​ເດືອນ​ກໍລະກົດ - ​ເດືອນ​ແຫ່ງ​ການ​ຕ​ອບບຸນ​ແທນ​ຄຸນ

(VOVWORLD) -ວັນທີ 27 ກໍລະກົດ ຂອງທຸກໆປີ, ຢູ່ຫວຽດນາມ ໄດ້ດໍາເນີນການເຄື່ອນໄຫວຫຼາຍຢ່າງເພື່ອຈາລຶກບຸນຄຸນຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປ່ວຍ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ພາລະກິດປົກປັກຮັກສາປະເທດຊາດ. ປີ 2020 ແມ່ນຄົບຮອບ 73 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ເຊິ່ງກໍໄດ້ມີການເຄື່ອນໄຫວໃຫຍ່ ແລະ ຈຸດສຸມຫຼາຍຢ່າງຖືກດໍາເນີນໃນທົ່ວປະເທດຫວຽດນາມ, ອັນໄດ້ສະແດງໃຫ້ເຫັນມູນເຊື້ອວັດທະນະທໍາມະນຸດ, ຄວາມຮັບຜິດຊອບຢ່າງໃຫຍ່ຫຼວງຂອງອໍານາດການປົກຄອງທຸກຂັ້ນ ແລະ ປະຊາຊົນ ທີ່ມີຕໍ່ການປະກອບສ່ວນ, ຄວາມເສຍສະຫຼະຂອງທະຫານເສຍອົງຄະ, ນົກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

ໃນເດືອນກໍລະກົດ, ການນໍາຫວຽດນາມຫຼາຍທ່ານນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ລ້ວນແຕ່ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ໄປວາງພວງມາລາ, ຈູດທູບໃຕ້ທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດລະດັບຊາດ ແລະ ທ້ອງຖິ່ນ, ພ້ອມທັງຈັດຕັ້ງລາຍການສະແດງສິລະປະຫຼາຍຢ່າງເພື່ອຈາລຶກຄຸນງາມຄວາມດີ.

​ເດືອນ​ກໍລະກົດ - ​ເດືອນ​ແຫ່ງ​ການ​ຕ​ອບບຸນ​ແທນ​ຄຸນ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮວ່າບິ່ງ ພ້ອມດ້ວຍຄະນະຜູ້ແທນເຂົ້າໄຫວອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ (ພາບ:VGP)

ຈຸດພົ້ນເດ່ັນຂອງປີ 2020

ຈຸດພົ້ນເດັ່ນຂອງບັນດາລາຍການເຄື່ອນໄຫວລະນຶກເຖິງວັນທະຫານເຈັບປ່ວຍ - ທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 73 ປີ ນັ້ນແມ່ນ ການດໍາເນີນລາຍການພົບປະຜູ້ແທນແມ່ຫວຽດນາມ ວິລະຊົນ ຈໍານວນ 300 ແມ່ນ ເປັນຄັ້ງທໍາອິດ, ເຊິ່ງເປັນຜູ້ຕາງໜ້າໃຫ້ແກ່ແມ່ຫວຽດນາມ ວິລະຊົນເກືອບ 5.000 ແມ່ທີ່ຍັງມີຊີວິດຢູ່. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຕົ້ນຕໍລະດັບຊາດໃນໂອກາດວັນສໍາຄັນນີ້. ກ່າວຄໍາເຫັນທີ່ການພົບປະຄັ້ງຕ່າງໆ, ການນໍາລັດຖະບານ, ສະພາແຫ່ງຊາດ ລ້ວນແຕ່ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ການເສຍສະຫຼະອັນໃຫຍ່ຫຼວງຂອງບັນດາແມ່ຫວຽດນາມວິລະຊົນ. ບັນດາຄວາມເສຍສະຫຼະຂອງແມ່ຫວຽດນາມວິລະຊົນນັ້ນ ໄດ້ປະກອບສ່ວນສ້າງໜ້າປະຫວັດສາດອັນສະຫງ່າອົງອາດຂອງຊາດຫວຽດນາມ.

        ກໍໃນຊຸມວັນນີ້, ບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍກໍ່ໄດ້ດໍາເນີນພ້ອມກັນຢູ່ທ້ອງຖິ່ນຕ່າງໆ. ພ້ອມກັນນັ້ນ ກໍ່ຈັດພິທີຈູດທູບໃຕ້ທຽນສະແດງຄວາມຮູ້ບູນຄຸນຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານທຸກແຫ່ງໃນທົ່ວປະເທດ. ເອື້ອຍ ເລື່ອງທິສວຽນ, ຄູສອນ ໂຮງຮຽນມັດທະຍົມຕອນຕ້ົນຕາແສງ ນົ໊ວງາມ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ,ແບ່ງປັນວ່າ:

  “ປີໃດກໍເຊັ່ນດຽວກັນ, ຂ້າພະເຈົ້າໄດ້ໄປຈູດທູບໃຕ້ທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດໃນໂອກາດວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດນີ້. ແຕ່ລະເທື່ອທີ່ມານັ້ນ, ຂ້າພະເຈົ້າລ້ວນແຕ່່ຮູ້ສຶກສະເທືອນໃຈ. ໂດຍເປັນລູກຫຼານຂອງດິນແດນແຫ່ງປະຫວັດສາດ ແລະ ຮູ້ວ່າ ປະຫວັດສາດຂອງຫວຽດນາມ ໄດ້ຜ່ານຜ່າໄລຍະອັນຍາວນານເພື່ອຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ຈຶ່ງໄດ້ດໍາລົງຊີວິດໃນສັນຕິພາບຄືໃນທຸກມື້ນີ້, ຂ້າພະເຈົ້າຍາມໃດກໍຄິດວ່າ ຕົນເອງຕ້ອງພະຍາຍາມດໍາລົງຊີວິດໃຫ້ເປັນຢ່າງດີດ້ວຍຄວາມສຸດຈິດສຸດໃຈ, ຕ້ອງເຮັດລ້ອນໜ້າທີ່ຄວາມຮັບຜິດຊອບຂອງຄົນລຸ້ນຫຼັງ ແລະ ຖ່າຍທອດໃຫ້ຄົນລຸ້ນຕໍ່ໆໄປ ເພື່ອໃຫ້ທຸກຄົນລ້ວນແຕ່ຮູ້ຈັກເຖິງຄວາມເສຍສະຫຼະອັນສູງສົ່ງຂອງນັກວິລະຊົນຫຼາຍຄົນຢູ່ທີ່ນີ້”.

 

ບັນດາການເຄື່ອນໄຫວອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ກໍໄດ້ຮັບການຈັດຕັ້ງຂຶ້ນ ຢູ່ບາງປະເທດ ໂດຍສະຖານທູດຫວຽດນາມ ຈັດຕັ້ງ. ທີ່ພິທີຈູດທູບໃຕ້ທຽນອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີມິດຕະພາບ ຫວຽດນາມ - ກໍາປູເຈຍ, ຢູ່ນະຄອນຫຼວງພະນົມເປັນ, ສະມາຄົມ ຂະແມ - ຫວຽດນາມ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ ກໍາປູເຈຍ ໄດ້ອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນຕໍ່ສູ້ຢ່າງອົງອາດກ້າຫານ, ເສຍສະຫຼະຊີວິດເພື່ອພາລະກິດສາກົນອັນສູງສົ່ງ, ຊ່ວຍປະຊາຊົນກໍາປູເຈຍຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດອັນຮ້າຍກາດ ແລ້ວນໍາມາເຊິ່ງຊີວິດໃໝ່ໃຫ້ແກ່ປະເທດນີ້, ຊ່ວຍເພີ່ມພູນຄູນສ້າງໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ກໍາປູເຈຍ. ທ່ານ ເຈົາວັນຈີ, ປະທານສະມາຄົມ ຂະແມ - ຫວຽດນາມ ປະຈໍາ ກໍາປະເຈຍ, ຢັ້ງຢືນວ່າ:

“ນີ້ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອ ເພື່ອແນໃສ່ສຶກສາໃຫ້ຄົນລຸ້ນໜຸ່ມຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ກໍາປູເຈຍ ອາໄລຫາຄຸນງາມຄວາມດີຂອງລຸ້ນພໍ່ລຸ້ນອ້າຍ ແລະ ຮຽນຮູ້ຕື່ມອີກ ເພື່ອເພີ່ມພູນຄູນສ້າງໃຫ້ແກ່ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງຊາດ ຫວຽດນາມ ແລະ ກໍາປູເຈຍ ໄຫ້ຍືນຍົງຕະຫຼອດການ.”

ສືບຕໍ່ປະຕິບັດບັນດານະໂຍບາຍວັດທະນະທໍາມະນຸດ

ມາຮອດປັດຈຸບັນ, 97% ຄອບຄົວຜູ້ມີຄຸນງາມຄວາມດີ ແມ່ນມີລະດັບຄ່າຄອງຊີບທຽບເທົ່າ ຫຼື ສູງກວ່າລະດັບປານກາງຂອງປະຊາຊົນໃນເຂດ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ຍັງມີທະຫານເສຍອົງຄະ, ທະຫານເຈັບປ່ວຍຫຼາຍຄົນຍັງຕ້ອງສູ້ຊົນກັບຄວາມເຈັບປວດຈາກສົງຄາມ, ນັກຮົບເສຍສະຫຼະຊີວິດເພື່ອຊາດຫຼາຍຄົນ ຍັງບໍ່ທັນຊອກເຫັນອັດຖິ, ຍັງບໍ່ທັນຢ້ັງຢືນໄດ້ຊື່ ແລະ ນາມສະກຸນ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຖືກປະສົບກັບຄວາມຫຍຸ້ງຍາກໃນການດໍາລົງຊີວິດ. ຕໍ່ໜ້າສະພາບການຄວາມເປັນຈິງ, ພັກ, ລັດ ແລະ ປະຊາຊົນຫວຽດນາມຢັ້ງຢືນ ຈະສືບຕໍ່ເອົາໃຈໃສ່່ເບິ່ງແຍງດູແລຢ່າງລອບຄອບຖີ່ຖ້ວນເພື່ອຮັບປະກັນໃຫ້ຊີວິດທັງດ້ານວັດຖຸ ແລະ ຈິດໃຈຂອງຜູ້ມີຄຸນງາມຄວາມດີນັບມື້ນັບມີຊີວິດຢ່າງຄົບຖ້ວນ ແລະ ດີງາມກວ່າເກົ່າ. ທີ່ການພົບປະຜູ້ແທນແມ່ຫວຽດນາມ ວິລະຊົນ 300 ແມ່ ທີ່ຈັດຂຶ້ນເມື່ອທ້າຍອາທິດຜ່ານມາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

“ເລື່ອງປະຕິບັດນະໂຍບາຍບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີ ແມ່ນພັນທະໜ້າທີ່ອັນຍາວນານ ແລະ ເປັນປະຈໍາຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ. ພວກເຮົາສືບຕໍ່ປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບວຽກງານເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຢ່າງເຂັ້ມງວດ, ໂດຍສະເພາະແມ່ນເລື່ອງສືບຕໍ່ເພີ່ມທະວີວຽກງານເບິ່ງແຍງດູແລໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ສູ້ຊົນຮອດທ້າຍປີ 2020 ບັນລຸ 100% ຄອບຄົວຜູ້ມີຄຸນງາມຄວາມດີມີລະດັບຄ່າຄອງຊີບສູງກວ່າລະດັບປານກາງຂອງປະຊາຊົນໃນເຂດ.”

        ໃນຂະນະນັ້ນ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ກໍສືບຕໍ່ຍູ້ແຮງວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຊຸກຍູ້ການຮ່ວມມືສາກົນໃນການແລກປ່ຽນ, ສະໜອງຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບຂອງນົກຮົບເສຍສະຫຼະຊີວິດເພື່ອຊາດ; ສຸມໃສ່ລົງທຶນທາງດ້ານພາຫະນະອຸປະກອນ, ວັດຖຸເຕັກນິກທີ່ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຊອກຫາ, ທ້ອນໂຮມອັດຖິ ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ວຽກງານວິໄຈ ແຢນ ເພື່ອຢັ້ງຢືນຊື່ ແລະ ນາມສະກຸນຂອງອັດຖິທີ່ຍັງຂາດຂໍ້ມູນຢູ່.

ປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ ແມ່ນຕິດພັນກັບການເສຍສະຫຼະຢ່າງອົງອາດກ້າຫານຂອງນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ, ການເສຍສະຫຼະເລືອດເນື້ອຂອງທະຫານເສຍອົງຄະ ແລະ ເຫື່ອແຮງຂອງບັນດາຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ. ດັ່ງນັ້ນ, ບັນດາການເຄື່ອນໄຫວຈາລຶກບຸນຄຸນ, ອາໄລຫາຄຸນງາມຄວາມດີຂອງທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້, ກໍາລັງ ແລະ ຈະໄດ້ຮັບການຍົກສູງຂຶ້ນ, ພ້ອມທັງສະແດງໃຫ້ເຫັນຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າຂອງຊາດຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ