ແງ່ຫວັງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ຈາກ​ກອງ​ປະ​ຊຸມ​ສຸດຍອດ​ແບບ​ທາ​ງ​ໄກ

(VOVWORLD) -  ຕອນເຊົ້າວັນທີ 16 ພະຈິກ (ຕາມເວລາ ຫວຽດນາມ), ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ດຳເນີນກອງປະຊຸມສຸດຍອດແບບທາງໄກ. ໂດຍດຳເນີນໃນສະພາບການພົວພັນລະຫວ່າງ ອາເມລິກາ - ຈີນ ພວມມີການສູ້ຢັນກັນຢ່າງຮຸນແຮງໃນຫຼາຍບັນຫາ, ກອງປະຊຸມຄັ້ງນີ້ໄດ້ຮັບຖືວ່າ ຍາກທີ່ຈະສາມາດບັນລຸໄດ້ບາດກ້າວບຸກທະລຸ, ແຕ່ກໍແມ່ນບາດກ້າວເດີນທີ່ຈຳເປັນ ເພື່ອສ້າງຄວາມສະຖຽນລະພາບຢູ່ແຕ່ລະປະເທດ ແລະ ສະພາບແວດລ້ອມພັດທະນາລວມ.

ກ່ອນທີ່ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ (ເດືອນມັງກອນ 2021), ທ່ານ Joe Biden ໄດ້ມີການພົບປະກັບທ່ານ ສີຈີ້ນຜິງ ມາຫຼາຍຄັ້ງແລ້ວ. ແຕ່ເຖິງຢ່າງໃດກໍຕາມ, ໃນຖານະເປັນຜູ້ນຳປະເທດ ອາເມລິກາ, ທ່ານ Joe Biden  ຫາກໍມີການໂອ້ລົມກັບທ່ານ  ສີຈີ້ນຜີງ ທາງໂທລະສັບເປັນສອງຄັ້ງ ແລະ ຍັງບໍ່ທັນໄດ້ເຈລະຈາກັບທ່ານປະທານປະເທດ ຈີນ ສີຈີ້ນຜີງ ເທື່ອ. ຍ້ອນເຫດນັ້ນ, ກອງປະຊຸມສຸດຍອດ ອາເມລິກາ - ຈີນ ທີ່ດຳເນີນໃນວັນທີ 16 ພະຈິກ ນີ້ ແມ່ນເຫດການທີ່ທັງຫາງສຽງສອງປະເທດ ກໍຄື ສາກົນມີຄວາມສົນໃຈເປັນພິເສດ.

        ສະພາບການທີ່ມີສິ່ງທ້າທາຍຫຼາຍຢ່າງ

        ໃນການເຈລະຈາຄັ້ງສຸດຍອດແບບທາງໄກ ລະຫວ່າງທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານປະເທດ ຈີນ  ສີຈີ້ນຜີງ ຖືກດຳເນີນໃນຈຸດເວລາທີ່ ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ໄດ້ຮັບການຕີລາຄາວ່າ ພວມຢູ່ໃນລະດັບຕ່ຳທີ່ສຸດໃນຫຼາຍທົດສະວັດຜ່ານມາ. ຄວາມຊຸດໂຊມຂອງການພົວພັນ ອາເມລິກາ - ຈີນ ໄດ້ເລີ່ມຕົ້ນ ແລະ ເກີດຂຶ້ນຢ່າງແຮງທີ່ສຸດ ແມ່ນໃນສະໄໝທ່ານປະທານາທິບໍດີ Donald Trump ນຳພາປະເທດ ອາເມລິກາ. ເມື່ອດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ (1/2021), ທ່ານ Joe Biden ສືບຕໍ່ຖື ຈີນແມ່ນສິ່ງທ້າທາຍແຖວໜ້າຂອງ ອາເມລິກາ, ພ້ອມທັງສຸມເຫື່ອເທແຮງເຕົ້າໂຮມປະເທດສຳພັນທະມິດເພື່ອຮັບມື, ເຊິ່ງສາມາດເຫັນຈະແຈ້ງທີ່ສຸດຜ່ານການເດີນທາງໄປຢ້ຽມຢາມ ເອີຣົບ ຄັ້ງປະຫວັດສາດ ເມື່ອເດືອນ ມິຖຸນາ ຜ່ານມາ.

        ກ່ອນດຳເນີນກອງປະຊຸມສຸດຍອດ, ວັນທີ 13 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ກ່າວເຕືອນແຕ່ລະຝ່າຍຢ່າງແຮງກ່ຽວກັບໜຶ່ງໃນບັນດາຫົວຂໍ້ທີ່ສອງຝ່າຍພວມມີຄວາມບໍ່ລົງລອຍກັນໃນປັດຈຸບັນ ນັ້ນແມ່ນບັນຫາ ໄທເປ - ຈີນ. ໂດຍຕອບຄືນ, ທ່ານລັດຖະມົນຕີ ຈີນ ຫວາງອີ ຊີ້ແຈ້ງວ່າ ການກະທຳຂອງ ອາເມລິກາ ໄດ້ຮັບຖືວ່າ ແມ່ນການສະໜັບສະໜູນ “ເອກະລາດຂອງ ໄທເປ - ຈີນ” ແລະ “ມີອັນຕະລາຍທີ່ສຸດ”.

        ສອງຝ່າຍພວມປະເຊີນໜ້າກັບຄວາມສ່ຽງກ່ຽວກັບຫຼາຍບັນດາຕື່ມອີກ. ໃນນັ້ນ, ຈີນ ໄດ້ມີປະຕິກິລິຍາຢ່າງຮຸນແຮງຕໍ່ເລື່ອງ ອາເມລິກາ ສ້າງຕັ້ງ ສຳພັນທະມິດ AUKUS ກັບສອງປະເທດພັນທະມິດ ອັງກິດ ແລະ ອົດສະຕາລີ ເມື່ອເດືອນກັນຍາ ຜ່ານມາ, ກໍຄືເລື່ອງ ວໍຊິງຕັນ ເພີ່ມທະວີການພົບປະກັບຄູ່ຮ່ວມມືສຳຄັນໃນຍຸດທະສາດຫັນໄປສູ່ທະວີບ ອາຊີ. ໃນຂະນະນັ້ນ, ການຂັດແຍ້ງດ້ານການຄ້າທີ່ແກ່ຍາວມາເປັນເວລາຫຼາຍປີຜ່ານມາລະຫວ່າງສອງຝ່າຍ ກໍຍັງບໍ່ທັນມີສັນຍາຫຼຸດລົງເທື່ອ. ພ້ອມດຽວກັນນັ້ນແມ່ນເລື່ອງສິດທິມະນຸດ, ຄວາມເສລີໃນການເດີນເຮືອຢູ່ມະຫາສະໝຸດ ອິນເດຍ - ປາຊີຟິກ.

        ນອກນັ້ນ, ການນຳສອງປະເທດດັ່ງກ່າວ ກໍພວມຢືນຢູ່ຕໍ່ໜ້າຄວາມກົດດັນຈາກບັນຫາຕ່າງໆຢູ່ພາຍໃນປະເທດ ເຊິ່ງປະຊາຊົນພວມສົນໃຈ. ສຳລັບ ການນຳ ອາເມລິກາ, ນັ້ນແມ່ນຄວນຍຸແຍ່ແກ່ດຶງການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງທີ່ເດີນຕາມທິດທາງອັນແຂງກະດ້າງຂອງ ຈີນໃນການເລືອກຕັ້ງ ສະພາແຫ່ງຊາດກາງສະໄໝ ໃນປີ 2022 ແລະ ໄກກວ່າແມ່ນການເລືອກຕັ້ງປະທານາທິບໍດີ ໃນປີ 2024. ສ່ວນການນຳ ຈີນ, ພັດມີຄວາມກົດດັນຕ້ອງສະແດງພາບພົດຂອງການນຳຜູ້ເຂັ້ມແຂງກ່ອນດຳເນີນກອງປະຊຸມໃຫຍ່ຂອງພັກກອມມູນິດ ຈີນ ເຊິ່ງຈະດຳເນີນໃນປີ 2022.

        ເປັນທີ່ຈະແຈ້ງແລ້ວວ່າ, ໃນສະພາບທີ່ພິເສດນີ້ ໄດ້ວາງອອກສິ່ງທ້າທາຍໃຫຍ່ຫຼວງທີ່ສຸດ ສຳລັບແງ່ຫວັງປັບປຸງສາຍພົວພັນລະຫວ່າງ ອາເມລິກາ - ຈີນ ໃນໄລຍະສັ້ນ.

        ບາດກ້າວເດີນທີ່ຈຳເປັນ

        ເຖິງວ່າເປັນແນວນັ້ນກໍຕາມ, ແຕ່ກອງປະຊຸມສຸດຍອດ ອາເມລິກາ - ຈີນ ໃນວັນທີ 16 ພະຈິກ ຍັງໄດ້ຮັບການຕີລາຄາວ່າ ມີຄວາມໝາຍສຳຄັນ, ແມ່ນບາດກ້າວເດີນທີ່ຈຳເປັນສຳລັບອະນາຄົດການພົວພັນລະຫວ່າງສອງຝ່າຍ. ກ່ອນອື່ນໝົດ, ໃນສະພາບການສູ້ຢັນກັນທີ່ເກີດຂຶ້ນຢ່າງຮຸນແຮງ, ການດໍາເນີນກອງປະຊຸມຕາມຮູບການທາງໄກນັ້ນ ໄດ້ສະແດງໃຫ້ເຫັນວ່າ  ສອງຝ່າຍຍັງມີຄວາມຕ້ອງການເຈລະຈາ ແລະ ຍັງສາມາດເຈລະຈານຳກັນໄດ້. ທີສອງແມ່ນ, ຜ່ານການເຈລະຈາ, ສອງຝ່າຍຈະມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຫຼັກໝັ້ນ, ທັດສະນະ ກໍຄືຄວາມຮຽກຮ້ອງ ແລະ ຄວາມຕ້ອງການຂອງກັນ, ຈາກນັ້ນກໍມີບ່ອນອີງເພື່ອດັດປັບການກະທຳ, ວິທີການປະພຶດ, ຫຼີກລ້ຽງບາດກ້າວເດີນທີ່ອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.

        ໃນຕົວຈິງ, ເຖິງວ່າມີການຖະແຫຼງແຂງກະດ້າງກໍຕາມ, ແຕ່ວົງການເຈົ້າໜ້າທີ່ຂອງສອງປະເທດນີ້ ຍັງຢັ້ງຢືນຄວາມປາດຖະໜາຢາກເຈລະຈາ ແລະ ຮ່ວມມືນຳກັນ. ກ່ອນທີ່ດຳເນີນການເຈລະຈາ, ທ່ານ Jen Psaki ເລຂາດ້ານການຂ່າວ ທຳນຽບຂາວ ອາເມລິກາ ໃຫ້ຮູ້ວ່າ ການນຳສອງປະເທດຈະປຶກສາຫາລືກ່ຽວກັບມາດຕະການແກ້ໄຂຄວາມແກ້ງແຍ້ງລະຫວ່າງສອງປະເທດຢ່າງມີຄວາມຮັບຜິດຊອບ, ກໍຄືມາດຕະການຮ່ວມມືເພື່ອຜົນປະໂຫຍດລວມ”. ສຳລັບຝ່າຍ ຈີນ, ໃນສານສົ່ງເຖິງງານລ້ຽງປະຈຳປີຂອງ ຄະນະກຳມະການແຫ່ງຊາດກ່ຽວກັບການພົວພັນ ອາເມລິກາ - ຈີນ (NCUSCR) ຢູ່ ນິວຢອກ ຫວ່າງມໍ່ໆມານີ້, ທ່ານປະທານປະເທດ ຈີນ ສີຈີ້ນຜີງ ສືບຕໍ່ຢືນຢັນຄວາມພ້ອມເພີ່ມທະວີການຮ່ວມມືກັບ ອາເມລິກາ ໃນຂົງເຂດຕ່າງໆ ເພື່ອພ້ອມກັນຮັບມືກັບບັນຫາໃຫຍ່ຂອງພາກພື້ນ ແລະ ສາກົນ, ກໍຄືສິ່ງທ້າທາຍທົ່ວໂລກ, ພ້ອມທັງຄວບຄຸມຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ, ຊຸກຍູ້ການພົວພັນລະຫວ່າງ ຈີນ - ອາເມລິກາ ກັບຄືນສູ່ຢ່າງຖືກທິດ.

        ເປັນທີ່ຈະແຈ້ງແລ້ວວ່າ, ຄວາມຕ້ອງການ ແລະ ຄວາມເປັນໄປໄດ້ຂອງການເຈລະຈາ, ການຮ່ວມມືລະຫວ່າງ ອາເມລິກາ - ຈີນ ແມ່ນຈຳເປັນ. ບັນຫາທີ່ຫາງສຽງມີຄວາມສົນໃຈໃນປັດຈຸບັນແມ່ນມີຄວາມເຊື່ອໝັ້ນຢ່າງພຽງພໍເພື່ອລົບລ້າງການຂັດແຍ້ງກັນເພື່ອຮ່ວມມື ພ້ອມກັນພັດທະນາ, ເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ ແລະ ເພື່ອປະຊາຄົມສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ