ເວທີປາໄສທົ່ວໂລກ ກ່ຽວກັບທັນຍາພືດ ແລະ ການກະເສດ

(VOVWORLD) -

ໂດຍໄດ້ຮັບການຈັດຂຶ້ນໃນລະຫວ່າງວັນທີ 17 -20 ມັງກອນ, ຢູ່ນະຄອນຫຼວງ Berlin, ປະເທດ ເຢຍລະມັນ, ເວທີປາໄສທົ່ວໂລກກ່ຽວກັບທັນຍາພືດ ແລະ ການກະເສດ (GFFA) ປີ 2024 ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການສ້າງລະບົບທັນຍາພືດໃນທົ່ວໂລກໃຫ້ແກ່ອະນາຄົດ, ຊຶ່ງໃນເບື້ອງຕົ້ນ, ໄດ້ບຸລິມະສິດສຸມແຫຼ່ງກຳລັງເພື່ອຢຸດຕິໄພອຶດຫິວໃນໂລກ.

ເວທີປາໄສທົ່ວໂລກ ກ່ຽວກັບທັນຍາພືດ ແລະ ການກະເສດ - ảnh 1ພາບປະກອບ

          ກະຊວງສະບຽງອາຫານ ແລະ ກະສິກຳ ເຢຍລະມັນ ໄດ້ຈັດເວທີປາໄສທົ່ວໂລກກ່ຽວກັບທັນຍາພືດ ແລະ ການກະເສດ (GFFA), ເຊິ່ງໄດ້ຈັດຂຶ້ນປະຈຳປີ, ແມ່ນຂໍ້ລິເລີ່ມເພື່ອແນໃສ່ສ້າງວາລະປຶກສາຫາລືບັນດາບັນຫາຫຼັກ ກ່ຽວກັບນະໂຍບາຍດ້ານທັນຍາພືດ ແລະ ການກະເສດໃນໂລກ. ຫົວຂໍ້ຂອງເວທີປາໄສຄັ້ງທີ 16 ປີນີ້ແມ່ນ “ລະບົບສະບຽງອາຫານສຳລັບອະນາຄົດ: ຮ່ວມແຮງຮ່ວມໃຈເພື່ອໂລກບໍ່ມີໄພອຶດຫິວອີກຕໍ່ໄປ”.

          ຍູ້ໄວລະດັບການຫັນບັນດາເປົ້າໝາຍ SDGs ໃຫ້ປະກົດຜົນເປັນຈິງ

          ໃນສານທີ່ສົ່ງໄປກ່ອນເວລາຈັດເວທີປາໄສປີນີ້, ບັນດາຜູ້ຈັດຕັ້ງໃຫ້ຮູ້ວ່າ: ໂລກຍັງມີເວລາພຽງ 7 ປີ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂອງ ສປຊ ໃຫ້ປະກົດຜົນເປັນຈິງ, ໃນນັ້ນ, ໜຶ່ງໃນບັນດາເປົ້າໝາຍສຳຄັນທີ່ສຸດ (SDG2) ແມ່ນລົບລ້າງຄວາມອຶດຫິວໃນປີ 2030, ແຕ່ໃນສະພາບປະຈຸບັນນີ້, ຄວາມສາມາດບັນລຸບັນດາເປົ້າໝາຍດັ່ງກ່າວພວມຖືກນາບຂູ່. ຕາມຕົວເລກຂອງອົງການອາຫານ ແລະ ການກະເສດ ສປຊ (FAO) ແລະ ໂຄງການທັນຍາພືດໂລກ (WFP) ແລ້ວ, ປະຈຸບັນ, ສະເລ່ຍໃນຈຳນວນ 10 ຄົນໃນໂລກ ຈະມີຄົນໜຶ່ງທີ່ອຶດຫິວ. ທ່ານນາງ Reena Ghelani, ຜູ້ປະສານງານຂອງ ສປຊ ກ່ຽວກັບການສະກັດກັ້ນ ແລະ ຮັບມືກັບໄພອຶດຫິວ, ໃຫ້ຂໍ້ສັງເກດວ່າ:

          “ບັນດາການປະທະກັນປະກອບອາວຸດໄດ້ທຳລາຍລະບົບທັນຍາພືດ, ທຳລາຍພຫະນະຄອງຊີບ ແລະ ເຮັດໃຫ້ປະຊາຊົນຕ້ອງປະລະເຮືອຊານຂອງເຂົາເຈົ້າ, ເຮັດໃຫ້ຫຼາຍຄົນຕົກເຂົ້າສູ່ສະພາບມີຄວາມສ່ຽງໄພສູງ, ມີຄວາມລຳບາກ ແລະ ອຶດຫິວ. ບາງຄັ້ງ ບັນດາການກະທົບນີ້ແມ່ນຜົນຮ້າຍຢ້ອນຫຼັງຈາກສົງຄາມ, ແຕ່ກໍ່ເຄີຍເກີດຂຶ້ນເປັນປະຈຳໃນແບບຕັ້ງໃຈ ແລະ ຜິດກົດໝາຍ, ດ້ວຍການນຳໃຊ້ໄພອຶດຫິວແມ່ນຍຸດທະນະໂຍບາຍຂອງສົງຄາມ”.

          ໃນສະພາບການນັ້ນ, ກອງປະຊຸມ GFFA ທີ່ຈັດຂຶ້ນຢູ່ Berlin ໃນປີນີ້ ໄດ້ວາງເປົ້າໝາຍຊຸກຍູ້ບັນດາການເຈລະຈາທີ່ມີລັກສະນະສ້າງສັນ, ມຸ່ງໄປເຖິງອະນາຄົດ, ປຸກລຸກສະຕິຂອງວົງການນັກສ້າງນະໂຍບາຍຢູ່ປະເທດຕ່າງໆ ກ່ຽວກັບລະດັບຮີບດ່ວນຂອງການຍູ້ໄວລະດັບການປະຕິບັດ SDGs. ເວທີປາໄສປີນີ້ໄດ້ສຸມໃສ່ປຶກສາຫາລື 4 ຫົວຂໍ້ຫຼັກ, ເຊິ່ງລວມມີ: ຊຸກຍູ້ການຜະລິດທັນຍາພືດແບບຍືນຍົງ ແລະ ມີອະທິປະໄຕ; ໜູນຊ່ວຍລະບົບສະໜອງໃຫ້ມີໄຫວພິບ ແລະ ຍືນຍົງ; ຫລຸດຜ່ອນຄວາມເສຍຫາຍ ແລະ ຟຸມເຟືອຍທັນຍາພືດ; ປັບປຸງບັນດາກຸ່ມທີ່ບໍ່ມີທ່າແຮງຫຼາຍ. ມີນັກວາງແຜນກຳນົດກ່ຽວກັບນະໂຍບາຍ, ນັກວິທະຍາສາດ, ການນຳວິສາຫະກິດ ແລະ ສະມາຊິກສັງຄົມພົນລະເຮືອນເຂົ້າຮ່ວມບັນດາວາລະປຶກສາຫາລື ແລະ ການເຊື່ອມຕໍ່ ປະມານ 2.000 ທ່ານ.

ຫຼາຍເຫດການທີ່ເວທີປາໄສໄດ້ຈັດຕັ້ງແບບເປີດ, ໃນນັ້ນມີການໂອ້ລົມສົນທະນາຂັ້ນສູງ 3 ຄັ້ງ ແລະ ກອງປະຊຸມສຳມະນາຂອງນັກຊ່ຽວຊານ 16 ຄັ້ງ. ຈຸດເດັ່ນການເມືອງຂອງ GFFA ແມ່ນ: ກອງປະຊຸມບໍ່ເປັນທາງການທີ່ໃຫຍ່ທີ່ສຸດໃນໂລກຂອງບັນດາທ່ານລັດຖະມົນຕີກະຊວງກະສິກຳ, ເຊິ່ງຈະໄດ້ຈັດຂຶ້ນໃນມື້ສຸດທ້າຍຂອງເວທີປາໄສ (ວັນທີ 20 ມັງກອນ). ມີລັດຖະມົນຕີກະຊວງກະສິກຳປະມານ 70 ທ່ານ ທີ່ມາຈາກທຸກແຖບຖິ່ນໃນໂລກ ຈະຮັບຮອງເອົາຖະແຫຼງການການເມືອງຮ່ວມ 1 ສະບັບ. ຜູ້ຕາງໜ້າຂັ້ນສູງຂອງກ່ວາ 10 ອົງການສາກົນກໍ່ໄດ້ເຂົ້າຮ່ວມກອງປະຊຸມນີ້.

ເວທີປາໄສທົ່ວໂລກ ກ່ຽວກັບທັນຍາພືດ ແລະ ການກະເສດ - ảnh 2ຊາວກະສິກອນຢູ່ຫຼາຍປະເທດ ເອີລົບ ດຳເນີນການແຫ່ຂະບວນປະທ້ວງ
(ພາບ:Getty)

ກະສິກຳ ແລະ ການປ່ຽນແປງຂອງດິນຟ້າອາກາດ

ສຳລັບປະເທດເຈົ້າພາບ ເຢຍລະມັນ, GFFA ປີນີ້ໄດ້ຮັບການຈັດຕັ້ງໃນຈຸດເວລາທີ່ບັນຫາກະສິກຳພວມກາຍເປັນໜຶ່ງໃນບັນດາຄວາມວິຕົກວັງວົນໃຫຍ່ທີ່ສຸດຂອງລັດຖະບານປະເທດນີ້, ດ້ວຍເລື່ອງຊາວກະສິກອນນັບໝື່ນຄົນຢູ່ ເຢຍລະມັນ ດຳເນີນການແຫ່ຂະບວນປະທ້ວງ, ປິດລ້ອມການຄົມມະນາຄົມໃນຫຼາຍສັບປະດາຢູ່ນະຄອນຫຼວງ Berlin ແລະ ຫຼາຍບ່ອນອື່ນອີກ. ບັນດາການແຫ່ຂະບວນປະທ້ວງໃນເບື້້ອງຕົ້ນໄດ້ສຸມໃສ່ການຮຽກຮ້ອງສືບຕໍ່ມີນະໂຍບາຍໜູນຊ່ວຍດ້ານລາຄາເຊື້ອເພີງ, ຈາກນັ້ນແມ່ນໄດ້ລາມສູ່ບັນດາບັນຫາອື່ນໆອີກ. ຕາມວົງການນັກສັງເກດການແລ້ວ, ນັບມື້ນັບມີຊາວກະສິກອນຫຼາຍຄົນຢູ່ບັນດາປະເທດ ເອີລົບ ຄັດຄ້ານບັນດານະໂຍບາຍກ່ຽວກັບສິ່ງແວດລ້ອມເຊິ່ງບັນດາປະເທດ ເອີລົບ ໄດ້ດຳເນີນດ້ວຍເຫດຜົນແມ່ນບັນດານະໂຍບາຍນີ້ສິ້ນເປືອງເງິນຫຼາຍ, ສົ່ງຜົນກະທົບຫຍໍ້ທໍ້ເຖິງຂົງເຂດກະສິກຳ.

ນອກຈາກຊາວກະສິກອນ ເຢຍລະມັນ ແລ້ວ, ຊາວກະສິກອນຢູ່ບັນດາປະເທດຄື: ໂຮນລັງ, ຝລັ່ງ, ແອັດສະປາຍ, ອຽກລັງ... ກໍ່ໄດ້ດຳເນີນການແຫ່ຂະບວນປະທ້ວງ, ປິດລ້ອມດ້ວຍຂະໜາດໃຫຍ່ ໃນຫຼາຍປີຜ່ານມາ ເພື່ອຄັດຄ້ານບັນດານະໂຍບາຍຄື: ຮຽກຮ້ອງຫລຸດຜ່ອນການປ່ອຍອາຍພິດ nitrogen (ຢູ່ ໂຮນລັງ); ຈຳກັດການນຳໃຊ້ນ້ຳເພື່ອເຮັດກະສິກຳຢູ່ແມ່ນ້ຳສາຍຕ່າງໆ (ແອັດສະປາຍ); ເກືອດຫ້າມການນຳໃຊ້ຢາຂ້າສັດຕູພືດບາງປະເພດໃນກະສິກຳ (ຝລັ່ງ)... ທ່ານ Kaveh Zahedi, ຜູ້ອຳນວຍການສູນປ່ຽນແປງດິນຟ້າອາກາດ, ຊີວະນາໆພັນ ແລະ ສິ່ງແວດລ້ອມ ຂອງ FAO, ໃຫ້ຂໍ້ສັງເກດວ່າ:

 “ບັນດາຟາມ ບໍ່ພຽງແຕ່ແມ່ນບ່ອນຜະລິດທັນຍາພືດເທົ່ານັ້ນ, ຫາກຍັງອາດຈະກາຍເປັນບ່ອນຜະລິດພະລັງງານທົດແທນ. ພະລັງງານນັ້ນຈະໄດ້ນຳໃຊ້ຢູ່ໃນຟາມ, ໃຫ້ບັນດາເຮືອນແກ້ວ, ໃຫ້ການສູບນ້ຳ, ຫົດນ້ຳ ຫຼື ສົ່ງເຂົ້າຕາໜ່າງໄຟຟ້າອີກ. ນອກຈາກນັ້ນ, ອາດຈະຫັນສິ່ງເສດເຫຼືອໃນການຜະລິດກະສິກຳ ກາຍເປັນເຊື້ອເພີງຊີວະພາບ. ທັງໝົດກໍ່ລ້ວນແຕ່ແມ່ນບັນດາມາດຕະການກະສິກຳອັດສະລິຍະ ແລະ ແມ່ນສິ່ງທີ່ FAO ພວມຜັນຂະຫຍາຍປະຕິບັດກັບປະເທດຕ່າງໆ”.

ຕາມບັນດາຕົວເລກຂອງ FAO ແລ້ວ, ໃນແຕ່ລະປີ, ບັນດາລະບົບກະສິກຳ ແລະ ການກະເສດ ກວມເອົາ ປະມານ 1/3 ປະລິມານອາຍພິດເຮືອນແກ້ວໃນໂລກ, ດັ່ງນັ້ນ, ຄວາມຮຽກຮ້ອງຕ້ອງປ່ຽນແປງບັນດາວິທີການຜະລິດກະສິກຳແບບດັ້ງເດີມໄປຕາມທິດສີຂຽວ ແລະ ຍືນຍົງ ນັບມື້ນັບຮີບດ່ວນກ່ວາ. ເລື່ອງປ່ຽນແປງນີ້ກໍ່ເພື່ອຮັບມືກັບຕົວຈິງທີ່ວ່າ ຮອດປີ 2050 ຈະມີຢ່າງໜ້ອຍສຸດ 10% ເນື້ອທີ່ດິນຜະລິດກະສິກຳປະຈຸບັນໃນໂລກ ທີ່ບໍ່ສາມາດນຳໃຊ້ໄດ້ຍ້ອນການປ່ຽນແປງຂອງດິນຟ້າອາກາດ. ດັ່ງນັ້ນ, ທີ່ກອງປະຊຸມ GFFA ປີນີ້, FAO ໄດ້ຊຸກຍູ້ໂຄງການຄູ່ຮ່ວມມືລະຫວ່າງ FAO ກັບກົນໄກສິ່ງແວດລ້ອມທົ່ວໂລກ (GEF) ເພື່ອແນໃສ່ໜູນຊ່ວຍບັນດາປະເທດພັດທະນາລະບົບກະສິກຳ ແລະ ສະບຽງອາຫານໃຫ້ປັບຕົວເຂົ້າກັບສິ່ງແວດລ້ອມ. ປະຈຸບັນ, FAO ພວມຜັນຂະຫຍາຍໂຄງການນີ້ກັບ 120 ປະເທດ, ດ້ວຍແຫຼ່ງການເງິນຂຶ້ນເຖິງ 1,5 ຕື້ໂດລາສະຫະລັດ, ຊ່ວຍຫລຸດຜ່ອນອາຍພິດ 500 ລ້ານໂຕນ ແລະ ຄຸ້ມຄອງທີ່ດິນກະສິກຳ 100 ລ້ານ ເຮັກຕາ ແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ