(VOVWORLD) -ວັນທີ 6 ກັນຍາ, ສານຕຸລາການ ເອີລົບ ໄດ້ປະຕິເສດໃບຮ້ອງທຸກຂອງ ຮຸງກາຣີ ແລະ ສະໂລວາກີ ສຳລັບແຜນການຈັດແບ່ງ ໂຄຕ້າ ຊາວອົບພະຍົບເຂົ້າເມືອງ ລະຫວ່າງ ບັນດາປະເທດ ຂຶ້ນກັບ ສະຫະພາບເອີລົບ (ອີຢູ) . ຖະແຫລງການໄດ້ຢືນຢັນວ່າ: ກົນໄກນີ້ແມ່ນຄິດໄລ່ຄວາມດຸ່ນດ່ຽງຕໍ່ການຈັດແບ່ງຊາວອົບພະຍົບເຂົ້າເມືອງ ເພື່ອຫນູນຊ່ວຍ ປະເທດກະເລັກ ແລະ ອີຕາລີ ຮັບມືກັບບັນດາການກະທົບຈາກວິກິດການຊາວອົບພະຍົບໃນປີ 2015. ເຖິງຢ່າງໃດກໍຕາມ, ຄຳຕັດສິນຂອງສານຕຸລາການ ເອີລົບ ຈະເຮັດໃຫ້ສະພາບເກີດຄວາມເຄັ່ງຕຶງຂຶ້ນຕື່ມ ເພາະວ່າ ມັນກໍ່ຄວາມຂັດແຍ້ງລະຫວ່າງບັນດາປະເທດສະມາຊິກໃນ ອີຢູ ຕື່ມອີກ.
ຊາວອົບພະຍົບຢູ່ສະຖານີລົດໄຟ Keleti ຢູ່ Budapest |
ວັນທີ 6 ກັນຍາ, ຖະແຫລງການຢ່າງເປັນທາງການຂອງສານຕຸລາການ ເອີລົບ ຊີ້ແຈ້ງວ່າ: “ສານຕຸລາການ ໄດ້ປະຕິເສດບັນດາການກະທຳຂອງ ສະໂລວາກີ ແລະ ຮຸງກາຣີ ຕ້ານຄືນກົນໄກຊົ່ວຄາວກ່ຽວກັບເລື່ອງຈັດວາງການບັງຄັບສຳລັບຊາວອົບພະຍົບຄືນໃຫມ່”. ຕາມຄຳຕັດສິນຂອງສານແລ້ວ, ຮຸງກາຣີ ຕ້ອງຮັບຊາວອົບພະຍົບກວ່າ 1200 ຄົນ, ສະໂລວາກີ ຕ້ອງຮັບກວ່າ 800 ຄົນ.
ການກຳນົດຈຳນວນຄົນເຂົ້າເມືອງຖືກຄັດຄ້ານກ່ອນນີ້ 2 ປີ
ສະພາບຕົວຈິງຊີ້ໃຫ້ເຫັນວ່າ ບັນດາປະເທດສະມາຊິກຂອງ ອີຢູ ຖືກແບ່ງແຍກຢ່າງເລິກເຊິ່ງ ນັບແຕ່ເມື່ອ ອີຢູ ຮັບຮອງເອົາໂຄງການຈັດແບ່ງໂຄຕ້າຊາວອົບພະຍົບເຂົ້າເມືອງ ດ້ວຍຈຸດໝາຍແມ່ນສ້າງຖິ່ນຖານຄົງທີ່ຄືນໃຫມ່ໃຫ້ຊາວອົບພະຍົບກວ່າ 160.000 ຄົນໃນປີ 2015. ຂະນະນັ້ນ ສານຕຸລາການ ເອີລົບ ໄດ້ຮຽກຮ້ອງບັນດາປະເທດພາຍໃນກຸ່ມ ຄວນຮ່ວມແຮງຮ່ວມໃຈແກ້ໄຂບັນຫານີ້. ອີງຕາມຄວາມສາມາດຂອງຕົນ ແຕ່ລະປະເທດຕ້ອງຮັບຊາວອົບພະຍົບເຂົ້າເມືອງຈຳນວນຫນຶ່ງ. ໃນຂະນະນັ້ນ ບັນດາປະເທດໃຫຍ່ ແລະ ມີກຳລັງຄວາມສາມາດດ້ານເສດຖະກິດ ຄື: ເຢຍລະມັນ ຕ້ອງຮັບຊາວອົບພະຍົບເຂົ້າເມືອງປະມານ 20%, ຝລັ່ງ ແມ່ນ 15%, ສ່ວນບັນດາປະເທດ ເອີລົບຕາເວັນອອກຄື: ຮຸງກາຣີ, ສະໂລວາກີ ແຕ່ 1-2%. ເຖິງວ່າ ການຈັດແບ່ງນີ້ໄດ້ຮັບການຮັບຮອງເອົາຈາກ ອີຢູ ແຕ່ເດືອນ ກັນຍາປີ 2015 ກໍຕາມ ແຕ່ແຜນການຈັດແບ່ງຊາວອົບພະຍົບເຂົ້າເມືອງຍັງຖືກຄັດຄ້ານຢ່າງຂ້ຽວຂາດຈາກຫລາຍປະເທດເອີລົບ ກາງ ແລະ ເອີລົບຕາເວັນອອກ, ໃນນັ້ນ ມີສະໂລວາກີ, ເຊັກໂກ, ຣຸມານີ ແລະ ຮຸງກາຣີ. ບັນດາປະເທດເຫລົ່ານີ້ ໄດ້ປ່ອນບັດຕ້ານຄືນໂຄຕ້າຮັບຊາວອົບພະຍົບເຂົ້າເມືອງແບບບັງຄັບນີ້. ສະນັ້ນ ຕາມການສະຖິຕິ, ຮອດເດືອນກໍລະກົດປີ 2017, ມີຊາວອົບພະຍົບພຽງ 20.000 ຄົນໄດ້ຮັບເຂົ້າເມືອງຕັ້ງຖິ່ນຖານຄົງທີ່ຄືນໃຫມ່ຕາມແຜນການ. ເຢຍລະມັນແມ່ນປະເທດຮັບຊາວອົບພະຍົບເຂົ້າເມືອງຫລາຍກວ່າໝູ່ ດ້ວຍປະມານ 4000 ຄົນ, ຕໍ່ຈາກນັ້ນ ແມ່ນ ຝລັ່ງ ກວ່າ 3700 ຄົນ, ໂຮນລັງ ເກືອບ 1600 ຄົນ ແລະ ສະວິດ ປະມານ 1200 ຄົນ. ຮຸງກາຣີ ແລະ ໂປໂລຍ ຍັງບໍ່ທັນຮັບຊາວອົບພະຍົບຄົນໃດເຂົ້າເມືອງເທື່ອ ໃນຂະນະນັ້ນ ເຊັກໂກ ກໍ່ປະຕິເສດເລື່ອງນີ້ໃນຕະຫລອດປີຫນຶ່ງຜ່ານມາ, ສ່ວນ ສະໂລວາກີ ພຽງຍອມຮັບ ຊາວອົບພະຍົບເຂົ້າເມືອງຈຳນວນຫນ້ອຍ.
ມີຫລາຍສາຍເຫດເຮັດໃຫ້ບັນດາປະເທດເອີລົບກາງ ແລະ ເອີລົບຕາເວັນອອກ ປະຕິເສດບໍ່ຮັບຊາວອົບພະຍົບເຂົ້າເມືອງ. ທີຫນຶ່ງ ແມ່ນຍ້ອນ ເຂົາເຈົ້າຖືວ່າ ເລື່ອງຈັດວາງໂຄຕ້າສຳລັບບັນດາປະເທດສະມາຊິກ ມີອະທິປະໄຕແມ່ນສິ່ງໄຮ້ເຫດຜົນ ແລະ ບໍ່ອາດຮັບຮູ້ໄດ້. ທີສອງແມ່ນ ເອີລົບກາງ ແລະ ເອີລົບຕາເວັນອອກ ແມ່ນບັນດາປະເທດທຸກຍາກຢູ່ ເອີລົບ. ທີສາມ ແມ່ນສາຍເຫດສຳຄັນກວ່າ ນັ້ນແມ່ນ ບັນດາຄວາມວິຕົກກັງວົນໃຫມ່ກ່ຽວກັບຄວາມສ່ຽງຕໍ່ຄວາມໝັ້ນຄົງທີ່ພວມຊ້ອນແຝງ.
ເອີລົບສືບຕໍ່ຂາດຄວາມສາມັກຄີກ່ຽວກັບໂຄຕ້າຊາວອົບພະຍົບເຂົ້າເມືອງ
ຄຳຕັດສິນຂອງສານຕຸລາການ ເອີລົບ ເມື່ອວັນທີ 6 ກັນຍາ ໄດ້ຮັບຖືວ່າ ແມ່ນ ການປະລາໄຊສຳລັບຄວາມສາມັກຄີ ແລະ ຄວາມເປັນເອກະພາບຂອງ ອີຢູ. ສິ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດ ນັ້ນແມ່ນ ພາຍຫລັງຄຳຕັດສິນຂອງສານຖືກຍົກອອກມາ, ທ່ານ ນາຍົກລັດຖະມົນຕີ ສະໂລວາກີ Robert Fico ໃຫ້ຮູ້ວ່າ: ປະເທດນີ້ ຈະບໍ່ປ່ຽນແປງທັດສະນະສຳລັບກົນໄກຈັດແບ່ງໂຄຕ້າຊາວອົບພະຍົບເຂົ້າເມືອງ. ສະໂລວາກີ ຈະສືບຕໍ່ ຕໍ່ສູ້ກ່ຽວກັບບັນຫານີ້. ໃນຂະນະນັ້ນ ລັດຖະມົນຕີການຕ່າງປະເທດ ຮຸງກາຣີ Peter Szijjarto ໄດ້ຕຳຫນິຕິຕຽນຄຳຕັດສິນຂອງສານຕຸລາການ ເອີລົບ ວ່າ “ບໍ່ມີຄວາມຮັບຜິດຊອບ ແລະ ບໍ່ອາດຮັບຮູ້ໄດ້”, ນາບຂູ່ເຖິງຄວາມໝັ້ນຄົງ ແລະ ອະນາຄົດຂອງ ເອີລົບ. ປະທານາທິບໍດີ ເຊັກໂກ Milos Zeman ຢືນຢັນວ່າ: ເຊັກໂກ ບໍ່ຕ້ອງຍອມຮັບບັນດາກົນໄກແບບບັງຄັບກ່ຽວກັບການຈັດແບ່ງໂຄຕ້າຊາວອົບພະຍົບເຂົ້າເມືອງ ລະຫວ່າງບັນດາປະເທດສະມາຊິກໃນ ອີຢູ. ຊ້ຳບໍ່ໜຳ ປະທານາທິບໍດີ Zeman ຍັງເນັ້ນຫນັກວ່າ ປະເທດນີ້ ຍອມຮັບເລື່ອງບໍ່ໄດ້ຮັບແຫລ່ງຫນູນຊ່ວຍດ້ານການເງິນຈາກ ອີຢູ ເພື່ອແລກເອົາເລື່ອງບໍ່ຕ້ອງຮັບຊາວອົບພະຍົບເຂົ້າເມືອງ. ປະຣາຮາ ອາດຈະເຂົ້າຮ່ວມຄວາມມານະພະຍາຍາມໃນການແກ້ໄຂວິກິດການດ້ວຍຮູບການອື່ນ ຫາກບໍ່ຈຳເປັນຕ້ອງຮັບຊາວອົບພະຍົບ. ພາຍຫລັງຄຳຖະແຫລງຂອງປະທານາທິບໍດີ ເຊັກໂກ, Prague ກໍ່ໄດ້ຜັນຂະຫຍາຍກຳລັງຕຳຫລວດຕື່ມອີກ 1.100 ຄົນຢູ່ ຕ່າງປະເທດ ເພື່ອແນໃສ່ປົກປັກຮັກສາຊາຍແດນ, ຕິດຕາມກວດກາສະພາບການຄວາມສະຫງົບ ແລະ ກວດກາບັນດາພາຫະນະຂົນສົ່ງ.
ກ່ຽວກັບ ອີຢູ, ປະທານ ຄະນະກຳມະການເອີລົບ (EC) Jean Claude Juncker ກ່າວເຕືອນບັນດາປະເທດຄັດຄ້ານແຜນການຂອງກຸ່ມ ຈະບໍ່ໄດ້ຮັບການຫນູນຊ່ວຍດ້ານການເງິນ. ໃນຂະນະນັ້ນ ຜູ້ຕາງຫນ້າຂັ້ນສູງຂອງ ອີຢູ ກ່ຽວກັບຊາວອົບພະຍົບ, ທ່ານ Dimitris Avramopoulos ຢືນຢັນ: ຮຸງກາຣີ, ສເຊັກໂກ ແລະ ໂປໂລຍ ຈະຕ້ອງປະເຊີນຫນ້າກັບບັນດາການລົງໂທດຕາມຂໍ້ກຳນົດຂອງກຸ່ມ ຖ້າຫາກບໍ່ປະຕິບັດພັນທະຂອງຕົນໃນສອງສາມອາທິດຈະມາເຖິງ. ອີຕາລີ ກໍ່ຮຽກຮ້ອງຫລຸດຜ່ອນການຫນູນຊ່ວຍໃຫ້ບັນດາປະເທດທີ່ບໍ່ສະແດງໃຫ້ເຫັນຄວາມມານະພະຍາຍາມໃນເລື່ອງຮັບຊາວອົບພະຍົບເຂົ້າເມືອງ. ໃນຂະນະນັ້ນ ວັນທີ 10 ກັນຍາ, ທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ກ່າວເຕືອນບັນດາປະເທດບໍ່ຍອມຮັບເຂົ້າຮ່ວມໂຄງການຈັດແບ່ງໂຄຕ້າຊາວອົບພະຍົບເຂົ້າເມືອງ ອາດຈະຖືກປະຕິເສດການຊ່ວຍເຫລືອໃນບັນດາຂົງເຂດອື່ນ. ການນຳເຢຍລະມັນຢືນຢັນວ່າ ຖ້າຫາກບໍ່ມີຄວາມສາມັກຄີໃນການແກ້ໄຂບັນຫາຊາວອົບພະຍົບ ຈະບໍ່ມີຄວາມສາມັກຄີໃນບັນດາຂົງເຂດອື່ນ ແລະ ນັ້ນແມ່ນຄວາມເຈັບປວດໃນກຸ່ມທີ່ມີຄວາມສະຫນິດຕິດພັນຂອງເອີລົບ.
ຄວາມຂັດແຍ້ງລະຫວ່າງບັນດາປະເທດສະມາຊິກ ອີຢູ ກ່ຽວຂ້ອງເຖິງໂຄງການຈັດແບ່ງໂຄຕ້າຊາວອົບພະຍົບເຂົ້າເມືອງ ເປັນການກີດຂວາງການປະຕິບັດຄຳໝັ້ນສັນຍາຂອງ ອີຢູ ໃນການຫລຸດຜ່ອນການແບກຫາບໃຫ້ແກ່ ກະເຫລັກ ແລະ ອີຕາລີ, ຊື່ງແມ່ນສອງປະເທດຮັບຊາວອົບພະຍົບເຂົ້າເມືອງແຕ່ປີ 2015. ແລະ ຄຳຕັດສິນຫລ້າສຸດຂອງສານຕຸລາການເອີລົບ ຍິ່ງສະແດງໃຫ້ເຫັນການແບ່ງແຍກພາຍໃນກຸ່ມ ອີຢູ. ສິ່ງນີ້ ເຮັດໃຫ້ ອີຢູ ຍິ່ງເກີດຄວາມຫຍຸ້ງຍາກໃນສະພາບ ອີຢູ ພວມປະເຊີນຫນ້າກັບຜົນຮ້າຍຢ້ອນຫລັງຈາກເລື່ອງອັງກິດ ຖອນອອກຈາກ ອີຢູ.