ແງ່​ຫວັງ​ຂອງ​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ - ຝ່າຍ​ຕາ​ເວັນ​ຕົກ

(VOVWORLD) -ໃນໄລຍະຜ່ານມາ, ການພົວພັນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ມີການຜັນແປຫຼາຍຢ່າງທີ່ໜ້າສົນໃຈ. ໃນນັ້ນ, ທ່າອ່ຽງເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນພວມລຸກລ້ຳ, ນາບຂູ່ເຖິງແງ່ຫວັງປັບປຸງການພົວພັນລະຫວ່າງສອງຝ່າຍ ນັບທັງໃນໄລຍະສັ້ນ ກໍຄື ໄລຍະຍາວ.

ໜຶ່ງໃນບັນດາການຜັນແປທີ່ໜ້າສົນໃຈໃນໄລຍະມໍ່ໆມານີ້ ແມ່ນເລື່ອງ ວັນທີ 4 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ອອກຖະແຫຼງການຢາກຈັດຕັ້ງກອງປະຊຸມສຸດຍອດກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການເດີນທາງໄປປະຕິບັດງານຢູ່ ເອີຣົບ ເຊິ່ງຄາດວ່າ ຈະຈັດຂຶ້ນໃນເດືອນ ມິຖຸນາ ໃນປີນີ້ ແລະ ນີ້ກໍແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງ ທ່ານ Joe Biden ນັບແຕ່ເມື່ອຮັບດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ໃນຕົ້ນປີນີ້. ສິ່ງທີ່ໜ້າສົນໃຈກວ່ານັ້ນແມ່ນ, ນີ້ແມ່ນຄັ້ງທີ 2 ຢ່າງລຽນຕິດໃນຮອບເວລາໜຶ່ງເດືອນ ທີ່ທ່ານປະທານາທິບໍດີ ອາເມລິກາ Joe Biden ສະແດງຄວາມປາດຖະໜາຢາກຈັດກອງປະຊຸມກັບທ່ານປະທານາທິບໍດີ ລັດເຊຍ Putin. ກ່ອນໜ້ານັ້ນ, ໃນເດືອນ ເມສາ, ຜູ້ນຳໜ້າທຳນຽບຂາວ ກໍສະເໜີຈັດການພົບປະສອງຝ່າຍກັບເຈົ້າຂອງວັງ Kremlin ຢູ່ປະເທດທີ 3 ເພື່ອປຶກສາຫາລືກ່ຽວກັບບັນດາຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງ ລັດເຊຍ. ເຖິງວ່າການພົບປະດັ່ງກ່າວຍັງບໍ່ທັນໄດ້ຮັບການຢືນຢັນກໍຕາມ, ແຕ່ ທ່ານ Yury Ushakov - ທີ່ປຶກສາຂອງທ່ານປະທານາທິບໍດີ ລັດເຊຍ ກໍ່ຢັ້ງຢືນວ່າ ແຜນການດັ່ງກ່າວກຳລັງໄດ້ຮັບການຜັນຂະຫຍາຍຢູ່.

ແງ່​ຫວັງ​ຂອງ​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ - ຝ່າຍ​ຕາ​ເວັນ​ຕົກ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ຢາກພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນເດືອນ ມິຖຸນາ ຈະມາເຖິງ (ພາບ: AFP/TTXVN)

ຕາມວົງການໄຈ້ແຍກແລ້ວ, ນັ້ນແມ່ນສັນຍານທີ່ຕັ້ງໜ້າຢ່າງແທ້ຈິງ ຖ້າຫາກວ່າເບິ່ງໃນມູມຂອງສະພາບການທີ່ການພົວພັນລະຫວ່າງ ລັດເຊຍ ແລະ ບັນດາປະເທດໃນອົງການສົນທິສັນຍາ ອັກລັງຕິກເໜືອ (NATO) ກຳລັງປະເຊີນໜ້າກັບບັນດາການຜັນແປທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງແຮງ ໂດຍມີການກ່ຽວຂ້ອງເຖິງຫຼາຍບັນຫາທີ່ແຕກຕ່າງກັນ.

ຄວາມເຄັ່ງຕຶງເພີ່ມຂຶ້ນ

ກ່ອນທີ່ທ່ານປະທານາທິບໍດີ ອາເມລິກາ ປະກາດຖະແຫຼງການກ່ຽວກັບການພົບປະກັບທ່ານປະທານາທິບໍດີ ລັດເຊຍ ພຽງ 2 – 3 ວັນ, ລະຫວ່າງ ລັດເຊຍ ແລະ ສະຫະພາບເອີຣົບ (ອີຢູ) ເຊິ່ງເປັນພັນທະມິດຂອງ ອາເມລິກາ ມາແຕ່ດົນນານ ໄດ້ມີບັນດາການກະທຳແຂງກະດ້າງທີ່ມີລັກສະນະໂຕ້ຕອບ. ວັນທີ 30 ເມສາ ຜ່ານມາ, ຫຼັງຈາກທີ່ ລັດເຊຍ ປະກາດແຈ້ງການຫ້າມເຈົ້າໜ້າທີ່ 8 ທ່ານຂອງ ອີຢູ ເຂົ້າເມືອງ, ໃນນັ້ນ, ມີທ່ານປະທານລັດຖະສະພາເອີຣົບ David Sassoli ແລະ ທ່ານຮອງປະທານຄະນະກຳມະການເອີຣົບ Vera Jourova, ອີຢູ ກໍ່ໄດ້ມີປະຕິກິລິຍາຕອບກັບ ດ້ວຍການຮຽກຕົວເອກອັກຄະລັດຖະທູດ ຂອງ ລັດເຊຍ ປະຈຳອົງການນີ້. ພ້ອມກັນນັ້ນ, ທ່ານນາງ ປະທານ ຄະນະກຳມະການເອີຣົບ Ursula von der Leyen ແລະ ທ່ານປະທານສະພາເອີຣົບ Charles Michel ກໍ່ໄດ້ອອກຖະແຫຼງການກ່າວປະນາມການຕົກລົງຂອງ ລັດເຊຍ ແລະ ຢັ້ງຢືນວ່າ ຈະດຳເນີນມາດຕະການໂຕ້ຕອບຢ່າງສົມເຫດສົມຜົນ.

     ສ່ວນອຳນາດການປົກຄອງ ລັດເຊຍ ຊີ້ແຈ້ງວ່າ ຄຳສັ່ງຫ້າມບັນດາເຈົ້າໜ້າທີ່ ອີຢູ ເຂົ້າເມືອງນັ້ນ ແມ່ນເພື່ອແນໃສ່ໂຕ້ຕອບຄືນຄຳສັ່ງຫ້າມເຂົ້າເມືອງ ແລະ ອາຍັດຊັບສິນ ເຊິ່ງສະພາເອີຣົບ (EC) ຈັດວາງເມື່ອເດືອນ ມີນາ ຜ່ານມາ ສຳລັບເຈົ້າໜ້າທີ່ 4 ທ່ານ ຂອງ ລັດເຊຍ ດ້ວຍຄຳກ່າວຫາວ່າ ມີສ່ວນກ່ຽວຂ້ອງເຖິງເຫດຈັບຕົວທ່ານ Alexei Navanlny - ຫົວໜ້າຝ່າຍຄ້ານ ລັດເຊຍ. ຖັດຈາກບັນດາມາດຕະການຂອງ ອີຢູ, ຫຼາຍປະເທດສະມາຊິກຂອງ ອີຢູ, ໂດຍນຳໜ້າແມ່ນ ເຊັກໂກ, ໄດ້ວາງຫຼາຍມາດຕະການແຂງກະດ້າງຢ່າງລຽນຕິດສຳລັບ ລັດເຊຍ, ລວມທັງການເນລະເທດນັກການທູດຫຼາຍທ່ານຂອງປະເທດນີ້. ສະພາບການມີຄວາມເຄັ່ງທີ່ສຸດ ຂະນະທີ່ນັກໄຈ້ແຍກຫຼາຍທ່ານ ໄດ້ໃຫ້ການຕີລາຄາວ່າ ການພົວພັນລະຫວ່າງ ລັດເຊຍ - ອີຢູ ພວມຢູ່ໃນລະດັບຕ່ຳສຸດນັບແຕ່ສະໄໝສົງຄາມເຢັນມານີ້.

ບໍ່ພຽງແຕ່ຕ້ອງຮັບມືກັບກຳລັງກົດດັນຈາກ ອີຢູ ເທົ່ານັ້ນ, ລັດເຊຍ ຍັງຕ້ອງປະເຊີນໜ້າກັບຄວາມກົດດັນຢ່າງໃຫຍ່ຫຼວງຈາກ ອາເມລິກາ ອີກດ້ວຍ - ເຊິ່ງແມ່ນພັນທະມິດນ້ຳເບີໜຶ່ງຂອງ ເອີຣົບ. ວັນທີ 15 ເມສາ ຜ່ານມາ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດມາດຕະການແນໃສ່ ລັດເຊຍ, ລວມທັງການເນລະເທດນັກການທູດ 10 ທ່ານ ພ້ອມດ້ວຍບັນດາຄຳສັ່ງຫ້າມເຂົ້າເມືອງ ແລະ ອາຍັດຊັບສິນສຳລັບປະມານ 40 ບຸກຄົນ ແລະ ອົງການຈັດຕັ້ງຂອງ ລັດເຊຍ. ເວລານັ້ນ, ລັດເຊຍ ໄດ້ໂຕ້ຕອບຄືນດ້ວຍການຕົກລົງເນລະເທດນັກການທູດ 10 ທ່ານ ຂອງ ອາເມລິກາ.

ດ້ວຍການກະທຳຫຼາຍຢ່າງທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນນີ້, ວົງການນັກໄຈ້ແຍກ ໃຫ້ຂໍ້ສັງເກດວ່າ ແງ່ຫວັງຂອງການປັບປຸງການພົວພັນລະຫວ່າງສອງຝ່າຍໃນໄລຍະເວລາສັ້ນໆ ແມ່ນຍາກທີ່ຈະປະຕິບັດໄດ້ ແຕ່ກໍບໍ່ໝາຍຄວາມວ່າ ບໍ່ມີໂອກາດ.

ແງ່ຫວັງຮ່ວມມືເຈລະຈາ

ໃນບັນດາການຜັນແປທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ໃນໄລຍະນີ້, ຫາງສຽງມີຄວາມສົນໃຈເປັນພິເສດເຖິງບັນດາການກະທຳ ຂອງ ອາເມລິກາ. ຕາມບັນດານັກໄຈ້ແຍກແລ້ວ, ວໍຊິງຕັນ ພວມສົ່ງສານ ຢາກເຈລະຈາ ແລະ ພ້ອມແລ້ວທີ່ຈະມີການກະທຳທີ່ແຂງກະດ້າງ ໄປຍັງ ມົດສະກູ. ນັກຊ່ຽວຊານຫຼາຍທ່ານໃຫ້ຂໍ້ສັງເກດວ່າ, ພາຍໃຕ້ສະໄໝຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ການພົວພັນ ກັບ ລັດເຊຍ ໄດ້ຮັບການກຳນົດທິດຢ່າງຈະແຈ້ງ ແລະ ຕາມທິດແຂງກະດ້າງກວ່າ ເມື່ອທຽບໃສ່ສະໄໝຂອງທ່ານອະດີດປະທານາທິບໍດີ Donald Trump. ທ່າອ່ຽງດັ່ງກ່າວ ໄດ້ເຮັດໃຫ້ຄວາມອາດສາມາດປັບປຸງທີ່ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ຢ່າງວ່ອງໄວນັ້ນ ແມ່ນບໍ່ສູງ.

ເຖິງຢ່າງໃດກໍຕາມ, ສິ່ງດັ່ງກ່າວກໍບໍ່ໝາຍຄວາມວ່າ ການປັບປຸງສາຍພົວພັນລະຫວ່າງ ລັດເຊຍ ກັບ ຝ່າຍຕາເວັນຕົກ ຈະບໍ່ມີໂອກາດ. ຕາມບັນດານັກໄຈ້ແຍກແລ້ວ, ຜ່ານສະພາບການຕົວຈິງຂອງຫຼາຍປີຜ່ານມາ ໄດ້ຊີ້ໃຫ້ເຫັນວ່າ ຝ່າຍຕາເວັນຕົກ ຕ້ອງມີການປະກອບຂອງ ລັດເຊຍ ໃນການແກ້ໄຂຫຼາຍເອກະສານຮ້ອນເຮັ່ງຂອງສາກົນ, ໃນນັ້ນ ມີບັນຫານິວເຄຼຍ ອີຣານ, ສ້າງສະຖຽນລະພາບຢູ່ພາກພື້ນ ຕາເວັນອອກກາງ, ແກ້ໄຂຄວາມເຄັ່ງຕຶງຢູ່ ຢູແກຼນ ແລະ ອື່ນໆ. ຍິ່ງໄປກວ່ານັ້ນ, ໃນວິກິດການໃນການພົວພັນປັດຈຸບັນ,     ຍາມໃດ ລັດເຊຍ ກໍສະແດງເຈດຕະນາດີວ່າ ຢາກຮ່ວມມື ແລະ ເຈລະຈາຢ່າງຈະແຈ້ງ. ສິ່ງດັ່ງກ່າວ ໄດ້ອະທິບາຍໃຫ້ຮູ້ວ່າ ເປັນຫຍັງສະພາບການຢູ່ພາຍໃນຝ່າຍຕາເວັນຕົກ  ຍາມໃດກໍມີຄຳຄິດເຫັນສະໜັບສະໜູນທ່າອ່ຽງຮ່ວມມືກັບ ລັດເຊຍ ແທນທີ່ຈະສູ້ຢັນກັນ. ກ່ອນອື່ນໝົດ, ໃນສະພາບການຄວາມເຄັ່ງຕຶງ ປີນຂັ້ນໄດຄືໃນປັດຈຸບັນ, ມີສະເພາະແຕ່ເລື່ອງທ່ານປະທານາທິບໍດີ ອາເມລິກາ ປະກາດຢາກເຈລະຈາກັບ ທ່ານປະທານາທິບໍດີ ລັດເຊຍ ກໍໄດ້ເປັນສັນຍານທີ່ຕັ້ງໜ້າ, ແມ່ນໂອກາດເພື່ອປັບປຸງສະພາບການແລ້ວ, ເວັ້ນເສຍແຕ່ເນື້ອໃນ ແລະ ໝາກຜົນຂອງການພົບປະຈະອອກມາຄືແນວໃດ./.

ຕອບກັບ

ຂ່າວ/ບົດ​ອື່ນ