ເກຼັກຈະຕ້ອງອອກຈາກ eurozoneຫຼືບໍ
(ພາບ: ອິນເຕີແນດ)
(vovworld) - ວັນທີ 30/6, ແມ່ນກຳນົດເວລາສຸດທ້າຍເພື່ອ ເກຼັກ ໃຊ້ໜີ້ໃຫ້ກອງທຶນເງິນຕາສາກົນ (IMF) ທັງແມ່ນກຳນົດເວລາສຸດທ້າຍຂອງບ້ວງກູ້ຊ່ວຍທີ່ສະຫງວນໃຫ້ ເກຼັກ. ເຖິງວ່າບໍ່ມີກົດໝາຍໃດກຳນົດກ່ຽວກັບເລື່ອງເກຼັກ ຈະຕ້ອງອອກຈາກ Eurozone ຖ້າຫາກບໍ່ສາມາດໃຊ້ໜີ້ໄດ້ກໍ່ຕາມ, ແຕ່ເສັ້ນທາງເພື່ອໃຫ້ ເກຼັກ ຢູ່ຄືນໃນພາກພື້ນນີ້ແມ່ນຍາກທີ່ສຸດ. ເຖິງວ່າພຽງແຕ່ປະກອບ GDP ເກືອບ 2% ໃຫ້ Eurozone ກໍ່ຕາມ, ແຕ່ການອອກຈາກ Eurozone ຈະເປັນການກະທົບບໍ່ດີເຖິງປະເທດອື່ນໆໃນພາກພື້ນ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງຮູບພາບ “ວັດທະນາຖາວອນ“ ເຊິ່ງພາກພື້ນໃຊ້ສະກຸນເງິນລວມນີ້ຍາມໃດກໍ່ມຸ່ງໄປເຖິງ.
ດ້ວຍລະດັບໜີ້ສິນຂຶ້ນເຖິງ 320 ຕື້ USD, ເກຼັກ ພວມຕົກຢູ່ໃນສະພາບອັນຕະລາຍທີ່ສຸດ. ວັນທີ 30/6, Athens ຕ້ອງໃຊ້ໜີ້ 1,5 ຕື້ເອີໂຣໃຫ້ IMF, ຫຼືຕ້ອງປະກາດລົ້ມລະລາຍ. ບໍ່ສາມາດໃຊ້ໜີ້ຖືກກັບກຳນົດເວລາ, ເກຼັກ ຈະບໍ່ໄດ້ຮັບບ້ວງເງິນຊ່ວຍເຫຼືອໃດໆຈາກ IMF ອີກ, ໝາຍຄວາມວ່າ ເກຼັກ ຕ້ອງພິມສະກຸນເງິນສະເພາະເພື່ອຮັກສາການເຄື່ອນໄຫວຂອງລັດຖະບານ ແລະ ອອກຈາກ Eurozone.
ສະພາບການຢູ່ເກຼັກ ໄດ້ສົ່ງຜົນສະທ້ອນເຖິງເສດຖະກິດທົ່ວໂລກ
ບັນຍາກາດຢູ່ ເກຼັກ ພວມຄ່ອຍໆຮ້ອນຂຶ້ນຕາມແຕ່ລະຊົ່ວໂມງ, ເມື່ອປະຊາຊົນພາກັນໄປຖອນເງິນຍ້ອນວິຕົກກັງວົນວ່າ ລະບົບທະນາຄານຈະຖືກລົ້ມລະລາຍ. ນັບແຕ່ວັນທີ 28/6, ທະນາຄານທັງໝົດຂອງເກຼັກ ລ້ວນແຕ່ອັດປະຕູ ແລະ ຄວບຄຸມທຶນຢ່າງແໜ້ນແຟ້ນເຖິງວັນທີ 6/7, ເພື່ອແນໃສ່ຮັກສາລະບົບການເງິນໃນສະພາບບໍ່ມີຄວາມສາມາດຊຳລະໄດ້. ສ່ວນທະນາຄານສູນກາງເອີລົບ (ECB) ກໍ່ແຈ້ງໃຫ້ຮູ້ວ່າ ບໍ່ໃຫ້ກູ້ຢືມເງິນດ່ວນອີກ ເພື່ອຮັກສາການເຄື່ອນໄຫວຂອງລະບົບທະນາຄານປະເທດນີ້.
ເຖິງວ່າກວມອັດຕາສ່ວນໜ້ອຍໃນພື້ນຖານເສດຖະກິດທົ່ວໂລກກໍ່ຕາມ, ແຕ່ ເກຼັກ ພັດແມ່ນສະມາຊິກຂອງພາກພື້ນທີ່ໃຊ້ສະກຸນເງິນລວມເອີລົບ, ດັ່ງນັນການຜັນແປທີ່ຂາດສະຖຽນລະພາບກ່ຽວກັບສະພາບການເງິນຢູ່ ເກຼັກ ໄດ້ກະທົບເຖິງຕະຫຼາດການເງິນເກືອບທັງໝົດຂອງໂລກ. ພາຍຫຼັງການເຈລະຈາສຸດທ້າຍລະຫວ່າງວົງການເຈົ້າໜ້າທີ່ ເກຼັກ ກັບບັນດາເຈົ້າໜີ້ປະລາໄຊ, ດັດຊະນີຫຼັກຊັບຢູ່ຕະຫຼາດອາຊີໃນວັນທີ 29/6 ກໍ່ຫຼຸດລົງຢ່າງແຮງ. ດັດຊະນີ Nikkei 225, ຍີ່ປຸ່ນຫຼຸດລົງ 2,9%, ດັດຊະນີຫຼັກຊັບຊຽງໄຮ້ (ຈີນ) ຫຼຸດລົງກວ່າ 7%... ສະກຸນເງິນເອີໂຣ ກໍ່ຫຼຸດລົງຢ່າງແຮງ ເມື່ອທຽບໃສ່ສະກຸນເງິນອື່ນໆ.
ການລົງປະຊາມະຕິສາມາດຮັກສາເກຼັກ ຢູ່ຄືນ Eurozone ໄດ້ຫຼືບໍ່
ສະພາແຫ່ງຊາດເກຼັກ ໄດ້ເຫັນດີຈັດຕັ້ງການລົງປະຊາມະຕິໃນວັນທີ 5/7 ຈະມາເຖິງ. ຕາມນັ້ນແລ້ວ, ຜ່ານການປ່ອນບັດ ປະຊາຊົນເກຼັກ ຈະເປັນຜູ້ຕັດສິນເລື່ອງລັດຖະບານຄວນເຫັນດີ ຫຼືປະຕິເສດຮ່າງຂໍ້ຕົກລົງໂດຍເຈົ້າໜີ້ຍົກອອກມາ. ນັ້ນແມ່ນສືບຕໍ່ປະຕິຮູບຮັດແຄບການໃຊ້ຈ່າຍເພື່ອແລກເອົາບ້ວງກູ້ຊ່ວຍ. ແຕ່ຕາມວົງການນັກໄຈ້ແຍກແລ້ວ, ສິ່ງດັ່ງກ່າວກໍ່ຍາກທີ່ຈະຊ່ວຍ Athens ຫຼຸດພົ້ນອອກຈາກການລົ້ມລະລາຍ ແລະ ອອກຈາກພາກພື້ນໃຊ້ສະກຸນເງິນລວມອີລົບ (Eurozone) ໄດ້, ເພາະວ່າປະຊາຊົນປະເທດນີ້ຍາກທີ່ຈະປະຕິບັດນະໂຍບາຍຮັດເຂັມຄັດໄດ້ຕື່ມອີກ.
ໃນຕະຫຼອດ 5 ປີຜ່ານມາ, ຄຸນນະພາບການດຳລົງຊີວິດຂອງປະຊາຊົນເກຼັກ ໄດ້ຫຼຸດລົງຢ່າງຮ້າຍແຮງ, ອັດຕາສ່ວນຄົນຫວ່າງງານແມ່ນ 26%, ໃນນັ້ນຜູ້ອອກແຮງງານເດັກນ້ອຍກວມກວ່າ 50%. ພື້ນຖານເສດຖະກິດຊຸດໂຊມໃນຊຸມປີຜ່ານມາ ຍັງບໍ່ທັນມີສັນຍານດີກວ່າ. ດ່ັງນັ້ນ, ເຖິງວ່າຜົນແຫ່ງການລົງປະຊາມະຕິຄືແນວໃດກໍ່ຕາມ, ບັນດາເຫດການທີ່ດຳເນີນໃນຊຸມມື້ມໍ່ໆມານີ້ ໄດ້ເຮັດໃຫ້ພື້ນຖານເສດຖະກິດຂອງປະເທດນີ້ຍາກທີ່ຈະຟື້ນຕົວໄດ້. ສາຍເຫດຂອງບັນຫາໃນປະຈຸບັນບໍ່ແມ່ນເລື່ອງ ອີຢູຈະໃຫ້ ເກຼັກ ກູ້ຢືມເງິນຕື່ມອີກຫຼືບໍ, ຫາກແມ່ນເລື່ອງ ເກຼັກ ຈະຕ້ອງມີການກະທຳຄືແນວໃດເພື່ອຫຼຸດພົ້ນອອກຈາກວິກິດການທີ່ໄດ້ແກ່ຍາວໃນຫຼາຍປີຜ່ານມາ.
ຜົນກະທົບຈາກເລື່ອງ ເກຼັກ ອອກຈາກພາກພື້ນ Eurozone
ປະຈຸບັນ, ອີຢູ ໄດ້ກະກຽມຕໍ່ເລື່ອງ ເກຼັກ ອອກຈາກພາກພື້ນ Eurozone. ສິ່ງດັ່ງກ່າວຈະເຮັດໃຫ້ ເກຼັກຕົກເຂົ້າສູ່ສະພາບເສດຖະກິດໃໝ່ທີ່ຫຍຸ້ງຍາກທີ່ສຸດ. ດ້ວຍສະກຸນເງິນໃໝ່ທີ່ມີມູນຄ່າຕຳ່ກວ່າຫຼາຍເມື່ອທຽບໃສ່ສະກຸນເງິນເອີໂຣ, ເກຼັກ ຈະຕົກຢູ່ໃນສະພາບຊຸດໂຊມຢ່າງແຮງ ແລະ ຍາວນານ. ເມື່ອ ເກຼັກ ອອກຈາກພາກພື້ນ Eurozone ມັນຈະສົ່ງຜົນກະທົບບໍ່ໜ້ອຍເຖິງເອີລົບ ແລະ ບັນດາຕະຫຼາດສາກົນ. ຕະຫຼາດການເງິນຂອງບັນດາປະເທດອ່ອນດ້ອຍໃນ Eurozone ຈະຖືກຣັບຜົນສະທ້ອນ. ຍ້ອນຢ້ານເງິນຕາຕົກລາຄາ, ບັນດາບໍລິສັດ, ນັກລົງທຶນອາດຈະພາກັນຖອນເງິນອອກຈາກປະເທດເຫຼົ່ານັ້ນ.
ເພື່ອຮັກສາ ເກຼັກ ຢູ່ຄືນ Eurozone ໃຫ້ໄດ້, ແມ່ນຕ້ອງຮັກສາສະຖຽນລະພາບໃນພາກພື້ນ, ປະຈຸບັນບັນດາເຈົ້າໜີ້ອີຢູ ຕ້ອງຜ່ອນສັ້ນຜ່ອນຍາວ, ສືບຕໍ່ກູ້ຊ່ວຍ Athens ພາຍຫຼັງໝົດກຳນົດເວລາແລ້ວ. ແຕ່ຢາກເຮັດໄດ້ຄືແນວນັ້ນ, ອີຢູ ຕ້ອງປະເຊີນໜ້າກັບຄວາມດັນແຮງທີ່ສຸດຈາກຄວາມເຫັນຄັດຄ້ານເລື່ອງນຳໃຊ້ເງິນເສຍພາສີຂອງປະຊາຊົນໃນພາກພື້ນ Eurozone ເຂົ້າໃນການກູ້ຊ່ວຍ, ທັງເຮັດໃຫ້ບັນດາປະເທດຍັງເຫຼືອຄິດວ່າອາດຈະໄດ້ຮັບບ້ວງເງິນກູ້ຢືມແຕ່ບໍ່ຕ້ອງຫຼຸດຜ່ອນການໃຊ້ຈ່າຍ. ເຖິງຢ່າງໃດກໍ່ຕາມ, ນີ້ພັດແມ່ນພື້ນຖານເພື່ອມຸ່ງຫວັງຕໍ່ການກູ້ຊ່ວຍໃຫ້ ເກຼັກ ໃນນາທີສຸດທ້າຍ.