(vovworld) - ເລື່ອງເງິນຢວນຂອງຈີນ ຖືກຫຼຸດລາຄາຢ່າງລຽນຕິດໃນ 3 ວັນ ດ້ວຍລະດັບສະຖິຕິ, ນັບແຕ່ຈີນ ສ້າງລະບົບແລກປ່ຽນເງິນຕາທັນສະໄໝເມື່ອປີ 1994 ມາຮອດປະຈຸບັນນັ້ນ, ບໍ່ຕ່າງຫຍັງກັບແຜ່ນດິນໄຫວໃນຕະຫຼາດການເງິນພາກພື້ນ ແລະ ໂລກ. ເປັນຫຍັງຈີນ ຈຶ່ງຫຼຸດລາຄາເງິນຢວນຢ່າງລຽນຕິດ ແລະ ການກະທຳນີ້ຈະນຳມາເຊິ່ງຜົນປະໂຫຍດ ກໍ່ຄືສົ່ງຜົນສະທ້ອນຄືແນວໃດໃຫ້ແກ່ປະເທດຈີນ? ນີ້ແມ່ນສິ່ງທີ່ບັນດານັກໄຈ້ແຍກ, ວົງການນັກສັງເກດດ້ານການເງິນພວມຕິດຕາມ ແລະ ໄຈ້ແຍກຢ່າງໃກ້ຊິດໃນຊຸມມື້ຜ່ານມາ.
(ພາບ,google.com.vn)
ຕາມທຳມະດາ, ອັດຕາແລກປ່ຽນເງິນຕາຕ້ອງເປັນປົກກະຕິ ເພື່ອປັບປຸງຄວາມເຊື່ອໝັ້ນໃຫ້ບັນດານັກລົງທຶນຕ່າງປະເທດ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ຈຳກັດຄວາມສ່ຽງໃຫ້ບັນດາວິສາຫະກິດຂາອອກຂາເຂົ້າ, ພ້ອມທັງຊ່ວຍປະຊາຊົນມີຄວາມເຊື່ອໝັ້ນຕໍ່ເງິນຢວນ ແລະ ຮັກສາສະຖຽນລະຖາບດ້ານເສດຖະກິດມະຫາພາກ, ແຕ່ຈີນ ພັດຕົກລົງຫຼຸດອັດຕາແລກປ່ຽນເງິນຢວນດ້ວຍລະດັບສະຖິຕິໃນ 20 ປີມານີ້. ພາຍໃນ 3 ວັນທ້າຍສັບປະດາ, ເງິນຢວນຖືກຫຼຸດລາຄາເຖິງ 4,6%. ຕະຫຼາດການເງິນທົ່ວໂລກກໍ່ຖືກຜົນສະທ້ອນຢ່າງຮ້າຍແຮງ.
ແກ້ໄຂສະພາບຊຸດໂຊມເສດຖະກິດ, ຊຸກຍູ້ການສົ່ງອອກ
ໃນປະຫວັດແຫ່ງເງິນຕາສາກົນ, ເມື່ອເສດຖະກິດຖືກຢຸດໄວ້ ແລະ ຊຸດໂຊມ ປະເທດຕ່າງໆຈະຕ້ອງເລືອກເຟັ້ນວິທີແກ້ໄຂ, ດ້ວຍເຄື່ອງມືແມ່ນອັດຕາແລກປ່ຽນເງິນຕາ. ສຳລັບຈີນ ກໍ່ເຊັ່ນດຽວກັນ. ຕາມການສະຖິຕິແລ້ວ, ພື້ນຖານເສດຖະກິດຂອງຈີນ ພວມເຕີບໂຕໃນລະດັບຊັກຊ້າທີ່ສຸດ ນັບແຕ່ 6 ປີມານີ້. ການສົ່ງອອກຂອງຈີນ ໃນເດືອນ 7 ໄດ້ຫຼຸດລົງເຖິງ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2014. ການຜະລິດເຕີບໂຕຕຳ່ກວ່າລະດັບພະຍາກອນ, ລະດັບສິນເຊື່ອກໍ່ມີເຕີບໂຕຊ້າໄວ້. ຍ້ອນເຫດນັ້ນ, ນັກຊ່ຽວຊານຫຼາຍຄົນຖືວ່າ ເພື່ອໜູນຊ່ວຍບັນດານັກສົ່ງອອກພາຍໃນປະເທດ, ເພີ່ມລັກສະນະແກ່ງແຍ້ງຂອງສິນຄ້າ, ຈີນ ໄດ້ເລືອກໄລຍະນີ້ເພື່ອຫຼຸດລາຄາເງິນຢວນລົງ. ແຕ່ບັນດານັກໄຈ້ແຍກສ່ວນຫຼາຍພັດຖືວ່າ, ນອກຈາກເຫດໜູນຊ່ວຍການສົ່ງອອກແລ້ວ, ການຫຼຸດລາຄາເງິນຢວນຍັງແມ່ນການກະທຳທີ່ມີຈຸດປະສົງຂອງຈີນເພື່ອແນໃສ່ຍາດເອົາທ່າໄດ້ປຽບໃນການແກ່ງແຍ້ງ. ສິ່ງດັ່ງກ່າວໄດ້ເປັນການກະທົບເຖິງຕະຫຼາດເງິນຕາໂລກ. ເຮັດໃຫ້ສະກຸນເງິນຂອງບັນດາປະເທດອົດສະຕາລີ, ສເກົາຫຼີ, ອິນເດຍ ແລະ ສິງຄະໂປກໍ່ຖືກຫຼຸດລາຄາໃນລະດັບກວ່າ 1%.
ຄວາມມານະພະຍາຍາມຫັນເງິນຢວນເປັນສະກຸນເງິນສາກົນ
ການຫຼຸດລາຄາເງິນຢວນ ເພື່ອແນໃສ່ໜູນຊ່ວຍໃຫ້ແກ່ການສົ່ງອອກ ກໍ່ຄືໜູນຊ່ວຍໃຫ້ແກ່ການເຕີບໂຕ. ແຕ່ສິ່ງທີ່ເລິກເຊິ່ງກວ່ານັ້ນແມ່ນ, ມັນນອນໃນວິວັດການຫັນເງິນຢວນເປັນສະກຸນເງິນສາກົນ. ນັບແຕ່ດົນນານມາແລ້ວ, ຈີນ ຍາມໃດກໍ່ຊອກຫາວິທີ ເພື່ອນຳເງິນຢວນເຂົ້າຮ່ວມກຸ່ມເງິນຕາທີ່ມີສິດຖອນທຶນພິເສດ (SDR) ແລະ ແມ່ນໜຶ່ງໃນບັນດາເງິນຕາຕ່າງປະເທດ ພ້ອມກັບ USD, ເອີໂຣ, ເງິນເຢັນ (ຍີ່ປຸ່ນ) ກາຍເປັນສະກຸນເງິນສະສົມຂອງໂລກ. ແຕ່ຄວາມຈິງແລ້ວ, ຄວາມມານະພະຍາຍາມຫັນເງິນຢວນເປັນສະກຸນເງິນສາກົນຂອງປັກກິງ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຖິງວ່າຈີນ ໄດ້ຊື້ພັນທະບັດຂອງກອງທຶນເງິນຕາສາກົນ (IMF) 50 ຕື້ USD ດ້ວຍເງິນຢວນແຕ່ເດືອນ 9/2009 ແລ້ວກໍ່ຕາມ, ແຕ່ບັນດາຂໍ້ຕົກລົງແລກປ່ຽນທຸລະກຳດ້ວຍເງິນຢວນລະຫວ່າງຈີນ ກັບບາງປະເທດແມ່ນໜ້ອຍສຸດ. ປະເທດຕ່າງໆບໍ່ອາດນຳໃຊ້ເງິນຢວນເພື່ອນຳເຂົ້າສິນຄ້າຈາກປະເທດທີ 3, ຫຼືຊຳລະໃຫ້ທະນາຄານຕ່າງປະເທດ ກໍ່ຄືໃຫ້ຜູ້ລົງທຶນພັນທະບັດຕ່າງປະເທດໄດ້. ມາຮອດປະຈຸບັນ, ພັນທະບັດເປັນເງິນຢວນພຽງແຕ່ຂາຍໄດ້ຢູ່ປະເທດດຽວແມ່ນຈີນ, ຜ່ານລະບົບທະນາຄານຈີນ ຫຼືອົງການການເງິນຫຼາຍຝ່າຍຈຳນວນໜຶ່ງເທົ່ານັ້ນ.
ຍ້ອນເຫດນັ້ນເລື່ອງຫຼຸດລາຄາງິນຢວນຄັ້ງນີ້ຂອງປັກກິງ ເພື່ອແນໃສ່ພິສູດໃຫ້ເຫັນລັກສະນະໄຫວພິບຂອງກົນໄກອັດຕາແລກປ່ຽນເງິນຕາ, ເຊິ່ງແມ່ນໜຶ່ງໃນບັນດາເງື່ອນໄຂ ເພື່ອໃຫ້ຈີນ ເຊື່ອມໂຍງເຂົ້າຕະຫຼາດການເງິນທົ່ວໂລກ.
ຜົນຢ້ອນຫຼັງທີ່ກົງກັນຂ້າມ
ຄຽງຂ້າງບັນດາຜົນປະໂຫຍດໃນຕໍ່ໜ້າ, ວົງການນັກໄຈ້ແຍກກໍ່ຖືວ່າ, ຈີນ ເອງກໍ່ຕ້ອງຮັບຜົນສະທ້ອນຢ່າງໃຫຍ່ຫຼວງຈາກການບັບອັດຕາແລກປ່ຽນເງິນຕາຄັ້ງນີ້. ຄາດວ່າເມື່ອອັດຕາແລກປ່ຽນເງິນຕາຂອງຈີນ ຫຼຸດລົງ 1%, ຈະຊ່ວຍໃຫ້ການສົ່ງອອກຂອງຈີນ ເພີ່ມຂື້ນ, ແຕ່ກໍ່ມີທຶນປະມານ 40 ຕື້ USD ຖືກຖອນອອກຈາກຕະຫຼາດຈີນ. ການຜັນແປຂອງອັດຕາແລກປ່ຽນເງິນຕາ ໄດ້ສົ່ງຜົນສະທ້ອນຫຼາຍເຖິງຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ອະສັງຫະລິມຊັບ ແລະ ການເງິນ.
ເຫັນໄດ້ຜົນຢ້ອນຫຼັງທີ່ກົງກັນຂ້າມ, ພາຍຫຼັງຫຼຸດລາຄາເງິນຢວນລົງລະດັບສະຖິຕິແລ້ວ, ຈີນ ໄດ້ຄ່ອຍເພີ່ມລາຄາເງິນຢວນຂຶ້ນ. ຍ້ອນເຫດນັ້ນ, ບັນດານັກໄຈ້ແຍກໄດ້ຖືກວ່າ ນີ້ແມ່ນການກະທຳທີ່ມີຈຸດປະສົງຂອງປັກກິງ. ດ້ານໜຶ່ງແມ່ນເພື່ອແນໃສ່ຊຸກຍູ້ພື້ນຖານເສດຖະກິດ, ຮັກສາລະດັບເຕີບໂຕ ແລະ ວຽກເຮັດງານທຳ, ດ້ານໜຶ່ງແມ່ນຍົກສູງສິດອຳນາດໃຫ້ເງິນຢວນ, ຊ່ວຍປະເທດນີ້ປະຕິບັດບັນດາຄາດໝາຍການທູດ ແລະ ປັບປຸງບົດບາດໃຈກາງຂອງເຂົາເຈົ້າໃນພື້ນຖານເສດຖະກິດທົ່ວໂລກຢ່າງສະບາຍ.