(vovworld)- 14 ປີພາຍຫລັງ ວັນທີ່ທ່ານປະທານາທິບໍດີ ອາເມລິກາ George W.Bush ປຸກລະດົມການຕໍ່ສູ້ຕ້ານການກໍ່ການຮ້າຍຢູ່ ອາບການິດສະຖານ ຢ່າງເປັນທາງການ ຄືວັນທີ 7/10/2001, ປະເທດ ອາຊີໃຕ້ນີ້ ຍັງຄົງສືບຕໍ່ຕົກຢູ່ໃນສະພາບການຂາດສະຖຽນລະພາບ. ຄວາມສັນຕິພາບ, ການພັດທະນາ ຍັງຄົງແມ່ນບັນຫາຍາກທີ່ປະກົດຜົນເປັນຈິງໃນໄລຍະສັ້ນໄດ້ສຳລັບປະຊາຊົນ ອາບການິດສະຖານ.
ກຳລັງທະຫານປະສົມ ພວມລາດຕະເວັນຢູ່ ອາບການິສະຖານ
ພາບປະກອບ:internet
|
ສະພາບຂາດສະຖຽນລະພາບຢູ່ ອາບການິດສະຖານ ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານພື້ນຖານເສດຖະກິດດ້ອຍພັດທະນາ, ພວກກະບົດ ຕາລີບານ ນັບມື້ນັບເຕີບໃຫຍ່, ຈຳນວນຜູ້ສະຫນັບສະຫນູນລັດອິດສະລາມ ອ້າງຊື່ເອງ IS ພວມເພີ່ມຂຶ້ນທີ່ ຫລາຍແຂວງ ຢູ່ ອາບການິດສະຖານ.
ການປະທະກັນສືບຕໍ່ເກີດຂຶ້ນ
ນັບແຕ່ວັນທີ 1/1/2015, ຊື່ງແມ່ນວັນທີ່ກຳລັງປ້ອງກັນຄວາມສະຫງົບແຫ່ງຊາດ ອາບການິດສະຖານ ຮັບຫນາ້ທີ່ຮັບປະກັນຄວາມສະຫງົບຈາກ ກຳລັງປະສົມ ຂອງ NATO, ທີ່ຈິງ ສະພາບໃຊ້ຄວາມຮຸນແຮງ ຢູ່ ອາບການິດສະຖານ ຍັງບໍ່ທັນຢຸດຕິເທື່ອ. ກົງກັນຂ້າມກັບຄຳກ່າວປາໄສທີ່ປະເອີບໃຈເມື່ອປີ 2014 ຂອງກອງທັບ ອາເມລິກາ ກ່ຽວກັບສະພາບການ ອາບການິດສະຖານຄື: ດັບສູນລະບົບກໍ່ການຮ້າຍສາກົນ Al Qaeda ຢູ່ ອາຊີໃຕ້, ກໍ່ສ້າງກອງທັບແຫ່ງຊາດ ອາບການິດສະຖານ ນັບມື້ນັບມີຄວາມສາມາດປ້ອງກັນປະເທດຊາດດ້ວຍຕົນເອງ, ບັນດາປັດໄຈມີລັກສະນະພື້ນຖານຂອງປະເທດຊາດ, ສັງຄົມຂາດສະຖຽນລະພາບ. ຄວາມສະຫງົບປອດໄພພວມຊົ່ວຮ້າຍກວ່າ ຂະນະທີ່ບັນດາມືປືນ ຕາລີບານ ດຳເນີນບັນດາເຫດບຸກໂຈມຕີນອງເລືອດໃສ່ສາມັນຊົນ ແລະ ກຳລັງປ້ອງກັນຄວາມສະຫງົບຢ່າງລຽນຕິດ. ເຖິງວ່າ ປະທານາທິບໍດີ ອາບການິດສະຖານ Asraf Ghani ໄດ້ຮຽກຮ້ອງຕາລີບານ ເຂົ້າຮ່ວມການເຈລະຈາກໍຄື ເຂົ້າຮ່ວມບັນດາວິວັດການການເມືອງຂອງປະເທດຊາດເປັນຫລາຍຄັ້ງແລ້ວ, ແຕ່ ຝ່າຍ ຕາລີບານ ຍາມໃດກໍສະແດງໃຫ້ເຫັນບໍ່ມີຄວາມສົນໃຈປານໃດ. ຊ້ຳບໍ່ໜຳ, ການນຳຂອງ ຕາລີບານ ຍັງຖະແຫລງວ່າ: “ຈະບໍ່ເຂົ້າຮ່ວມບັນດາການເຈລະຈາສັນຕິພາບ ເມື່ອໃດກຳລັງທະຫານຕ່າງປະເທດຍັງປະຈຳການຢູ່ ອາບການິດສະຖານ”. ຫວ່າງແລ້ວນີ້, ເປັນຄັ້ງທຳອິດ ພາຍຫລັງ 14 ປີ ຖືກໂຄ່ນລົ້ມ, ກຸ່ມທະຫານກະບົດ ອິດສະລາມ ຕາລີບານ ຢືດຄອງນະຄອນ Kuduz ໂດຍບັງເອີນ ໂດຍບໍ່ຫົວຊາຕໍ່ ມີກຳລັງທະຫານຂອງລັດຖະບານ 7000 ຄົນຢູ່ທີ່ນີ້. ສິ່ງດັ່ງກ່າວແມ່ນສະແດງໃຫ້ເຫັນຄວາມອ່ອນແອຂອງອຳນາດການປົກຄອງ Kabul ໃນການແກ້ໄຂສະພາບວຸ້ນວາຍປະຈຸບັນ ພ້ອມທັງໃຫ້ເຫັນວ່າ ຕາລີບານ ສືບຕໍ່ຕັດສິນໃຈໂຄ່ນລົ້ມກົງຈັກການນຳປະຈຸບັນ.
ເປັນຫນ້າວິຕົກກັງວົນ ເມື່ອຈຳນວນກຸ່ມ ແລະ ສ່ວນບຸກຄົນ ເປີດເຜີຍໝັ້ນໝາຍວ່າ ຈົ່ງຮັກພັກດີ ຫລື ສະຫນັບສະຫນູນລັດອິດສະລາມ IS ພວມເພີ່ມຂຶ້ນຢູ່ ຫລາຍແຂວງ ໃນ ອາບການິສະຖານ. ລາຍງານຈາກ ກຸ່ມຕິດຕາມ al Qaeda ຂອງ ສປຊ ໃຫ້ຮູ້ວ່າ: ມີປະມານ 10% ກຳລັງລຸກຮື້ຂຶ້ນ ຕາລີບານ ສະຫນັບສະຫນູນ IS. ຄຽງຄູ່ກັນນັ້ນ ລັດຖະບານ ອາບການິດສະຖານ ກຳນົດວ່າ ໄດ້ຄົ້ນພົບບັນດາກຸ່ມນຳໃຊ້ພາບທີ່ເປັນສັນຍາລັກຈຳນວນຫນຶ່ງຂອງ IS ຫລື ສະຫນັບສະຫນູນ ອົງການນີ້ ຢູ່ 25 ໃນຈຳນວນ 34 ແຂວງ ຢູ່ ອາບການິດສະຖານ.
ໃນສະພາບການວຸ້ນວາຍຄືປະຈຸບັນ, ລັດຖະບານ ອາບການິດສະຖານ ເລີ່ມປະກົດອອກການຂັດແຍ້ງກັນ. ຊ້ຳບໍ່ໜຳ ຝ່າຍຄ້ານ ໄດ້ຮຽກຮ້ອງການນຳໃຊ້ລັດຖະທຳມະນູນ ເພື່ອໂຄ່ນລົ້ມ ປະທານາທິບໍດີຄົນປະຈຸບັນ ແລະ ຈັດຕັ້ງການເລືອກຕັ້ງໂດຍໄວ. ມີສັນຍານທີ່ຈະແຈ້ງວ່າ ຫວ່າງແລ້ວນີ້ ສະພາແຫ່ງຊາດ ໄດ້ປະຕິເສດການສະໝັກເລືອກຕັ້ງຂອງທ່ານ Masoom Stanekzai ເປັນລັດຖະມົນຕີວ່າການກະຊວງປອ້ງກັນປະເທດ. ການປະຕິເສດນີ້ເຮັດໃຫ້ປະທານາທິບໍດີ ອາບການິດສະຖານ ບໍ່ສາມາດມີຄະນະລັດຖະບານສົມບູນ ພາຍຫລັງ 9 ເດືອນກຳອຳນາດ.
ເສດຖະກິດຊຸດໂຊມ, ຄວາມອຶດຫິວທຸກຍາກພວມເກີດຂຶ້ນ
ປີ 2015, ຊາວອົບພະຍົບ ພວມຍົກຍ້າຍຈາກ ອາຊີ ແລະ ອາຟຼິກາ ໄປຍັງ ເອີລົບເປັນຈຳນວນຫລວງຫລາຍ. ໃນນັ້ນ ຄາດວ່າ ຈຳນວນຊາວອົບພະຍົບມາຈາກ ອາບການິດສະຖານ ກວມ 36% (153.000 ຄົນ), ພຽງຖັດຈາກ ຊີຣີ 38%. ເປັນຫນ້າສົນໃຈ ຊາວ ອາບການິດສະຖານ ຍົກຍ້າຍເຖິງ ເອີລົບ ສ່ວນຫລາຍແມ່ນລຸ້ນຫນຸ່ມ. ນອກຈາກບັນຫາຄວາມສະຫງົບປອດໄພ ສາຍເຫດຕົ້ນຕໍເຮັດໃຫ້ ຊາວ ອາບການິດສະຖານ ອອກຈາກປະເທດ ຍ້ອນພື້ນຖານເສດຖະກິດຖືກຊຸດໂຊມ. ໃນທົດສະວັດຜ່ານມາ, Kabul ຖືກປະລາໄຊໃນການສ້າງພື້ນຖານເສດຖະກິດຫລາຍຮູບຫລາຍແບບ. ປະຈຸບັນ ຍ້ອນການຊ່ວຍເຫລືອຈາກຕ່າງປະເທດຫລຸດລົງ ແລະ ບັນດາຂໍ້ຕົກລົງກໍ່ສ້າງ ແລະ ບໍລິການພະລາທິການຖືກສູນເສຍ, ອາບການິດສະຖານ ພວມຜ່ານຜ່າວິກິດການຊຸດໂຊມຢ່າງຮ້າຍແຮງ. ອັດຕາຜູ້ວ່າງງານໃນໄວຫນຸ່ມເພີ່ມຂຶ້ນ ແລະ ເຂົາເຈົ້າຖືວ່າ ອົບພະຍົມເຖິງ ເອີລົບ ແມ່ນຄວາມຫວັງໃຫຍ່ສຸດເພື່ອມີຊີວິດດີກວ່າ.
ຢູ່ນະຄອນຫລວງ Kabul, ມີພົນລະເມືອງປະມານ 80% ຢູ່ ບັນດາເຂດຕັ້ງຖິ່ນຖານຄົງທີ່ຊົ່ວຄາວ ຍາມໃດກໍຕົກໃນສະພາບຂາດນ້ຳສະອາດ, ຄວາມອະນາໄມບໍ່ດີ. ມີຊາວ ອາບການິດສະຖານ ປະມານ 9 ລ້ານຄົນ ໃນຍອດຈຳນວນພົນລະເມືອງ 29 ລ້ານຄົນ ດຳລົງຊີວິດໃນລະດັບຕ່ຳກວ່າມາດຖານສຳລັບຜູ້ທຸກຍາກ ດ້ວຍລາຍຮັບ 1 USD/ວັນ. ເກືອບ 2/3 ຈຳນວນຜູ້ໃຫຍ່ ຢູ່ ອາບການິດສະຖານ ກືກຫນັງສື ໝາຍຄວາມວ່າ ແມ່ນລະດັບສູງກວ່າປະມານ 15% ເມື່ອທຽບໃສ່ລະດັບສະເລ່ຍຂອງບັນດາປະເທດດ້ອຍພັດທະນາ. ນອກນັ້ນ ຕາມບົດລາຍງານຂອງ ສປຊ, ປີ 2014 ເນື້ອທີ່ປູກ ຢາຝີ່ນຢູ່ອາບການິດສະຖານຍັງບໍ່ທັນເພີ່ມຂຶ້ນ ບັນດາການເຄື່ອນໄຫວຄ້າຂາຍຢາຝີ່ນ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ ຕາລີບານ ແລະ ຫລາຍກຸ່ມລຸກຮຶ້ຂຶ້ນອື່ນເທົ່ານັ້ນ ຫາກຍັງເຮັດໃຫ້ສະພາບການສໍ້ລາດບັງຫລວງ ແລະ ອາດຊະຍາກຳເພີ່ມຂຶ້ນ.
14 ປີ ພາຍຫລັງປຸກລະດົມການຕໍ່ສູ້ຕ້ານການກໍ່ການຮ້າຍ, ອາບການິດສະຖານ ຍັງຄົງສືບຕໍ່ປະເຊີນຫນ້າກັບສະພາບຂາດສະຖຽນລະພາບດ້ານການເມືອງຕະຫລອດຮອດເສດຖະກິດ, ສັງຄົມ. ສັນຍານກ່ຽວກັບພື້ນຖານສັນຕິພາບ ແລະ ຊີວິດດີກວ່າຂອງປະຊາຊົນ ຍັງແມ່ນບັນຫາ ຍາກທີ່ຈະປະກົດຜົນເປັນຈິງໃນໄລຍະສັ້ນໄດ້.