(vovworld)- ວັນທີ 20/10, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໃຫ້ຮູ້ວ່າ: ແຜນການຫລຸດຜ່ອນການປ່ອຍ ອາຍພິດເຮືອນແກ້ວ ພວມຍົກອອກມາ ຍ້ອນບັນດາປະເທດຮັ່ງມີ ແລະ ຫລາຍປະເທດພວມພັດທະນາ ບໍ່ບັນລຸໄດ້ຄາດໝາຍວາງອອກໃນການຈຳກັດສະພາບໂລກຮ້ອນຂຶ້ນ 2 ອົງສາ C. ໝາກຜົນນີ້ບໍ່ແມ່ນຄວາມມຸ້ງຫວັງ ພາຍຫລັງບັນດາຄວາມມານະພະຍາຍາມຂອງໂລກໃນກິດຈະການຕ້ານການປ່ຽນແປງຂອງດິນຟ້າອາກາດໃນໄລຍະຜ່ານມາ. ສິ່ງດັ່ງກ່າວ ວາງອອກສິ່ງທ້າທາຍບໍ່ແມ່ນຫນ້ອຍສຳລັບແຕ່ລະປະເທດ, ໃຫ້ເຫັນວ່າ ບັນດາປະເທດຄວນມີການກະທຳຢ່າງຂ້ຽວຂາດກວ່າແທນທີ່ບັນດາແຜນການດ້ວຍລາຍລັກອັກສອນ.
ພາບປະກອບ:internet
|
ຕາມບົດລາຍງານລ້າສຸດ ໂດຍບັນດານັກໄຈ້ແຍກຢູ່ ປາຣີ ປະກາດເມື່ອວັນທີ 20/10 ໂດຍອີງໃສ່ການຕີລາຄາບັນດາຄວາມມານະພະຍາຍາມກ່ອນນີ້ ແລະ ນັບທັງຄຳໝັ້ນສັນຍາໃຫມ່ຈາກ 34 ປະເທດສະມາຊິກ ພ້ອມກັບ 10 ປະເທດຄູ່ຮ່ວມມືອື່ນຂອງ OECD ລວມທັງ ຈີນ ແລະ ອິນເດຍ ເຊິ່ງແມ່ນປະເທດໄດ້ປະກອບ 80% ປະລິມານການປ່ອຍ ອາຍພິດເຮືອນແກ້ວ ໃນທົ່ວໂລກ.
ຜົນຮ້າຍຢ້ອນຫລັງຢ່າງຈະແຈ້ງ.
ບໍ່ແມ່ນສິ່ງບັງເອີນທີ່ອົງການ OECD ປະກາດບົດລາຍງານນີ້ແມ່ນກົງກັບຈຸດເວລາດຳເນີນກອງປະຊຸມຈັດກຽມທີ່ແກ່ຍາວ ຫນຶ່ງສັບປະດາຂອງ 200 ປະເທດ ເພື່ອກະກຽມໃຫ້ກອງປະຊຸມສຸດຍອດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄາດວ່າຈະດຳເນີນໃນເດືອນ 12/2015. ໝາກຜົນຂອງບົດລາຍການຄືດັ່ງຄຳກ່າວເຕືອນຕໍ່ປະຊາຄົມກ່ຽວກັບຄວາມເປັນໄປຂອງຄາດໝາຍຮັກສາລະດັບເພີ່ມອູນຫະພູມຂອງຫນ່ວຍໂລກລົງໃນລະດັບຕ່ຳກວ່າ 2 ອົງສາC ນັບແຕ່ນີ້ຮອດປີ 2020 ເພື່ອຫລີກລ້ຽງການເພີ່ມຂຶ້ນນັບມື້ນັບຮ້າຍແຮງຂອງອາກາດຮ້ອນເອົ້າ, ໄພນ້ຳຖ້ວມ ແລະ ໄພ ສູນ ພັນໃນຂອບຂະຫນາດທົ່ວໂລກ. ຜູ້ຊ່ຽວຊານດ້ານດິນຟ້າອາກາດ Mikaela Rambali ຖືວ່າ: ໝາກຜົນຂອງ OECDໃຫ້ເຫັນວ່າ ເຖິງວ່າ ບັນດາປະເທດໄດ້ມີຄວາມພະຍາຍາມກໍຕາມ ແຕ່ບໍ່ທັນພຽງພໍເພື່ອບັນລຸຄາດໝາຍຂອງແຕ່ລປະເທດ ຫາກບໍ່ທັນເວົ້າເຖິງເລື່ອງບັນລຸຄາດໝາຍລວມໃນການຈຳກັດລະດັບເພີ່ມຂຶ້ນຂອງອູນຫະພູມທົ່ວໂລກພຽງ 2 ອົງສາ.
ໃນຂະນະທີ່ບັນດາປະເທດ ພວມຊອກຫາມາດຕະການເພື່ອຫລຸດຜ່ອນການປ່ອຍ ອາຍພິດເຮືອນແກ້ວ ບັນຫາໂລກຮ້ອນສາມາດຮັບຮູ້ໂດຍກົງແລະຈະແຈ້ງກວ່າ. ຕາມອົງການອຸຕຸນິຍົມສາກົນ (WMO) ແລ້ວ, ປີ 2014 ແມ່ນປີທີ່ອາກາດຮ້ອນທີ່ສຸດໃນປະຫວັດສາດ ດ້ວຍລະດັບອູນຫະພູມສະເລ່ຍແມ່ນ 14,58 ອົງສາC ສູງກວ່າ 1,24 ອົງສາ C ເມື່ອທຽບໃສ່ອູນຫະພູມສະເລ່ຍໃນສັດຕະວັດທີ 20. ອູນຫະພູມເພີ່ມຂຶ້ນຢູ່ເກືອບ ທຸກແຫ່ງໃນຫນ່ວຍໂລກ. ບົດລາຍງານຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ(IPCC) ໄດ້ຮັບຮູ້ວ່າ: ຖ້າບໍ່ຫລຸດຜ່ອນການປ່ອຍ ອາຍພິດເຮືອນແກ້ວ, ມະນຸດ ຈະຕ້ອງຮັບອາກາດຮ້ອນເອົ້າ, ໄພແຫ້ງແລ້ງ, ນ້ຳຖວ້ມທີ່ຮ້າຍແຮງ ແລະ ນັບມື້ນັບເພີ່ມຂຶ້ນ. ໃນຂະນະນັ້ນ ບັນດາກອງປະຊຸມສຸດຍອດໃນໄລຍະມໍ່ໆມານີ້ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຖືກປະລາໄຊຢ່າງລຽນຕິດ ເຮັດໃຫ້ຫາງສຽງເສຍຫວັງຕໍ່ ຄຳໝັ້ນສັນຍາໃນການຕໍ່ສູ້ປົກປັກຮັກສາຫນ່ວຍໂລກ.
ສິ່ງກີດຂວາງຫລາຍຢ່າງ
ປະຈຸບັນ, ປະມານ 150 ປະເທດ ໄດ້ມີຄຳໝັ້ນສັນຍາ ສະຫມັກໃຈຫລຸດຜ່ອນ ອາຍພິດເຮືອນແກ້ວ ຫລັງປີ 2020, ຊື່ງແມ່ນຈຸດເວລາຂໍ້ຕົກລົງຮ່ວມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດເລີ່ມມີຜົນສັກສິດ. ໃນນັ້ນ 58 ປະເທດທີ່ປ່ອຍກວ່າ 60% ປະລິມານອາຍພິດໃນທົ່ວໂລກ ຍົກອອກບັນດາຄຳໝັ້ນສັນຍາຫລຸດຜ່ອນອາຍແກສ. ອາເມລິກາ ໄດ້ວາງຄາດໝາຍ ຫລຸດຜ່ອນ 26-28% ປະລິມານອາຍພິດໃນປີ 2025 ເມື່ອທຽບໃສ່ປີ 2005. ສະຫະພາບເອີລົບ ໃຫ້ຄຳໝັ້ນສັນຍາບັນລຸຄາດໝາຍຮອດປີ 2030 ຫລຸດຜ່ອນ 40% ປະລິມານ ອາຍພິດເຮືອນແກ້ວ ເມື່ອທຽບໃສ່ປີ 1990, ສ່ວນ ຈີນ ໃຫ້ຄຳໝັ້ນສັນຍາ ຮອດປີ 2030 ຈະຫລຸດຜ່ອນ 60-65% ປະລິມານປ່ອຍ CO2 ເມື່ອທຽບໃສ່ປີ 2005. ເຖິງຢ່າງໃດກໍຕາມ, ບັນດາຄຳໝັ້ນສັນຍາຫລຸດຜ່ອນການປ່ອຍ ອາຍພິດ ບໍ່ແມ່ນຫນ້ອຍ ແຕ່ສິ່ງທີ່ຫາງສຽງລໍຄອຍແມ່ນການກະທຳຜັນຂະຫຍາຍລະອຽດຢູ່ແຕ່ລະປະເທດ.
ພ້ອມກັບໝາກຜົນບໍ່ດີປານໃດ ໂດຍ OECD ປະກາດໃນວັນທີ 20/10, ທີ່ກອງປະຊຸມຈັດກຽມພວມດຳເນີນຢູ່ Bonn ປະເທດ ເຢຍລະມັນ ເພື່ອກະກຽມໃຫ້ກອງປະຊມສຸດຍອດ ສປຊ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດຈະມາເຖິງ, ຍັງມີຫລາຍບັນຫາຈຸດສຸມຄວນບັນລຸຄວາມເຫັນດີຈາກບັນດາປະເທດຄື: ຕັດສິນໃຈຫລຸດພົ້ນອອກຈາກການນຳໃຊ້ບັນດາແຫລ່ງພະລັງງານບໍ່ແຮ່ແຕ່ກາງສັດຕະວັດນີ້, ດຳເນີນການດັດປັບຄາດໝາຍດຳເນີນການປົກປັກຮັກສາອາກາດຂອງບັນດາປະເທດໃນປີ 2020 ແທນທີແຜນການແມ່ນໃນປີ 2024 . ຄຽງຄູ່ກັນນັ້ນ ການຫນູນຊ່ວຍດ້ານການເງິນໃນອະນາຄົດໃຫ້ບັນດາປະເທດທຸກຍາກກວ່າ ບໍ່ທັນໄດ້ເຮັດແຈ້ງ. ເຖິງວ່າ ບັນດາປະເທດຮັ່ງມີ ໃຫ້ຄຳໝັ້ນສັນຍາລະດົມປະມານ 100 ຕື້ USD ໃນແຕ່ລະປີ ນັບແຕ່ປີ 2020 ເປັນຕົ້ນໄປເພື່ອຊ່ວຍບັນດາປະເທດເຄີຍຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ ເພື່ອຫລຸດຜ່ອນການປ່ອຍ ອາຍພິດເຮືອນແກ້ວ ແຕ່ຄາດໝາຍນີ້ ຍາກທີ່ປະຕິບັດໄດ້ ຍ້ອນຮອດເດືອນ 6/2015 ມີພຽງ 30 ປະເທດໝັ້ນໝາຍອຸປະຖຳຈຳນວນເງິນປະມານ 10,2 ຕື້ USD.
ຄວາມຈິງບໍ່ອາດປະຕິເສດໄດ້ ນັ້ນແມ່ນລະດັບປ່ຽນແປງຂອງດິນຟ້າອາກາດ ເຖິງວ່າໄດ້ຫລຸດລົງ ແຕ່ປະກົດການທົ່ວໂລກອຸ່ນຂຶ້ນ ບໍ່ທັນຈຳກັດຢູ່ໃນລະດັບຕ່ຳກວ່າ 2 ອົງສາC. ຖ້າຫາກບັນດາປະເທດບໍ່ປະຕິບັດຢ່າງຂ້ຽວຂາດບັນດາໂຄງການຕ້ານການປ່ຽນແປງຂອງດິນຟ້າອາກາດ ຄວາມສ່ຽງໄພຕໍ່ໂລກບໍ່ບັນລຸໄດ້ຄາດໝາຍຈຳກັດບັນຫາຫນ່ວຍໂລກອຸ່ນຂຶ້ນອາດຈະກາຍເປັນຄວາມຈິງ.