( vovworld ) – ໃນໄລຍະທີ່ຜ່ານມາ, ຍອດຈຳນວນເງິນລົງທຶນຂອງລັດໃຫ້ແກ່ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດບໍ່ແມ່ນໜ້ອຍ. ເຖິງວ່າ ລັດໄດ້ຖືການລົງທຶນໃຫ້ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດເປັນສຳຄັນທີ່ສຸດກໍ່ຕາມ ແຕ່ຍັງບໍ່ທັນເສີມຂະຫຍາຍຄວາມສາມາດບົ່ມຊ້ອນທັງໝົດໃນຂົງເຂດນີ້ໄດ້ເທື່ອ. ເພື່ອລະດົມແຫຼ່ງເງິນລົງທຶນຈາກວິສາຫະກິດ ແລະ ທົ່ວສັງຄົມໃຫ້ແກ່ຂົງເຂດນີ້ຫຼາຍກ່ວາອີກ, ຕ້ອງມີບັນດານະໂຍບາຍ, ມາດຕະການທີ່ມີປະສິດທິຜົນ. ນີ້ແມ່ນບັນຫາໄດ້ຮັບການປຶກສາຫາລືຢ່າງຟົດຟື້ນໃນວາລະປະຊຸມເມື່ອວັນທີ 5/6 ໃນຂອບເຂດກອງປະຊຸມສະໄໝສະມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13.
ຕ້ອງມີນະໂຍບາຍແຮງກ່ວາໃຫ້ແກ່ຂົງເຂດຊົນນະບົດ
(ພາບ:danviet.vn)
ຕາມການສະຖິຕິແລ້ວ, ໃນໄລຍະປີ 2006-2011, ຍອດຈຳນວນເງິນລົງທຶນໃຫ້ແກ່ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດແມ່ນປະມານ 430.000 ຕື້ດົ່ງ, ກວມກ່ວາ 50% ຍອດຈຳນວນເງິນລົງທຶນພັດທະນາຂອງແຫຼ່ງງົບປະມານແຫ່ງລັດ ແລະ ພັດທະບັດລັດຖະບານ. ໃນໄລຍະນີ້, ຍອດມູນຄ່າສັນຍາກ່ຽວກັບທຶນຊ່ວຍເຫຼືອພັດທະນາທາງການ (ODA) ໄດ້ຮັບການລົງນາມແມ່ນປະມານ 26 ຕື້ໂດລາສະຫະລັດ, ແຫຼ່ງທຶນໃຫ້ກຸ້ຢືມບຸລິມະສິດກວມກ່ວາ 94% , ໃນນັ້ນແຫຼ່ງເງິນລົງທຶນໃຫ້ແກ່ກະສິກຳ, ຊົນລະປະທານ, ປ່າໄມ້, ສິນໃນນ້ຳ ຮັບໃຊ້ໃຫ້ແກ່ຂົງເຂດກະສິກຳ ແລະ ຊົນນະບົດ, ລົບລ້າງຄວາມອຶດຫີວ ຫລຸດຜ່ອນຄວາມທຸກຍາກແມ່ນກ່ວາ 3,8 ຕື້ໂດລາສະຫະລັດ. ຍ້ອນເຫດນັ້ນ, ໂສມໜ້າຊົນນະບົດຫວຽດນາມ ຄ່ອຍໆຫັນປ່ຽນຕາມທິດທັນສະໄໝກ່ວາ, ແກ້ໄຂວຽກເຮັດງານທຳໄດ້ເທື່ອລະກ້າວ, ຫລຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມໃຫ້ນັບມື້ນັບດີກ່ວາ, ຊີວິດດ້ານວັດຖຸ ແລະ ຈິດໃຈຂອງຊາວກະສິກອນນັບມື້ນັບໄດ້ຮັບການປັບປຸງ. ໃນບົດລາຍງານສະເໜີຕໍ່ສະພາແຫ່ງຊາດ ກ່ຽວກັບການປະຕິບັດນະໂຍບາຍລົງທຶນໃຫ້ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດ, ທ່ານ Nguyen Van Giau ປະທານກຳມາທິການເສດຖະກິດຂອງສະພາແຫ່ງຊາດໄດ້ຊີ້ແຈ້ງວ່າ:
“ຍ້ອນພື້ນທີ່ທຳການຜະລິດກະສິກຳ, ຊົນນະບົດກ້ວາງໃຫ່ຍ, ພູມມີສັນຖານສັບສົນ, ມີເຂດຫ່າງໄກສອກຫລີກ, ເຂດພູສູງຫຼາຍແຫ່ງ, ການຜະລິດບໍ່ທັນພັດທະນາ, ລາຍຮັບຂອງຊາວກະສິກອນຍັງຕ່ຳ, ຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກ….ໃນຂະນະນັ້ນ, ຄວາມສາມາດລົງທຶນຂອງລັດ ແລະ ທົ່ວ ສັງຄົມຍັງຈຳກັດຢູ່. ດ້ານອື່ນອີກ, ການຜະລິດກະສິກຳມີຄວາມສ່ຽງສູງ ຍ້ອນໄດ້ຮັບຜົນກະທົບໂດຍກົງຈາກສະພາບດິນຟ້າອາກາດ, ສິ່ງແວດລ້ອມ, ໂລກລະບາດ….ສະນັ້ນຍາກທີ່ຈະດຶງດູດເງິນລົງທຶນຈາກບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດໄດ້“.
(ພາບ: tienphong.vn)
ເພື່ອດຶງດູດເງິນລົງທຶນໃຫ້ຂົງເຂດກະສິກຳມີປະສິດທິຜົນກ່ວາອີກ, ຄວາມຮຽກຮ້ອງອັນດີບດ່ວນໃນປະຈຸບັນແມ່ນ ຕ້ອງສ້າງລະບົບນະໂຍບາຍ, ກົດໝາຍກ່ຽວກັບການລົງທຶນຂອງລັດໃຫ້ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດໃຫ້ສຳເລັດໂດຍໄວ. ແຕ່ງເຖິງຢ່າງໃດກໍ່ຕາມ, ໃນຕົວຈິງແລ້ວ, ບັນດານະໂຍບາຍກົດໝາຍສຳລັບຂົງເຂດນີ້ຍັງມີຫຼາຍສິ່ງທີ່ຍັງຄົງຄ້າງ. ຄຽງຂ້າງນັ້ນ, ເລື່ອງຄວບຄຸມການມອບໃຫ້ຄອບຄົວ, ສ່ວນບຸກຄົນທີ່ດິນກະສິກຳທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍທີ່ດິນແມ່ນສາຍເຫດເຮັດໃຫ້ບັນດາວິສາຫະກິດບໍ່ຢາກລົງທຶນ, ຊາວກະສິກອນບໍ່ກ້າລົງທຶນບ້ວງເງິນກ້ອນໃຫ່ຍ. ກ່ຽວກັບບັນຫານີ້, ທ່ານນາງ Nguyen Thu Anh ສະມາຊິກສະພາແຫ່ງຊາດແຂວງ Lam Dong ສະເໜີວ່າ:
“ຂ້າພະເຈົ້າສະເໜີຕ້ອງກວດກາຢ່າງລະອຽດກ່ຽວກັບການນຳໃຊ້ທີ່ດິນໃນຂອບເຂດທົ່ວປະເທດ, ຕ້ອງກຳນົດເນື້ອທີ່ດິນຮັບໃຊ້ໃຫ້ແກ່ການຜະລິດກະສິກຳໃຫ້ໄດ້ໂດຍພື້ນຖານ, ພິເສດແມ່ນເໜືອທີ່ດິນປູກເຂົ້າ. ຕ້ອງປະຕິບັດການຖອນທີ່ດິນຄືນຢ່າງຍຸດຕິທຳ, ຕ້ອງຢັງຢືນວ່າ ແຜນນະໂຍບາຍມອບທີ່ດິນ, ເຊົ່າທີ່ດິນເປັນປົກກະຕິ ຍາວນານໃຫ້ແກ່ຊາວກະສິກອນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຊາວກະສິກອນໃນການມອບໂອນສິດນຳໃຊ້ທີ່ດິນ ເພື່ອໃຫ້ເຂົາເຈົ້າອຸ່ນອ່ຽນໃຈພັດທະນາການຜະລິດໃນໄລຍະຍາວນານ“
ພ້ອມກັນກໍ່ສ້າງຊົນນະບົດໃໝ່
(ພາບ:kienthuctamnong.gov.vn)
ຄຳເຫັນຂອງສະມາຊິກສະພາແຫ່ງຊາດຫຼາຍທ່ານກໍ່ສະເໜີວ່າ: ເພື່ອລະດົມແຫຼ່ງເງິນລົງທຶນຫຼາຍກ່ວາໃຫ້ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດ, ໄປຄຽງຄຸ່ກັບການຖືການລົງທຶນໃຫ້ພື້ນຖານໂຄງລ່າງເປັນສຳຄັນນັ້ນ, ກໍ່ຕ້ອງຖືເລື່ອງຍົກລະດັບພື້ນຖານໂຄງລ່າງຢ່າງຄົບຊຸດເປັນສຳຄັນເຊັ່ນດຽວກັນ, ພິເສດແມ່ນເອົາໃຈໃສ່ເຖິງເຂດຫ່າງໄກສອກຫລີກ, ເຂດໝູ່ເກາະ… ວຽກງານວາງແຜນຜັງຕ້ອງມີຄວາມເປັນເອກະພາບຈາກຂັ້ນສູງກາງ ລົງຮອດຂັ້ນທ້ອງຖິ່ນ. ໄປຄຽງຄູ່ກັນນັ້ນ, ສຳລັບບັນດາໂຄງການຈຸດໝາຍແຫ່ງຊາດ, ບັນດາໂຄງການ, ລາຍການໜູນຊ່ວຍທີ່ມີຈຸດໝາຍອື່ນ, ຕ້ອງສ້າງເປັນກົນໄກ, ນະໂຍບາຍ ເພື່ອແນໃສ່ສົ່ງເສີມການລົງທຶນຂອງລັດໃຫ້ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດ. ພິເສດ, ແມ່ນໃນນະໂຍບາຍລົງທຶນໃຫ້ແກ່ກະສິກຳ-ຊາວກະສິກອນ-ຊົນນະບົດ, ບໍ່ອາດຂາດປັດໄຈມະນຸດ, ຍ້ອນວ່າ, ນີ້ແມ່ນແຫຼ່ງກຳລັງສຳຄັນ ປະກອບສ່ວນກໍ່ສ້າງຮູບແບບຊົນນະບົດໃໝ່ໃຫ້ສຳເລັດຜົນ. ທ່ານ Nguyen Bac Viet ສະມາຊິກສະພາແຫ່ງຊາດແຂວງ Ninh Thuan ເນັ້ນໜັກວ່າ:
“ຕ້ອງມີພະນັກງານຈຶ່ງຈະມີບາດກ້າວກະໂດດຂັ້ນໃຫ້ແກ່ການກໍ່ສ້າງ ແລະ ການພັດທະນາ. ຂ້າພະເຈົ້າຖືວ່າ: ຕ້ອງປະກາດໃຊ້ນະໂຍບາຍເງິນເດືອນສຳລັບພະນັກງານຂັ້ນຮາກຖານໂດຍໄວ ເພື່ອສ້າງແຫຼ່ງລະດົມກຳລັງໃຈພະນັກງານຂັ້ນຕາແສງ, ເຂດຫ່າງໄກສອກຫລີກ ເພື່ອໃຫ້ເຂົາເຈົ້າອຸ່ນອ່ຽນໃຈ, ສຸມຈິດສຸມໃຈໃຫ້ແກ່ການພັດທະນາຊົນນະບົດໃໝ່“
ສືບຕໍ່ປ່ຽນໃໝ່, ຍົກສູງປະສິດທິຜົນ, ໃຫ້ບຸລິມະສິດທຸກແຫຼ່ງເງິນລົງທຶນໃຫ້ຂົງເຂດກະສິກຳ-ຊາວກະສິກອນ-ຊົນນະບົດ ຍາມໃດກໍ່ແມ່ນຄວາມຕັດສິນໃຈສູງຂອງພັກ, ລັດ, ລັດຖະບານຫວຽດນາມ. ເມື່ອເດັດດຽວຜັນຂະຫຍາຍການກໍ່ສ້າງຊົນນະບົດໃໝ່, ສຸມກຳລັງຊີ້ນຳຢ່າງລະອຽດ, ລະດົມການເຂົ້າຮ່ວມຂອງທັງລະບົບການເມືອງ, ໂສມໜ້າຊົນນະບົດຫວຽດນາມ ຈະມີບັນດາບາດກ້າວປ່ຽນແປງດີພໍສົມຄວນໃນໄລຍະທີ່ຈະມາເຖິງ.