ຍີປຸ່ນໄດ້ປັກທຸງຢັ້ງຢືນອະທິປະໄຕຢູ່ເກາະ Senkaku/ຕຽວອີ້ ເຖິງວ່າ ພວມເກີດການພິພາດກັບຈີນ (ພາບ : internet)
|
ເຫດການໜຶ່ງທີ່ດຶງດູດຄວາມສົນໃຈຈາກຫາງສຽງໂລກປີ 2012 , ນັ້ນແມ່ນບັນຫາຄວາມສະຫງົບປອດໄພບົນທະເລ. ບັນດາຄວາມເຄັ່ງຕຶງທີ່ຫາກໍເກີດຂຶ້ນຊຶ່ງກ່ຽວຂ້ອງເຖິງອະທິປະໄຕເຂດນານທະເລນັ້ນ, ເຄັ່ງຮ້ອນທີ່ສຸດແມ່ນຢູ່ພາກພື້ນອາຊີ-ປາຊີຟິກ, ໄດ້ສົ່ງຜົນກະທົບເຖິງການພົວພັນທາງການທູດລະຫວ່າງປະເທດ. ອະທິປະໄຕເຂດໝູ່ເກາະ, ທະເລກໍແມ່ນໜຶ່ງໃນບັນດາຫົວເລື່ອງທີ່ຮ້ອນເຮັ່ງກ່ວາໝູ່ໃນບັນດາເວທີປາໄສສາກົນປີ 2012.
ເດືອນ 8/2012, ບັນຍາກາດບົນທະເລ ຮ່ວາຕຸງ ໄດ້ຮ້ອນເຮ່ັງຂຶ້ນຢ່າງກະທັນຫັນຂະນະທີ່ ຍີປຸ່ນ ແລະ ຈີນໄດ້ສູ້ຢັນຕໍ່ກັນດ້ວຍຄຳຖະແຫຼງພ້ອມກັບການກະທຳໂດຍໝູນອ້ອມການທ່ວງເອົາ ອະທິປະໄຕເຂດໝູ່ເກາະຊຶ່ງຍີປຸ່ນເອີ້ນວ່າ Sensacu ແລະຈີນເອີ້ນວ່າ ຕຽວອີ້ . ຄວາມເຄັ່ງຕຶງໄດ້ເກີດຂຶ້ນພາຍຫຼັງທີ່ຍີປຸ່ນໄດ້ຈັບຕົວນັກເຄື່ອນໄຫວສັງຄົມກຸ່ມໜຶ່ງຂອງຮົ່ງກົງ(ປະເທດຈີນ) ທີ່ໄດ້ມາເຄື່ອນໄຫວຢູ່ເຂດໝູ່ເກາະແຫ່ງນີ້. ກໍລະນີດັ່ງກ່າວຍັງບໍ່ທັນຜ່ອນຄ່າຍລົງເທືອ່, ແຕ່ຫຼັງຈາກນັ້ນພຽງ 2-3 ວັນ, ມີກຸ່ມຄົນໜຶ່ງລວມມີ 150 ຄົນສັງກັດພັກຝ່າຍຂວາຢູ່ຍີປຸ່ນໄດ້ພາກັນໄປຍັງໝູ່ເກາະແຫ່ງນີ້ເພື່ອປັກທຸງຍີປຸ່ນ ແລະ ຮ້ອງເພງຊາດ. ແຕ່ຈຸດສຸດຍອດຂອງຄວາມຂັດແຍ້ງ ກັນນັ້ນ ແມ່ນນັບແຕ່ເວລາ ໂຕກຽວ ຕົກລົງຫັນເກາະ 3 ແຫ່ງໃນຈຳນວນເກາະຕ່າງໆທີ່ຂຶ້ນກັບໝູ່ເກາະເກີດການພິພາດມາເປັນຂອງລັດ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, 2 ຝ່າຍໄດ້ໂຕ້ຖຽງກັນຢ່າງລຽນຕິດ ແລະ ກຳປັ່ນຂອງຈີນກໍໄດ້ເຂົ້າອອກເຂດທະເລອ້ອມແອ້ມໝູ່ເກາະນີ້ຢ່າງບໍ່ຢຸດຢັ້ງ ໂດຍບໍ່ຫົວຊາຕໍ່ຄຳກ່າວເຕືອນຂອງກຳລັງລາດຕະເວນຂອງຍີປຸ່ນ. ບໍ່ພຽງແຕ່ຢູ່ທະເລເທົ່ານັ້ນ, ໂຕກຽວຍັງກ່າວຫາເຮືອບິນຂອງ ປັກກິງ ບິນເຂົ້າເຂດນານຟ້າທີ່ເກີດການພິພາດ ແລະ ເພື່ອເປັນການຕອບໂຕ້ຄືນ, ຍີຢຸ່ນໄດ້ໄດ້ຈັດສົ່ງເຮືອບິນ F- 15 ຂຶ້ນສະກັດກັ້ນ. ການກະທຳທັງໝົດເຫຼົ່ານັ້ນໄດ້ຍູ້ການພົວພັນທາງການທູດລະຫວ່າງ 2 ປະເທດຕົກເຂົ້າສູ່ສະພາບຊົ່ວຮ້າຍທີ່ສຸດໃນຮອບເວລາ 2-3 ປີ ມານີ້, ຊ້ຳບໍໜຳ 2 ຝ່າຍໄດ້ຕົກລົງລົບລ້າງບັນດາເຫດການສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງການພົວພັນທາງການທູດເປັນປົກກະຕິ ແລະ ລົບລ້າງບັນດາການພົບປະ 2 ຝ່າຍຂັ້ນສູງ.
ແລະ ກໍໃນຈຸດເວລານີ້, ການພົວພັນລະຫວ່າງ ຍີປຸ່ນ ແລະ ສ.ເກົາຫຼີ ກໍຖືກຕົກຢູ່ໃນສະພາບທີ່ບໍ່ດີ. ທ່ານປະທານາທິບໍດີ ສ.ເກົາຫຼີ Le Myung-bak ໄດ້ນຳໜ້າຄະນະເຈົ້າໜ້າທີ່ໄປຍັງເກາະ Dokdo ຊຶ່ງໃນປະຈຸບັນ ສ.ເກົາຫຼີພວມຄວບຄຸມ, ກົງກັນຂ້າມ ທາງຝ່າຍຍີປຸ່ນກໍຖະແຫຼງມີອະທິປະໄຕ ດ້ວຍຊື່ທີ່ເອີ້ນວ່າ Takeshima, ອັນໄດ້ເຮັດໃຫ້ຝ່າຍຍີປຸ່ນມີປະຕິກິລີຍາຢ່າງຮຸນແຮງ.ໂດຍບໍ່ຫົວຊາຕໍ່ສິ່ງດັ່ງກ່າວ, ພາຍຫລັງ 3 ມື້, ມີນັກເຄື່ອນໄຫວຂອງ ສ ເກົາຫລີ ກຸ່ມຫນຶ່ງ ສືບຕໍ່ຈັດຕັ້ງການລອຍນ້ຳຈາກທ່າກຳປັ່ນທາງທິດຕາເວັນອອກເຖິງເກາະ Dokdo/Takeshima. ສ ເກົາຫລີ ຍັງເປີດເຜີຍແຜນການຊ້ອມຮົບຮ່ວມ ທະຫານເຮືອ, ທະຫານບົກ, ກອງທັບອາກາດ ແລະ ຕຳຫລວດປ້ອງກັນທະເລ ໂດຍມີການເຂົ້າຮ່ວມຂອງກຳປັ່ນຮົບ ແລະ ເຮືອບິນທະຫານ ສເກົາຫລີ ຫລາຍລຳ ເພື່ອສະແດງໃຫ້ເຫັນການປົກປັກຮັກສາໝູ່ເກາະ Dokdo ກ່ອນທີ່ຖືກບັນດາກຳປັ່ນຕ່າງປະເທດບຸກໂຈມຕີ. ສອງຝ່າຍ ຍັງມີເຈດຈຳນົງນຳບັນຫາພິພາດຂຶ້ນສານຍຸດຕິທຳສາກົນເພື່ອພິພາກສາ.
ພ້ອມກັບເຂດທະເລ ຮວາຕຸງ, ທະເລຕາເວັນອອກຕິດກັບປະເທດຈຳນວນຫນຶ່ງຢູ່ພາກພື້ນ ອາຊີຕາເວັນອອກສຽງໃຕ້ ໄດ້ຮັບຖືວ່າ ແມ່ນ“ຈຸດສຸມການເດີນທະເລ” ຂອງພາກພື້ນນີ້, ໃນປີຜ່ານມາ ໄດ້ເກີດຄວາມເຄັ່ງຕຶງຢ່າງລຽນຕິດ ຍ້ອນບັນດາຖະແຫລງການອະທິປະໄຕຂອງບັນດາຝ່າຍກ່ຽວຂ້ອງ. ຄວາມດຶງດູດດ້ານການຄ້າ, ພະລັງງານຢູ່ທະເລຕາເວັນອອກ ກໍຄືຄວາມໝາຍຍຸດທະສາດທົ່ວໂລກ ນັ້ນແມ່ນສິ່ງກໍ່ໃຫ້ເກີດການປະທະກັນໃນປີຜ່ານມາ. ສະນັ້ນ ກອງປະຊຸມສຳມະນາ, ເວທີປາໄສຂະຫນາດໃຫຍ່ນ້ອຍຫລາຍຄັ້ງຖືກຈັດຂຶ້ນໃນປີ 2012 ເພື່ອປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ບໍ່ພຽງແຕ່ໃນຂອບເຂດພາກພື້ນເທົ່ານັ້ນ ຫາກຍັງແມ່ນບັນຫາທີ່ໄດ້ຮັບຄວາມສົນໃຈຢູ່ບັນດາເວທີປາໄສທົ່ວໂລກຄື: ສະພາຄວາມໝັ້ນຄົງ ສປຊ, ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ເອີລົບ, ກອງປະຊຸມສຸດຍອດ ອາຊີຕາເວັນອອກ. ບັນຍາກາດກ່ຽວກັບບັນຫາທະເລຢູ່ພາກພື້ນນີ້ແມ່ນເຄັ່ງຕຶງທີ່ສຸດ, ບາງໄລຍະຫາງສຽງມີຄວາມວິຕົກກັງວົນວ່າອາດຈະເກີດສົງຄາມ. ເຖິງວ່າໃນປີຜ່ານມາ ການປະທະກັນຄັ້ງໃຫຍ່ກ່ຽວກັບການທະຫານ ແຕ່ບໍ່ທັນເກີດການຊ່ວງເສັງດ້ານການທະຫານ. ງົບປະມານທີ່ສະຫງວນໃຫ້ແກ່ການທະຫານຂອງບັນດາປະເທດໄດ້ເພີ່ມຂຶ້ນຢ່າງກ້າວກະໂດດ ແລະ ພ້ອມກັນນັ້ນ ຍັງດຳເນີນການຊ້ອມຮົບກອງທັບເຮືອ, ການຍິງປືນບົນທະເລ ດ້ວຍຂອບຂະຫນາດໃຫຍ່ ແລະ ລຽນຕິດ.
ອາດຈະເວົ້າໄດ້ວ່າ, ຄວາມໝັ້ນຄົງບົນທະເລ ແມ່ນບັນຫາເຮັ່ງຮ້ອນໃນປີຜ່ານມາຢູ່ພາກພື້ນ ອາຊີ ປາຊີຟີກ. ບັນດາຖະແຫລງການຂອງບັນດາປະເທດໃນພາກພື້ນກ່ຽວກັບທະເລແມ່ນກົງກັບຈຸດເວລາສະດຸ້ງໄວ. ໃນສະພາບການຊັບພະຍາກອນພາຍໃນປະເທດນັບມື້ນັບຂາດແຄນ, ສະນັ້ນ ຫລາຍປະເທດຕ້ອງມຸ່ງໄປເຖິງທະເລຫລວງ ຊຶ່ງກວມ 70% ເນື້ອທີ່ຂອງຫນ່ວຍໂລກ ເພື່ອຕອບສະຫນອງຄວາມຕ້ອງການກ່ຽວກັບພະລັງງານທີ່ໃຫຍ່ຫລວງຍິ່ງກວ່າເວລາໃດຫມົດ. ແຕ່ວ່າ ທ່າອ່ຽງການຮ່ວມມືກ່ຽວກັບເສດຖະກິດ, ການຄ້າ ຍັງຄົງແມ່ນຈຸດໝາຍຕົ້ນຕໍໃນການພົວພັນດ້ານການເມືອງຢູ່ພາກພື້ນ ອາຊີ ປາຊີຟີກ. ບັນດາຄວາມເຄ່ັງຕຶງທີ່ກ່ຽວຂ້ອງເຖິງການພິພາດຢູ່ທະເລປະຈຸບັນ ພຽງແຕ່ແມ່ນການຖອຍຫລັງຊົ່ວຄາວໃນການພົວພັນໃນຂະນະທັງຮ່ວມມື, ທາງແກ້ງແຍ້ງ ຍາມໃດກໍແມ່ນການຊ່ວງເສັງທີ່ສັບສົນ ແລະ ແຕ່ລະປະເທດມີເຫດຜົນສະເພາະເພື່ອປົກປ້ອງຜົນປະໂຫຍດຂອງຕົນ.