ເພີ່ມທະວີການປະຕິບັດ UNCLOS ແລະ ຮັກສາຄວາມເປັນລະບຽບທາງນິຕິກຳຢູ່ທະເລຕາເວັນອອກ

(VOVWORLD) -  ຫວຽດນາມ ແມ່ນປະເທດຕັ້ງຢູ່ແຄມທະເລ ແລະ ມີຝັ່ງທະເລຍາວກ່ວາ 3.260 ກິໂລແມັດ ລວມມືເກາະໃຫຍ່ນ້ອຍນັບພັນແຫ່ງ ໃນນັ້ນ ມີໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ຫວຽດນາມ ຍາມໃດກໍ່ຖືກເປົ້າໝາຍ, ຄະຕິທຳ ແລະ ຄວາມມານະພະຍາຍາມໃນການປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ເປັນສຳຄັນ. 

ໄປຄຽງຄູ່ກັນນັ້ນ ຫວຽດນາມ ກໍ່ຢຶດໝັ້ນ, ເດັດຂາດຮຽກຮ້ອງໃຫ້ບັນດາປະເທດອື່ນ ເຄົາລົບບັນດາພັນທະຂອງ UNCLOS, ຜ່ານນັ້ນ ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມເປັນລະບຽບທາງນິຕິກຳຢູ່ທະເລ, ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລທີ່ມີສັນຕິພາບ ແລະ ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ບັນດາປະເທດທັງໝົດໃນພາກພື້ນ.

ເພີ່ມທະວີການປະຕິບັດ UNCLOS ແລະ ຮັກສາຄວາມເປັນລະບຽບທາງນິຕິກຳຢູ່ທະເລຕາເວັນອອກ - ảnh 1 ເພີ່ມທະວີການປະຕິບັດ UNCLOS ແລະ ຮັກສາຄວາມເປັນລະບຽບທາງນິຕິກຳຢູ່ທະເລຕາເວັນອອກ (ພາບ: TTXVN)

        ເປັນສະມາຊິກຂອງສົນທິສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ເນື້ອທີ່ບັນດາເຂດທະເລ ແລະ ເຂດໄຫຼ່ທະວີບ ຊື່ງ ຫວຽດນາມ ໄດ້ຊົມໃຊ້ສິດຜົນປະໂຫຍດສຳລັບເຂດທະເລ ແລະ ຊັບພະຍາກອນຕາມຂໍ້ກຳນົດຂອງສົນທິສັນຍາແມ່ນປະມານເກືອບ 1 ລ້ານກິໂລຕາແມັດ, ທົບ 3 ເທົ່າເນື້ອທີ່ດິນຕໍ່ແຜ່ນ. ຫວຽດນາມ ກໍ່ມີອະທິປະໄຕສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ບໍ່ອາດປະຕິເສດໄດ້, ບົນພື້ນຖານບັນດາຂໍ້ກຳນົດຂອງສົນທິສັນຍາ ແລະ ບັນດາຫຼັກການຂອງກົດໝາຍສາກົນ.

ຍາມໃດກໍ່ປະຕິບັດພັນທະຕາມສົນທິສັນຍາຢ່າງຄົບຖ້ວນ

       ເພື່ອສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ເຈດຕະນາດີຂອງປະເທດສະມາຊິກສົນທິສັນຍາ, ໃນຊຸມປີຜ່ານມາ, ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ປະຕິບັດບັນດາພັນທະຕາມສົນທິສັນຍາຢ່າງຄົບຖ້ວນ, ສ້າງລະບົບກົດໝາຍແຫ່ງຊາດໃຫ້ສົມບູນແບບເທື່ອລະກ້າວ, ໝູນໃຊ້ບັນດາຂໍ້ກຳນົດຂອງສົນທິສັນຍາ ໃນການກຳນົດບັນດາເຂດທະເລ ແລະ ກຳນົດເສັ້ນຊາຍແດນທາງທະເລກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຄຸ້ມຄອງ ແລະ ນຳໃຊ້ທະເລ, ພ້ອມທັງຮ່ວມມືກັບບັນດາປະເທດໃນຂົງເຂດທະເລໃຫ້ເໝາະສົມກັບບັນດາຂໍ້ກຳນົດຂອງສົນທິສັນຍາ ຕາມທິດອະນຸລັກຮັກສາ ແລະ ນຳໃຊ້ບັນດາແຫຼ່ງຊັບພະຍາກອນທະເລຢ່າງໝັ້ນຄົງ, ຮັບໃຊ້ການພັດທະນາແບບຍືນຍົງ.

        ເພື່ອເຮັດໃຫ້ເໝາະສົມກັບບັນດາຂໍ້ກຳນົດຂອງສົນທິສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍທະເລ ຫວຽດນາມ ປີ 2012 ແນໃສ່ເຫັນດີເປັນເອກະພາບຕໍ່ການຄຸ້ມຄອງເລື່ອງວາງແຜນກຳນົດ, ນຳໃຊ້, ສຳຫລວດ, ຂຸດຄົ້ນຊັບພະຍາກອນທະເລ ແລະ ຄຸ້ມຄອງບັນດາເຂດທະເລ, ເຂດໄຫຼ່ທະວີບ, ທະເລໝູ່ເກາະຂອງ ຫວຽດນາມ, ກໍ່ຄືແກ້ໄຂການຂັດແຍ້ງກັນຢູ່ທະເລ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວເດີນສຳຄັນໃນການຫັນເອົາບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລເຂົ້າໃນລະບົບກົດໝາຍພາຍໃນປະເທດ, ສ້າງຄວາມສະດວກໃຫ້ແກ່ການຄຸ້ມຄອງທີ່ ເປັນເອກະພາບກ່ຽວກັບທະເລ ແລະ ພັດທະນາເສດຖະກິດທະເລ ຫວຽດນາມ. ພ້ອມກັບເລື່ອງປະກາດໃຊ້ກົດໝາຍວ່າດ້ວຍທະເລ, ສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ຮັບຮອງເອົາປະມວນກົດໝາຍວ່າດ້ວຍການເດີນທະເລ 2015 ຊື່ງມີຜົນສັກສິດນັບແຕ່ວັນທີ 01 ກໍລະກົດ 2017 ເປັນຕົ້ນມາ, ດັດປັບບັນດາການເຄື່ອນໄຫວຈະລາຈອນໃນການເດີນເຮືອຢູ່ທະເລ, ລະບອບລະບຽບການການເຂົ້າ-ອອກທ່າກ່ຳປັ່ນ ຫວຽດນາມ. ຫວຽດນາມ ກໍ່ໄດ້ຮັບຮອງເອົາເອກະສານນິຕິກຳອື່ນຫລາຍສະບັບ ທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ນຳໃຊ້ທະເລ ແລະ ມະຫາສະໝຸດຄື ກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະ (2015), ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (2014), ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ (2003), ດຳລັດເລກທີ 143 ລົງວັນທີ 14 ທັນວາ 2017 ຂອງລັດຖະບານວ່າດ້ວຍການກຳນົດການປົກປ້ອງກິດຈະການເດີນເຮືອ, ດຳລັດເລກທີ 71 ລົງວັນທີ 03 ກັນຍາ 2015 ຂອງລັດຖະບານວ່າດ້ວຍການຄຸ້ມຄອງການເຄື່ອນໄຫວຂອງຄົນ ແລະ ພາຫະນະໃນເຂດຊາຍແດນທະເລ.

ມານະພະຍາຍາມໝູນໃຊ້ UNCLOS 1982 ໃຫ້ມີປະສິດທິຜົນ

ດ້ວຍແຜນນະໂຍບາຍ ສະເໝີຕົ້ນສະເໝີປາຍທີ່ວ່າ ຜ່ານບັນດາມາດຕະການໂດຍສັນຕິວິທີ ເພື່ອແກ້ໄຂການຂັດແຍ່ງ, ຄວາມບໍ່ລົງລອຍກັນຢູ່ທະເລ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການໝູນໃຊ້ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເພື່ອແກ້ໄຂບັນດາການຂັດແຍ່ງກັນ ກ່ຽວກັບການແບ່ງກໍານົດເຂດແດນທະເລກັບບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນ ຍາມໃດກໍຖືຫຼັກການຍຸຕິທໍາເປັນສໍາຄັນ ເພື່ອຊອກຫາມາດຕະການແກ້ໄຂໃຫ້ເໝາະສົມ. ຕາມນັ້ນແລ້ວ, ຫວຽດນາມ ໄດ້ລົງນາມ ໃນສັນຍາວ່າດ້ວຍການແບ່ງກໍານົດເຂດແດນທະເລ ກັບ ໄທ ໃນວັນທີ 09 ສິງຫາ 1997; ລົງນາມໃນສັນຍາວ່າດ້ວຍການແບ່່ງກໍານົດເຂດ ອ່າວພາກເໜືອ ແລະ ສັນຍາວ່າດ້ວຍການຮ່ວມມືໃນອາຊີບຫາປາຢູ່ເຂດອ່າວພາກເໜືອໃນວັນທີ 25 ທັນວາ 2000 ກັບ ຈີນ; ລົງນາມໃນສັນຍາວ່າດ້ວຍການແບ່ງກໍານົດ ເຂດແດນໄຫຼ່ທະວີບກັບ ອິນໂດເນເຊຍ ໃນວັນທີ 26 ມິຖຸນາ 2003. ການລົງນາມໃນເອກະສານສະບັບຕ່າງໆເຫຼົ່ານີ້ ໄດ້ສະແດງໃຫ້ເຫັນການໜູນໃຊ້ບັນດາຂໍ້ກໍານົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢ່າງມີຫົວຄິດປະດິດສ້າງ, ອັນໄດ້ປະກອບສ່ວນ ແລະ ເຮັດໃຫ້ກົດໝາຍສາກົນທີ່ກ່ຽວຂ້ອງເຖິງການແບ່ງກໍານົດ ເຂດແດນທະເລ ມີຄວາມອຸດົມສົມບູນຂຶ້ນຕື່ມ. ບົນພື້ນຖານຂອງບັນດາຂໍ້ກໍານົດຂອງສົນທິສັນຍາ, ຫວຽດນາມພວມຊຸກຍູ້ການເຈລະຈາ ແບ່ງກໍານົດເຂດແດນ ແລະ ຮ່ວມມືພ້ອມກັນພັດທະນາຢູ່ເຂດນອກປາກອ່າວພາກເໜືອ ກັບ ຈີນ; ເຈລະຈາການແບ່ງກໍານົດເຂດເສດຖະກິດຈໍາເພາະກັບ ອິນໂດເນເຊຍ ແລະ ເຈລະຈາກ່ຽວກັບບັນດາບັນຫາຢູ່ທະເລ ກັບບັນດາປະເທດບ້ານໃກ້ເຮືອນຄຽງອື່ນ.

ພ້ອມກັນນັ້ນ, ຫວຽດນາມ ຍາມໃດກໍຕັ້ງໜ້າຕໍ່ສູ້ປົກປັກຮັກສາກົດໝາຍສາກົນ, ລວມທັງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ເມື່ອປຶກສາຫາລືກ່ຽວກັບບັນດາບັນຫາຂັດແຍ່ງກັນຢູ່ທະເລຕາເວັນອອກໃນບັນດາເວທີປາໄສສາກົນ, ຫວຽດນາມ ຢຶດໝັ້ນຮຽກຮ້ອງໃຫ້ “ເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982”, ໂດຍຖືນີ້ແມ່ນຫຼັກການເພື່ອແກ້ໄຂບັນດາການຂັດແຍ່ງທີ່ກ່ຽວຂ້ອງເຖິງເຂດທະເລໝູ່ເກາະ. ຫວຽດນາມ ໄດ້ມານະພະຍາຍາມນໍາຫຼັກການດັ່ງກ່າວເຂົ້າໃນເອກະສານສະບັບຕ່າງໆຂອງອາຊຽນ, ນັບທັງ “ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ” (DOC); ຖະແຫຼງການ 6 ຂໍ້ໃນວັນທີ 20 ກໍລະກົດ 2012 ຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ”; ຮ່າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC, ໃນການເຈລະຈາລະຫວ່າງຫວຽດນາມ ແລະ ບັນດາປະເທດ ທີ່ເຫັນດີເປັນເອກະພາບຕໍ່ຫຼັກການ COC ວ່າ ຕ້ອງນໍາໃຊ້ ສົນທິສັນຍາ UNCLOS ເປັນພື້ນຖານ). ດ້ວຍຄວາມມານະພະຍາຍາມຂອງຫວຽດນາມ, ເນື້ອໃນ “ອີງໃສ່ກົດໝາຍສາກົນ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເພື່ອຊອກຫາມາດຕະການພື້ນຖານໃນໄລຍະຍາວໃຫ້ແກ່ການຂັດແຍ່ງກັນຢູ່ທະເລຕາເວັນອອກ” ໄດ້ນຳເຂົ້າໃນ “ຂໍ້ຕົກລົງວ່າດ້ວຍບັນດາຫຼັກການພື້ນຖານ ຊີ້ນໍາການແກ້ໄຂບັນຫາຢູ່ທະເລ ຫວຽດນາມ - ຈີນ” ເຊິ່ງໄດ້ລົງນາມໃນວັນທີ 10 ພະຈິກ 2011.

ຄວາມຈິງ ພວມຊີ້ໃຫ້ເຫັນບັນດາພະຍານຫຼັກຖານທີ່ມີຊີວິດຊີວາ ເຊິ່ງໄດ້ສະແດງໃຫ້ເຫັນເຈດຕະນາດີ, ຄວາມຕັ້ງໜ້າ, ຄວາມຕັດສິນໃຈ ແລະ ຄໍາໝັ້ນສັນຍາຢ່າງຈິງໃຈຂອງລັດຖະບານຫວຽດນາມ ສໍາລັບເລື່ອງເຄົາລົບ ແລະ ປະຕິບັດບັນດາຂໍ້ກໍານົດຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ພ້ອມທັງສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະ ແຜນນະໂຍບາຍ ສະເໝີຕົ້ນສະເໝີປາຍຂອງຫວຽດນາມໃນວຽກງານຮ່ວມມືແກ້ໄຂບັນດາການຂັດແຍ່ງກັນ, ຄວາມບໍ່ລົງລອຍກັນຢູ່ທະເລ ໂດຍສັນຕິວິທີ ແລະ ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982. ເປັນທີ່ຈະແຈ້ງແລ້ວວ່າ, ເລື່ອງ ຈີນ ປະກາດອະທິປະໄຕສໍາລັບບາງເຂດຢູ່ທະເລຕາເວັນອອກຕາມລໍາພັງຝ່າຍດຽວນັ້ນ ແມ່ນການກະທໍາບໍ່ຫົວຊາຕໍ່ກົດໝາຍສາກົນ, ບໍ່ເຄົາລົບປະຫວັດສາດ ແລະ ຄວາມຈິງ, ເປັນການກະທໍາທ້າທາຍປະຊາຄົມພາກພື້ນ ແລະ ສາກົນ. ໃນສະພາບການນັ້ນ, ເລື່ອງເຄົາລົບ ແລະ ປະຕິບັດເນື້ອໃນຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ຢ່າງຄົບຖ້ວນນັ້ນ ຍິ່ງມີບົດບາດສໍາຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ພາກພື້ນ. ຫວຽດນາມ ຢາກໃຫ້ ບັນດາປະເທດທີ່ມີສ່ວນກ່ຽວຂ້ອງ ຈົ່ງເຄົາລົບຫຼັກການ, ກົດໝາຍຢູ່ບັນດາເຂດທະເລ ແລະ ມະຫາສະໝຸດ, ພ້ອມກັນປະຕິບັດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ໃຫ້ເປັນຢ່າງດີ, ພ້ອມກັນສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ ແລະ ນໍາມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ທຸກປະເທດໃນພາກພື້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ