(VOVWORLD) -ໃນໄລຍະເວລາກ່ວາໜຶ່ງປີເຄິ່ງຜ່ານມາ, ໂລກລະບາດໂຄວິດ - 19 ໄດ້ຄຸມຄາມໄປທົ່ວໂລກ ດ້ວຍໄວຣັດສາຍພັນໃໝ່ຫຼາຍລຸ້ນທີ່ອັນຕະລາຍ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ບັນດາຄວາມຄິດທີ່ວ່າ ເມື່ອສາມາດຜະລິດວັກຊິນກັນພະຍາດໂຄວິດ - 19 ໄດ້ນັ້ນ ຈະຊ່ວຍດັບມອດໂລກລະບາດໄດ້ໂດຍໄວ, ແຕ່ວ່າ ເລື່ອງໂລກນຳໃຊ້ວັກຊິນຍັງບໍ່ທັນເໝາະສົມ, ບໍ່ສະເໝີພາບກັນນັ້ນ ໄດ້ເຮັດໃຫ້ໂລກລະບາດຍັງບໍ່ທັນສູນຫາຍໄປໃນຂອບເຂດທົ່ວໂລກ ແລະ ໂລກລະບາດໂຄວິດ - 19 ໄດ້ເຜີຍໃຫ້ເຫັນຄວາມບໍ່ເໝີພາບຢ່າງຮ້າຍແຮງ ລະຫວ່າງບັນດາປະເທດ ແລະ ຄວາມສະເໝີພາບ ໃນການຈັດແບ່ງວັກຊິນນັ້ນ ແມ່ນບັນຫາທີ່ຍາກຈະແກ້ໄຂໄດ້.
ເລື່ອງ ວັກຊິນ ແລະ ຈັດແບ່ງວັກຊິນຢ່າງສະເໝີພາບ ໄດ້ກາຍເປັນບັນຫາຈຸດສຸມ ທີ່ບັນດາປະເທດໄດ້ນຳມາຖົກຖຽງກັນໃນເກືອບ 1 ປີ ຜ່ານມາ. ຄວາມຈິງພວມເຫັນປະຈັກຕາຄວາມບໍ່ສະເໝີພາບໃນການຈັດແບ່ງວັກຊິນ, ລະຫວ່າງຈຳນວນໜ້ອຍແມ່ນບັນດາປະເທດພັດທະນາ, ປະເທດຮັ່ງມີ ກັບຈຳນວນຫຼາຍບັນດາປະເທດທຸກຍາກ, ພວມພັດທະນາ ເຊິ່ງສ່ວນຫຼາຍແມ່ນຢູ່ ອາຟະລິກາ, ອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ຫຼື ທະວີບ ອາເມລິກາ ລາຕິນ. ໂລກລະບາດໂຄວິດ - 19 ໄດ້ ແລະ ພວມສືບຕໍ່ເຮັດໃຫ້ຄວາມບໍ່ສະເໝີພາບກ່ຽວກັບໂອກາດເຂົ້າເຖິງແຫຼ່ງວັກຊິນ ລະຫວ່າງບັນດາປະເທດຮັ່ງມີ ກັບປະເທດທຸກຍາກ ຮ້າຍແຮງຂຶ້ນຕື່ມ.
ທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus (ພາບ: TTXVN) |
ຄວາມບໍ່ສະເໝີພາບໃນການຈັດແບ່ງວັກຊິນທົ່ວໂລກ
ຫວ່າງມໍ່ໆມານີ້, ທ່ານຜູ້ອຳນວຍການໃຫຍ່ WHO ໄດ້ຍົກອອກບັນຫາຄວາມບໍ່ສະເໝີພາບໃນການຈັດແບ່ງວັກຊິນທົ່ວໂລກ. ປັດຈຸບັນ ມີແຕ່ປະຊາກອນຢູ່ບັນດາປະເທດມີລາຍຮັບຕ່ຳ 1% ໄດ້ຮັບການສັກວັກຊິນຢ່າງໜ້ອຍສຸດ 1 ເຂັມ. ໃນຂະນະນັ້ນ ປະເທດຮັ່ງມີຈຳນວນໜຶ່ງພວມຄິດໄລ່ຊັ່ງຊາການສັກວັກຊິນເຂັມທີ 3 ໃຫ້ແກ່ປະຊາຊົນນັ້ນ, ບັນດາພະນັກງານການແພດ, ຜູ້ອາຍຸສູງ ແລະ ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງກວ່າເພິ່ນ ຢູ່ບັນດາປະເທດທີ່ຍັງເຫຼືອຂອງໂລກ ພັດຍັງບໍ່ທັນໄດ້ເຂົ້າເຖິງແຫຼ່ງວັກຊິນເທື່ອ.
ສາຍເຫດທີ່ເຮັດໃຫ້ຂຸມວັກຊິນນັບມື້ນັບເລິກ ແລະ ໃຫຍ່ຄືແນວນັ້ນ ແມ່ນເລີ່ມມາຈາກລັດທິຊົນຊາດວັກຊິນ. ໄລ່ຮອດມາຮອດປັດຈຸບັນ ບັນດາປະເທດຮັ່ງມີ ໄດ້ຜັນຂະຫຍາຍການສັກວັກຊິນກວມເອົາຫຼາຍກວ່າເຄິ່ງໜຶ່ງ ປະລິມານວັກຊິນທັງໝົດທີ່ໄດ້ຜະລິດໃນທົ່ວໂລກ. ເປັນທີ່ຈະແຈ້ງແລ້ວວ່າ, ສະຕິຄວາມຮັບຮູ້ກ່ຽວກັບໂລກລະບາດໂຄວິດ - 19 ແມ່ນໄປບໍ່ຖືກທິດ ນັບແຕ່ເບື້ອງຕົ້ນ ເມື່ອບັນດາປະເທດຮັ່ງມີ ພຽງແຕ່ສຸມໃສ່ການພັດທະນາວັກຊິນ ຮັບໃຊ້ຄວາມຕ້ອງການພາຍໃນປະເທດ ໂດຍບໍ່ຫົວຊາຕໍ່ສະພາບຄວາມເປັນຈິງທີ່ວ່າ ຈະບໍ່ມີປະເທດໃດສາມາດປອດໄພໄດ້ ຈົນເຖິງເມື່ອທຸກປະເທດ ລ້ວນແຕ່ມີຄວາມປອດໄພເຊັ່ນດຽວກັນ.
ເພາະສະນັ້ນ, ເພື່ອສະກັດກັ້ນສະພາບຄວາມບໍ່ຍຸຕິທຳວັກຊິນ, ຂໍ້ລິເລີ່ມ COVAX ໄດ້ຍົກອອກມາ ພາຍໃຕ້ການນຳພາຂອງອົງການອະນາໄມໂລກ (WHO), ສະຫະພັນປ່ຽນແປງໃໝ່ການຮັບມືກັບໂລກລະບາດ (CEPI) ພ້ອມດ້ວຍສະຫະພັນ ວັກຊິນ ແລະ ການສັກວັກຊິນທົ່ວໂລກ (GAVI), ເພື່ອແນໃສ່ຮັບປະກັນໃຫ້ທຸກປະເທດ ລ້ວນແຕ່ໄດ້ເຂົ້າເຖິງແຫຼ່ງວັກຊິນກັນພະຍາດໂຄວິດ - 19, ໂດຍບໍ່ຫົວຊາຕໍ່ກຳລັງຄວາມສາມາດດ້ານການເງິນ. ເຖິງຢ່າງໃດກໍຕາມ, COVAX ບໍ່ມີງົບປະມານຢ່າງພຽງພໍ ເພື່ອຮັບປະກັນໃຫ້ສັນຍາສະໜອງວັກຊິນສະບັບຕ່າງໆ. ພ້ອມກັນນັ້ນ, ກໍບໍ່ມີບໍລິສັດການຢາແຫ່ງໃດ ເຫັນດີຖ່າຍທອດເຕັກໂນໂລຢີຜະລິດວັກຊິນ, ນັບທັງກໍລະນີຈ່າຍເງິນ.
ຄວາມມານະພະຍາຍາມຮ່ວມມືຮັບປະກັນຄວາມສະເໝີພາບໃນການຈັດແບ່ງວັກຊິນ
ຕໍ່ໜ້າສະພາບການດັ່ງກ່າວ, ເມື່ອຕົ້ນເດືອນ ມິຖຸນາ 2021, ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ຍົກອອກການຕັດສິນບັນຫາໜຶ່ງທີ່ສຳຄັນ, ນັ້ນແມ່ນ ໃຫ້ຄຳໝັ້ນສັນຍາສະໜອງວັກຊິນກັນພະຍາດໂຄວິດ - 19 ຈຳນວນ 1 ຕື້ໂດສ ໃຫ້ບັນດາປະເທດທີ່ທຸກຍາກກວ່າ. ການນຳບັນດາປະເທດໃນໂລກ ກໍຕົກລົງເຫັນດີຈັດແບ່ງເງິນຈຳນວນ 650 ຕື້ USD ຈາກກອງທຶນສະສົມທົ່ວໂລກ ໂດຍກອງທຶນເງິນຕາ ສ້າງຂຶ້ນ, ເພື່ອຊ່ວຍໃຫ້ບັນດາປະເທດທີ່ມີຄວາມຕ້ອງການຮັບມືກັບໂລກລະບາດໃຫຍ່ທີ່ສຸດ ແລະ ຟື້ນຟູເສດຖະກິດຊ້າທີ່ສຸດ. ແຫຼ່ງງົບປະມານດັ່ງກ່າວ ແມ່ນເພື່ອແນໃສ່ເປົ້າໝາຍຜັນຂະຫຍາຍການສັກວັກຊິນໃຫ້ແກ່ 70% ປະຊາກອນຢູ່ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ ໃນທ້າຍປີ 2022.
ກ່ອນໜ້ານັ້ນ, ສາມອົງການໃຫຍ່ຄື ອົງການອະນາໄມໂລກ - WHO, ອົງການການຄ້າໂລກ - WTO ແລະ ອົງການປັນຍາປະດິດໂລກ - WIPO ໄດ້ໂຮມປະຊຸມ ແລະ ຕົກລົງເປັນເອກະພາບ ຈະສ້າງພື້ນຖານໜູນຊ່ວຍເຕັກນິກລວມ ແນໃສ່ຊ່ວຍໃຫ້ບັນດາປະເທດທີ່ມີຄວາມຕ້ອງການດ້ານເຕັກໂນໂລຢີແພດສາດ, ພິເສດແມ່ນເຕັກໂນໂລຢີໃນການບົ່ງມະຕິພະຍາດ, ການປິ່ນປົວພະຍາດໂຄວິດ - 19, ຮຽກຮ້ອງໃຫ້ບັນລຸໄດ້ຂໍ້ຕົກລົງຍົກເລີກລິຂະສິດວັກຊິນ. ວັນທີ 4 ສິງຫາ, ອົງການສາທາລະນະສຸກ ໂລກ (WHO) ໄດ້ຮຽກຮ້ອງໃຫ້ບາງປະເທດ ຢຸດຕິການສັກວັກຊິນກັນພະຍາດໂຄວິດ - 19 ເຂັມສັກເພີ່ມເຕີມໄວ້ໂດຍຊົ່ວຄາວ ຈົນຮອດຢ່າງໜ້ອຍສຸດແມ່ນທ້າຍເດືອນກັນຍາ, ພ້ອມທັງກ່າວເຕືອນບັນດາປະເທດທີ່ທຸກຍາກກວ່າ ພວມຖືກຕົກຢູ່ທາງຫຼັງ.
ເປັນທີ່ຈະແຈ້ງແລ້ວວ່າ, ການແຜ່ລະບາດຢ່າງໄວວາຂອງເຊື້ອໄວຣັດສາຍພັນ Delta ໃນຂອບເຂດທົ່ວໂລກໃນປັດຈຸບັນ ໄດ້ສະແດງໃຫ້ເຫັນວ່າ ການສ້າງພູມຕ້ານທານລວມໝູ່ໃນວົງແຄບ ຈະບໍ່ບັນລຸໄດ້ປະສິດທິຜົນທີ່ຍືນຍົງ, ໂດຍສະເພາະແມ່ນເຊື້ອໄວຣັດ SARS -CoV – 2 ຍັງສືບຕໍ່ມີການກາຍພັນ. ໄວຣັດສາຍພັນໃໝ່ລຸ້ນຕ່າງໆ ອາດຈະຕ້ານຄືນວັກຊິນຊະນິດຕ່າງໆທີ່ພວມມີໃນປັດຈຸບັນ, ອັນໄດ້ເຮັດໃຫ້ວິວັດທະນານຕ້ານໂລກລະບາດ ອາດຈະຕ້ອງເລີ່ມຕົ້ນຄືນໃໝ່”. ໃນສະພາບການນັ້ນ, ການຕໍ່ສູ້ຕ້ານສັດຕູໂຕດຽວກັນນີ້ ຕ້ອງມີການຮ່ວມແຮງຮ່ວມໃຈ ແລະ ຄວາມສາມັກຄີຂອງປະຊາຄົມສາກົນທັງໝົດ, ເຊິ່ງໃນເທື່ອນີ້ ແມ່ນໃນບັນຫາຈຳໜາຍວັກຊິນຢ່າງສະເໝີພາບ, ເພາະວ່າ ໄວຣັດກາຍພັນ SARS – CoV – 2 ບໍ່ຍົກເວັ້ນປະເທດໃດ. ຈະບໍ່ມີຜູ້ໃດໄດ້ຮັບປະກັນຄວາມປອດໄພ ຈົນກວ່າເມື່ອທຸກຄົນລ້ວນແຕ່ໄດ້ຮັບຄວາມປອດໄພພ້ອມໆກັນ.