(ພາບປະກອບ)
(vovworld) - ວັນທີ 23/1, ປະທານາທິບໍດີຄົນໃໝ່ ອາເມລິກາ Donald Trump ໄດ້ລົງນາມໃນລັດຖະດຳລັດ ອຳນາດບໍລິຫານຢ່າງເປັນທາງການແມ່ນຖອນປະເທດນີ້ອອກຈາກສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ປະທານາທິບໍດີ Donald Trump ປະຕິບັດຄຳໝັ້ນສັນຍາ ເຊິ່ງທ່ານໄດ້ຍົກອອກມາໃນການຫາສຽງເລືອກຕັ້ງປະທານາທິບໍດີເມື່ອປີ 2016 ແລະ ສັນຍາການຄ້າເສລີລຸ້ນໃໝ່ນີ້ພວມຕົກຢູ່ໃນສະພາບອາດຈະຖືກຍຸບເລີກ.
TPP ໄດ້ຮັບການສະເໜີ ແລະ ປຶກສາຫາລືໃນຕະຫຼອດເວລາ 10 ປີຜ່ານມາ, ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກສະມາຊິກສ່ວນຫຼາຍໃນປີ 2016. TPP ດ້ວຍການເຂົ້າຮ່ວມຂອງ 12 ປະເທດ ໄດ້ຮັບຖືວ່າແມ່ນຂໍ້ຕົກລົງ “ເຂັ້ມຊີ້ທິດ“ ໃຫ້ການເຄື່ອນໄຫວການຄ້າທົ່ວໂລກ. TPP ຈະມີຜົນສັກສິດ ຖ້າຫາກວ່າໄດ້ຮັບການເຊັນອະນຸມັດຈາກສະພາແຫ່ງຊາດຢ່າງໜ້ອຍສຸດແມ່ນ 6 ປະເທດສະມາຊິກ, ກວມຢ່າງໜ້ອຍສຸດແມ່ນ 86% GDP ຂອງທຸກຝ່າຍທີ່ເຂົ້າຮ່ວມ. ສະເພາະ ອາເມລິກາ ໄດ້ກວມເຖິງ ກວ່າ 60% GDP ຂອງ 12 ປະເທດເຂົ້າຮ່ວມ TPP .
ສາຍເຫດທີ່ພາໃຫ້ ອາເມລິກາບໍ່ຢາກເຂົ້າຮ່ວມ TPP
TPP ລວມມີບັນດາປະເທດສະມາຊິກຄື: ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມັກຊີໂກ, ນີວຊີແລນ, ເປຣູ, ສິງກະໂປ, ອາເມລິກາ, ຫວຽດນາມ. ອາເມລິກາ ແລະ 11 ປະເທດຄູ່ຮ່ວມມືບັນລຸໄດ້ຂໍ້ຕົກລົງ TPP ເມື່ອເດືອນ 10/2015. ຂໍ້ຕົກລົງນີ້ພວມຢູ່ໃນໄລຍະລໍຖ້າສະພາແຫ່ງຊາດບັນດາປະເທດພາຄີເຊັນອະນຸມັດແມ່ນ 2 ປີ.
ສຳລັບ ອາເມລິກາແລ້ວ, ໃນຂະນະທີ່ການເລືອກຕັ້ງປະທານາທິບໍດີພວມຢູ່ໃນໄລຍະຄ້ຽວຂາດນັ້ນ, ຜູ້ສະໝັກເລືອກຕັ້ງທັງສອງທ່ານ ແມ່ນທ່ານ Donald Trump ຂອງພັກສາທາລະນະ ແລະ ທ່ານນາງ Hillary Clinton ຂອງພັກ ປະຊາທິປະໄຕ ລ້ວນແຕ່ບໍ່ສະໜັບສະໜູນຕໍ່ເລື່ອງຮັບຮອງເອົາ TPP, ເຊິ່ງແມ່ນໜຶ່ງໃນບັນດາມໍລະດົກໃຫຍ່ເຊິ່ງປະທານາທິບໍດີອາຍຸການກ່ອນທ່ານ Barack Obama ໄດ້ປະໄວ້. ສາຍເຫດແມ່ນຍ້ອນວ່າ, ຊາວ ອາເມລິກາ ນັບມື້ນັບຮັບຮູ້ຢ່າງຈະແຈ້ງ ກ່ຽວກັບການກະທົບທີ່ຫຍໍ້ທໍ້ຂອງ ໂລກາພິວັດ, ແມ່ນໜຶ່ງໃນບັນດາສາຍເຫດທີ່ພາໃຫ້ ອັງກິດຕ້ອງລົງປະຊາມະຕິ ຖອນອອກຈາກສະຫະພາບເອີລົບ (ອີຢູ). ນັບແຕ່ພາຍຫຼັງວິກິດການດ້ານການເງິນເມື່ອປີ 2008, ໃນ 8 ປີຜ່ານມາ, ເສດຖະກິດ ອາເມລິກາ ໄດ້ຮັບການຟື້ນຟູຢ່າງຊັກຊ້າ, ພາໄປເຖິງສະພາບຂາດຄວາມສະເໝີພາບດ້ານລາຍຮັບ, ສັງຄົມ ແລະ ການຜະລິດຖືກຮັດແຄບໄວ້. ຍ້ອນເຫດນັ້ນ, ຊາວ ອາເມລິກາ ຫຼາຍຄົນ ໄດ້ຖີ້ມໂທດໃຫ້ພື້ນຖານເສດຖະກິດຂອງປະເທດເວົ້າສະເພາະ ແລະ ສະພາບໂລກາພິວັດເວົ້າລວມ.
ໃນສະພາບການນັ້ນ, ທ່ານ Donald Trump ແມ່ນຜູ້ທີ່ເຄີຍສະໜັບສະໜູນການຄ້າເສລີ ແລະ ທັງເປັນຜູ້ທີ່ໄດ້ສະເໜີສ້າງຂໍ້ຕົກລົງດ້ານການຄ້າເສລີ ອາເມລິກາເໜືອ ໃຫ້ສຳເລັດ, ຈັດວາງອັດຕາພາສີ 35%-45% ສຳລັບສິນຄ້ານຳເຂົ້າຈາກ ເມັກຊີໂກ ແລະ ຈີນ. ເຖິງຢ່າງໃດກໍ່ຕາມ, ທ່ານ Donald Trump ພັດຄັດຄ້ານ TPP ຢ່າງຂ້ຽວຂາດ ແລະ ຖືວ່ານີ້ແມ່ນ “ຂໍ້ຕົກລົງທີ່ຮ້າຍແຮງ“. ດັ່ງນັ້ນ, ວຽກງານທຳອິດເມື່ອກາຍເປັນປະທານາທິບໍດີ ອາເມລິກາ ຢ່າງເປັນທາງການ ນັ້ນແມ່ນຢຸດຕິ TPP.
ອະນາຄົດຂອງສັນຍາການຄ້າເສລີລຸ້ນໃໝ່?
ພາຍຫຼັງທີ່ປະທານາທິບໍດີຄົນໃໝ່ ອາເມລິກາ Donald Trump ເຊັນລັດຖະດຳລັດຖອນປະເທດນີ້ອອກຈາກTPP ຢ່າງເປັນທາງການ, ຫາງສຽງໂລກໄດ້ມີປະຕິກິລິຍາທີ່ແຕກຕ່າງກັນ. ຍີ່ປຸ່ນໃຫ້ຮູ້ວ່າຈະ “ໝູນໃຊ້ກາລະໂອກາດທຸກຢ່າງ“ ເພື່ອເກ້ຍກ່ອມ ປະທານາທິບໍດີຄົນໃໝ່ ອາເມລິກາ Donald Trump ກ່ຽວກັບຄວາມໝາຍຂອງເລື່ອງເຂົ້າຮ່ວມ TPP. ສ່ວນ ນິວຊີແລນ ກໍ່ໃຫ້ຮູ້ວ່າ ປະເທດນີ້ພວມປຶກສາຫາລືກ່ຽວກັບ “ແຜນການ B“ ສຳລັບ TPP ແລະ ຈີນກໍ່ອາດຈະເຂົ້າຮ່ວມ TPP. ເຢຍລະມັນ ໃຫ້ຂໍ້ສັງເກດວ່າ, ບັນດາວິສາຫະກິດປະເທດນີ້ ອາດຈະໝູນໃຊ້ທ່າໄດ້ປຽບເພື່ອກຳເອົາບັນດາກາລະໂອກາດດຳເນີນທຸລະກິດຢູ່ ອາຊີ ແລະ ອາເມລິກາໃຕ້ ພາຍຫຼັງທີ່ ວໍຊິງຕັນຖອນອອກຈາກ TPP. ໃນຂະນະນັ້ນ, ຢູ່ປະເທດ ອາເມລິກາເອງ ກໍ່ໄດ້ມີຄວາມເຫັນຄັດຄ້ານຢ່າງແຮງ. ວັນທີ 23/1, ທ່ານປະທານກຳມາທິການກຳລັງກອງທັບ, ສະພາສູງ ອາເມລິກາ, ສະມາຊິກສະພາສູງ ອາເມລິກາ John McCain ໄດ້ອອກຖະແຫຼງການຕຳໜິຕິຕຽນການກະທຳນີ້ວ່າແມ່ນ “ຄວາມຜິດພາດຢ່າງຮ້າຍແຮງ“.
TPP ບໍ່ພຽງແຕ່ມີຄວາມໝາຍດ້ານເສດຖະກິດເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານພູມສາດການເມືອງອີກດ້ວຍ. ຂໍ້ຕົກລົງລວມມີບັນດາຫຼັກການຂ້າມຊາຍແດນທີ່ກ່ຽວຂ້ອງເຖິງບັນດາບັນຫາຊັບສິນທາງປັນຍາ, ການແກ້ໄຂຄວາມຂັດແຍ້ງກັນ ແລະ ບົດບາດຂອງບັນດາລັດວິສາຫະກິດ. TPP ຫວັງວ່າຈະບັນລຸໄດ້ຄວາມເຫັນດີເຫັນພ້ອມຈາກສາກົນ ແລະ ຄອບຄອງບັນດາບັນຫາເສດຖະກິດທີ່ພວມພົ້ນເດັ່ນຂຶ້ນໃນທົ່ວໂລກ.
ໂດຍສັງເກດຈາກທັດສະນະດ້ານເສດຖະກິດ ຈະບໍ່ມີຄວາມເສຍຫາຍຫຼາຍສຳລັບພື້ນຖານເສດຖະກິດໂລກ ຖ້າຫາກວ່າ TPP ຖືກຫຼົງລື່ມ. ຊ້ຳບໍ່ໜຳ, ການຊຸດໂຊມຂອງມັນອາດຈະແມ່ນປະຖົມປັດໄຈ ແລະ ໄດ້ເປີດກາລະໂອກາດຫຼາຍຢ່າງທີ່ດີກ່ວາເພື່ອໃຫ້ບັນດາມາດຕະການເສດຖະກິດໄດ້ດີກ່ວາ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດານັກຊ່ຽວຊານດ້ານເສດຖະກິດ ຖືວ່າ: ສິ່ງທີ່ເປັນໜ້າວິຕົກວັງວົນນັ້ນແມ່ນການລົ້ມລະລາຍຂອງ TPP ຈະສ້າງຊ່ອງຫວ່າງຢູ່ ອາຊີ, ບັນຫາທີ່ ທ່ານ Barack Obama, ອະດິດປະທານາທິບໍດີອາເມລິກາ ໄດ້ປະກອບເຫື່ອແຮງໃນຕະຫຼອດ 8 ປີທີ່ຜ່ານມາເພື່ອສ້າງຜົນສະທ້ອນຢູ່ພາກພື້ນ ອາຊີ - ປາຊີຟິກ. ປະເທດ ຈີນ ໄດ້ກຽມພ້ອມປ່ຽນແທນເພື່ອກາຍເປັນການນຳພາກພື້ນໃນການສ້າງບັນດາຂໍ້ຕົກລົງດ້ານການຄ້າ. ຄວາມຈິງແລ້ວ, ເຖິງວ່າບໍ່ເຂົ້າຮ່ວມ TPP ກໍ່ຕາມ, ແຕ່ ຈີນ ພວມຊຸກຍູ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ລະຫວ່າງ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ 6 ຄູ່ຮ່ວມມືການຄ້າໃກ້ຄຽງ, ເຊິ່ງລວມມີ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ. ເກົາຫຼີ ແລະ ນິວຊີແລນ. ພ້ອມກັບການສ້າງ RCEP ສຳເລັດໂດຍໄວນັ້ນ, ຈີນ ກໍ່ຈະດຳເນີນການເປີດປະຕູໃຫ້ບັນດາປະເທດ ອາເມລິກາ ລາຕີງ ເຂົ້າຮ່ວມຂໍ້ລິເລີ່ມ “ແລວເສດຖະກິດໜຶ່ງ, ເສັ້ນທາງດຽວ” ໂດຍປະເທດນີ້ເປັນປະເທດກໍ່ຕັ້ງ.
ເປັນທີ່ຈະແຈ້ງແລ້ວວ່າ, ເລື່ອງ ອາເມລິກາ ຖອນອອກຈາກ TPP ບໍ່ໝາຍຄວາມວ່າເປັນການສິ້ນສຸດສັນຍາການຄ້າທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຟສູງນີ້. ປະຈຸບັນ, ຫຼາຍປະເທດສະມາຊິກ TPP ພວມຄິດໄລ່ຊັ່ງຊາເຖິງຄວາມສາມາດຜັນຂະຫຍາຍສັນຍານີ້ ເຊິ່ງບໍ່ຕ້ອງການ ອາເມລິກາ ເຂົ້າຮ່ວມ. ແຕ່ເຖິງຢ່າງໃດກໍ່ຕາມ, ເລື່ອງ ອາເມລິກາ ຖອນອອກຈາກ TPP ອາດຈະກໍ່ໃຫ້ເກີດບັນດາຜົນຮ້າຍທີ່ຫຍໍ້ທໍ້ໃນໄລຍະຍາວ, ບໍ່ພຽງແຕ່ສຳລັບພື້ນຖານເສດຖະກິດ ອາເມລິກາ ເທົ່ານັ້ນ ຫາກຍັງໄປຝືນກັບທ່າອຽງຕ້ານລັດທິອາລັກຂາດ້ານການຄ້າທົ່ວໂລກອີກດ້ວຍ.