(VOVWORLD) - ໃນສະພາບການທີ່ຄວາມຂາດສະຖຽນລະພາບດ້ານພູມີສາດການເມືອງ ແລະ ເສດຖະກິດສືບຕໍ່ເພີ່ມຂຶ້ນໃນຊຸມມື້ຕົ້ນປີໃໝ່, ເວທີປາໄສເສດຖະກິດໂລກ ໄດ້ດຳເນີນໃນອາທິດນີ້ ຢູ່ Davos, ປະເທດ ສະວິດ ແມ່ນໂອກາດເພື່ອໃຫ້ປະຊາຄົມໂລກ ຫັນບັນດາຄວາມມານະພະຍາຍາມສ້າງຄວາມເຊື່ອໝັ້ນຄືນໃໝ່ໃຫ້ເປັນການກະທຳລະອຽດ.
ໃນກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກ (WEF) ໄດ້ໄຂຂຶ້ນໃນວັນທີ 15 ມັງກອນ ຢູ່ Davos, ປະເທດສະວິດ ດ້ວຍຫົວຂໍ້ “ສ້າງຄວາມເຊື່ອໝັ້ນຄືນໃໝ່”.
4 ເນື້ອໃນບຸລິມະສິດທີ່ໄດ້ນຳມາປຶກສາຫາລືເພື່ອສ້າງຄວາມເຊື່ອໝັ້ນຄືນໃໝ່
ກ່ອນມື້ໄຂເວທີປາໄສ WEF ຄັ້ງທີ 54 ຢູ່ Davos, ບັນດາອົງການຈັດຕັ້ງໄດ້ປະກາດ “ບົດລາຍງາຍຄວາມສ່ຽງທົ່ວໂລກ” ປີ 2024 (ວັນທີ 10 ມັງກອນ), ໃນນັ້ນ ກຳນົດຜົນກະທົບຂອງເຕັກໂນໂລຢີປັນຍາປະດິດ (AI) ຕໍ່ລັກສະນະຄົບຖ້ວນ ແລະ ຊັດເຈນຂອງຂໍ້ມູນ ແມ່ນຄວາມນາບຂູ່ໃຫຍ່ທີ່ສຸດສຳລັບໂລກ ໃນຊຸມປີຈະມາເຖິງ, ຖັດມາແມ່ນ ເງື່ອນໄຂດິນຟ້າອາກາດທີ່ຜັນແປຮຸນແຮງ, ການບັງຄັບປະຊາຊົນອົບພະຍົບ. ການພົ້ນເດັ່ນຂຶ້ນຂອງບັນດາໄພນາບຂູ່ແບບໃໝ່ນີ້, ໄປຄຽງຄູ່ກັບບັນດາຄວາມສ່ຽງແບບເກົ່າ, ເຊັ່ນ: ການປະທະກັນປະກອບອາວຸດ, ຄວາມບໍ່ຍຸຕິທຳດ້ານເສດຖະກິດນັ້ນ ໄດ້ສ່ອງແສງໃຫ້ເຫັນວ່າ ໂລກນັບມື້ນັບສັບສົນກວ່າ ແລະ ບອບບາງກວ່າຕໍ່ໜ້າການຜັນແປຕ່າງໆ. ນັ້ນແມ່ນເຫດຜົນທີ່ WEF ປີນີ້ ເລືອກເອົາຫົວຂໍ້ “ສ້າງຄວາມເຊື່ອໝັ້ນຄືນໃໝ່” ເປັນກະດູກສັນຫຼັງໃຫ້ແກ່ວາລະປຶກສາຫາລືຕ່າງໆ. ທ່ານປະທານ WEF, Borge Brende ແບ່ງປັນວ່າ:
“ເວທີປາໄສປີນີ້ ໄດ້ດຳເນີນໃນສະພາບພູມີສາດການເມືອງ ແລະ ພູມີສາດເສດຖະກິດສັບສົນທີ່ສຸດໃນ 2 – 3 ທົດສະວັດຜ່ານມາ. ໃນສະພາບການນັ້ນ, ພວກເຮົາຕ້ອງສ້າງຄວາມເຊື່ອໝັ້ນຄືນໃໝ່ໂດຍດ່ວນ. ນັ້ນແມ່ນຫົວຂໍ້ຂອງເວທີປາໄສປີນີ້.”
ເວທີປາໄສ WEF ປີ 2024 ຈັດຂຶ້ນຢູ່ນະຄອນ ດາວອດ, ສະວິດ ແຕ່ວັນທີ 15 - 19 ມັງກອນ ດ້ວຍຫົວຂໍ້ "ສ້າງຄວາມເຊື່ອໝັ້ນຄືນໃໝ່" (ພາບ: WEF) |
ຕາມ WEF ແລ້ວ, ເລື່ອງສ້າງຄວາມເຊື່ອໝັ້ນຄືນໃໝ່ ຕ້ອງປະຕິບັດຢູ່ 3 ລະດັບພື້ນຖານຄືດັ່ງນີ້: ຄວາມເຊື່ອໝັ້ນຕໍ່ອະນາຄົດ; ຄວາມເຊື່ອໝັ້ນຕໍ່ບັນດາສັງຄົມ ແລະ ຄວາມເຊື່ອໝັ້ນລະຫວ່າງບັນດາປະເທດ. WEF ປີນີ້ ຖືກຈັດຂຶ້ນຕາມຮູບແບບໃຫຍ່ສຸດ ນັບແຕ່ພາຍຫຼັງໂລກລະບາດໂຄວິດ - 19, ດ້ວຍຜູ້ແທນກວ່າ 2.600 ທ່ານເຂົ້າຮ່ວມ, ໃນນັ້ນ ມີການນຳຂອງເກືອບ 70 ປະເທດ, ຜູ້ຕາງໜ້າພະບໍລົມວົງສານຸວົງ ແລະ ອົງການຈັດຕັ້ງສາກົນ, ເຊິ່ງມີລະດັບການເຂົ້າຮ່ວມສູງກວ່າເມື່ອທຽບໃສ່ໄລຍະໂລກລະບາດໂຄວິດ - 19. ດ້ວຍຄວາມຕັດສິນໃຈສ້າງຄວາມເຊື່ອໝັ້ນຄືນໃໝ່, ຊຸກຍູ້ການເຈລະຈາເພື່ອຊອກຫາມາດຕະການລວມແນໃສ່ແກ້ໄຂບັນດາບັນຫາທົ່ວໂລກ, WEF ປີນີ້ ຈະສຸມໃສ່ 4 ກຸ່ມບັນຫາຕົ້ນຕໍ, ເຊິ່ງລວມມີ: ການຊຸກຍູ້ຄວາມໝັ້ນຄົງ ແລະ ການຮ່ວມທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນໂລກທີ່ມີການແບ່ງແຍກ; ສ້າງການເຕີບໂຕ ແລະ ວຽກເຮັດງານທຳໃນສັງກາດໃໝ່; ປັນຍາປະດິດເໝືອນດັ່ງກຳລັງໜູນໃຫ້ແກ່ດ້ານເສດຖະກິດ ແລະ ສັງຄົມ; ຍຸດທະສາດໄລຍະຍາວສຳລັບບັນຫາດິນຟ້າອາກາດ, ທຳມະຊາດ ແລະ ພະລັງງານ.
ການເຂົ້າຮ່ວມຂອງການນຳຫຼາຍປະເທດໃນໂລກທີ່ເວທີປາໄສ Davos 2024, ຄື: ເລຂາທິການໃຫຍ່ສະຫະປະຊາຊາດ, ນາຍົກລັດຖະມົນຕີ ຈີນ, ປະທານາທິບໍດີ ຝລັ່ງ, ປະທານຄະນະກຳມະການ ເອີລົບ ໄດ້ນຳມາເຊິ່ງບັນດາຄວາມຫວັງກ່ຽວກັບການໂອ້ລົມສົນທະນາທີ່ມີຄຸນນະພາບ. ຕາມທ່ານ Amitabh Behar, ຮັກສາການຜູ້ອຳນວຍການບໍລິຫານຂອງ Oxfam, ອົງການບໍ່ຂຶ້ນກັບລັດຖະບານ ຫາກໍ່ປະກາດບົດລາຍງານກ່ຽວກັບເລື່ອງເພີ່ມຄວາມຂາດສະຖຽນລະພາບລະຫວ່າງ ຍິງ - ຊາຍໃນໂລກເພີ່ມຂຶ້ນ, ເວທີປາໄສນີ້ແມ່ນບ່ອນທີ່ເໝາະສົມເພື່ອກ່າວເຕືອນກ່ຽວກັບຄວາມຂາດສະຖຽນລະພາບທີ່ຕ້ອງໄດ້ຮັບຟັງຢ່າງເຂັ້ມງວດ.
“ເວທີປາໄສເສດຖະກິດໂລກ ອາດຈະສວມບົດບາດສຳຄັນຍິ່ງ. ນີ້ແມ່ນເວທີປາໄສສຳຄັນເພື່ອໃຫ້ພວກຂ້າພະເຈົ້າສາມາດສຳຜັດກັບຜູ້ຮັ່ງມີເຊິ່ງພວກຂ້າພະເຈົ້າໄດ້ເຕື້ອງເຖິງໃນບົດລາຍງານ, ບັນດາຜູ້ນຳໜ້າກຸ່ມບໍລິສັດ, ການນຳການເມືອງໃຫຍ່ລ້ວນແຕ່ເຕົ້າໂຮມຢູ່ທີ່ນີ້. ຂ້າພະເຈົ້າຄິດວ່າ, ຕ້ອງມີບັນດາການໂອ້ລົມສົນທະນາຢ່າງແທດຈິງຢູ່ທີ່ນີ້, ເພື່ອເນັ້ນໜັກວ່າ, ບໍ່ສາມາດປະໃຫ້ເກີດຄວາມຂາດສະຖຽນລະພາບດ້ານເສດຖະກິດຢູ່ລະດັບທີ່ຮ້າຍແຮງຄືໃນປະຈຸບັນ”.
ທ່ານປະທານ WEF Borge Brende (ພາບ:TTXVN) |
ຊອກຫາທາງອອກໃຫ້ແກ່ບັນດາການປະທະກັນ
ບໍ່ພຽງແຕ່ແມ່ນບ່ອນເພື່ອປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍໃຫຍ່ຕໍ່ເສດຖະກິດໂລກ ແລະ ພື້ນຖານບໍລິຫານທົ່ວໂລກເທົ່ານັ້ນ, ເວທີປາໄສຢູ່ Davos ກໍ່ແມ່ນໂອກາດເພື່ອໃຫ້ທຸກໆຝ່າຍເຈລະຈາ ກ່ຽວກັບການປະທະກັນທີ່ພວມມີທ່າອ່ຽງຜັນແປຢ່າງສັບສົນຢູ່ຫຼາຍບ່ອນໃນໂລກ.
ວັນທີ 14 ມັງກອນ, ກ່ອນທີ່ WEF ຄັ້ງທີ 54 ໄດ້ຈັດຂຶ້ນ 1 ມື້, ກອງປະຊຸມຄັ້ງທີ 4 ຂອງບັນດາທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ (NSA), ໄດ້ຈັດຂຶ້ນຢູ່ Davos, ດ້ວຍການເຂົ້າຮ່ວມຂອງ 83 ປະເທດ, ເພື່ອແນໃສ່ປຶກສາຫາລືກ່ຽວກັບວິທີການຢຸດຕິການປະທະກັນ, ນຳມາເຊິ່ງສັນຕິພາບໃຫ້ແກ່ ຢູແກຼນ. ຕາມທ່ານ Ignazio Cassis, ລັດຖະມົນຕີການຕ່າງປະເທດ ສະວິດ ແລ້ວ, ເຖິງວ່າຍັງມີຄວາມລະແວງສົງໄສ ແຕ່ເລື່ອງເພີ່ມຈຳນວນບັນດາປະເທດເຂົ້າຮ່ວມການປຶກສາຫາລື ແມ່ນພະຍານຫຼັກຖານສະແດງໃຫ້ເຫັນວ່າ ບັນດາປະເທດລ້ວນແຕ່ມີຄວາມຕ້ອງການຊອກຫາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເກືອບ 2 ປີ (ນັບແຕ່ວັນທີ 24 ກຸມພາ) ຢູ່ຢູແກຼນ. ທ່ານ Ignazio Cassis, ລັດຖະມົນຕີການຕ່າງປະເທດ ສະວິດ, ໃຫ້ຮູ້ວ່າ:
“ພວກເຮົາຕ້ອງຊອກຫາວິທີໃດໜຶ່ງເພື່ອນຳ ລັດເຊຍ ເຂົ້າຮ່ວມບັນດາການປຶກສາຫາລື. ຈະບໍ່ສາມາດມີສັນຕິພາບໄດ້ ຖ້າຫາກວ່າ ລັດເຊຍ ບໍ່ມີສຽງເວົ້າ. ແຕ່ສິ່ງນີ້ກໍ່ບໍ່ສາມາດຍູ້ໃຫ້ພວກເຮົາຕົກເຂົ້າສູ່ສະພາບຄວາມວິຕົກກັງວົນທີ່ຮ້າຍແຮງກ່ວາ ຖ້າຫາກ ລັດເຊຍ ບໍ່ໄດ້ເຮັດຫຍັງ. ມາດຕະການແທນທີແມ່ນຫຍັງ? ແມ່ນຄວາມລໍຄອຍ. ແຕ່ພວກເຮົາບໍ່ມີສິດລໍຄອຍ”.
ໄປຄຽງຄູ່ກັບຄວາມມານະພະຍາຍາມເພື່ອຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ ຢູແກຼນ, ເຊິ່ງເປັນຫົວຂໍ້ທີ່ດຶງດູດການປຶກສາຫາລືຫຼາຍຢ່າງກອງປະຊຸມ WEF ໃນປີ 2023, ທີ່ເວທີປາໄສປີນີ້, ບັນດາວິກິດການອື່ນ, ຄື: ການປະທະກັນຢູ່ເຂດ ກາຊາ, ຄວາມເຄັ່ງຕຶງຢູ່ທະເລແດງ ກໍ່ໄດ້ນຳມາປຶກສາຫາລືຢ່າງເຂັ້ມງວດຢູ່ໃນລະດັບສູງສຸດ, ຍ້ອນການເຂົ້າຮ່ວມຂອງກ່ວາ 30 ອົງການຈັດຕັ້ງສາກົນຂຶ້ນກັບ ສປຊ ພ້ອມກັບບັນດາປະມຸກລັດ ແລະ ລັດຖະມົນຕີການຕ່າງປະເທດ ຢູ່ຫຼາຍປະເທດເຂດ ຕາເວັນອອກກາງ ແລະ ອາຟຣີກາ ເໜືອ, ຄື: ທ່ານປະທານາທິບໍດີ ອິດສະຣາແອນ Isaac Herzog; ທ່ານນາຍົກລັດຖະມົນຕີ ກາຕາ Qatar Mohammed bin Abdulrahman Al Thani ຫຼື ທ່ານນາຍົກລັດຖະມົນຕີ ລີບັງ Najib Mikati./.