອງ.
ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍໃຫຍ່ສຸດສຳລັບທ່ານ Macron ປະຈຸບັນ ນັ້ນແມ່ນການປະທະກັນຢູ່ ຢູແກຼນ ໄດ້ເຮັດໃຫ້ໂຄງສ້າງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍດ້ານການເມືອງກໍ່ຄືການຄິດໄລ່ຊັ່ງຊາດ້ານຍຸດທະສາດຢູ່ ເອີລົບ ຖືກຕ່າວປິ້ນ. ກ່ອນທີ່ການປະທະກັນເກີດຂຶ້ນ, ທ່ານ Macron ພ້ອມກັບການນຳ ຄະນະກຳມະການເອີລົບ ໄດ້ວາງແຜນຈະຈັດຕັ້ງກອງປະຊຸມສຸດຍອດດ້ານປ້ອງກັນຊາດຄັ້ງທຳອິດ ຂອງ ອີຢູ ໃນເດືອນ ມິນາ ປີ 2022 ຢູ່ ປາຣີ ມຸ່ງໄປເຖິງເລື່ອງນຳ ອີຢູ ໃຫ້ກາຍເປັນ ພັນທະມິດດ້ານປ້ອງກັນຊາດ, ກ້າວໄປເຖິງຄວາມເປັນເຈົ້າດ້ານຍຸດທະສາດຢ່າງຍາວນານ. ເຖິງຢ່າງໃດກໍຕາມ, ເມື່ອພົບປະກັນຢູ່ ວັງ Versailles ໃນວັນທີ 11 ມິນາ ຢູ່ ປາຣີ, ການນຳບັນດາປະເທດ ເອີລົບ ມີຫົວເລື່ອງພຽງຫນຶ່ງດຽວປຶກສາຫາລື ແມ່ນບັນຫາສົງຄາມຢູ່ ຢູແກຼນ ແລະ ວິທີການຮັບມືຕໍ່ໄປຂອງ ເອີລົບ. ບົດບາດຂອງ NATO ໄດ້ຟຶ້ນຟູ ແລະ ບັນດາປະເທດ ເອີລົບ ປະຈຸບັນ ໄດ້ຢຸດຕິເລື່ອງເຕື້ອງເຖິງການສ້າງກຳລັງດ້ານປ້ອງກັນຊາດສະເພາະ. ດ້ວຍຖານະແມ່ນປະເທດຂົນຂວາຍຢ່າງແຮງທີ່ສຸດໃຫ້ແກ່ການເປັນເຈົ້າດ້ານຍຸດທະສາດຂອງ ອີຢູ, ເປັນທີ່ຈະແຈ້ງແລ້ວວ່າ ປະເທດ ຝລັ່ງ ແລະ ທ່ານ Macron ເອງ ປະຈຸບັນ ຈະປະສົບກັບຄວາມຫຍຸ້ງຍາກໃນການຊຸກຍູ້ບັນດາໂຄງການຄືນໃຫມ່ ເມື່ອສົງຄາມ ຢູ່ ຢູແກຼນ ຍັງຄົງຜັນແປຢ່າງສັບສົນ.
ສິ່ງທີ່ຄົງຕົວຢູ່ ປະເທດ ຝລັ່ງ ໃນອາຍຸການທຳອິດ, ບັນດາສິ່ງທ້າທາຍປັບປຸງທີ່ຕັ້ງບົດບາດ ຢູ່ ເອີລົບ ຫລື ອັດຕາຜູ້ມີສິດເລືອກຕັ້ງ ສະຫນັບສະຫນູນ ພວມຫລຸດລົງ ເປັນການສະແດງໃຫ້ເຫັນຄວາມຫຍຸ້ງຍາກບໍ່ແມ່ນຫນ້ອຍ ພວມລໍຄອຍທ່ານປະທານາທິບໍດີ ທີ່ມີ ອາຍຸ 44 ປີ ຂອງປະເທດ ຝລັ່ງ ໃນໄລຍະ 5 ປີຈະມາເຖິງ.