(ພາບປະກອບ)
(vovworld) - ແຜນການ 17 ຂໍ້ ເພື່ອແນໃສ່ແກ້ໄຂສະພາບຊາວອົບພະຍົບພວມເຂົ້າອີຢູ ຜ່ານເຂດ Balkan, ໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສຸດຍອດວົງແຄບຂອງສະຫະພາບເອີລົບ ໃນວັນທີ 26/10, ໄດ້ຮັບຖືວ່າແມ່ນມາດຕະການແກ້ໄຂສະພາບບໍ່ມີທາງອອກຂອງເອີລົບໃນປະຈຸບັນ. ເຖິງວ່າບໍ່ທັນແກ້ໄຂວິກິດການຊາວອົບພະຍົບທັງໝົດໄດ້ກໍ່ຕາມ, ແຕ່ບັນດາມາດຕະການນີ້ ພັດຟື້ນຟູສະຖຽນລະພາບໄດ້ສ່ວນໃດສ່ວນໜຶ່ງໃນການຄຸ້ມຄອງຊາວອົບພະຍົບ, ເຮັດໃຫ້ການອົບພະຍົບຊົ່ວຮ້າຍທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ 2 ຊັກຊ້າລົງ.
ນັບແຕ່ຕົ້ນປີມາຮອດປະຈຸບັນ, ມີ 670.000 ກວ່າຄົນຈາກບັນດາປະເທດທີ່ມີການປະທະກັນດ້ວຍກຳລັງອາວຸດເຊັ່ນ: ຊີຣີ, ອີຣັກ, ອາບການິສຖານ ໄດ້ອົບພະຍົບເຂົ້າເອີລົບ. ໃນນັ້ນ, 3.000 ກວ່າຄົນຖືກເສຍຊີວິດເມື່ອຂ້າມທະເລແມດີເຕີຣານຽມ. ໃນສະພາບລະດູໜາວຢູ່ເອີລົບໃກ້ຈະມາຮອດແລ້ວ, ຍິ່ງເຮັດໃຫ້ຄວາມວິຕົກກັງວົນຕໍ່ຊາວອົບພະຍົບຈະມີຊາຕາກຳຄ້າຍຄືກັນບົນເສັ້ນທາງ Balkan ນັບມື້ນັບເພີ່ມຂຶ້ນ, ຖ້າຫາກບໍ່ມີການໜູນຊ່ວຍຢ່າງທັນການຈາກບັນດາປະເທດ ອີຢູ
ສົມທົບກັນໃນການກະທຳ
ຕາມແຜນການ 17 ຂໍ້, ການນຳບັນດາປະເທດເຂົ້າຮ່ວມໄດ້ເຫັນດີຮັບເອົາຊາວອົບພະຍົບ 100.000 ຄົນເຂົ້າເອີລົບຜ່ານເຂດ Balkan, ໃນນັ້ນ 50.000 ກໍລະນີແມ່ນຢູ່ເກຼັກ. ອີຢູ ເຫັນດີໃນສັບປະດານີ້ ຈະເພີ່ມເຕີມພາລະກອນປ້ອງກັນຊາຍແດນຕື່ມອີກ 400 ຄົນເຂົ້າ Slovenia ເພື່ອສົມທົບກັບກຳລັງທີ່ມີຢູ່ແລ້ວໃນປະເທດນີ້ດຳເນີນການຄວບຄຸມເຂດຕິດກັບ Croatia ແລະ ອົດຕະລິດໃຫ້ດີກວ່າ. ອົງການປ້ອງກັນຊາຍແດນເອີລົບ Frontex ກໍ່ມີໜ້າທີ່ປົກປັກຮັກສາເຂດຊາຍແດນລະຫວ່າງ ເກຼັັກ, Macedonia, Albania ແລະ Serbia ໃຫ້ດີກວ່າ.
ບັນດາປະເທດເຂົ້າຮ່ວມກໍ່ເຫັນດີແບ່ງປັນຂໍ້ມູນຂ່າວປະຈຳສັບປະດາ ກ່ຽວກັບສະພາບຊາວອົບພະຍົບຢູ່ປະເທດຕົນ, ພິເສດແມ່ນຢູ່ເຂດຊາຍແດນ. ເກຼັກຖືກຄວາມດັນຕ້ອງມີມາດຕະການຄວບຄຸມເຂດຊາຍແດນນອກອີຢູ ກໍ່ຄືຊາຍແດນກັບບັນດາປະເທດ Balkan ໃຫ້ດີກວ່າ. ຄຽງຂ້າງນັ້ນ, Athens ກໍ່ຕ້ອງຍູ້ໄວການກໍ່ສ້າງບັນດາສູນຈົດທະບຽນຄົນອົບພະຍົບ, ຈາກນັ້ນຈະແບ່ງປະເພດ ເພື່ອຈັດແບ່ງໃຫ້ບັນດາປະເທດເອີລົບ. ສຳລັບບັນດາກໍລະນີບໍ່ໄດ້ຮັບຄວາມເຫັນດີເປັນຊາວອົບພະຍົບນັ້ນຈະຖືກສົ່ງເມືອປະເທດ. ຕາມແຜນການຂອງອີຢູ, ກຸ່ມພັນທະມິດນີ້ຈະຍູ້ໄວການເນລະເທດບັນດາຊາວອົບພະຍົບທີ່ຖືກປະຕິເສດນີ້.
ຄຳຖະແຫຼງຂອງກອງປະຊຸມກໍ່ໃຫ້ຮູ້ວ່າ, ທະນາຄານລົງທຶນ ເອີລົບ (EIB), ທະນາຄານກໍ່ສ້າງ ແລະ ພັດທະນາເອີລົບ (EBRD) ແລະ ທະນາຄານພັດທະນາສະພາເອີລົບ (CEB) ພ້ອມແລ້ວທີ່ຈະອຸປະຖຳໃຫ້ແກ່ການແກ້ໄຂວິກິດການອົບພະຍົບ. ໃນສັບປະດານີ້, ຄະນະກຳມະການເອີລົບ(EC) ຈະຈັດຕັ້ງການພົບປະຕ່າງໆກັບຜູ້ຕາງໜ້າບັນດາອົງການການເງິນດັ່ງກ່າວ ເພື່ອປຶກສາຫາລືກ່ຽວກັບບັນຫາຊາວອົບພະຍົບ.
ຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ
ກ່ອນທີ່ດຳເນີນກອງປະຊຸມ, ອະດີດປະທານສະພາເອີລົບ Herman Van Rompuy ສະແດງຄວາມເປັນຫ່ວງເປັນໃຍຕໍ່ລັກສະນະເປັນໄປຂອງກອງປະຊຸມສຸດຍອດວິສາມັນຄັ້ງນີ້, ເພາະວ່າມີພຽງການນຳ 8 ທ່ານຂອງບັນດາປະເທດອີຢູ ປະຊຸມກັບບັນດາການນຳບໍ່ແມ່ນສະມາຊິກ ອີຢູ, ໃນຂະນະນັ້ນ, ການຕັດສິນທັງໝົດ ຕ້ອງໄດ້ຮັບການຮັບຮອງເອົາຈາກ 28 ປະເທດສະມາຊິກ ອີຢູ. ໂຄສົກຄະນະກຳມະການເອີລົບ Margaritis Schinas ໃຫ້ຂໍ້ສັງເກດວ່າ, ພຽງແຕ່ມີການພົບປະລວມໃນເອີລົບ ແລະ ລະຫວ່າງປະເທດຕ່າງໆ, ທັງອີງໃສ່ການຮ່ວມມື, ຈຶ່ງສາມາດນຳມາເຊິ່ງປະສິດທິຜົນໄດ້. ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Markel ຍອມຮັບວ່າ, ບັນດາມາດຕະການທີ່ໄດ້ຮັບການຮັບຮອງເອົາດັ່ງກ່າວ ບໍ່ສາມາດແກ້ໄຂວິກິດການຊາວອົບພະຍົບທັງໝົດໄດ້. ສ່ວນທ່ານນາຍົກລັດຖະມົນຕີ Slovenia Miro Cerar ພັດເນັ້ນໜັກວ່າ, ຖ້າຫາກບັນດາຄຳໝັ້ນສັນຍາທີ່ບັນລຸໄດ້ໃນກອງປະຊຸມບໍ່ໄດ້ຮັບການປະຕິບັດນັບແຕ່ວັນທີ 26/10, ສະພາບການຈະບໍ່ໄດ້ຮັບການປັບປຸງໃຫ້ດີກວ່າ. ໃນກໍລະນີນັ້ນ, Slovenia ຈະສືບຕໍ່ຊັ່ງຊາເລື່ອງສ້າງຮົ້ວຢູ່ເຂດຊາຍແດນເພື່ອສະກັດກັ້ນຊາວອົບພະຍົບນັບພັນຄົນຈາກ Croatia ເຂົ້າອີຢູ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ Croatia Zoran Milanovic ກໍ່ສະແດງຄວາມເປັນຫ່ວງເປັນໃຍ ຖ້າຫາກຊາວອົບພະຍົບບໍ່ປະຕິບັດຕາມຂັ້ນຕອນຈາກ ເກຼັກ ຜ່ານ Macedonia ເພື່ອເຂົ້າ Serbia, ແລ້ວຈາກນັ້ນຈະສືບຕໍ່ການເດີນທາງໄປຍັງບັນດາປະເທດເອີລົບເໜືອ, ຄືແນວນັ້ນທຸກສິ່ງທຸກຢ່າງຈະກັບຄືນສະພາບເດີມ.
ການເງິນກໍ່ແມ່ນບັນຫາຫຍຸ້ງຍາກເພື່ອຜັນຂະຫຍາຍແຜນການ. ກ່ອນວາລະປະຊຸມດ່ວນ, ທ່ານປະທານ ອີຊີ Jean-Claude Juncker ເອງ ຕ້ອງຊຸກຍູ້ການຊ່ວຍເຫຼືອດ່ວນຈາກບັນດາປະເທດສະມາຊິກ ແທນທີ່ບັນດາຄຳໝັ້ນສັນຍາໃນເອກະສານ. ມາຮອດປະຈຸບັນ, ບັນດາປະເທດສະມາຊິກໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອເງິນ 2,3 ຕື້ ເອີໂຣ ເພື່ອແກ້ໄຂວິກິດການອົບພະຍົບ, ແຕ່ຫາກໍສະໜອງໄດ້ພຽງ 275 ລ້ານເອີໂຣເທົ່ານັ້ນ. ມີບັນຫາອື່ນອີກຍັງຕ້ອງການໄດ້ຮັບຄວາມສົນໃຈ, ນັ້ນແມ່ນປະຊາຊົນບາງປະເທດສະມາຊິກອີຢູ ພວມປະເຊີນໜ້າກັບສະພາບປະຕິເສດຊາວອົບພະຍົບ.
ປະຈຸບັນ, ວິກິດການຊາວອົບພະຍົບຮ້າຍແຮງທີ່ສຸດຢູ່ເອີລົບ ນັບແຕ່ຫຼັງສົງຄາມໂລກຄັ້ງທີ 2 ພວມກໍ່ຄວາມດັນນັບມື້ນັບໃຫຍ່ຫຼວງເຖິງບັນດາປະເທດອີຢູ. ຂໍ້ຕົກລົງ 17 ຂໍ້ເຊິ່ງອີຢູ ຫາກໍ່ບັນລຸໄດ້ ພຽງແຕ່ເສີມຂະຫຍາຍປະສິດທິຜົນໄດ້ ເມື່ອມີການຮ່ວມມືດ້ວຍເຈດຕະນາດີຂອງປະເທດຕ່າງໆເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ສິ່ງດັ່ງກ່າວຍາກທີ່ຈະປະຕິ